ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໖ ກັນຍາ ໒໐໒໔

ທາງການລາວ ແລະ ໄທ ຈະຮ່ວມມືກັນຊູກຍູ້ໃຫ້ມີການຕົກລົງເພື່ອແກ້ໄຂຂໍ້ຂັດແຍ້ງໃນປະເທດມຽນມາ


ແຟ້ມຮູບ-ນາຍົກັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ, ກາງ, ໃຫ້ປາໄສຕໍ່ບັນດາຜູ້ນໍາໂລກໃນລະຫວ່າງກອງປະຊຸມສຸດຍອດພິເສດລະຫວ່າງ ASEAN ແລະ ອອສເຕຣເລຍ ໃນນະຄອນເມລເບີນ, ປະເທດອອສເຕຣເລຍ, ວັນທີ 6 ມີນາ 2024.
ແຟ້ມຮູບ-ນາຍົກັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ, ກາງ, ໃຫ້ປາໄສຕໍ່ບັນດາຜູ້ນໍາໂລກໃນລະຫວ່າງກອງປະຊຸມສຸດຍອດພິເສດລະຫວ່າງ ASEAN ແລະ ອອສເຕຣເລຍ ໃນນະຄອນເມລເບີນ, ປະເທດອອສເຕຣເລຍ, ວັນທີ 6 ມີນາ 2024.

ທາງການລາວ ແລະ ໄທ ຈະຮ່ວມມືກັນຊູກຍູ້ໃຫ້ມີການຕົກລົງເພື່ອແກ້ໄຂຂໍ້ຂັດແຍ້ງໃນປະເທດມຽນມາ ທີ່ມີການປະຕິບັດຕັວຈິງໃນກອງປະຊຸມສຸດຍອດຜູ້ນຳອາຊຽນ ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

ນັກຊ່ຽວຊານ​ດ້ານການ​ພັົວພັນ ແລະ​ຮ່ວມ​ມືໃນ​ອາ​ຊຽນເປີດເຜີຍວ່າ: ທາງການລາວ ແລະ ໄທ ໄດ້ຕົກລົງຈະຮ່ວມມືກັນໃນທຸກວິທີທາງ ເພື່ອຊູກຍູ້ໃຫ້ມີການຕົກລົງຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເຂ້າໃນການແກ້ໄຂຂໍ້ຂັດແຍ້ງທາງການເມືອງໃນມຽນມາ ຫຼື ພະມ້າ ທີ່ມີການນຳໄປສູ່ການຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ ໃນໂອກາດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-12 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ. ໂດຍຜ່ານມາ ລັດຖະບານລາວໃນຖານະປະທານ ອາຊຽນ ປີ 2024 ກໍໄດ້ໃຫ້ການສະໜັບສະຫນູນລັດຖະບານໄທໃນການ ໃຫ້ການຊ່ວຍເຫລືອທາງດ້ານມະນຸດສະທຳແກ່ປະຊາຊົນຊາວມຽນມາ ທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງດັງກ່າວ, ​ແຕ່​ສຳລັບ​ການ​ຮ່ວມ​ມື​ໃໝ່​ນີ້ ຈະ​ເນັ້ນ​ໜັກ​ເຖິງ​ການ​ຊຸກຍູ້​ການ​ເຈລະຈາ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ເພື່ອ​ໃຫ້ບັນລຸ​ຂໍ້​ຕົກລົງ​ຮ່ວມ​ມືກັນໃນການ​ແກ້​ໄຂ​ປັນຫາ​ຂັດ​ແຍ້ງ​ໃຫ້ໄດ້​ຢ່າງ​ເປັນຮູບປະທຳ, ດັ່ງ​ທີ່​ນັກ​ຊ່ຽວ​ຊານ​ການ​ພັວພັນ​ຮ່ວມມືໃນ​ອາ​ຊຽນ ໄດ້ໃຫ້ການ​ຢືນ​ຢັນ​ວ່າ:

ປະເທດ ໄທ ຢາກ​ຊຸກຍູ້​ແຜນການ​ສັນຕິພາບ​ຂອງ​ອາ​ຊຽນກ່ຽວ​ກັບ​ມຽນມາ, ເຊິ່ງທາງການລາວ ໃນຖານະປະທານອາຊຽນ ກໍ​ສະໜັບສະໜູນ, ສະ​ນັ້ນ ປະເທດ ໄທ ແລະ ລາວ ກໍ​ຈະ​ຮ່ວມມື​ກັນ​ຊຸກຍູ້ ເພື່ອທີ່ຈະສົ່ງເສິມໃຫ້ມີການ​ປະຕິບັດ​ແຜນການ​ສັນຕິພາບ 5 ຂໍ້, ໂດຍ​ສະ​ເພາະການໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ, ສ່ວນໃນປະເດັນອື່ນໆ ຈະເປັນໄປໄດ້ກໍຕໍ່ເມື່ອມີຄວາມຫມັ້ນໃຈສູງ ເພາະວ່າ​ໃນ​ທີ່​ສຸດແລ້ວ ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ມຽນມາຈະ​ຕ້ອງ​ເປັນ​ຄົນ​ມຽນມາ​ທັງ​ໝົດ.”

ສ່ວນ ທ່ານສະເຫລິມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ​ໄດ້ຖະ​ແຫຼ​ງ​ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ລາວ ​ໄດ້​ເພີ້ມ​ທະວີ​ການຮັກສາຄວາມ​ປອດ​ໄ, ແລະຕິດຕາມຢ່າງໃກ້ຊິດທຸກການເຄື່ອນໄຫວໃນຂອບເຂດທົ່ວປະເທດ ໃນໂອກາດທີ່ລັດຖະບານລາວເປັນປະທານອາຊຽນໃນປີ 2024 ລວມທັງຈະຕິດຕາມການເຜີຍແຜ່ຂໍ້ມູນ ແລະຂ່າວສານທາງສື່ສັງຄົມຢ່າງໃກ້ສິດ ທັງໃນລາວ ແລະ ຕ່າງປະເທດອີກດ້ວຍ, ທັງຍັງຈະຕອບໂຕ້ຄືນໃນທັນທີ ໃນກໍລະນີທີ່ສື່ສັງຄົມ ນຳສະເໜີຂໍ້ມູນຂ່າວສານທີ່ໂຈມຕີລັດຖະບານລາວໃນຖານະປະທານອາຊຽນ​ຈະ​ຈັດກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອາ​ຊຽນຄັ້ງ​ທີ 44 ​ແລະ 45 ​ໃນ​ວັນ​ທີ 6-12 ຕຸລາ 2024, ລວມເຖິງກອງປະຊຸມສຸດຍອດອາຊີຕາເວັນອອກ, ເຊິ່ງຈະມີຜູ້ນໍາຂອງ ສະຫະລັດ, ຈີນ, ຣັດເຊຍ, ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ອອສເຕຣເລຍ ແລະ ນິວຊີແລນ ເຂົ້າຮ່ວມ, ກໍ​ຍັງ​ຈະ​ມີ​ການ​ປຶກສາ​ຫາລືກັນ​ໃນ​ຫຼາຍ​ດ້ານ. ໃນນີ້ລວມທັງການສ້າງແຜນແມ່ບົດ ສ້າງປະຊາຄົມອາຊຽນໃຫ້ປະສົບຜົນສຳເລັດໃນປີ 2045 ທີ່ລັດຖະບານ ລາວ ແລະ ມາເລເຊຍ ຈະຮ່ວມກັນຈັດທຳດ້ວຍ, ດັ່ງທີ່ ທ່ານ ສະເຫຼີມໄຊ ຖະແຫຼງຢືນຢັນວ່າ:

ເປົ້າໝາຍຕໍ່ໜ້ານັ້ນ ແມ່ນພວກເຮາເອິ້ນວ່າ ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນປີ 2045, ໃນ​ໄລ​ຍະ​ນີ້ລ່ະແມ່ນ​ລາວ​ເຮົາໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນປີ 2024 ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ປະ​ທານ​ໃນປີ​ຫນ້າ​ກໍຄື ມາ​ເລ​ເຊຍ ເພື່ອ​ຮ່າງ​ເອ​ກະ​ສານດັງກ່າວ​ນີ້ ແລະຖ້າວ່າສໍາເລັດແລ້ວ ເປັນເອກກະພາບກັນແລ້ວ ເອກະສານ​ດັ່ງກ່າວ​ນີ້ ກໍ່ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ໄລຍະ​ທີ່ ມາ​ເລ​ເຊຍ ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2025. ​ສະນັ້ນ, ເອກກະສານນີ້ ເປັນເອກກະສານທີ່ສຳຄັນ ແລະເຮ້ດໃຫ້ການສ້າງ​ປະຊາ​ຄົມ​ອາ​ຊຽນນີ້ໄດ້ຮັບຜົນສຳ​ເລັດ​”

ທັ້ງນີ້ ການຊ່ວຍເຫຼືອດ້ານມະນຸດສະທໍາທີ່ລັດຖະບານ ໄທ ມອບໃຫ້ປະຊາຊົນມຽນມາທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງທາງດ້ານການເມືອງໃນມຽນມາ ເມື່ອວັນທີ 25 ມີນາ 2024 ເປັນການຊ່ວຍເຫລືອຄັ້ງທຳອິດໃຫ້ແກ່ຊາວມຽນມາຫຼາຍກວ່າ 20,000 ຄົນ ແລະຈະສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກ ຖ້າ​ຫາກ​ສະຖານະ​ການ​ໃນມຽນມາ​ມີ​ຄວາມ​ສະດວກ ໂດຍ​ຖື​ເປັນ 1 ​ໃນສັນທາມະຕິ 5 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໃນ​ມຽນມາ ເຊິ່ງລວມມີ ການຍຸຕິຄວາມຮຸນແຮງໃນທັນທີ, ການຈັດ​ຕັ້ງ​ໃຫ້​ທຸກ​ຝ່າຍ​ເຈລະຈາ​ໂດຍ​ສັນຕິ, ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ການອະນຸຍາດ​ໃຫ້​ທູດ​ພິ​ເສດ​ປະສານ​ງານ​ຢ່າງ​ເປັນ​ເອກະລາດ ​ແລະ ພົບ​ປະ​ກັບ​ທຸກ​ຝ່າຍ​ຢູ່​ມຽນມາ. ເຊິ່ງໃນໄລຍະທີ່ຜ່ານມາ ລັດຖະບານລາວໄດ້ແຕ່ງຕັ້ງໃຫ້ ທ່ານ ອາລຸນແກ້ວ ກິດຕິຄຸນ ເປັນທູດພິເສດ ເພື່ອປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ​ໂດຍແນໃສ່ການຂັດການ​ເລືອກ​ຕັ້ງ​ທົ່ວ​ໄປຄັ້ງໃຫມ່​ໃນ​ມຽນມາ ໃຫ້ໄດ້​ໄວທີ່ສຸດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG