ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານລາວ-ໄທ ຕົກລົງທີ່ຈະຮ່ວມມືກັນກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນວຽງຈັນ ກັບໜອງຄາຍ


ພາບຈຳລອງຂອງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ
ພາບຈຳລອງຂອງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ

ລັດຖະບານລາວ-ໄທ ຕົກລົງທີ່ຈະຮ່ວມມືກັນກໍ່ສ້າງຂົວຂ້າມນ້ຳຂອງແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງນະຄອນວຽງຈັນ ກັບໜອງຄາຍເພື່ອຂະຫຍາຍການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລາວ-ຈີນ ແລະໄທ ຊົງຣິດ ໂພນເງິນ ລາຍງານ ຈາກບາງກອກ.

ທ່ານສັກສະຢາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ຖະ ແຫລງຢືນຢັນວ່າ ລັດຖະບານລາວແລະໄທ ໄດ້ຕົກລົງທີ່ຈະຮ່ວມມືກັນໃນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນວຽງຈັນກັບຈັງຫວັດໜອງຄາຍ ເມື່ອບໍ່ດົນມານີ້ ຊຶ່ງຈະເປັນຂົວທີ່ກໍ່ສ້າງຄູ່ຂະໜານກັນກັບຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ລະຫວ່າງລາວ-ໄທ ທີ່ນຳໃຊ້ທັງໃນດ້ານໂດຍ ສານແລະການຂົນສົ່ງສິນຄ້າ ທັງໂດຍລົດໄຟແລະລົດຍົນ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ ແຕ່ວ່າສຳລັບຂົວຂ້າມນໍ້າຂອງແຫ່ງໃໝ່ນີ້ ຈະນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນດ້ານຫຼັກໂດຍສະເພາະແມ່ນການຂົນສົ່ງສິນຄ້າທີ່ຂະຫຍາຍຕົວເພີ້ມຂຶ້ນຢ່າງຕໍ່ເນື່ອງ ລະຫວ່າງລາວ-ຈີນ ແລະໄທນັ້ນ ດັ່ງທີ່ ທ່ານສັກສະຢາມ ໃຫ້ການຢືນຢັນວ່າ:

“ຈະມີການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ຢູ່ບໍລິເວນໃກ້ໆກັບຂົວແຫ່ງທີ 1 ຢູ່ທີ່ຈັງຫວັດໜອງຄາຍຢູ່ແລ້ວ ໂດຍຂົວແຫ່ງນີ້ ກໍຈະຕ້ອງສາດຮອງຮັບລົດຍົນ ລົດບັນທຸກ ແລະລົດໄຟ ທີ່ຈະເດີນທາງຕາມຂະໜາດມາດຕະຖານຂອງປະເທດໄທ ຄືຂະໜາດ 1 ແມັດ ຊຶ່ງຂະນະນີ້ ເຮົາໄດ້ຂໍ້ຕົກລົງແລ້ວ ວ່າ ຝ່າຍໄທ ແລະລາວ ຈະຮ່ວມລົງທຶນຄ່າໃຊ້ຈ່າຍຮ່ວມກັນ ໃນອານາເຂດຂອງແຕ່ລະຝ່າຍ ເຮົາມີການວາງແຜນທີ່ຈະມີການເຊື່ອມຕໍ່ Logistic ລວມເຖິງຈະມີການກໍ່ສ້າງສູນກະຈາຍສິນຄ້າ.”

ທັງນີ້ ທາງການໄທ ໄດ້ປັບປ່ຽນວິທີການຂົນສົ່ງສິນຄ້າໄປຈີນ ໂດຍຂະບວນລົດ ໄຟລາວ-ຈີນ ເປັນຄັ້ງທຳອິດ ເມື່ອວັນທີ 26 ມັງກອນ 2022 ທີ່ຜ່ານມາ ທັງຍັງຈະສືບຕໍ່ການສົ່ງສິນຄ້າໄປຈີນ ດ້ວຍວິທີການນີ້ເພີ້ມຂຶ້ນນັບມື້ ເພາະວ່າ ມີຄວາມສະດວກວ່ອງໄວ ແລະປະຢັດກວ່າການຂົນສົ່ງທາງລົດຍົນແລະທາງເຮືອໃນແມ່ນ້ຳຂອງ ໂດຍຄາດວ່າ ໄທຈະສົ່ງສິນຄ້າກະສິກຳ ເຊັ່ນຢາງພາລາແລະເຂົ້າສານໄປຈີນ ດ້ວຍລົດໄຟລາວ-ຈີນ ໃນປີ 2022 ນີ້ ຄິດເປັນປະລິມານລວມເກີນກວ່າ 6 ລ້ານໂຕນ ຊຶ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດທີ່ລັດຖະບານຈີນອະນຸຍາດໃຫ້ນຳເຂົ້າຈາກໄທ ເພີ້ມຂຶ້ນ ໃນປີ 2022 ນີ້ທີ່ຄາດວ່າ ຈະມີປະ ລິມານເກີນກວ່າ 2.5 ລ້ານໂຕນ ຊຶ່ງຄິດເປັນມູນຄ່າຫຼາຍກວ່າ 185,000 ລ້ານບາດ ຫຼືກວ່າ 5,600 ລ້ານໂດລາ.

