ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 5 ຈະ​ແລ້ວ​ສຳ​ເລັດ ແລະ ເປີດ​ການ​ນຳ​ໃຊ້​ພາຍ​ໃນ​ປີ 2023


ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງລາວ-ໄທ​ແຫ່ງ​ທີ 5 ລະ​ຫວ່າງ​ເມືອງ ປາກ​ຊັນ ແລະ ບຶງ​ການ.
ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງລາວ-ໄທ​ແຫ່ງ​ທີ 5 ລະ​ຫວ່າງ​ເມືອງ ປາກ​ຊັນ ແລະ ບຶງ​ການ.

ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 5 ລະ​ຫວ່າງ ລາວ-ໄທ ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ປາກ​ຊັນ-ບຶງ​ການ ຈະ​ແລ້ວ​ສຳ​ເລັດ ແລະ ເປີດ​ການ​ນຳ​ໃຊ້​ພາຍ​ໃນ​ປີ 2023 ໃນ​ປັດ​ຈຸ​ບັນ​ນ​ການ​ກໍ່​ສ້າງ​ຄືນ​ໜ້າ​ແລ້ວກວ່າ 28 ເປີ​ເຊັນ.

ທ່ານ ໄລ​ທອງ ພົມ​ມະ​ວົງ ຫົວ​ໜ້າ​ໂຄງ​ການ​ກໍ່​ສ້າງ​ຂົວ ຫຼື ສະ​ພານ​ຂ້າມ​ແມ່​ນ້ຳ​ຂອງ​ລາວ-ໄທ ແຫ່ງ​ທີ 5 ເຊື່ອມ​ຕໍ່​ລະ​ຫວ່າງ​ປາກ​ຊັນ-ບຶງ​ການ​ນັ້ນ​ຖະ​ແຫຼງວ່າ ການ​ກໍ່​ສ້າງ​ຢູ່​ເບື້ອງ​ລາວ​ມີ 2 ສັນ​ຍາ​ດ້ວຍ​ກັນ ກໍ​ຄື​ການ​ກໍ່​ສ້າງ​ຖະ​ໜົນ​ທີ່​ເຊື່ອມ​ຕໍ່​ກັບ​ຕົວ​ຂົວ ແລະ ອາ​ຄານ​ປະ​ຈຳ​ດ່ານກວດ​ຄົນ​ເຂົ້າ​ເມືອງ​ທີ່​ການ​ດຳ​ເນີນ​ງານ​ໄດ້​ຄືບ​ໜ້າ​ແລ້ວກວ່າ 40 ເປີ​ເຊັນ​ຂອງ​ແຜນ​ການ ແລະ ການ​ກໍ່​ສ້າງ​ຂົວຈາກ​ຈຸດ​ເຄິ່ງ​ກາງ​ແມ່​ນ້ຳ​ຂອງ​ທີ່​ເບື້ອງ​ລາວ​ນັ້ນ​ກໍ​ຄືບ​ໜ້າ​ແລ້ວ​ເກີນກວ່າ 28 ເປີ​ເຊັນ​ຂອ​ງ​ແຜນ​ການ​ຈຶ່ງ​ເຊື່ອ​ໝັ້ນ​ວ່າ​ການ​ກໍ່​ສ້າງ​ທັງ​ເບື້ອງ​ລາວ ແລະ ໄທ ຈະ​ສຳ​ເລັດ ແລະ ເປີດ​ການ​ໃຊ້​ໄດ້​ຕາມ​ແຜນ​ການ​ໃນ​ທ້າຍ​ປີ 2023 ຢ່າງ​ແນ່ນອນ ໂດຍ​ການ​ດຳ​ເນີນ​ງານ​ຢູ່​ເບື້ອງ​ລາວ​ໃນ​ປັດ​ຈຸ​ບັນ​ຈະ​ເລັ່ງ​ກໍ່​ສ້າງ​ເສົາ​ຂົວໃຫ້​ຄົບ​ຖ້ວນ​ກ່ອນ​ລະ​ດູ​ຝົນ​ທີ່​ກຳ​ລັງ​ຈະ​ມີ​ເຖິງນີ້ ດັ່ງ​ທີ່​ທ່ານ ໄລ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ສັນ​ຍາ​ 1 ແມ່ນ​ເຮົາ​ເລັ່ງ​ເສົາ​ກາງ​ນ້ຳ ເພາະ​ວ່າ​ຍັງ​ອີກ​ເສົາ​ທີ່​ກຳ​ລັງ​ຂຸ້ນ​ຂ້ຽວ​ປັກ​ເຂັມ ຫຼື​ວ່າ​ຜະ​ລິດ​ເຂັມ​ຢູ່​ກາງ​ນ້ຳ​ຫັ້ນ ເພາະ​ວ່າ​ໃນ​ເສົາ​ກາງ​ນ້ຳ​ມ​ມັນ​ສິ​ມີ 3 ເສົາ​ເຮົາ​ແລ້ວ​ແຕ່ 2 ເສົາແລ້​ວ​ເສົາ​ສຸດ​ທ້າຍ​ມັນ​ຢູ່​ກາງ​ນ້ຳ​ຫັ້ນກະ​ກຳ​ລັງ​ຂຸ້ນ​ຂ້ຽວ​ໃຫ້​ທັນ​ກ່ອນ​ນ້ຳ​ມາ. ສັນ​ຍາ 2 ນີ້​ແມ່​ນ​ເຮົາ​ສິ​ເລັ່ງ​ໃຫ້​ໄດ້​ມຸງຫຼັງ​ຄາ​ອາ​ຄານ​ດ່ານ ເວ​ລາ​ລະ​ດູ​ຝົນ​ມາ​ເຮົາ​ມຸງ​ໄດ້​ແລ້ວ​ເຮົາ​ສາ​ມາດ​ເຮັດ​ວຽກ​ຢູ່​ທັງ​ຊັ້ນ 1 ຊັ້ນ 2 ໄດ້ ແລະຫຼັງ​ຈາກ​ມຸງຫຼັງ​ຄາ​ແລ້ວ ໂຄງ​ການ​ເຮົາ​ກະ​ໄດ້​ສຸມ​ໃສ່​ວຽກ​ໄປ​ຕາມ​ແຜນ​ຢູ່​ເຖິງ​ແມ່ນ​ວ່າ​ມີ​ອຸ​ປະ​ສັກ​ກະ​ຢ່າ​ເນາະ ເຮົາ​ກະ​ພະ​ຍາ​ຍາມ​ສູ້ງ​ຊົນ​ໃຫ້​ໄດ້​ຕາມ​ແຜນ​ແລ້ວ​ກະ​ພ້ອມ​ກັນ​ຟັນ​ຝ່າ​ອຸ​ປະ​ສັກ.”

