ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວແລະໄທ ເພີ່ມການຮ່ວມມື ປາບປາມການຄ້າ ຢາເສບຕິດ ຫຼາຍຂຶ້ນ


ກອງປະຊຸມຖະແຫລງຂ່າວຮ່ວມ ລະຫວ່າງລາວ ແລະໄທ ຄັ້ງທີ 18 ຢູ່ຈັງຫວັດປະຈວບຂີຣີຂັນ ໃນເຂດພາກໃຕ້ຂອງໄທ ເມື່ອ ມໍ່ໆມານີ້
ກອງປະຊຸມຖະແຫລງຂ່າວຮ່ວມ ລະຫວ່າງລາວ ແລະໄທ ຄັ້ງທີ 18 ຢູ່ຈັງຫວັດປະຈວບຂີຣີຂັນ ໃນເຂດພາກໃຕ້ຂອງໄທ ເມື່ອ ມໍ່ໆມານີ້
ທາງການລາວແລະໄທຕົກລົງສືບຕໍ່ການຮ່ວມມືເຂົ້າໃນການ
ປາບປາມການຄ້າຢາເສບຕິດ ພາຍໃຕ້ເປົ້າໝາຍເພື່ອເຮັດ
ໃຫ້ລາວ-ໄທ ກໍຄືອາຊ່ຽນເປັນເຂດປອດຈາກຢາເສບຕິດໃຫ້
ໄດ້ ພາຍໃນປີ 2015.

ທາງການລາວແລະໄທໄດ້ຕົກລົງສືບຕໍ່ການຮ່ວມມືລະຫວ່າງ
ກັນເຂົ້າໃນການປາບປາມການຄ້າຢາເສບຕິດໃຫ້ໃກ້ຊິດຫຼາຍ
ຂຶ້ນ ໃນໂອກາດກອງປະຊຸມຄະນະກໍາມາທິການຮ່ວມລະຫວ່າງ
ລາວ-ໄທຄັ້ງທີ 18 ທີ່ໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້
ຢູ່ຈັງຫວັດປະຈວບຣີຂັນໃນພາກໃຕ້ຂອງໄທ ພາຍໃຕ້ການເປັນ
ປະທານຮ່ວມ ກັນໂດຍທ່ານທອງລຸນ ສີສຸລິດ ກັບທ່ານ ສຸລະພົງ
ໂຕວິຈັກໄຊກຸນ ໃນຖານະຮອງນາຍົກລັດຖະມົນຕີ ແລະລັດຖະ
ມົນ ຕີວ່າການຕ່າງປະເທດຂອງທັງສອງຝ່າຍ.

ການຕົກລົງໃນຄັ້ງຫລ້າສຸດນີ້ ທາງການລາວ-ໄທ ບໍ່ໄດ້ມີເປົ້າ
ໝາຍພຽງການເຮັດໃຫ້ເຂດຊາຍແດນລະຫວ່າງສອງປະເທດ
ເປັນເຂດທີ່ປອດຈາກບັນຫາຢາເສບຕິດໃຫ້ໄດ້ຢ່າງແທ້ຈິງເທົ່າ
ນັ້ນ ຫາກແຕ່ຍັງລວມໄປເຖິງການເຮັດໃຫ້ບັນລຸເປົ້າໝາຍໃນ
ການເປັນເຂດທີ່ປອດຈາກບັນຫາຢາເສບຕິດໃນທົ່ວພູມິພາກ
ເອເຊຍຕາເວັນອອກສຽງໃຕ້ ຫຼືກຸ່ມອາຊ່ຽນທີ່ວາງໄວ້ພາຍໃນ
ປີ 2015 ອີກດ້ວຍ ດັ່ງທີ່ທ່ານທອງລຸນ ໄດ້ຖະແຫຼງຢືນຢັນວ່າ:
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ

ການຮ່ວມມືດ້ານປ້ອງກັນແລະປາບປາມຢາເສບຕິດ ສອງ
ຝ່າຍກໍມີຄວາມໝາຍໜັ້ນ ເພື່ອບັນລຸເປົ້າໝາຍເຈດຕະນາລົມ
ຂອງຖະແຫຼງການຜູ້ນໍາອາຊ່ຽນວ່າດ້ວຍການເຮັດໃຫ້ອາຊ່ຽນ
ເປັນເຂດປອດຢາເສບຕິດໃນປີ 2015 ແລະທັງສອງຝ່າຍກໍ
ຍັງໄດ້ມອບໝາຍໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງຕົນ ສົ່ງເສີມ
ການຮ່ວມມືແລະຄວາມ
ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ.”


ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງນັ້ນກໍບໍ່ແມ່ນເລຶ່ອງງ່າຍ ເນື່ອງຈາກວ່າບັນຫາ ຢາເສບຕິດໃນອາຊ່ຽນຍັງຄົງມີທ່າອຽງເພີ້ມລະດັບຄວາມຮຸນແຮງຫຼາຍຂຶ້ນນັບມື້ ໂດຍ
ສະເພາະແມ່ນໃນເຂດສາມຫຼ່ຽມຄໍາທີ່ເປັນຊາຍແດນໃນແນວແມ່ນໍ້າຂອງລະຫວ່າງລາວ
ກັບໄທແລະມຽນມານັ້ນ ສໍານັກງານຄວບຄຸມຢາເສບຕິດແລະອາຊະຍາກໍາແຫ່ງສະຫະ
ປະຊາຊາດ ຫຼື UNODC ເຖິງກັບໄດ້ຖະແຫຼງຢືນຢັນວ່າ ເປັນສູນກາງຫຼືແຫຼ່ງຜະລິດຢາ
ບ້າ ທີ່ໃຫຍ່ທີ່ສຸດໃນໂລກອີກດ້ວຍ.

UNODC ເຊື່ອວ່າການຜະລິດຢາບ້າຢູ່ເຂດສາມຫຼ່ຽມຄໍາມີປະລິມານລວມ ຫຼາຍກວ່າ
2,000 ລ້ານແມັດໃນແຕ່ລະປີ ແລະສ່ວນໃຫຍ່ກໍເປັນການລັກລອບຜະລິດໂດຍກອງກໍາ
ລັງຊົນກຸ່ມນ້ອຍໃນເຂດມຽນມາ ແລ້ວຈຶ່ງລັກລອບຂົນສົ່ງຕໍ່ໄປຍັງຕ່າງປະເທດ ໂດຍສະ
ເພາະແມ່ນລາວ ກໍຍັງຖືເປັນເຂດທາງຜ່ານສໍາຄັນທີ່ສຸດ ເນື່ອງຈາກເປັນປະເທດດຽວ ທີ່
ສາມາດເຊື່ອມຕໍ່ກັບ ທຸກປະເທດໃນລຸ່ມແມ່ນໍ້າຂອງ ດ້ວຍກັນໄດ້ ໃນທຸກທິດທຸກທາງ
ໃນຂະນະດຽວກັນ ທາງການລາວກໍຍັງມີຄວາມອາດສາມາດ ໃນການປາບປາມຢ່າງຈໍາ
ກັດ ທັງໃນດ້ານບຸກຄະລາກອນແລະງົບປະມານດ້ວຍນັ້ນ ຂະບວນການຄ້າຢາເສບຕິດ
ຂ້າມຊາດ ຈຶ່ງສວຍໃຊ້ລາວເປັນທາງຜ່ານ ຫຼາຍຂຶ້ນນັບມື້ນັ້ນເອງ.

ນອກຈາກນີ້ UNODC ກໍໄດ້ລະບຸຢ່າງຊັດເຈນດ້ວຍວ່າ ຜົນຜະລິດຈາກການລັກລອບ
ປູກຝິ່ນໃນລາວຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ກໍຄືເພີ່ມຂຶ້ນຈາກ 1,500
ເຮັກຕ້າໃນປີ 2007 ມາເປັນ 4,100 ກວ່າເຮັກຕ້າໃນປີ 2011 ແລະ ກວ້າງກວ່າ 6,000
ເຮັກຕ້າໃນປີ 2012 ຫຼືເພີ່ມຂຶ້ນເຖິງ 4 ເທົ່າ ເມື່ອທຽບລະ ຫວ່າງປີ 2007 ກັບປີ 2012
ແລະສໍາລັບໃນປີ 2013 ນີ້ ກໍຍັງມີທ່າອຽງ ທີ່ຈະເພີ່ມຂຶ້ນອີກ.

ໂດຍສາເຫດສໍາຄັນທີ່ເຮັດໃຫ້ມີການລັກລອບປູກຝິ່ນເພີ່ມຂຶ້ນດັ່ງກ່າວ ທາງການລາວ ກໍ
ຢືນຢັນວ່າ ເປັນຍ້ອນບັນຫາຄວາມຍາກຈົນຂອງປະຊາຊົນລາວທີ່ໄດ້ຮັບການຊ່ວຍເຫຼືອ
ຈາກຕ່າງປະເທດ ຕໍ່າກວ່າລະດັບຄວາມຕ້ອງການທີ່ເປັນຈິງ ແລະໃນຂະນະດຽວກັນ
ລາຄາຝິ່ນກໍໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງດ້ວຍ ຈຶ່ງເຮັດໃຫ້ປະຊາຊົນລາວບັນດາເຜົ່າທີ່ໄດ້
ພາກັນປະລະຈາກການປູກຝິ່ນແລ້ວນັ້ນ ກັບຄືມາປູກຝິ່ນອີກເທື່ອໃໝ່ ຫຼາຍຂຶ້ນນັ້ນເອງ.

ທັງນີ້ໂດຍ UNODC ໄດ້ລາຍງານກ່ຽວກັບສະພາວະການລັກລອບປູກຝິ່ນໃນເອເຊຍ
ຕາເວັນອອກສຽງໃຕ້ວ່າ ມຽນມາຍັງຄົງເປັນປະເທດທີ່ມີການລັກລອບປູກຝິ່ນຫຼາຍທີ່ສຸດ
ສ່ວນລາວນັ້ນກໍຖືເປັນປະເທດທີ່ມີການລັກລອບປູກຝິ່ນເພີ່ມຂຶ້ນສູງທີ່ສຸດ ເມື່ອທຽບກັບ ມຽນມາ ແລະໄທ.

ນອກຈາກນີ້ UNODC ຍັງໄດ້ລະບຸດ້ວຍວ່າ ລາວເປັນປະເທດນຶ່ງທີ່ມີສະຖານະເປັນທັງ
ເຂດຜະລິດ ເຂດທາງຜ່ານ ແລະເຂດຮອງຮັບຢາເສບຕິດຢ່າງຄົບຖ້ວນດ້ວຍ ຈຶ່ງເຮັດໃຫ້
ຕ້ອງປະເຊີນກັບບັນຫາທີ່ກ່ຽວກັບຢາເສບຕິດຫຼາຍຂຶ້ນນັບມື້ ຊຶ່ງກໍເຮັດໃຫ້ມີເຍົາວະຊົນ
ລາວ ຫຼາຍກວ່າ 1.4 ລ້ານຄົນ ທີ່ຈັດຢູ່ໃນກຸ່ມທີ່ສຸ່ມສ່ຽງຢ່າງສູງສຸດ ທີ່ຈະເຂົ້າໄປຫຍຸ້ງ ກ່ຽວກັບຢາເສບຕິດອີກດ້ວຍ.
XS
SM
MD
LG