ກ່ອນໜ້ານີ້ ລັດຖະບານໄທ ກໍໄດ້ອະນຸມັດການຈັດສັນງົບປະມານໃນມູນຄ່າ 4,765 ລ້ານບາດ ເພື່ອນຳໃຊ້ໃນການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 6 ລະ ຫວ່າງລາວ-ໄທ ທີ່ເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນຣາຍຊະທານີ ໂດຍມີກຳນົດກໍ່ສ້າງໃຫ້ສຳເລັດ ແລະເປີດການນຳໃຊ້ໃນທ້າຍປີ 2025 ໂດຍງົບປະມານທີ່ຈັດສັນດັ່ງກ່າວ ແບ່ງເປັນ 2 ສ່ວນຄື 50 ເປີເຊັນເປັນງົບປະມານລາຍຈ່າຍຂອງລັດຖະບານໄທ ສ່ວນອີກ 50 ເປີເຊັນ ນັ້ນແບ່ງເປັນການຊ່ອຍເຫຼືອລ້າ 20 ເປີເຊັນ ກັບເງິນກູ້ 30 ເປີເຊັນ ທີ່ລັດຖະບານໄທ ຈັດສັນໃຫ້ລັດຖະບານລາວ ເພື່ອນຳໃຊ້ໃນການກໍ່ສ້າງຂົວ ແລະໂຄງປະກອບຕ່າງໆ ຢູ່ເບື້ອງລາວ ເຊັ່ນຖະໜົນເຊື່ອມຕໍ່ຂົວ ສຳນັກງານພາສີ ແລະສຳນັກງານກວດຄົນເຂົ້າເມືອງ ເປັນຕົ້ນ.

ທັງນີ້ ຈຸດກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ລະຫວ່າງລາວ-ໄທ ຕັ້ງຢູ່ລະຫວ່າງເຂດບ້ານປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ກັບບ້ານປາກຕະພານ ເມືອງລະຄອນເພັງ ບໍ່ເຖິງ 150 ກິໂລແມັດເທົ່ານັ້ນ ເມື່ອທຽບກັບເສັ້ນທາງອື່ນໆ ທີ່ເຊື່ອມຕໍ່ກັບຂົວຂ້າມແມ່ນ້ຳຂອງລະຫວ່າງລາວ-ໄທ ອີກ 5 ແຫ່ງນັ້ນ.

ໂດຍໃນປັດຈຸບັນ ທາງການລາວ-ໄທ ຍັງໄດ້ຮ່ວມມືກັນໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ທີ່ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ທີ່ກຳນົດການກໍ່ສ້າງໃຫ້ແລ້ວເສັດ ແລະເປີດການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ລະຫວ່າງກັນໃຫ້ໄດ້ໃນປີ 2023 ດ້ວຍທຶນຂອງລັດຖະບານໄທ ທີ່ມີມູນຄ່າລວມ 3,903 ລ້ານບາດ ລວມເງິນກູ້ແບະການຊ່ອຍເຫຼືອແກ່ລັດຖະບານລາວ 1,248 ລ້ານບາດ.

ສ່ວນເຈົ້າໜ້າທີ່ພະແນກແຜນການແລະການລົງທຶນ ແຂວງບໍລິຄຳໄຊ ຢືນຢັນວ່າ ທາງການແຂວງບໍລິຄຳໄຊ ກຳລັງທຳການສຶກສາສຳຫຼວດເພື່ອຈັດສັນພື້ນທີ່ຮອງຮັບການສ້າງຕັ້ງເຂດເສດຖະກິດພິເສດຢູ່ເຂດຕິດຕໍ່ກັບເຂດກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງລາວ-ໄທ ດ້ວຍເປົ້າໝາຍ ຈະຮອງຮັບເອົາການລົງທຶນຂອງຕ່າງປະເທດ ໃຫ້ເຂົ້າມາໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

XS
SM
MD
LG