ໂຄງ​ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 5 ຈະ​ໃຊ້​ເງິນ​ທຶນ​ໃນ​ມູນ​ຄ່າ​ລວມ 3,930 ລ້ານ​ບາດ​ທີ່​ຈັດ​ສັນ​ໂດຍ​ລັດ​ຖະ​ບານ​ໄທ​ທັງ​ໝົດ ໃນ​ນີ້​ລວມ​ເຖິງ​ເງິນ​ກູ້​ຢືມ ແລະ ການ​ຊ່ວຍ​ເຫຼືອ​ທີ່​ລັດ​ຖະ​ບານ​ໄທ​ໄດ້​ຈັດ​ສັນ​ແກ່​ລັດ​ຖະ​ບານ ລາວ ໃນ​ມູນ​ຄ່າ​ລວມ 1,248 ລ້ານ​ບາ​ດທີ່ແບ່ງ​ເປັນ​ການ​ຊ່ວຍ​ເຫຼືອ 30 ເປີ​ເຊັນ ແລະ ເງິນ​ກູ້​ຢືມ​ໄລ​ຍະ​ຍາວ 70 ເປີ​ເຊັນ​. ສ່ວນ​ທາງ​ການ​ແຂວງ​ບໍ​ລິ​ຄຳ​ໄຊ ກໍ​ໄດ້​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດທີ່​ຢູ່​ຕິດ​ຕໍ່​ກັບ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່​ງ​ທີ 5 ເພື່ອ​ຮອງ​ຮັບ​ເອົາ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ​ລັດ​ຖະ​ບານ​ລາວ-ໄທ​ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ຮ່ວມ​ມື​ກັນ​ກໍ່​ສ້າງ​ຂົວ​ຂ້າ​ມ​ແມ່​ນ້ຳ​ຂອງ​ແຫ່ງ​ໃໝ່​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ​ກັບ​ຈັງ​ຫວັດ​ໜອງ​ຄາຍເມື່ອບໍ່​ນານ​ມານີ້ ຊຶ່ງ​ຈະ​ເປັນ​ການ​ກໍ່​ສ້າງ​ຄູ​ຂະ​ໜານ​ກັບ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ແຫ່ງ​ທີ 1 ລະ​ຫວ່າງ​ລາວ-ໄທ ທີ່​ໄດ້​ນຳ​ໃຊ້​ໃນ​ດ້ານ​ໂດຍ​ສານ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ລົດ​ໄຟ ແລະ ລົດ​ຍົນ​ນັບ​ຕັ້ງ​ແຕ່​ປີ 1994 ເປັນ​ຕົ້ນ​ມາ ແຕ່​ສຳ​ລັບ​ຂົວ​ແຫ່ງ​ໃໝ່​ນີ້​ຈະ​ນຳ​ໃຊ້​ເພື່ອ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ເປັນ​ດ້ານຫຼັກ ໂດຍ​ສະ​ເພາະ​ແມ່ນ​ການ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ ລາວ-ຈີນ-ໄທ ທີ່​ຂະ
​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ນັບ​ມື້​ນັ້ນ.

ທັງ​ນີ້​ທາງ​ການ​ໄທ​ໄດ້​ປັບ​ປ່ຽນ​ວິ​ທີ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ຈີນ ໂດຍ​ຂະ​ບວນ​ລົດ​ໄຟ​ລາວ-ຈີນ​ເປັນ​ຄັ້ງ​ທຳ​ອິດ ເມື່ອ​ວັນ​ທີ 26 ມັງ​ກອນ 2022 ທີ່​ຜ່ານ​ມາ ທັງ​ຍັງ​ຈະ​ສືບ​ຕໍ່​ການ​ສົ່ງ​ສິນ​ຄ້າ​ໄປ​ຈີນ​ດ້ວຍ​ວິ​ທີ​ກາ​ນນີ້​ເພິ່ມ​ຂຶ້ນ​ນັບ​ມື້ ເພາະ​ວ່າ​ມີ​ຄວາມ​ສະ​ດວກວ່ອງ​ໄວ ແລະ ປະ​ຢັດ​ກວ່າ​ການ​ຂົນ​ສົ່ງ​ທາງ​ລົດ ແລະ ເຮືອ​ໃນ​ແມ່​ນ້ຳ​ຂອງ ໂດຍ​ຄາດ​ວ່າ​ໄທ​ຈະ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ເຊັ່ນ​ຢາງ​ພາ​ລາ ແລະ ເຂົ້າ​ສານ​ໄປ​ຈີນ​ດ້ວຍ​ລົດ​ໄຟ​ລາວ-ຈີນ​ໃນ​ປີ 2022 ນີ້​ຄິດ​ເປັນ​ປະ​ລິ​ມານ​ລວມ​ເກີນກວ່າ 6 ລ້ານ​ໂຕນ ຊຶ່ງ​ຍັງ​ບໍ່​ລວມ​ເຖິງ​ໝາກ​ໄມ້ 22 ຊະ​ນິດ​ທີ່​ລັດ​ຖະ​ບານ​ຈີນ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ຈາກ​ໄທ​ເພີ່ມ​ຂຶ້ນ​ໃນ​ປີ 2022 ນີ້​ທີ່​ຄາດ​ວ່າ​ຈະ​ມີ​ປະ​ລິ​ມານ​ເກີນກວ່າ 2.5 ລ້ານ​ໂຕນ ຂຶ່ງ​ຄິດ​ເປັນ​ມູນ​ຄ່າ​ຫຼາຍກວ່າ 185,000 ລ້ານ​ບາດຫຼືກວ່າ 5,600 ລ້ານ​ໂດ​ລາ.

