ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວວາງແຜນ ຈະສ້າງເຂື່ອນພູງອຍ ຊຶ່ງເປັນເຂື່ອນຂະໜາດໃຫຍ່ ອີກແຫ່ງນຶ່ງ ໃສ່ລຳແມ່ນ້ຳຂອງ ຢູ່ພາກໃຕ້ຂອງປະເທດ


ບໍລິເວນທີ່ຈະສ້າງເຂື່ອນຫຼວງພະບາງໃນອະນາຄົດ ທີ່ແນມຈາກແມ່ນ້ຳຂອງ ໃນແຂວງຫຼວງພະບາງ.
ບໍລິເວນທີ່ຈະສ້າງເຂື່ອນຫຼວງພະບາງໃນອະນາຄົດ ທີ່ແນມຈາກແມ່ນ້ຳຂອງ ໃນແຂວງຫຼວງພະບາງ.

ລາວພວມວາງແຜນຈະສ້າງໃນອັນທີ່ຈະເປັນເຂື່ອນຂະໜາດໃຫຍ່ແຫ່ງທີ 7 ໃສ່ລຳແມ່ນ້ຳຂອງ ຊຶ່ງເປັນໂຄງການຫຼ້າສຸດ ໃນແຜນຍຸດທະສາດທີ່ເປັນບັນຫາໂຕ້ແຍ້ງທາງດ້ານເສດຖະກິດ ເພື່ອຈະກາຍເປັນ “ໝໍ້ໄຟ ແຫ່ງເຂດເອເຊຍຕາເວັນອອກສຽງໃຕ້” ອີງຕາມແຫຼ່ງຂ່າວພາຍໃນປະເທດ ທີ່ແຈ້ງໃຫ້ເອເຊຍເສລີຊາບ.

ເຂື່ອນພູງອຍ ທີ່ມີຄວາມແຮງ 728 ເມກາວັດ ຊຶ່ງຈະແລ້ວສຳເລັດ ພາຍໃນປີ 2029 ນັ້ນ ຈະຮ່ວມສົມທົບໃສ່ກັບເຂື່ອນຕ່າງໆທີ່ເປີດໃຊ້ວຽກໃນປັດຈຸບັນຢູ່ແລ້ວຄືເຂື່ອນໄຊຍະບູລີ ແລະເຂື່ອນດອນສະໂຮງ ພ້ອມທັງ ເຂື່ອນປາກແບງ ປາກລາຍ ຫຼວງພະບາງ ແລະເຂື່ອນຊະນະຄາມ ທີ່ພວມຢູ່ໃນລະຫວ່າງການກໍ່ສ້າງ ໃນລະດັບທີ່ແຕກຕ່າງກັນ. ສ່ວນອີກ 2 ເຂື່ອນ ຄືເຂື່ອນປາກຊົມ ແລະເຂື່ອນບ້ານກຸ່ມ ຈະເລີ້ມກໍ່ສ້າງຫຼັງຈາກນັ້ນ.

ເຈົ້າໜ້າທີ່ທ່ານນຶ່ງຈາກພະແນກພະລັງງານແລະບໍ່ແຮ່ແຂວງຈຳປາສັກ ໃນພາກໃຕ້ຂອງລາວ ກ່າວຕໍໍ່ວິທະຍຸເອເຊຍເສລີ ພະແນກພາສາລາວ ເມື່ອວັນທີ 23 ທັນວາຜ່ານມານີ້ວ່າ “ການສຶກສາເບິ່ງຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມໃນຂັ້ນຕົ້ນ ສຳລັບເຂື່ອນດັ່ງກ່າວນີ້ ຫາກໍໄດ້ຮັບການອະນຸມັດ ແຕ່ແນວໃດກໍຕາມໂຄງການນີ້ຍັງຈຳເປັນຈະຕ້ອງມີການສຶກສາຕື່ມອີກຫຼາຍໆຢ່າງ.”

ເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ ກ່າວຕື່ມວ່າ “ກ່ຽວກັບການຍົກຍ້າຍພວກຊາວບ້ານ ນັ້ນ ພວກເຮົາບໍ່ທັນເວົ້າເຖິງເທື່ອ. ພວກເຮົາຍັງບໍ່ທັນໄດ້ເວົ້າເຖິງເທື່ອວ່າເວລາໃດ ແລະບ່ອນໃດ ທີ່ພວກຊາວບ້ານໄດ້ຮັບຜົນກະທົບ ຈະຖືກຍົກຍ້າຍໄປຢູ່.”

ເຈົ້າໜ້າທີ່ກ່າວວ່າ ເຂື່ອນເປັນພາກສ່ວນອັນສຳຄັນ ໃນແຜນການຍຸດທະສາດສຳລັບການພັດທະນາຂອງລັດຖະບານ.

ເຈົ້າໜ້າທີ່ກ່າວວ່າ “ລັດຖະບານໄດ້ຕັດສິນໃຈໄປແລ້ວທີ່ຈະສ້າງເຂື່ອນດັ່ງກ່າວນີ້.”

ທ່ານກ່າວວ່າ ໂຄງການນີ້ຍັງບໍ່ທັນໄດ້ສົ່ງໃຫ້ຄະນະກຳມາທິການແມ່ນ້ຳຂອງສາ ກົນ ຫຼື MRC ເພື່ອນຳເຂົ້າສູ່ຂັ້ນຕອນການປຶກສາຫາລືລ່ວງໜ້າເທື່ອ “ຍ້ອນວ່າ ລາຍລະອຽດ ຂອງຜົນການສຶກສາສຳຫຼວດ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມນັ້ນ ຍັງບໍ່ທັນແລ້ວເທື່ອ.”

ຄະນະກຳມາທິການແມ່ນ້ຳຂອງສາກົນແມ່ນອົງການຈັດຕັ້ງທີ່ເຮັດວຽກກັບລັດຖະບານຂອງປະເທດຕ່າງໆ ເພື່ອຄຸ້ມຄອງແຫຼ່ງຊັບພະຍາກອນແມ່ນ້ຳຂອງ.

ເຈົ້າໜ້າທີ່ກ່າວວ່າ ລາວໄດ້ຍື່ນຜົນການສຶກສາສຳຫຼວດກ່ຽວກັບຜົນກະທົບ ແລະຄວາມເປັນໄປໄດ້ຂອງໂຄງການເຂື່ອນຊະນະຄາມ ເຂົ້າສູ່ຂັ້ນຕອນການປຶກສາຫາລືລ່ວງໜ້າ ຫຼື PNPCA ໃນເດືອນພຶດສະພາຜ່ານມາແລະການຕົກລົງຄາດວ່າ ຈະແລ້ວສຳເລັດໃນກາງປີ 2021 ຊຶ່ງຫຼັງຈາກນັ້ນ ໂຄງການສ້າງເຂື່ອນນີ້ ຈຶ່ງຈະຖືກນຳສະເໜີ.

ມັນເປັນເລື້ອງທີ່ມັກໄດ້ຍິນກັນເລື້ອຍໆຢູ່ລາວ ປະຊາຊົນທີ່ໄດ້ຮັບຜົນກະທົບກ່າວຕໍ່ເອເຊຍເສລີວ່າ ພວກເຂົາເຈົ້າຄັດຄ້ານ ຕໍ່ການສ້າງເຂື່ອນໃສ່ແມ່ນ້ຳຂອງອີກແຫ່ງນຶ່ງ.

ປະຊາຊົນທີ່ບ້ານຂອນແກ່ນ ໃນເຂດເມືອງຈຳປາສັກກ່າວວ່າ “ເມື່ອບໍ່ດົນມານີ້​ໄດ້ມີການສຳຫຼວດທີ່ຖາມພວກເຮົາກ່ຽວກັບເລື້ອງຊັບສິນ ກ່ຽວກັບຫ້າງຮ້ານແລະຕົ້ນໄມ້ໃຫ້ໝາກ.”

ປະຊາຊົນກ່າວວ່າ “ພວກເຮົາຍັງບໍ່ທັນໄດ້ຍິນຫຍັງເທື່ອກ່ຽວກັບການຍົກຍ້າຍ. ພວກເຮົາບໍ່ຢາກຍົກຍ້າຍ. ພວກເຮົາບໍ່ຮູ້ວ່າຈະຖືກຍ້າຍໄປໃສ. ພວກເຮົາໄດ້ຢູ່ບ່ອນນີ້ມາຫຼາຍເຊັ່ນຄົນແລ້ວ ແລະພວກເຮົາເຊື່ອວ່າ ນີ້ແມ່ນບ່ອນຢູ່ທີ່ຖາວອນຂອງພວກເຮົາ.”

ລາວບ້ານກ່າວວ່າ ເລື້ອງລາວກ່ຽວກັບພວກຊາວບ້ານຖືກຍົກຍ້າຍຍ້ອນໂຄງການສ້າງເຂື່ອນ ມັກໄດ້ຍິນກັນເລື້ອຍໆ ຊຶ່ງໃນທີ່ສຸດກໍມີຄວາມທຸກຍາກ ກວ່າທີ່ພວກເຂົາເຈົ້າເຄີຍເປັນຢູ່ນັ້ນ ເຮັດໃຫ້ລາວ ແລະເພື່ອນບ້ານຂອງລາວ ມີຄວາມເປັນຫ່ວງ ກ່ຽວກັບຄຸນນະພາບຂອງຊີວິດ ຫຼັງຈາກໄປຕັ້ງຖິ່ນຖານຢູ່ບ່ອນໃໝ່.

ສ່ວນໃຫຍ່ແລ້ວ ຊາວບ້ານຂອນແກ່ນ ແມ່ນຊາວໄຮ່ຊາວນາ ທີ່ປູກເຂົ້າແລະຜັກໝີ່ຕ່າງໆຫຼືບໍ່ກໍພາກັນລ້ຽງສັດ. ບາງຄົນມີທຸລະກິດຂະໜາດນ້ອຍເປັນຂອງຕົນເອງ ເຊັ່ນຮ້ານອາຫານ ຫຼືວ່າບ້ານພັກເພື່ອຮອງຮັບພວກນັກທ່ອງທ່ຽວຊຶ່ງສ່ວນໃຫຍ່ແລ້ວແມ່ນມາຈາກໄທ ທີ່ເປັນເພື່ອນບ້ານ.

ພວກເຂົາເຈົ້າຢ້ານວ່າ ເຂື່ອນດັ່ງກ່າວຈະພາໃຫ້ເກີດນ້ຳຖ້ວມຕໍ່ບ່ອນທ່ອງທ່ຽວທີ່ໃຫຍ່ທີ່ສຸດ ແກ້ງຕ່າງໆ ທີ່ຢູ່ຕາມລຳແມ່ນ້ຳຂອງ ແລະຫາມທີ່ຢູ່ຕາມແຄມນັ້ນ.

ມີທ່າທາງວ່າ ຊາວບ້ານຂອນແກ່ນທັງໝົດ ຊຶ່ງມີ 142 ຄອບຄົວ ຫຼືປະມານ 800 ຄົນ ຈະຕ້ອງຖືກຍົກຍ້າຍ.

ປະຊາຊົນຄົນທີສອງໃນເມືອງຈຳປາສັກ ກ່າວຕໍ່ວິທະຍຸເອເຊຍເສລີວ່າ ຊາວບ້ານຫຼາຍໆຄົນໄດ້ຮ້ອງຂໍໃຫ້ລັດຖະບານ ພິຈະລະນາຄືນອີກກ່ຽວກັບໂຄງການສ້າງເຂື່ອນພູງອຍ.

ປະຊາຊົນຄົນນັ້ນກ່າວວ່າ “ລັດຖະບານສ້າງເຂື່ອນເຫຼົ່ານີ້ເພື່ອຫາເງິນ ແຕ່ເຂື່ອນນີ້ຈະທຳລາຍຄວາມສວຍງາມຂອງທຳມະຊາດ ແລະຊັບສິນຂອງພວກເຮົາ.”

ສ່ວນອີກຄົນນຶ່ງ ກ່າວຕໍ່ເອເຊຍເສລີວ່າ “ຂ້ອຍກໍໄດ້ຍິນ ກ່ຽວກັບໂຄງການສ້າງເຂື່ອນ. ພວກເຮົາບອກເຂົາເຈົ້າວ່າ ພວກເຮົາບໍ່ຕ້ອງການເຂື່ອນດັ່ງກ່າວນີ້.”

ຮວມທັງບ້ານຂອນແກ່ນ ໂຄງການມູນຄ່າ 2.4 ຕື້ໂດລາດັ່ງກ່າວ ຈະມີຜົນກະທົບຕໍ່ພື້ນທີ່ທັງໝົດ 200 ກວ່າເຮັກຕາ ໃນ 88 ບ້ານ ຢູ່ໃນ 7 ເມືອງ. ບ້ານທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ແມ່ນບ້ານຂອນແກ່ນ ຊຶ່ງມີປະຊາຊົນຢູ່ 811 ຄົນ ຈາກ ​142 ຄອບຄົວ ອີງຕາມຜົນການສຶກສາຂອງໂຄງການ.

ເຖິງແມ່ນຍັງບໍ່ທັນມີການລົງນາມ ໃນສັນຍາຊື້ຂາຍໄຟຟ້າເທື່ອກໍຕາມ ແຕ່ບໍລິສັດກໍ່ສ້າງຂອງເກົາຫຼີໃຕ້ 2 ບໍລິສັດ ຄືບໍລິສັດອຸດສາຫະກຳໜັກແລະກໍ່ສ້າງດູຊານ ແລະບໍລິສັດກໍເຣຍເວັສເທີນພາວເວີ້ ໄດ້ຖືກທາບທາມໃຫ້ເປັນຜູ້ກໍ່ສ້າງເຂື່ອນດັ່ງກ່າວ ທີ່ຈະເລີ້ມໃນປີ 2022 ຫາ 2029 ດ້ວຍການຮ່ວມມືກັບບໍລິສັດຈະເຣີນພະລັງງານແລະນ້ຳແຫ່ງເອເຊຍ (CEWA) ຂອງໄທ ເປັນຜູ້ເຮັດວຽກເຊື່ອມໂຍງລະຫວ່າງລັດຖະບານໄທແລະລາວ.

ໃນຂະນະທີ່ແມ່ນ້ຳຂອງປະກອບເປັນເຄິ່ງນຶ່ງຂອງຊາຍແດນທີ່ມີຄວາມລວງຍາວທັງໝົດ 1,845 ກິໂລແມັດ ລະຫວ່າງໄທແລະລາວ ປະຊາຊົນໄທທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນຕ່າງໆກໍໄດ້ຮ້ອງທຸກຕໍ່ລັດຖະບານໄທ.

ດຣ. ສົມກຽດ ປຣະຈຳວົງ ເລຂາທິການອົງການຊັບພະຍາກອນນ້ຳແຫ່ງຊາດຂອງໄທ ກ່າວວ່າ “ພວກເຮົາພວມຕິດຕາມເບິ່ງໂຄງການນີ້ິ້ຢ່າງໃກ້ຊິດ. ທາງບໍລິສັດບໍ່ໄດ້ສົ່ງຂໍ້ມູນທັງໝົດໃຫ້ແກ່ພວກເຮົາ.”

ທ່ານກ່າວຕື່ມວ່າ “ຫຼັງຈາກ PNPCA ຂອງເຂື່ອນຊະນະຄາມສຳເລັດເສັດສິ້ນລົງແລ້ວ ພວກເຮົາກໍຈະສຶກສາເບິ່ງເຂື່ອນພູງອຍ. ຖ້າຫາກມີການສ້າງ ເຂື່ອນດັ່ງກ່າວນີ້ອາດຈະມີຜົນກະທົບຕໍ່ຝັ່ງໄທ. ນ້ຳອາດຈະລົ້ນຖ້ວມເຂົ້າໄປໃນດິນໄທ.”

ດຣ. ສົມກຽດ ປຣະຈຳວົງ ໃຫ້ຂໍ້ສັງເກດວ່າ ເຂື່ອນດັ່ງກ່າວຕັ້ງຢູ່ໃຕ້ປາກເຊຊຶ່ງເປັນທີ່ວ່າການແຂວງ ແຂວງຈຳປາສັກ ພຽງແຕ່ 18 ກິໂລແມັດ ທີ່ມີປະຊາຊົນ ຫຼາຍກວ່າ 100,000 ຄົນອາໄສຢູ່ ແລະມັນຈະຫ່າງຈາກປາກນ້ຳມູນ ທີ່ໄຫຼຕົກໃສ່ນ້ຳຂອງ ແຕ່ພຽງ 50 ກິໂລແມັດ ໃນຈັງຫວັດສີສະເກດຂອງໄທ.

ລາວໄດ້ສ້າງເຂື່ອນໄຟຟ້າຫຼາຍໆສິບແຫ່ງໃສ່ລຳນ້ຳຂອງແລະແມ່ນ້ຳສາຂາຕ່າງໆ ພາຍໃຕ້ວິໄສທັດ “ໝໍ້ໄຟ ແຫ່ງເຂດເອເຊຍຕາເວັນອອກສຽງໃຕ້” ໂດຍມີແຜນ ການຂັ້ນສຸດທ້າຍເພື່ອສົ່ງອອກກະແສໄຟຟ້າເພີ້ມຂຶ້ນໄປຍັງປະເທດເພື່ອນບ້ານຢູ່ໃນຂົງເຂດ.

ເຖິງແມ່ນລັດຖະບານລາວມອງເຫັນວ່າ ການຜະລິດໄຟຟ້າເປັນຊ່ອງທາງເພື່ອເສີມຂະຫຍາຍເສດຖະກິດ ຂອງປະເທດກໍຕາມ ແຕ່ໂຄງການເຫຼົ່ານີ້ແມ່ນເປັນບັນຫາໂຕ້ແຍ້ງຍ້ອນມີຜົນກະທົບຕໍ່ສິ່ງແວດລ້ອມ ມີການຍົກຍ້າຍພວກຊາວບ້ານໂດຍບໍ່ໄດ້ຮັບການຊົດເຊີຍພຽງພໍ ຕະຫຼອດທັງຄຳຖາມໃນເລື້ອງການເງິນແລະການຈັດແຈງໃນເລື່ອງຄວາມຕ້ອງການຂອງພະລັງງານ. (ລາຍງານຂອງວິທະຍຸເອເຊຍເສລີ)

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG