ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ກັບ ໄທ ຈະປັກປັນ ເຂດແດນທາງບົກ ແລະ ທາງນໍ້າ ໃຫ້ສຳເລັດ ໃນປີ 2020 ແລະ 2021


ລັດຖະມົນຕີການຕ່າງປະເທດ ລາວ ທ່ານ ສະເຫຼີມໄຊ
ກົມມະສິດແລະ ລັດຖະມົນຕີການຕ່າງປະເທດ ໄທ ທ່ານ ດອນ ປະມັດວິໄນ ລົງນາມໃນຂໍ້ຕົກລົງ ກ່ຽວກັບ ເຂດແຊາຍແດນ ລາວ-ໄທ.
ລັດຖະມົນຕີການຕ່າງປະເທດ ລາວ ທ່ານ ສະເຫຼີມໄຊ ກົມມະສິດແລະ ລັດຖະມົນຕີການຕ່າງປະເທດ ໄທ ທ່ານ ດອນ ປະມັດວິໄນ ລົງນາມໃນຂໍ້ຕົກລົງ ກ່ຽວກັບ ເຂດແຊາຍແດນ ລາວ-ໄທ.

ທາງການ ລາວ ກັບ ໄທ ວາງເປົ້າໝາຍທີ່ຈະປັກປັນເຂດແດນທາງບົກ ແລະ ທາງນໍ້າ
ໃຫ້ແລ້ວສຳເລັດໃນປີ 2020 ແລະ 2021 ຕາມລຳດັບຊຶ່ງເປັນການເລື່ອນຈາກກຳນົດ
ການທີ່ວາງໄວ້ກ່ອນໜ້ານີ້ເຖິງ 2 ປີ.

ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມລະຫວ່າງ ລາວ ກັບ ໄທ ຄັ້ງທີ 11
ເມື່ອວັນທີ 17-19 ມັງກອນ 2018 ທີ່ບາງກອກ ປະເທດ ໄທ ໂດຍມີທ່ານ ສະເຫຼີມໄຊ
ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດຂອງ ລາວ ແລະ ທ່ານ ດອນ ປະລະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງ ໄທ ຮ່ວມກັນເປັນປະທານໃນກອງປະຊຸມນັ້ນ
ໄດ້ຕົກລົງກຳນົດເປົ້າໝາຍການປັກປັນເຂດແດນທາງບົກ ແລະ ເຂດແດນທາງນໍ້າລະ
ຫວ່າງ 2 ປະເທດໃຫ້ແລ້ວສຳເລັດພາຍໃນປີ 2020 ແລະ ປີ 2021 ຕາມລຳດັບ ແຕ່
ກໍຖືເປັນການເລື່ອນກຳນົດຈາກເດີມເຖິງ 2 ປີ ເພາະກອງປະຊຸມຄັ້ງທີ 10 ເມື່ອຕົ້ນປີ
2015 ທີ່ນະຄອນຫຼວງ ວຽງຈັນ ທັງສອງຝ່າຍໄດ້ຕົກລົງຈະປັກປັນເຂດແດນໃຫ້ສຳ
ເລັດທັງໝົດໃນປີ 2018 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ສຳລັບໃນຊ່ວງປີ 2015-2017 ທາງການຂອງທັງສອງຝ່າຍກໍໄດ້
ຮ່ວມກັນສ້າງແຜນທີ່ແມ່ນໍ້າຂອງສະບັບໃໝ່ ມາດຕາສ່ວນ 1/25,000 ໄດ້ຈຳນວນ
115 ເລກໝາຍ ແລະ ໄດ້ຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນໍ້າຂອງສະບັບ
ໃໝ່ດັ່ງກ່າວ ລວມທັງໄດ້ດຳເນີນການສຳຫຼວດ-ວັດແທກດ້ວຍເຄື່ອງຮັບສັນຍານດາວ
ທຽມ GPS ຕາມຝັ່ງແມ່ນໍ້າຂອງຢູ່ເບື້ອງ ໄທ ໄດ້ເຖິງ 167 ຈຸດ ສ່ວນໃນປີ 2018-
2019 ຄະນະເຈົ້າໜ້າທີ່ຮ່ວມ ລາວ-ໄທ ຍັງຈະລົງສຳຫຼວດພື້ນທີ່ຕົວຈິງຢູ່ບໍລິເວນພູຜາ
ໝົ່ນ ບໍລິເວນ 3 ບ້ານທີ່ຂັດແຍ້ງກັນ ແລະ ທີ່ບໍລິເວນຕົ້ນກຳເນີດຂອງແມ່ນໍ້າເຫືອງ
ໂດຍທັງສອງຝ່າຍໄດ້ມອບໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍສືບ
ຕໍ່ປຶກສາຫາລື ເພື່ອຊອກຫາຊ່ອງທາງການແກ້ໄຂຈຸດຄົງຄ້າງໃຫ້ໄດ້ຢ່າງເປັນຮູບປະ
ທຳ.

