ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ວາງແຜນວ່າ ຈະສົ່ງເຂົ້າ ອອກໄປຂາຍຕ່າງປະເທດ ໃຫ້ໄດ້ເຖິງ 4 ແສນໂຕນ ໃນປີ 2018


Harbiylar koronavirus qurbonini krematoriyga olib ketmoqda. Nepal.
Harbiylar koronavirus qurbonini krematoriyga olib ketmoqda. Nepal.

ລັດຖະບານ ລາວ ວາງແຜນການຊຸກຍູ້ການຜະລິດເຂົ້າ ເພື່ອສົ່ງອອກໄປຕ່າງປະເທດ
ໃຫ້ໄດ້ເຖິງ 4 ແສນໂຕນໃນປີ 2018 ທັງຍັງຈະເພີ່ມການສົ່ງອອກຜົນຜະລິດກະສິກຳ
ແລະ ປະສຸສັດໃຫ້ຫຼາຍກວ່າປີ 2017 ດ້ວຍ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງວ່າຄະ
ນະລັດຖະບານ ລາວ ໄດ້ວາງແຜນການຊຸກຍູ້ການຜະລິດເຂົ້າ ເພື່ອສົ່ງອອກໄປຕ່າງປະ
ເທດໃຫ້ໄດ້ເຖິງ 4 ແສນໂຕນໃນປີ 2018 ໂດຍຈະຂະຫຍາຍເນື້ອທີ່ປູກເຂົ້າໃຫ້ໄດ້
ກວ້າງກວ່າ 1 ລ້ານເຮັກຕາ ແລະ ມີສະມັດຕະພາບສະເລ່ຍ 4.2 ໂຕນຕໍ່ເຮັກຕາ ຊຶ່ງຈະ
ເຮັດໃຫ້ມີຜົນຜະລິດເຂົ້າລວມບໍ່ນ້ອຍກວ່າ 4.22 ລ້ານໂຕນໃນທົ່ວປະເທດ ໃນນີ້ແບ່ງ
ເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ, ເຂົ້ານາປີ 3,553,000 ໂຕນ ແລະ ເຂົ້າ
ໄຮ່ 2 ແສນໂຕນຕາມລຳດັບ.

ທັງນີ້ໂດຍຄາດວ່າໃນຕະຫຼອດປີ 2018 ປະຊາຊົນ ລາວ ຈະຕ້ອງການບໍລິໂພກເຂົ້າໃນ
ປະລິມານລວມບໍ່ນ້ອຍກວ່າ 2.7 ລ້ານໂຕນ ແລະ ເກັບໄວ້ໃນຄັງແຮ່ສຸກເສີນ 4 ແສນ
ໂຕນ ນອກຈາກນັ້ນ ກໍຈະຕອບສະໜອງໃຫ້ກັບອຸດສາຫະກຳການແປຮູບພາຍໃນ 5-6
ແສນໂຕນ ແລະ ສົ່ງອອກໄປຕ່າງປະເທດທັງເປັນທາງການ ແລະ ບໍ່ເປັນທາງການໃນ
ປະລິມານລວມ 4 ແສນໂຕນດັ່ງກ່າວ ຫາກແຕ່ວ່າການບັນລຸເປົ້າໝາຍໃນຕົວຈິງນັ້ນກໍບໍ່
ແມ່ນເລື່ອງງ່າຍ ເພາະຜົນຜະລິດເຂົ້າສ່ວນໃຫຍ່ໃນ ລາວ ຍັງມີຄຸນນະພາບບໍ່ໄດ້ມາດຕະ
ຖານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງກະຊວງກະສິກຳ ແລະ ປ່າໄມ້ຢືນຢັນວ່າ.

"ຜ່ານມານີ້ພວກເຮົາມີເຂົ້າ ແຕ່ວ່າຂາຍຍາກ, ຍ້ອນວ່າເຂົ້າບໍ່ໄດ້ຄຸນນະພາບ, ເຂົ້າປົນ,
ເຂົ້າບໍ່ແມ່ນປະເພດດຽວ. ປະຊາຊົນແຕ່ລະຄົນຫັ້ນນະ ໃຊ້ແນວພັນຕາມທີ່ເຂົາມີ ໄດ້ເຂົ້າ
ມາແລ້ວກະປົນກັນ ລະຫວ່າງເຂົ້າກໍຂໍກະມີ ເຂົ້າທ່າສະໂນກະມີ ເຂົ້າພື້ນເມືອງກະມີ ມັນ
ຢູ່ໃນເປົາດຽວ ຈຶ່ງບໍ່ໄດ້ຄຸນນະພາບ."

ນອກຈາກນັ້ນ ການປູກເຂົ້າຢູ່ນອກເຂດຊົນລະປະທານຍັງມີຄວາມສ່ຽງສູງຕໍ່ການປ່ຽນ
ແປງສະພາບດິນຟ້າອາກາດ ທັງໄພແລ້ງ ແລະ ນໍ້າຖ້ວມອີກດ້ວຍ ດັ່ງຈະເຫັນໄດ້ຈາກ
ລະດູແລ້ງຂອງປີ 2017 ທີ່ກະເສດຕະກອນ ລາວ ໃນທົ່່ວປະເທດປູກເຂົ້ານາແຊງໄດ້
ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຄິດເປັນພຽງ 75 ເປີເຊັນຂອງແຜນການ
ແລະ ໃນຫຼາຍເຂດກໍສາມາດປະຕິບັດໄດ້ພຽງ 35 ເປີເຊັນຂອງແຜນການເທົ່ານັ້ນ ໂດຍ
ມີສາເຫດມາຈາກໄພທຳມະຊາດ ທີ່ສົມທົບດ້ວຍການມີລະບົບຄອງຊົນລະປະທານຢ່າງ
ຈຳກັດ ແລະ ເປ່ເພ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ພາກັນຫັນປ່ຽນຈາກການປູກເຂົ້າ
ໄປປູກພືດກະເສດອື່ນໆທີ່ມີລາຄາດີກວ່າລາຄາເຂົ້າ.

ທັງນີ້ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ລະບຸວ່າພາຍຸ
ເຊິ່ນກາ ເຮັດໃຫ້ທີ່ນາຂອງກະເສດຕະກອນ ລາວ ເສຍຫາຍໄປຫຼາຍກວ່າ 37,800 ເຮັກ
ຕາ, ສັດລ້ຽງປະເພດງົວ, ຄວາຍ, ໝູ, ແບ້ ແລະ ສັດປີກອີກກວ່າ 23,500 ຕົວສູນຫາຍ
ໄປກັບກະແສນໍ້າ ແລະ ອື່ນໆທີ່ຄິດເປັນຄວາມເສຍຫາຍຫຼາຍກວ່າ 55.5 ຕື້ກີບ ທັງກໍຍັງ
ຈະສົ່ງຜົນກະທົບຕໍ່ເປົ້າໝາຍການຜະລິດ ແລະ ການສົ່ງອອກຜະລິດຕະພັນກະສິກຳຂອງ
ລາວ ໄປຕ່າງປະເທດອີກດ້ວຍ.

ສຳລັບໃນລະດູການປະຈຳປີ 2016 ກະເສດຕະກອນ ລາວ ຜະລິດເຂົ້າໄດ້ໃນປະລິມານ
ລວມ 4 ລ້ານກວ່າໂຕນ ໂດຍມີເນື້ອທີ່ເຂົ້ານາປີ ແລະ ນາແຊງລວມ 975,215 ເຮັກຕາ
ຫາກແຕ່ກໍສາມາດສົ່ງຜົນຜະລິດເຂົ້າອອກຕ່າງປະເທດໄດ້ພຽງ 21,000 ໂຕນເທົ່ານັ້ນ
ແລະ ດ້ວຍຜົນກະທົບຈາກໄພທຳມະຊາດໃນປີ 2017 ກໍຍັງເຮັດໃຫ້ ລາວ ຜະລິດເຂົ້າໄດ້
ຕໍ່າກວ່າເປົ້າໝາຍ ແລະ ສົ່ງອອກໄດ້ພຽງ 20,000 ໂຕນເທົ່ານັ້ນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງເປົ້າໝາຍຈະຊຸກຍູ້ການຜະ
ລິດສິນຄ້າກະສິກຳ ແລະ ປະສຸສັດເພື່ອສົ່ງອອກໄປຕ່າງປະເທດໃນປີ 2018 ໃຫ້ໄດ້ຫຼາຍ
ກວ່າໃນປີ 2017 ດ້ວຍການຊຸກຍູ້ການຜະລິດກາເຟໃຫ້ໄດ້ 137,500 ໂຕນ, ມັນຕົ້ນ 2.4
ລ້ານໂຕນ, ຖົ່ວດິນ 63,150 ໂຕນ, ຖົ່ວເຫຼືອງ 19,300 ໂຕນ, ໝາກງາ 16,860 ໂຕນ,
ໝາກເດືອຍ 271,500 ໂຕນ, ສາລີຫວານ 286,900 ໂຕນ, ເຜືອກ-ມັນ 388,700 ໂຕນ,
ໄມ້ກິນໝາກກວ່າ 1.57ລ້ານໂຕນ, ພືດຜັກຕ່າງໆ ເກີນກວ່າ 1.69 ລ້ານໂຕນ ແລະ ສົ່ງ
ອອກງົວ-ຄວາຍ ໃຫ້ໄດ້ລະຫວ່າງ 80,000-100,000 ໂຕຕາມລຳດັບ.

XS
SM
MD
LG