ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​​ຈະ​ສົ່ງ​ງົວ​ອອກ 250,000 ໂຕ ໃນ 5 ປີ ດ້ວຍ​ການ​ເພີ້ມ​ລົງ​​ທຶນ​ຈາກ​ຈີນ


ຟາມ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ
ຟາມ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ

ທາງກ​ານ​ລາ​ວ​ຈະ​ສົ່ງ​ງົວ 250,000 ໂຕ​ໄປ​ຂາຍ​ໃຫ້​ຈີນພາຍ​ໃນ 5 ປີຕໍ່​ໜ້າໂດຍ​ ຈະ​ໃຫ້​ການ​ສົ່ງ​ເສີມ​ນັກ​ທຸ​ລະ​ກິດ​ຈີນ​ ​ເຂົ້າ​ມາ​ລົງ​ທຶນ​ພັດ​ທະ​ນາ​ຟາມ​ລ້ຽງ​ສັດ​ຂະ​ໜາດ​ໃຫຍ່ ​ໃນ​ພາກ​ເໜືອ​ ໃຫ້​ເພີ້ມ​ຂຶ້ນ​ນັບ​ມື້ ຊືງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ທ່ານ​ລ​ຽນ​ ທິ​ແກ້ວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳປ່າ​ໄມ້ ຖະ​ແຫຼງວ່າ ລະ​ບົບ​ການ​ລ້ຽງ​ສັດ​ຂອງ​ລ​າວ​ໃນ​ປັດ​ຈຸ​ບັນ​ນີ້​ ຍັງ​ບໍ່​ໄດ້​ມາ​ດ​ຕະ​ຖານ​ສາ​ກົນ ຈຶ່ງ​ຍັງ​ບໍ່ ສ​າ​ມາດສົ່​ງ​ເປັນ​ສິນ​ຄ້າ​ອອກ​ໄປ​ຕະ​ຫຼາດ​ໃນ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ໄປ​ຈີນ ທີ່ໄດ້ຕົກ​ລົງ​ຈະ​ຮັບ​ຊື້​ງົວ​ຈາກ​ລາວ​ເຖິງ 5 ແສນ​ໂຕ​ຕໍ່​ປີ​ນັ້ນຈະ​ຕ້ອງ​ໃຊ້​ເວ​ລາ​ລະ​ຫວ່າງ 5 ຫາ 10 ປີ ຈຶ່ງ​ຈະ​ສາ​ມາດ​ດຳ​ເນີນ​ການ​ພັດ​ທະ​ນາ​ປັບ​ປຸງ​ລະ​ບົບການ​ລ້ຽງ​ສັດ​ຂອງ​ລາວ​ ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນຢ່າງ​ແທ້​ຈິງ ເພາະ​ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ສົ່ງ​ເສີມ​ນັກ​ທຸ​ລ​ະ​ກິດ​ຈີນ ໃຫ້​ເຂົ້າ​ມາ​ລົງ​ທຶນ​ພັດ​ທະ​ນາ​ຟາມ​ລ້ຽງ​ສັດ​ຂ​ະ​ໜາດ​ໃຫຍ່​ໃນ​ພາກ​ເໜືອ ໃຫ້​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເທົ່າ​ນັ້ນ ຈຶ່ງ​ຈະ​ເຮັດ​ໃຫ້​ລາວ​ສາ​ມາດ​ສົ່ງ​ງົວ​ໄປ​ຈີນ​ໄດ້​ຕາມ​ໂຄ​ຕ້າ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ ຊຶ່ງ​ເປົ້າ​ໝາຍ​ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າ ​ກໍ​ຄື​ການ​ສົ່ງ​ງົວ​ໄປ​ຈີນ​ໃຫ້​ໄດ້ 250,000 ໂຕ ດັ່ງ​ທີ່​ທ່ານ​ລ​ຽນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ໂດຍ​ສະ​ເພາະ​ໜ້າ​ນີ້​ຈະ​ເລັ່ງ​ໃສ່​ປັບ​ປຸງ ແລະ​ສ້າງ​ກຸ່ມ​ສະ​ມາ​ຄົມ​ຜູ້​ລ້ຽງ​ງົວ ເພື່ອ​ສົ່ງ​ອອກ​ດ້ວຍ​ການ​ດືງ​ດູດ​ໃຫ້​ນັກ​ລົງ​ທຶນ​ຂອງ​ຈີນ ແລະ​ຂອງ​ລາວ​ ລົງ​ທຶນ​ໃສ່​ການ​ລ້ຽງ​ງົວ​ດ້ວຍ​ການ​ສ້າງ​ໂອ​ກາດໃຫ້​ຊາວ​ກະ​ສິ​ກອນຂອງ​ລາວ​ນີ້ປູກ​ຫຍ້າ ເລັ່ງ​ພັດ​ທະ​ນາ​ເອົາ​ຝູງ​ງົວ​ລາວ​ ສົມ​ທົບກັບ​ການ​ນຳ​ເຂົ້າ​ງົວ​ຈາກ​ຕ່າງ​ປະ​ເທດ ​ມາ​ລ້ຽງ​ຢູ່ ສ​ປ​ປ ລາວ ແລ້ວ​ສົ່ງ​ອອກ​ໃນ​ຕໍ່​ໜ້າ 5 ປີ ຕ້ອງ​ໄດ້​ລະ​ດັບ​ພັ​ດ​ທະ​ນາ​ເອົາ​ພັນ​ງົວ​ພື້ນ​ເມືອງ​ໃໝ່​ຂອງ ສ​ປ​ປ ລາວ ໃຫ້​ມີ​ຮ່າງ​ໃຫຍ່​ຂຶ້ນ ​ເພື່​ອ​ຜະ​ລິດ​ລູກ​ງົວ​ຄົບ​ວົງ​ຈອນຄາດ​ໝາຍ​ການ​ສົ່ງ​ອອກ​ໃຫ້​ບັນ​ລຸ​ໄດ້ 250,000 ໂຕ​ຕໍ່​ປີ.”