ໃນປັດຈຸບັນນີ້ຍັງເຫຼືອຊາຍແດນທາງບົກໃນ 14 ພື້ນທີ່ລະຫວ່າງ ລາວ ກັບ ໄທ ທີ່ຈະ
ຕ້ອງຕົກລົງປັກປັນລະຫວ່າງກັນໃຫ້ໄດ້ຢ່າງເປັນຮູບປະທຳໃນປີ 2020 ແລະ ພ້ອມກັນ
ນັ້ນ ກໍຈະດຳເນີນການໃນທຸກວິທີທາງ ເພື່ອຕົກລົງປັກປັກເຂດແດນທັງໃນແມ່ນໍ້າເຫືອງ
ແລະ ແມ່ນໍ້າຂອງ ໃຫ້ສຳເລັດໃນປີ 2021 ຕໍ່ໄປ, ທັງນີ້ໂດຍນັບແຕ່ປີ 1997 ເປັນຕົ້ນ
ມາ ທາງການ ລາວ-ໄທ ສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ ໃນໄລ
ຍະທາງລວມ 676 ກິໂລແມັດ ແລະ ໄດ້ປັກຫຼັກໝາຍຊາຍແດນໄປແລ້ວ 210 ຫຼັກ ຄິດ
ເປັນ 93 ເປີເຊັນຂອງເຂດແດນທາງບົກທັງໝົດ ຈຶ່ງເຫຼືອອີກປະມານ 50 ກິໂລແມັດທີ່
ຈະຕ້ອງຕົກລົງຮ່ວມກັນໃຫ້ໄດ້ຕາມກຳນົດການທີ່ວາງໄວ້ດັ່ງກ່າວ ທັງນີ້ໂດຍຢືນຢູ່ບົດ
ຫຼັກການປັກປັນເຂດແດນຄຽງຄູ່ໄປກັບການພັດທະນາຊາຍແດນຮ່ວມກັນ ດັ່ງເຈົ້າໜ້າ
ທີ່ຂັ້ນສູງໃນຄະນະປະຕິບັດງານຝ່າຍ ໄທ ໄດ້ໃຫ້ການອະທິບາຍວ່າ.

"ໃນລະຫວ່າງການຖ້ານີ້ ການພັດທະນາມັນກໍຕ້ອງດຳເນີນໄປ ໃນຍຸກຫຼັງນີ້ ເຮົາເຖິງກຳ
ນົດມາດຕະການອັນໃດຕ່າງໆຂຶ້ນມາ ເພື່ອຈະບໍ່ໃຫ້ບັນຫາເຂດແດນນີ້ ມັນສົ່ງຜົນກະ
ທົບຕໍ່ການພັດທະນາພື້ນທີ່ ເຮົາກໍຈະວາງມາດຕະການຕ່າງໆເຊັ່ນ ການປ້ອງກັນບໍ່ໃຫ້
ມີການທຳລາຍສະພາບພູມີປະເທດຂອງເສັ້ນເຂດແດນ ຫຼື ການທີ່ຈະທຳການເກັບຂໍ້ມູນ
ຂອງສະພາບພູມີປະເທດໄວ້ບໍ່ໃຫ້ສູນຫາຍໄປ ກ່ອນທີ່ຈະມີການພັດທະນາພື້ນທີ່ຕາມ
ແນວຊາຍແດນຕ່າງໆ."

ອີກດ້ານນຶ່ງ ທ່ານ ແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການຄະນະກຳມະການ
ຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ກໍຖະແຫຼງຢືນຢັນວ່າ ການສຳຫຼວດ
ແລະ ປັກປັນເຂດແດນລະຫວ່າງ ລາວ ກັບ ກຳປູເຈຍ ນັບຈາກປີ 2000 ເປັນຕົ້ນມາ
ໄດ້ຈັດຕັ້ງປະຕິບັດຕາມຫຼັກການ 4 ປະການ ກໍຄືການຮັບຮູ້ເຂດແດນຕິດຕໍ່ກັນ ໂດຍ
ອີງຕາມແຜນທີ 1/100,000 ປີ 1933 ຫຼັກການຕ່າງໆທີ່ສາກົນຮັບຮູ້ ກ່ຽວກັບ ການ
ຂີດເສັ້ນຊາຍແດນ ການຄຳນຶງເຖິງເຂດຄຸ້ມຄອງຂອງປະຊາຊົນທີ່ສືບທອດກັນມາຢ່າງ
ຍາວນານ ແລະ ຫຼັກຂອງຄວາມສະເໝີພາກທີ່ເຄົາລົບໃນສິດທິ ແລະ ຜົນປະໂຫຍດລະ
ຫວ່າງກັນຢ່າງແທ້ຈິງ.

ປັດຈຸບັນນີ້ ທາງການລາວ ກັບ ກຳປູເຈຍ ຕົກລົງປັກຫຼັກໝາຍຊາຍແດນຮ່ວມກັນໄດ້
ແລ້ວ 121 ຫຼັກ ໄລຍະທາງ 465 ກິໂລແມັດ ຄິດເປັນ 87 ເປີເຊັນຂອງເຂດແດນທີ່ມີ
ໄລຍະທາງທັງໝົດ 533 ກິໂລແມັດ.

XS
SM
MD
LG