ດັ່ງທີ່ໄດ້ສະເໜີໄປໃນລາຍການຊາວລາວໃນຕ່າງແດນ
ຂອງວີໂອເອ ໃນທ້າຍເດືອນແລ້ວນີ້ວ່າ ບົວສະຫວັນ ຈະ
ນໍາບົດສໍາພາດກັບນັກຄົ້ນຄວ້າຈາກຕ່າງປະເທດ ຊຶ່ງກໍ
ຄືຈາກໄທ ແລະຍີ່ປຸ່ນ ທີ່ໄດ້ໄປທໍາການຄົ້ນຄວ້າຢູ່ລາວ ຫລືຄົ້ນຄວ້າກ່ຽວກັບວັດທະນະທໍາຂອງຄົນເຊື້ອສາຍລາວ
ຢູ່ສອງຟາກຝັ່ງແມ່ນໍ້າຂອງໃນເຂດກາງ ແລະຕາເວັນ
ອອກສຽງເໜືອຂອງໄທນັ້ນ ບັດນີ້ໂອກາດນັ້ນກໍມາເຖິງ
ແລ້ວ ສະນັ້ນ ເຊີນທ່ານຕິດຕາມຮັບຟັງຈາກບົວສະຫວັນ
ໄດ້ໃນອັນດັບຕໍ່ໄປ:
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ແລງມື້ນີ້ ວີໂອເອຂໍປ່ຽນບັນ
ຍາກາດຈາກການຟັງເລື້ອງລາວຂອງຊາວລາວໃນຕ່າງແດນ
ມາຟັງເລື້ອງລາວກ່ຽວກັບຄົນລາວພາຍໃນປະເທດແລະໃນ
ເຂດຊາຍແດນຕິດກັບປະເທດໄທ ຊຶ່ງໃນຕອນທີ່ໄປຮ່ວມ
ກອງປະຊຸມນາໆຊາດ ລາວສຶກສາຄັ້ງທີ 4 ທີ່ຈັດຂຶ້ນໃນເມືອງ
ເມດີສັນ ລັດວິສຄອນຊິນ ໃນເດືອນເມສາທີ່ຜ່ານມານັ້ນ ຂ້າພະ
ເຈົ້າໄດ້ມີໂອກາດໂອ້ລົມກັບນັກຄົ້ນຄວ້າຈາກຕ່າງປະເທດສາມ
ທ່ານທີ່ຄົ້ນຄວ້າກ່ຽວກັບຮີດຄອງປະເພນີລາວ ແລະທັງໝົດ
ສາມທ່ານນີ້ ນອກຈາກຈະນໍາເອົາຄວາມຮູ້ກ່ຽວກັບຂັ້ນຕອນ
ການດໍາເນີນການຄົ້ນບາງອັນມາເວົ້າສູ່ພວກຮ່ວມປະຊຸມຟັງ
ແລ້ວພວກທ່ານຍັງໄດ້ເວົ້າພາສາລາວໃນສໍານຽງຂອງຫລາຍ
ທ້ອງຖິ່ນຕ່າງກັນໄດ້ຢ່າງໜ້າປະທັບໃຈອີກດ້ວຍ. ສະນັ້ນ ຈຶ່ງ
ຢາກນໍາເອົາການສໍາພາດຂອງນັກຄົ້ນຄວ້າດັ່ງກ່າວມາແບ່ງປັນ
ໃຫ້ທ່ານຟັງ.
ນຶ່ງໃນຈໍານວນສາມທ່ານທີ່ກ່າວນີ້ ກໍໄດ້ແກ່ນາງ ນາກີຊາ ອີຕໍ
(Nagisa Ito), ນັກສຶກສາ ປະລິນຍາເອກຈາກມະຫາວິທະ
ຍາໄລສຶກສາຂັ້ນສູງ ລະດັບປະລິນຍາໂທ ແລະເອກ ຫລື
Graduate University of Advanced Studie ຈາກຍີ່ປຸ່ນ ທີ່ໄປທໍາການຄົ້ນຄວ້າ ຢູ່ແຂວງຫົວພັນ ກ່ຽວກັບວິຖີຊີວິດ
ແລະຮີດຄອງປະເພນີຂອງຄົນຕໍ່າຫູກ ຢູ່ແຂວງດັ່ງກ່າວ ໄດ້ສອງປີປາຍແລ້ວເພື່ອເກັບກໍາ
ຂໍ້ມູນສໍາລັບບົດວິທະຍານິພົນຂອງນາງ ໃນຫົວຂໍ້ “ຮີດຄອງປະເພນີໃນການຕໍ່າຫູກຂອງຜູ້ຍິງຊົນເຜົ່າລາວໄຕ ຢູ່ແຂວງຫົວພັນ” ຊຶ່ງນາງຈະທໍາການຂຽນໃຫ້ສໍາເລັດ ໃນປີໜ້າ 2014 ນີ້. ນາງອີຕໍ ໄດ້ຮັບທຶນຈາກສູນລາວສຶກສາ ທີ່ເມືອງແຊນ ແຟຣນຊິສໂກ ລັດຄາລິຟໍ
ເນຍ ໃນການເດີນທາງມາຈາກລາວ ເພື່ອເຂົ້າຮ່ວມ ແລະ ສະເໜີສ່ວນນຶ່ງຂອງບົດລາຍ
ງານ ການຄົ້ນຄວ້າຂອງນາງ ໃນກອງ ປະຊຸມດັ່ງກ່າວ. ແລະນາງໄດ້ໄດ້ເລົ່າເຖິງສິ່ງບັນ ດານຈິດໃຈນາງ ໃຫ້ເລືອກເອົາແຂວງດັ່ງກ່າວ ເປັນສະໜາມຄົ້ນຄວ້າວ່າ:
ໃນນາມນັກຄົ້ນຄວ້າ ທີ່ລົງເກັບກໍາຂໍ້ມູນເພື່ອຂຽນບົດວິທະຍານິພົນຂອງຕົນນັ້ນ ອີຕໍໄດ້ໄປ
ດໍາລົງຊີວິດຢູ່ນໍາປະຊາຊົນ ທີ່ນາງໄປສຶກສາຮຽນຮູ້ ຊຶ່ງນາງບອກວ່ານາງມີຄວາມຊາບ
ຊຶ້ງໃນນໍ້າໃຈຄົນລາວ ໃນແຂວງຫົວພັນ ກໍຄືຢູ່ທົ່ວປະເທດ. ນາງໄດ້ເລົ່າເຖິງຄວາມຮູ້ສຶກ
ຂອງນາງຕໍ່ຊີວິດ ການເປັນຢູ່ຂອງນາງກັບປະຊາຊົນແຂວງຫົວພັນວ່າ:
ພ້ອມກັນນັ້ນ ນາງອີຕໍກໍເວົ້າວ່າ ສິ່ງທີ່ດຶງດູດຈິດໃຈນາງໃຫ້ ເຂົ້າຮ່ວມກອງປະຊຸມນາໆ
ຊາດລາວສຶກສາຄັ້ງທີ 4 ຢູ່ເມືອງເມດີສັນ, ລັດວິສຄອນຊິນວ່າ:
ຜູ້ທີສອງກໍຄືອາຈານ ມາລີນີ ກາງປະພັນທີ່ສອນວິຊາສັງຄົມ
ສຶກສາຢູ່ ໂຮງຮຽນມັດທະຍົມ ຄໍາຈີ ວິທະຍາຄານ, ຈັງຫວັດ
ມຸກດາຫານ ແລະນັກສຶກສາປະລິນຍາເອກ ສາຂາລາວສຶກສາ
ທີ່ມີສອນຢູ່ໃນແຕ່ບ່ອນດຽວ ທີ່ມະຫາວິທະຍາໄລສາລະຄາມ
ເທົ່ານັ້ນໃນປະເທດໄທ. ຜູ້ກ່ຽວ ເວົ້າວ່າ ຄວາມຮູ້ຄວາມເຂົ້າ
ໃຈໃໝ່ກ່ຽວກັບເຊື້ອສາຍລາວ ແລະໄທ ທີ່ໄດ້ຮັບ ຫລັງຈາກ
ໄດ້ຮຽນຂະແໜງດັ່ງກ່າວ ກາຍເປັນນຶ່ງໃນແຮງດົນໃຫຍ່ສອງຢ່າງ ໃຫ້ອາຈານສຶກສາກ່ຽວກັບລາວເພີ້ມຂຶ້ນ ຊຶ່ງ ອາຈານມາລີນີ
ຜູ້ເວົ້າສໍານຽງພູໄທ ເລົ່າສູ່ຟັງວ່າ:
ອາຈານມາລີນີໄດ້ນໍາສະເໜີສ່ວນນຶ່ງຂອງວິທະຍານິພົນປະລິນ
ຍາເອກທີ່ກອງປະຊຸມນາໆ ຊາດລາວສຶກສາຄັ້ງທີ 4 ແລະພິມ
ຜົນງານ ໃນຫົວຂໍ້ “ເຄືອຂ່າຍທາງສັງຄົມຂອງຄ່າໂອກາດພະທາດ
ພະນົມ ໃນບໍລິເວນລຸ່ມ ແມ່ນໍ້າຂອງ” ຊຶ່ງເປັນຫົວຂໍ້ທີ່ເນັ້ນໃສ່
ຄວາມໝາຍສໍາຄັນຂອງຄວາມເຊື່ອ ທີ່ເປັນຕໍານານເລົ່າຂານກັນ
ມາວ່າ ມີພະທາດສ່ວນໜ້າເອິກຂອງພະພຸດທະເຈົ້າຢູ່ທີ່ທາດພະ
ນົມນັ້ນ ແລະຄວາມຜູກພັນຂອງຊາວລາວ ທີ່ຢູ່ຕາມຝັ່ງແມ່ນໍ້າຂອງ
ແລະຄົນໄທ ພາກອີສານ ຊຶ່ງຜູ້ກ່ຽວ ໄດ້ເລົ່າ ເຖິງຄວາມປະທັບໃຈ
ໃນການໄປເກັບກໍາຂໍ້ມູນ, ການເຮັດວິໄຈຢູ່ ປະເທດລາວ ແລະຜົນ
ຂອງການຄົ້ນຄວ້າບັ້ນນີ້ວ່າ:
ເຊັ່ນດຽວກັນກັບນາງອີຕໍ ມີຄວາມຊາບຊຶ້ງໃນນໍ້າໃຈຂອງຄົນລາວ
ຢູ່ໃນ ປະເທດ ອາຈານມາລີນີ ກໍມີຄວາມປະທັບໃຈຫລາຍຕໍ່ອັດ
ທະຍາໄສ ໄມຕີ ແລະຄວາມໂອບເອື້ອອີລາ ຂອງຄົນລາວໃນອາ
ເມຣິກາ ຊຶ່ງອາຈານ ມາລີນີສະແດງຄວາມຮູ້ສຶກອອກມາວ່າ:
ທ້າຍສຸດ ອາຈານມາລີນີຂໍຝາກຂ່າວໄປຫາຍາດພີ່ນ້ອງໃນເມືອງລາວວ່າ:
ຜູ້ສຸດທ້າຍ ກໍຄືທ່ານອຸດົມ ບົວສີ, ອາຈາສອນຢູ່ມະຫາຈຸລາລົງ
ກອນລາຊວິທະຍາໄລ ວິທະຍາເຂດຂອນແກ່ນ ແລະເປັນອະດີດ
ອາຈານສອນ ທີ່ມະຫາວິທະຍາໄລຂອນແກ່ນວິຊາປັນຍາສາ
ສະໜາ ແລະວັດທະນາທໍາ ເປັນຄົນກໍ່ສ້າງຂະແໜງສຶກສາ
ເລື້ອງວັດທະນະທໍາອີສານ ຊຶ່ງແຕ່ກ່ອນບໍ່ມີໃຜສົນໃຈໃນດ້ານ
ນີ້ ແຕ່ທ່ານກໍໄດ້ ມາເລີ້ມທໍາການຮື້ຟື້ນມັນຂຶ້ນ. ເມື່ອເຮັດເຊັ່ນ
ນັ້ນແລ້ວກໍເຫັນໄດ້ວ່າ ມັນມີຄວາມກ່ຽວຂ້ອງກັບລາວຢ່າງ
ຫລວງຫລາຍ ສະນັ້ນທ່ານຈຶ່ງຫັນມາສົ່ງເສີມການສຶກສາກ່ຽວ
ກັບລາວຫລາຍຂຶ້ນ ແລະໃນການສຶກສານັ້ນ ທ່ານອຸດົມໄດ້
ລົງເລິກເລື້ອງເຈົ້າໂຄດ ຊຶ່ງທ່ານອຸດົມກໍເຫັນວ່າ ລະບົບເຈົ້າ
ໂຄດເປັນລະບົບການໄກ່ເກ່ຍ ທີ່ນິຍົມໃຊ້ກັນຢູ່ໃນບັນດາໝູ່ບ້ານຕ່າງໆ ທີ່ທ່ານໄດ້ລົງໄປ
ເກັບກໍາຂໍ້ມູນໃນ 17 ແຂວງຂອງທັງໝົດ 19 ແຂວງໃນພາກ ອີສານຂອງໄທ ແລະໝູ່ບ້ານ
ຈໍານວນນຶ່ງໃນລາວ ຊຶ່ງທ່ານ ອຸດົມໄດ້ອະທິບາຍວ່າ
ແລະທີ່ຜ່ານໄປນັ້ນກໍຄືຄວາມເຫັນຂອງຄົນໃນຕ່າງປະເທດສາມທ່ານ ທີ່ໄດ້ທໍາການຄົ້ນ
ຄ້ວາກ່ຽວກັບປະເພນີວັດທະນະທໍາລາວ ແລະກໍມີຄວາມຮູ້ສຶກປະທັບໃຈນໍາຄົນລາວທີ່ພວກເພິ່ນໄດ້ພົບພໍ້ ແລະສິ່ງທີ່ພວກເພິ່ນໄດ້ຮຽນຮູ້ມາ. ບົວສະຫວັນ ກໍຄືທີມງານວິທະຍຸວີໂອ
ເອພາກພາສາລາວ ຂໍຂອບໃຈທຸກໆທ່ານທີ່ຄອຍຕິດຕາມຮັບຟັງລາຍການຂອງພວກເຮົາ.
ປະມວນພາບກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 4