ກ່ອນ​ໜ້ານີ້​ລັດ​ຖະ​ບານ​ໄທ​ກໍ​ໄດ້​ອະ​ນຸ​ມັດ​ການ​ຈັດ​ສັນ​ງົບ​ປະ​ມານ​ໃນ​ມູນ​ຄ່າ 4,765 ລ້ານ​ບາດ​ເພື່ອ​ນຳ​ໃຊ້​ໃນ​ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 6 ລະ​ຫວ່າງ​ລາວ​-ໄທ ທີ່​ເຊື່ອມ​ຕໍ່​ແຂວງ​ສາ​ລະ​ວັນ​ກັບ​ຈັງ​ຫວັດ​ອຸ​ບົນ​ຣາ​ຊະ​ທາ​ນີ ໂດຍ​ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວ​ສຳ​ເລັດ ແລະ ເປີດ​ການ​ນຳ​ໃຊ້​ໃນ​ທ້າຍ​ປີ 2025 ໂດຍ​ງົບ​ປະ​ມານ​ທີ່​ຈັດ​ສັນ​ດັ່ງ​ກ່າວ​ແບ່ງ​ເປັນ 2 ສ່ວ​ຄື 50 ເປີ​ເຊັນ​ເປັນ​ງົບ​ປະ​ມານ​ລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ​ໄທ ສ່ວນ​ອີກ 50 ເປີ​ເຊັນ​ນັ້ນ​ເປັນ​ການ​ຊ່ວຍ​ເຫຼືອ ແລະ ເງິນ​ກູ້​ທີ່​ລັດ​ຖະ​ບານ ໄທ ຈັດ​ສັນ​ໃຫ້​ລັດ​ຖະ​ບານ ລາວ ທັງ​ນີ້​ຈຸດ​ກໍ່​ສ້າງ​ຂົວ​ຢູ່​ລະ​ຫວ່າງ​ເຂດ​ບ້ານ​ປາກ​ແຊງ ອຳ​ເພີ​ນາ​ຕານ ຈັງ​ຫວັດ​ອຸ​ບົນຣາ​ຊະ​ທາ​ນີ ກັບ​ບ້ານ​ປາກ​ຕະ​ພານ ເມືອງ​ລະ​ຄອນ​ເພັງ ແຂວງ​ສາ​ລະ​ວັນ ໂດຍ​ຂົວ​ຍາວ 1,020 ແມັດ​ມີ 2 ຊ່ອງ​ຈະ​ລາ​ຈອນ ທີ່​ເຊື່ອມ​ຕໍ່​ການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ລະ​ຫວ່າງ​ໄທ-ລາວ-ຫວຽດ​ນາມ ດ້ວຍ​ໄລ​ຍະ​ທາງ​ພຽງ 150 ກິ​ໂລ​ແມັດ​ຈຶ່ງ​ຖື​ເປັນ​ການ​ເຊື່ອມ​ຕໍ່ 3 ປະ​ເທດ​ທີ່​ມີ​ໄລ​ຍະ​ທາງ​ສັ້ນ​ທີ່​ສຸດ​ເມື່ອ​ທຽບ​ກັບ​ເສັ້ນ​ທາງ​ອື່ນ​ນັ້ນ​ເອງ.

XS
SM
MD
LG