ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວກັບໄທ ຕົກລົງຮ່ວມກັນ ວ່າ ການສຳຫຼວດ ເພື່ອປັກປັນ ເຂດແດນ ຕ້ອງສຳເລັດ ຕາມແຜນການ


ນາຍົກລັດຖະມົນຕີ ລາວ ຕ້ອນຮັບ ນາຍົກລັດຖະມົນຕີ ໄທ ທ່ານ ປຣະຍຸດ ຈັນໂອຊາ ທີ່ເດີນທາງມາຢ້ຽມຢາມ ລາວ ຢ່າງເປັນທາງການ ເມື່ອບໍ່ດົນມານີ້
ນາຍົກລັດຖະມົນຕີ ລາວ ຕ້ອນຮັບ ນາຍົກລັດຖະມົນຕີ ໄທ ທ່ານ ປຣະຍຸດ ຈັນໂອຊາ ທີ່ເດີນທາງມາຢ້ຽມຢາມ ລາວ ຢ່າງເປັນທາງການ ເມື່ອບໍ່ດົນມານີ້

ນາຍົກລັດຖະມົນຕີລາວ ກັບໄທ ຕົກລົງຮ່ວມກັນວ່າ ການສຳຫຼວດເພື່ອປັກປັນເຂດແດນ
ທັງທາງບົກ ແລະທາງນ້ຳ ຈະຕ້ອງສຳເລັດຕາມເປົ້າໝາຍ ແຜນການທີ່ວາງໄວ້ໃນປີ
2020 ແລະໃນປີ 2021 ຕາມລຳດັບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຢືນຢັນ ພາຍຫລັງ ການ
ພົບປະເຈລະຈາຮ່ວມກັບ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ທີ່ນະ
ຄອນ ວຽງຈັນ ເມື່ອບໍ່ນານມານີ້ວ່າ ນາຍົກລັດຖະມົນຕີ ທັງ 2 ປະເທດ ໄດ້ຕົກລົງຮ່ວມ
ກັນ ຢ່າງໜັກແໜ້ນວ່າ ຈະຊຸກຍູ້ໃຫ້ການສຳຫຼວດເພື່ອປັກປັນເຂດແດນທັງທາງບົກ
ແລະທາງນ້ຳລະຫວ່າງ ລາວ ກັບໄທ ໃຫ້ສຳເລັດຕາມປົ້າໝາຍແຜນການທີ່ວາງໄວ້
ຢ່າງເປັນຮູບປະທຳ ແລະເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະການດຳ
ເນີນງານຮ່ວມກັນ ໃນໄລຍະຜ່ານມາ ໄດ້ຄືບໜ້າເປັນຢ່າງດີ ດັ່ງທີ່ ທ່ານ ທອງລຸນ ໄດ້
ຖະແຫລງຢືນຢັນວ່າ:

“ສອງຝ່າຍສະແດງຄວາມຊົມເຊີຍຕໍ່ ຄະນະກຳມະການຮ່ວມຊາຍແດນຂອງສອງ
ປະເທດ ທີ່ໄດ້ມີຄວາມພະຍາຍາມຊອກຫາວິທີການ ໃນການແກ້ໄຂບັນຫາຊາຍ
ແດນທີ່ຄົງຄ້າງຮ່ວມກັນ ໂດຍມີຄວາບຄືບໜ້າມາເປັນລຳດັບ ໃນການດຳເນີນການ
ສຳຫຼວດປັກປັນຊາຍແດນຮ່ວມກັນ ໜ່ວຍງານກ່ຽວຂ້ອງຂອງ ທັງສອງຝ່າຍ ກໍຈະ
ເພີ້ມທະວີການແກ້ໄຂບັນຫາຊາຍແດນ ທີ່ຍັງຄົງຄ້າງນັ້ນ ທັງສູ້ຊົນປະຕິບັດໃຫ້
ສຳເລັດເປົ້າໝາຍ ທີ່ທັງສອງຝ່າຍໄດ້ຕົກລົງກັນ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງໄທ ໃນຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງ
ລາວ-ໄທ ໄດ້ໃຫ້ການຢືນຢັນວ່າ ຄະນະປະຕິບັດງານຂອງທາງການໄທ-ລາວ ໄດ້ຮ່ວມ
ກັນສ້າງແຜນທີ່ແມ່ນ້ຳຂອງ ສະບັບໃໝ່ ທີ່ມີມາຕາສ່ວນ 1:25,000 ໄດ້ແລ້ວຈຳນວນ
115 ເລກໝາຍ ແລະໄດ້ດຳເນີນການຖ່າຍທອດເສັ້ນຊາຍແດນ ລົງໃນແຜນທີ່ແມ່ນ້ຳ
ຂອງ ສະບັບໃໝ່ດັ່ງກ່າວແລ້ວ ຮວມທັງ ຍັງໄດ້ດຳເນີນການສຳຫຼວດ ແລະວັດແທັກ
ດ້ວຍເຄື່ອງຮັບສັນຍານດາວທຽມ ຫຼື ລະບົບ GPS ຕາມແຄມຝັ່ງແມ່ນ້ຳຂອງ ຢູ່ໃນ
ເບື້ອງປະເທດໄທ ໄດ້ແລ້ວ 167 ຈຸດ ແລະຍັງຄົງສືບຕໍ່ການດຳເນີນງານຮ່ວມກັນ
ເລື້ອຍມາ ຈົນເຖິງປັດຈຸບັນ ດ້ວຍເປົ້າໝາຍ ທີ່ຈະດຳເນີນການ ໃຫ້ສຳເລັດຕາມແຜນ
ການທີ່ວາງໄວ້ຢ່າງແທ້ຈິງ.

