ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ນັກສຶກສາ ລາວ ໃນນະຄອນ ແມລເບິນ ດີໃຈ ກັບ ການຜ່ອນຜັນ ມາດຕະການຫ້າມ COVID-19


ປະຊາຊົນຍ່າງຜ່ານຕົ້ນໄມ້ທີ່ຖືກແຕ້ມຕາໃສ່ ແລະ ໃສ່ໜ້າກາກໃນເຂດສູນກາງທຸລະກິດ ຂອງນະຄອນ ແມລເບິນ, ລັດ ວິກຕໍເຣຍ, ປະເທດ ອອສເຕຣເລຍ. 15 ຕຸລາ, 2020.

ລັດວິກຕໍເຣຍ ປະເທດ ອອສເຕຣເລຍ ໄດ້ປະກາດຫຼຸດຜ່ອນມາດຕະການຫ້າມ ໄວຣັສໂຄໂຣນາຢ່າງເຄັ່ງຄັດຂອງເຂົາເຈົ້າ ຫຼັງຈາກການກັກບໍລິເວນດົນກວ່າ 100 ວັນ.

ຕົວເລກຜູ້ຕິດເຊື້ອໃນລັດດັ່ງກ່າວໄດ້ມີຈຳນວນຫຼຸດລົງ, ເຮັດໃຫ້ຜູ້ປົກຄອງລັດປະກາດອະນຸຍາດໃຫ້ປະຊາຊົນສາມາດເດີນທາງໄປໄກເຖິງ 25 ກິໂລແມັດຈາກບ້ານຂອງເຂົາເຈົ້າ ເພື່ອໄປຊື້ເຄື່ອງຂອງ ແລະ ອອກກຳລັງກາຍ ເຊິ່ງກ່ອນໜ້ານັ້ນປະຊາຊົນແມ່ນໄດ້ຮັບອະນຸຍາດໃຫ້ອອກບ້ານໄກ 5 ກິໂລ ແມັດພຽງເທົ່ານັ້ນ.

ຄົນ ລາວ ທີ່ອາໄສຢູ່ໃນລັດດັ່ງກ່າວກໍສະແດງຄວາມດີອົກດີໃຈ ເມື່ອໄດ້ຍິນການປະກາດທີ່ວ່ານັ້ນ. ເຊິ່ງເຂົາເຈົ້າເຊັ່ນດຽວກັບປະຊາຊົນທົ່ວໄປໃນລັດດັ່ງກ່າວ ແມ່ນມີຄວາມອຶດອັດກັບການຖືກກັກບໍລິເວນເປັນເວລາດົນນານ.

ນາງ ທິບພະສອນ ອ່ອນພັນ, ນັກສຶກສາປະລິນຍາໂທ, ຮຽນສາຂາບັນຊີທຸລະກິດ ທີ່ມະຫາວິທະຍາ ໄລ ແມລເບິນ ໄດ້ກ່າວວ່າ “ສະຖານະການໃນປັດຈຸບັນກະຜ່ອນຜັນຂຶ້ນຫຼາຍແລ້ວ ນັບຕັ້ງແຕ່ວັນຈັນນີ້ວັນທີ 19 ນີ້ນະ, ເພາະວ່າລັດຖະບານກະໄດ້ປະກາດຍົກເລີກ restrictions ຫຼາຍອັນ. ຖ້າທຽບໃສ່ກັບສາມເດືອນແລ້ວນີ້ແມ່ນຖືວ່າມັນຕຶງຄຽດນະອ້າຍ. ແຕ່ວ່າສຳລັບນ້ອງຫັ້ນ ມັນກະກະທົບເລື່ອງຮຽນຫຼາຍ ເພາະວ່າຫຍັງ, ປ່ຽນຈາກລະບົບຮຽນ In class ມາ ເປັນອອນໄລນ໌ ແມ່ນເລີ່ມຕັ້ງແຕ່ເທີມແລ້ວນີ້ ມັນກະເຮັດໃຫ້ມີຂໍ້ຫຍຸ້ງຍາກຫຼາຍອັນແຫຼະ ແບບເລື່ອງການປັບໂຕ ເພາະວ່າເຮົາເປັນນັກສຶກສາເຮົາແຊຣ໌ກັບ ໝູ່ຫຼາຍຄົນ ເຮົາອາດຈະມີຄວາມຫຍຸ້ງຍາກ ເພາະວ່າແຕ່ກີ້ຕ່າງຄົນກະຕ່າງໄປຮຽນຢູ່ຫໍສະໝຸດມັນກະຈະມີສະມາທິຫຼາຍກວ່າ.”

ນອກຈາກຄວາມຫຍຸ້ງຍາກແລ້ວ ນາງ ທິບພະສອນ ໄດ້ກ່າວວ່າໃນນະຄອນ ແມລເບິນ, ກ່ອນໜ້ານີ້ການອອກໄປຂ້າງນອກແມ່ນບໍ່ປອດໄພປານໃດ, ເພາະວ່າປະຊາຊົນ ອອສເຕຣເລຍ ແມ່ນບໍ່ຄ່ອຍຫົວຊາກັບການຕິດໄວຣັສໂຄໂຣນາ ແລະ ຍັງພາກັນອອກໄປເຕົ້າໂຮມກັນ, ໄປກິນເຂົ້ານອກບ້ານຕ່າງໆ.

ນາງ ທິບພະສອນ ເວົ້າວ່າຕົນຕົກໃຈເມື່ອໄດ້ເຫັນປະຊາຊົນ ອອສເຕຣເລຍ ເປັນແນວນັ້ນ ແລະ ເປັນຫ່ວງວ່າສະຖານະການຈະບໍ່ກັບຄືນສູ່ປົກກະຕິງ່າຍໆ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG