ລັດຖະບານລາວຈະສະເໜີຕໍ່ UNESCO ເພື່ອຂໍໃຫ້ຮັບຮອງເຂດປ່າສະຫງວນ ພູຫີນ
ໜາມໜໍ່ເປັນມໍລະດົກໂລກ ຂ້າມຊາຍແດນຮ່ວມກັບອຸທະຍານແຫ່ງຊາດ Phong Nha-
ke Bang ໃນຫວຽດນາມ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານບົວເງິນຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງ
ທ່ຽວ ຖະແຫຼງຢືນຢັນວ່າ ລັດຖະບານຫວຽດນາມໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ
ໃນການຕຽມຄວາມພ້ອມຕ່າງໆເພື່ອນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບ
ຮອງເອົາເຂດປ່າສະຫງວນແຫ່ງຊາດພູຫີນໜາມໜໍ່ໃນແຂວງຄຳມ່ວນຂອງລາວ ໃຫ້ເປັນ
ມໍລະດົກໂລກທາງທຳມະຊາດໃນໂອກາດ ກອງປະຊຸມ ຂອງຄະນະກຳມະການມໍລະດົກ
ໂລກຄັ້ງທີ 44 ໃນປີ 2020 ຢູ່ທີ່ເມືອງ Fuzhou ສາທາລະນະລັດປະຊາຊົນຈີນ.
ທັງນີ້ທາງການຫວຽດນາມກໍຍັງເຫັນດີຈະສະໜັບສະໜູນເຂດປ່າສະຫງວນແຫ່ງຊາດ
ພູຫີນໜາມໜໍ່ໃຫ້ເປັນມໍລະດົກໂລກທາງທຳມະຊາດທີ່ມີລັກສະນະຂ້າມຊາຍແດນຮ່ວມ
ກັບອຸດທະຍານແຫ່ງຊາດ Phong Nha-ke Bang ໃນຫວຽດນາມທີ່ອົງການ UNES-
CO ຮັບຮອງໃຫ້ເປັນມໍລະດົກໂລກດ້ານທຳມະຊາດ ນັບແຕ່ປີ 2003 ເປັນຕົ້ນມາແລ້ວ
ອີກດ້ວຍດັ່ງທີ່ທ່ານທອງໃບ ໂພທິສານ ຫົວໜ້າກົມມໍລະດົກຢືນຢັນວ່າ:
“ໝາຍຄວາມວ່າກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວໄດ້ນຳສະເໜີ
ປ່າສະຫງວນແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກນີ້ເຂົ້າຢູ່ໃນຍຸດທະສາດຂອງ
ກະຊວງໃນຫັ້ນຕ່າງຈາກທົ່ງໄຫຫີນຢູ່ບ່ອນວ່າພວກເຮົາມີຄູ່ຮ່ວມມືທາງດ້ານຍຸດທະ
ສາດໃນການຈັດຕັ້ງປະຕິບັດມີ ສ.ສ ຫວຽດນາມເປັນເຈົ້າຂອງ Phong Nha-Ke
Bang ຊຶ່ງເປັນມໍລະດົກໂລກມາຕັ້ງແຕ່ປີ 2003 ມີຄວາມອຸດົມສົມບູນທາງດ້ານທຳ
ມະຊາດ ຊີວະນານາພັນຊຶ່ງມີຄວາມອຸດົມສົໃບູນອັນດໜວກັນ."
ທັງນີ້ໂດຍລັດຖບານຫວຽດນາມໄດ້ສົ່ງຄະນະຜູ້ຊ່ຽວຊານທີ່ປະສົບຄວາມສຳເລັດໃນ
ການນຳສະເໜີໃຫ້ອົງການ UNESCO ຮັບຮອງເອົາອຸດທະຍານແຫ່ງຊາດ Phong
Nha-Ke Bang ໃນແຂວງກວາງບິງ ເປັນມໍລະດົກໂລກທາງທຳມະຊາດໃນປີ 2003
ດັ່ງກ່າວມາຖ່າຍທອດປະສົບການໃຫ້ກັບຄະນະຮັບຜິດຊອບຂອງທາງການລາວໂດຍ
ກົງທັງຍັງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານເຢຍຣະມັນອີກດ້ວຍ.
ທາງດ້ານທ່ານ Bastian Purer ທີ່ປຶກສາອົງການປົກປັກຮັກສານິເວດປ່າໄມ້ ແລະຊີ
ວະນານາພັນຂອງລັດຖະບານເຢຍຣະມັນ (GIZ) ປະຈຳລາວຢືນຢັນວ່າການຊ່ວຍເຫຼືອ
ລັດຖະບານລາວ ເພື່ອຕຽມຄວາມພ້ອມ ໃນການນຳສະເໜີອົງການ UNESCO ເພື່ອ
ໃຫ້ຮັບຮອງເອົາພູຫີນໜາມໜໍ່ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ດຳເນີນ
ການໃນ 3 ດ້ານ ຕາມລະດັບມາດຕະຖານຂອງອົງການ UNESCO ໄດ້ກຳໜົດໄວ້ ຄື
ແຜນງານດ້ານການຄຸ້ມຄອງ ແຜນງານດ້ານເທັກນິກ ແລະການບໍລິຫານງານພາຍໃນ
ກົມມໍລະດົກຂອງລາວ ຊຶ່ງການດຳເນີນງານໄດ້ເສັດສົມບູນນັບແຕ່ທ້າຍປີ 2018 ເປັນ
ຕົ້ນມາ.
ທ່ານ Bastian Purez ໝັ້ນໃຈວ່າມີໂອກາດສູງທີ່ອົງການ UNESCO ຈະຮັບຮອງ
ເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ໃນລາວ ເປັນມໍລະດົກໂລກທາງທຳມະຊາດ
ເພາະເປັນເຂດທີ່ມີທຳມະຊາດສວຍງາມ ແລະປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນໃນພື້ນທີ່ກວ້າງກວ່າ 82,000 ເຮັກຕາ ທັງກໍຍັງເປັນແຫຼ່ງທີ່ຢູ່ອາໄສຂອງຊ້າງປ່າຫຼາຍຮ້ອຍໂຕ
ແລະສັດປ່າຫາຍາກທີ່ຫຼາກຫຼາຍຊະນິດອີກດ້ວຍ.
ປັດຈຸບັນ ລາວມີມໍລະດົກໂລກ 3 ແຫ່ງກໍຄື ນະຄອນຫຼວງພະບາງ ຜາສາດວັດພູ ແລະທົ່ງ
ໄຫຫີນຕາມລຳດັບ ໂດຍທົ່ງໄຫຫີນໄດ້ຖືກຮັບຮອງເປັນມໍລະດົກໂລກທາງວັດທະນະທຳ
ໃນກອງປະຊຸມໃຫຍ່ຄັ້ງທີ່ 43 ຂອງຄະນະກຳມະການມໍລະດົກໂລກອົງການ UNESCO
ທີ່ດຳເນີນກອງປະຊຸມໃນລະຫວ່າງວັນທີ 30 ມິຖຸນາ ຫາ 10 ກໍລະກົດ 2019 ທີ່ນະຄອນ
Baku ສາທາລະນະລັດອາເຊີບາຍ ຈັນ ຊຶ່ງທາງການລາວໄດ້ເລືອກເອົາໄຫຫີນ 11 ເຂດ
ຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ທີ່ມີໄຫຫີນຈຳນວນທັງໝົດ
999 ໜ່ວຍທີ່ຂຶ້ນທະບຽນເປັນມໍລະດົກໂລກຢ່າງເປັນທາງການ.
ສ່ວນສຽງແຄນລາວ ອົງການ UNESCO ໄດ້ຮັບຮອງເປັນມໍລະດົກໂລກທີ່ຈັບຕ້ອງບໍ່ໄດ້
ທາງສຽງເພງຂອງມະນຸດຊາດ ແລະໄດ້ມອບໃບປະກາດສະນີິຍະບັດໃຫ້ລັດຖະບານລາວ
ໃນວັນທີ 15 ມີນາ 2018 ທີ່ນະຄອນປາຣີ ນອກຈາກນັ້ນ ທາງການລາວຍັງໄດ້ສະເໜີຕໍ່
ອົງການ UNESCO ເພື່ອໃຫ້ຮັບຮອງລຳວົງລາວ ແລະລາຍນາກສິ້ນໄໝລາວໃຫ້ເປັນມໍ
ລະດົກໂລກທີ່ຈັບຕ້ອງບໍ່ໄດ້ດ້ວຍເຊັ່ນກັນ ແລະຫວັງວ່າຈະຖືກຮັບຮອງເປັນມໍລະດົກໂລກ
ໃນໂອກາດດຽວກັນກັບພູຫີນໜາມໜໍ່ ໃນກອງປະຊຸມຄັ້ງທີ 44 ຢູ່ຈີນໃນປີ 2020.