ແມ່ນ້ຳຂອງ ໄດ້ຖືກນຳໃຊ້ເປັນເສັ້ນຊາຍແດນ ລະຫວ່າງ ລາວ ແລະ ໄທ
ແມ່ນ້ຳຂອງ ໄດ້ຖືກນຳໃຊ້ເປັນເສັ້ນຊາຍແດນ ລະຫວ່າງ ລາວ ແລະ ໄທ

ການດຳເນີນງານດັ່ງກ່າວນີ້ ເປັນການປະຕິບັດຕາມມະຕິຕົກລົງຂອງກອງປະຊຸມຄະນະ
ກຳມາທິການຊາຍແດນຮ່ວມ ລະຫວ່າງ ລາວ-ໄທ ຄັ້ງທີ 11 ທີ່ບາງກອກ ເມື່ອວັນທີ 17-
19 ມັງກອນ 2018 ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ກັບ ທ່ານ ດອນ ປະຣະມັດວິໄນ
ລັດຖະມົນຕີວ່າການຕ່າງປະເທດ ລາວ-ໄທ ເປັນປະທານ ໃນກອງປະຊຸມຮ່ວມກັນນັ້ນ
ໄດ້ຕົກລົງກຳນົດເປົ້າໝາຍ ຈະປັກປັນເຂດແດນທາງບົກ ແລະທາງນ້ຳ ລະຫວ່າງກັນ
ໃຫ້ສຳເລັດ ນປີ 2020 ຕາມລຳດັບ ຫາກແຕ່ວ່າ ກໍຖືເປັນການເລື່ອນກຳນົດຈາກເດີມ
2-3 ປີ ເພາະກອງປະຊຸມຄັ້ງທີ 10 ເມື່ອຕົ້ນປີ 2015 ທີ່ນະຄອນວຽງຈັນ ນັ້ນ ທັງສອງ
ຝ່າຍໄດ້ຕົກລົງ ຈະປັກປັນເຂດແດນ ລະຫວ່າງກັນ ໃຫ້ສຳເລັດທັງໝົດໃນປີ 2018
ນັ້ນເອງ.

ແຕ່ຢ່າງໃດກໍຕາມ ສຳລັບໃນປີ 2018-2019 ຄະນະເຈົ້າໜ້າທີ່ຮ່ວມ ລາວ-ໄທ ກໍຈະ
ໄດ້ລົງສຳຫຼວດພື້ນທີ່ຕົວຈິງ ຢູ່ບໍລິເວນພູຜາໝົ່ນ ບໍລິເວນ 3 ບ້ານ ທີ່ຂັດແຍ່ງກັນ ແລະ
ບໍລິເວນຕົ້ນກຳເນີດຂອງແມ່ນ້ຳເຫືອງ ໂດຍທາງການຂອງທັງສອງຝ່າຍຍັງໄດ້ມອບ
ໝາຍໃຫ້ ຄະນະປະຕິບັດງານຮ່ວມ ທາງດ້ານກົດໝາຍ ສືບຕໍ່ປຶກສາຫາລື ເພື່ອຫາ
ຊ່ອງທາງການແກ້ໄຂບັນດາຈຸດຄົງຄ້າງໃຫ້ໄດ້ ຢ່າງເປັນຮູບປະທຳດ້ວຍ ເຊິ່ງກັບແຕ່ປີ
1997 ເປັນຕົ້ນມາ ທາງການ ລາວ-ໄທ ສາມາດຕົກລົງປັກປັນເຂດແດນ ລະຫວ່າງກັນ
ໄດ້ແລ້ວ 676 ກິໂລແມັດ ແລະໄດ້ປັກຫລັກໝາຍຊາຍແດນແລ້ວ 210 ຫລັກ ຄິດເປັນ
93 ເປີເຊັນ ຂອງເຂດແດນທາງບົກທັງໝົດ ຈຶ່ງຍັງເຫຼືອປະມານ 50 ກິໂລແມັດ ໃນ 14
ພື້ນທີ່ທີ່ຈະຕ້ອງຕົກລົງກັນໃຫ້ໄດ້ຢ່າງເປັນຮູບປະທຳໃນປີ 2020 ພ້ອມກັນນັ້ນ ກໍຈະ
ຕ້ອງດຳເນີນການໃນທຸກວິຖີທາງ ເພື່ອຕົກລົງປັກປັນເຂດແດນ ທັງໃນແມ່ນ້ຳເຫືອງ
ແລະແມ່ນ້ຳຂອງ ໃຫ້ສຳເລັດໃນປີ 2021 ອີກດ້ວຍ.

ທັງນີ້ ນອກຈາກການປັກປັນເຂດແດນ ລະຫວ່າງ ລາວ-ໄທ ດັ່ງກ່າວແລ້ວ ການພັດ
ທະນາການເດີນເຮືອ ໃນແນວແມ່ນນ້ຳຂອງ ລະຫວ່າງພາກໃຕ້ຂອງຈີນ-ມຽນມາ-ລາວ-
ໄທ ກໍນັບເປັນອີກບັນຫານຶ່ງ ທີ່ຈະສົ່ງຜົນກະທົບຕໍ່ເຂດແດນໃນແມ່ນນ້ຳຂອງ ລະຫວ່າງ
ລາວ-ໄທ ເພາະວ່າ ຈະຕ້ອງມີການລະເບີດແກ່ງຫີນ ອອກຈາກເສັ້ນທາງເດີນເຮືອ ຈຶ່ງ
ຕ້ອງມີການສຶກສາສຳຫຼວດຢ່າງຮອບຄອບ ກ່ອນທີ່ຈະດຳເນີນການດັ່ງກ່າວ.

XS
SM
MD
LG