ສ່ວນ​ທ່ານ​ພັນ​ທະ​ພົງ ວົງ​ສຳ​ພັນ ຫົວ​ໜ້າ​ພະ​ແນກ​ສ້ຽງ​ສັດ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຍອມ​ຮັບ​ວ່າ​ ລະ​ບົບ​ການ​ລ້ຽງ​ສັດ​ໃນ​ລາວ ​ທີ່​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ ​ໄດ້​ຮັບ​ການ​ພັດ​ທະ​ນາ​ປັບ​ປຸງ​ໃນ​ທຸກ​ດ້ານ ຈຶ່ງ​ຈະ​ສາ​ມາດ​ສົ່ງ​ເປັນ​ສິນ​ຄ້າ​ອອກ​ໄປ​ແຂ່ງ​ຂັນ ​ໃນ​ຕະ​ຫຼ​າດ​ໃນ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ແທ້​ຈິງ ທັ້ງ​ນີ້​ໂດຍ ຈາກ​ການ​ສຶກ​ສາ​ວິ​ໃຈພົບ​ວ່າ ການ​ລ້ຽງ​ສັດ​ໃນ​ລາວ​ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ປັ​ບ​ປຸງ​ໃນ 7 ດ້ານ ຊຶ່ງ​ປະ​ກອບ​ດ້ວຍ​ການຍົກ​ລະ​ດັບ​ການ​ຜະ​ລິດ ເພື່ອ​ເຮັດ​ໃຫ້​ການ​ລ້ຽງ​ງົວ​ກາຍ​ເປັນ​ອາ​ຊີບ​ຄົງ​ທີ່ ​ການ​ພັດ​ທະ​ນາ​ຮູບ​ແບບ​ເທັກ​ນິກ​ໃຫ້​ເປັນ​ໂຕ​ແບບ​ທີ່​ດີ ການ​ພັດ​ທະ​ນາ​ການ​ຜະ​ລິດ​ງົວ​ເປັນ​ສິນ​ຄ້າ​ທີ່ມີ​ຄົນ​ລາວເປັນ​ຜູ້​ປະ​ກອບ​ການ ການ​ພັດ​ທະ​ນາ​ພໍ່​ພັນ-ແມ່​ພັນ ການ​ຮັບ​ປະ​ກັນ ແລະ​ສະ​ໜອງ​ອາ​ຫານ​ໃຫ້​ພຽງ​ພໍ​ ການ​ພັດ​ທະ​ນາ​ຄວາມ​ສາ​ມາດ​ໃຫ້​ແກ່ດ້ານ​ບໍ​ລິ​ການ ແລ​ະ​ຮັກ​ສາສຸ​ຂະ​ພາບ​ສັດ ການ​ສ້າງ​ນັກ​ຄົ້ນ​ຄວ້າ​ເພື່ອ​ລົງ​ເຜີຍ​ແຜ່​ໃຫ້​ປະ​ຊາ​ຊົນສາ​ມາດ​ຮັບ​ຮູ້​ຂໍ້​ມູນ​ໃໝ່ໆ ແລະ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ນີ້​ເພື່ອ​ສະ​ໜັບ​ສະໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ກະ​ສິ​ກຳສີ​ຂຽວໃນ​ລາວ.

ທັ້ງ​ນີ້​ໂດຍ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ ໄດ້​ສະ​ແດງ​ຄວາມ​ຕ້ອງ​ການ​ທີ່​ຈະ​ຮັບ​ຊື້​ງົວ ຈາກ​ລາວ 5 ແສນ​ໂຕ​ໃນ​ແຕ່​ລະ​ປີ ທັງ​ຍັງຈະເພີ້ມ​ຈຳ​ນວນ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ຖ້າ​ຫາກວ່າ​ການ​ລ້ຽງ​ງົວ​ໃນ​ລາວ​ໄດ້​ມາດ​ຕະ​ຖານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ຈີນ ໂດຍ​ທາງ​ການ​ຈີນ​ຈະ​ຕັ້ງ​ດ່ານກວດ ແລະ​ຈັດ​ສົ່ງ​ຄະ​ນະ​ຜູ້​ຊ່ຽວ​ຊານ​ມາ​ກວດ​ຟາມ​ລ້ຽງ​ງົວ​ໃນ​ລາວ ​ທີ່​ຈະ​ສົ່ງ​ງົວ​ໄປ​ຈີນ ເພາະ​ທີ່​ຜ່ານ​ມາການ​ສົ່ງ​ງົວ​ຈາກ​ລາວ​ໄປ​ຈີນ ​ເປັນ​ການ​ລັກ​ລອບ​ຢ່າງ​ຜິດ​ກົດ​ໝາຍ ແລະ​ທາງ​ການ​ຈີນ​ຍ້ານ​ວ່າ ​ຈະ​ເ​ຮັດ​ໃຫ້​ເກີ​ດ​ໃຫ້​ພະ​ຍາດ​ໃນ​ສັດ ຈຶ່ງ​ຕ້ອງ​ຕັ້ງ​ດ່ານກວດ​ສັດ​ດັ່ງ​ກ່າວ.

ນອກ​ຈາກ​ນັ້ນ ງົວ​ທີ່​ຈະ​ສາ​ມາດ​ສົ່ງ​ໄປ​ຈີນ​ໄດ້​ກໍ​ຍັງ​ຈະ​ຕ້ອງ​ມີ​ນ້ຳ​ໜັກ​ຕັ້ງ​ແຕ່ 350 ກິ​ໂລກ​ຣາມ​ຂຶ້ນ​ໄປ ແລະ​ມີ​ອາ​ຍຸ​ບໍ່​ເກີນ 4 ປີ ໂດຍ​ໃນ​ປີ 2019 ລາວ​ໄດ້​ສົ່ງ​ງົວ ແລະ​ຄວາຍ​ໄປ​ຈີນ 8 ໝື່ນ​ໂຕ ແລະ​ 2 ໝື່ນ​ໂຕ​ຕາມ​ລຳ​ດັບ ໂດຍ​ໃນ​ປັດ​ຈຸດ​ບັນ ລາວ​ມີ​ຟາມ​ລ້ຽງ​ງົວ​ທີ່​ໄດ້​ມາດ​ຕະ​ຖານ 284 ແຫ່ງ ມີ​ງົວ 45,000 ໂຕ​ ແລະ​ມີ​ຟາມ​ລ້ຽງ​ຄວາຍ​ພຽງ 6 ແຫ່ງ ມີ​ຄວາຍ 7,000 ໂຕ​ເທົ່າ​ນັ້ນ ສ່ວນ​ຟາມ​ທີ​ມີ​ມາດ​ຕະ​ຖານ​ສູງ​ສຸດ ກໍ​ຄື​ຟາມ​ລ້ຽງ​ງົວ​ຂອງ​ບໍ​ລິ​ສັດ​ຍີ່​ປຸ່ນ​ພັດ​ທະ​ນາກະ​ສິ​ກຳ​ຈຳ​ກັດ ມີ​ພື້ນ​ທີ່​ລ້ຽງ​ງົວ 500 ເຮັກ​ຕາ​ທີ່​ເມືອງ​ແປກ ໃນ​ແຂວງ​ຊຽງ​ຂວາງ ທີ່​ນຳ​ພໍ່​ພັນ-ແມ່​ພັນ​ງົວ​ ຄຸນ​ນະ​ພ​າບ​ດີ​ຈາກອອ​ສ​ເຕ​ຣ​ເລຍ ໃນ​ນີ້​ເປັນ​ແມ່​ພັນ​ທີ່​ອອກ​ລູກ​ແລ້ວກວ່າ 1,000 ຕົວ ແລະ​ມີ​ເປົ້າ​ໝາຍ​ຈະ​ເພີ້ມ​ງົວພັນ​ດີ​ໃຫ້​ເຖິງ 1 ແສນ​ໂຕ​ໃນ 10 ປີ​ຕໍ່​ໜ້າ.

XS
SM
MD
LG