ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດວິສາຫະ​ກິດ​ລາວ​ ຂາດ​ທຶນຢ່າງຫ​ຼວງຫຼາຍ ຍ້ອນມີພະນັກງານທຸດ​ຈະ​ລິດ ແລະ ມີປະສິດທິພາບຕ່ຳ ແລະ ການ​ຫລິ້ນພັກຫຼິ້ນ​ພວກ


ການ​ຊື້-ຊາຍ​ຮຸ້ນ​ຂອງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ ຫລື EDL-GEN ໃນ​ຕະ​ຫລາດ​ຫລັກ. ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວເປັນ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ພາ​ລະ​ໜີ້​ສິນ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ຫລາຍກວ່າ​ໝູ່​ໃນ​ຈຳ​ນວນ​ທັງ​ໝົດລັດ​ວິ​ຫ​ສາ​ຫະ​ກິດ​ທີ່​ມີ 178 ແຫ່ງ.
ການ​ຊື້-ຊາຍ​ຮຸ້ນ​ຂອງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ ຫລື EDL-GEN ໃນ​ຕະ​ຫລາດ​ຫລັກ. ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວເປັນ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ພາ​ລະ​ໜີ້​ສິນ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ຫລາຍກວ່າ​ໝູ່​ໃນ​ຈຳ​ນວນ​ທັງ​ໝົດລັດ​ວິ​ຫ​ສາ​ຫະ​ກິດ​ທີ່​ມີ 178 ແຫ່ງ.

ລັດວິສາຫະ​ກິດ​ລາວ ປະ​ເຊີນ​ກັບ​ສະ​ພາ​ວ​ະການ​ຂາດ​ທຶນຢ່າງຫລວງຫລາຍຍ້ອນມີພະນັກງານຈຳ​ນວນຫລາຍປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸດ​ຈະ​ລິດແລະ ປະສິດທິພາບຕ່ຳ ຍ້ອນການ​ຫລິ້ນພັກ ຫຼິ້ນ​ພວກເປັນ​ຫລັກ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຖະ​ແຫລງວ່າ ສາເຫດທີ່ສຳ​ຄັນທີ່​ເຮັດ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ຂອງລັດຖະບານລາວ ຕ້ອງປະສົບກັບສະ​ພາ​ວະ​ການຂາດ​ທຶນຢ່າງຫລວງຫຼາຍ ໃນ​ທຸກມື້ນີ້ ກໍ​ຍ້ອນວ່າ ມີພະນັກງານຈຳນວນຫຼາຍປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸດ​ຈະ​ລິດ ແລະມີ​ປະ​ສິດ​ທິ​ພາບຕໍ່າ ທັງຍັງ​ມີ​ການຫຼິ້ນ​ພັກ ຫລິ້ນ​ພວກ ເພື່ອສະ​ແຫວງ​ຫາ​ຜົນ​ປະ​ໂຫຍດສ່ວນ​ຕົວເປັນດ້ານຫລັກ ອີກ​ດ້ວຍ. ພາຍ​ໃຕ້ບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ຈະ​ຕ້ອງດຳ​ເນີນການປະຕິຮູບລັດວິສາຫະກິດທີ່​ມີ​ຢູ່ທັງໝົດ 178 ແຫ່ງ ຢ່າງຮີບດ່ວນທີ່ສຸດ ຊຶ່ງລວມ​ທັງການກຳ​ນົດລະ​ບຽບ​ການບໍ​ລິ​ຫານ​ຢ່າງ​ຊັດ​ເຈນ ແລະ​ການແຕ່ງຕັ້ງ ບຸກ​ຄະ​ລາ​ກອນທີ່ມີ​ຄວາມ​ຮູ້ ຄວາມ​ສາ​ມາດຢ່າງ​ແທ້​ຈິງອີກ​ດ້ວຍ ດັ່ງທີ່ທ່ານບຸນໂຈມ ໃຫ້ການຢືນ​ຢັນ​ວ່າ:

“ການຄຸ້ມຄອງລັດວິສາຫາກິດ ຍັງພົບຄວາມຫຍຸ້ງຍາກຫຼາຍບັນຫາທີ່ຄຸມ​ເຄືອ ແລະແກ່ຍາວ ເຊັ່ນ: ການ​ກຳ​ນົດນະໂຍບາຍ, ລະບຽບການບໍ່ຈະແຈ້ງ ບົດ​ບາດ​ເຈົ້າໜ້າທີ່ ຄວາມ​ຮັບ​ຜິດ​ຊອບຂອງສະ​ພາບໍລິຫານ, ຜູ້​ອຳ​ນວຍ​ການ​ປົນ​ເປ​ກັນ. ສະ​ພາ​ບໍ​ລິ​ຫານຄວນ​ເປັນ​ຜູ້​ຮັບຮັບຜິດຊອບ ຕໍ່ຜົນໄດ້​ຜົນເສຍ ຂອງລັດວິສາສະຫະກິດ, ເປັນ​ຜູ້ຄົ້ນຄວ້າ, ແຕ່ງຕັ້ງ ປ່ຽນແທນຜູ້​ອຳ​ນວຍ​ການ ແຕ່ລະໄລຍະຜ່ານມາ ສະພາບໍລິຫານ ເຮັດແຕ່ໜ້າທີ່ເປັນ​ພຽງ​ຮູບ​ການ ສ່ວນ​ຄະນະອຳນວຍການເປັນ​ຜູ້ຮັບຜິດຊອບຮອບ ດ້ານພຽງແຕ່ຢ່າງ​ດຽວ ດຳ​ລົງ​ຕຳ​ແໜ່ງຫຼາຍສະໄໝ ຈົນຮອດອາຍຸບຳນານ ການຕິດຕາມກວດກາ ແລະ ປະເມີນຜົນຂອງອົງການມະ​ຫາພາກ ຕໍ່ລັດວິສາຫະກິດ ແມ່ນເຮັດ​ບໍ່​ທັນ​ໄດ້​ດີ ບໍ່​ຕໍ່​ເນື່ອງ ແລະ ບໍ່​ມີ​ລະ​ບົບ ແລະ​ກົນ​ໄກ​ທີ່​ຈະ​ແຈ້ງ.”

ສ່ວນ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ເປີ​ດເຜີຍ​ວ່າ​ ເງິນ​ກູ້ຢືມ​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃນ​ລາວ ​ໃນ​ປັດ​ຈຸ​ບັນ​ນີ້​ມີ​ມູນ​ຄ່າ​ລວມ 95,000 ກວ່າ​ຕື້​ກີບ ​ໃນ​ນີ້​ເປັນ​ການ​ປ່ອຍ​ເງິນ​ກູ້​ໂດ​ຍ​ທະ​ນາ​ຄາ​ນ​ທຸ​ລະ​ກິດ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດລາວ​ໃນ​ສັດ​ສ່ວນ 48.45 ເປີ​ເຊັນ ແລະ ທະ​ນາ​ຄານ​ຮ່ວມ​ທຶນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ເອ​ກະ​ຊົນ​ໃນ​ສັດ​ສ່ວນ 10.15 ເປີ​ເຊັນ ​ແລະ 41.4 ເປີ​ເຊັນ​ ເປັນ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ເອ​ກະ​ຊົນ​ໃນ​ລາວ ແຕ່​ດ້ວຍ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ກໍ​ໄດ້​ສົ່ງ​ຜົນ​ກ​ະ​ທົບ​ຕໍ່​ທຸ​ລະ​ກິດ​ການ​ຄ້າ ແລະບໍ​ລິ​ການ​ຢ່າງ​ໜັກ​ໜ່ວງ ຊຶ່ງ​ເຮັດ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ຂອງ​ລັດ ແລະ ເອ​ກະ​ຊົນ​ບໍ່​ສາ​ມາດ​ຈະ​ຊຳ​ລະ​ໜີ້​ເງິນ​ກູ້ ແລະດອກ​ເບ້ຍ​ຄືນ​ໃຫ້​ກັບ​ທະ​ນາ​ຄານ​ໄດ້​ເລີຍ ໂດຍ​ຜົ​ນ​ທີ່​ຕິດ​ຕາມ​ມາ​ກໍ​ຄື​ໜີ້​ເສຍ (NPL) ໃນ​ລະ​ບົບ​ທະ​ນາ​ຄານ​ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 7 ເປີ​ເຊັນ ​ທັງ​ຍັງ​ມີ​ໜີ້​ເງິນ​ກູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກັບ​ກູ້​ຄືນບໍ່​ໄດ້​ອີກ​ເຖິງ 17.48 ເປີ​ເຊັນ​ຂອງ​ມູນ​ໜີ້​ທັງ​ໝົດ​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ລາວ​ ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ນັ້ນ​ຖື​ເປັນ​ພາກ​ສ່ວນ​ທີ່​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ ແລະ ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ທຶນ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດຫຼາຍ​ທີ່​ສຸດ​ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ ລາວ​ຕ້ອງ​ເຂົ້າ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອໃນ​ທຸກ​ດ້ານ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ລົ້​ມ​ລະ​ລາຍ​ທາງ​ທຸ​ລະ​ກິດນັ້ນ​ເອງ.

ທັງ​ນີ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ລັດ​ຖະ​ບານ​ລາວ​ມີ​ໜີ້​ຈາກ​ການ​ກູ້​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃນ​ລາວ​ຄິດ​ເປັນ​ມູນ​ຄ່າ​ເກີນກວ່າ 55,670 ຕື້​ກີບ ​ໃນ​ນີ້​ໄດ້​ຕົກ​ເປັນ NPL ໄປ​ແລ້ວ​ເກີນກວ່າ 3,897 ຕື້​ກີບ ແລະ ອີກ​ເກີນກວ່າ 9,731 ຕື້​ກີບ​ກໍ​ຖືກ​ຈັດ​ໃຫ້​ເປັນ​ເງິນ​ສິນ​ເຊື່ອ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ບໍ່​ສາ​ມາດ​ຈັດ​ເກັບ​ຄືນ​ມາ​ໄດ້ ເພາະ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ເຮັດ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ສ່ວນຫຼາຍ ບໍ່​ມີ​ລາຍ​ໄດ້ ຫຼື​ວ່າ​ມີ​ລາຍ​ໄດ້​ບໍ່​ພຽງ​ພໍ​ສຳ​ລັບ​ການ​ຊຳ​ລະ​ໜີ້​ເງິນ​ກູ້​ດັ່ງ​ກ່າວ ຊຶ່ງ​ກໍ​ເຊັ່ນ​ດຽ​ວ​ກັນ ກັບ​ຫົວ​ໜ່ວຍ​ເອ​ກະ​ຊົນ​ 130,000 ລາຍທີ່ບໍ່​ສາ​ມາດ​າ​ລະ​ໜີ້​ຄືນ​ໃຫ້​ແກ່​ທະ​ນາ​ຄານ​ໄດ້​ໃນ​ເວ​ລານີ້.

ໃນ​ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ມີ​ວິ​ສາ​ຫະ​ກິດ​ໃນ​ການ​ຄຸ້ມ​ຄອງ 178 ແຫ່ງ ​ມີ​ທຶນ​ຈົດ​ທະ​ບຽນ​ລວມ​ເກີນກວ່າ 225,495 ຕື້​ກີບ ​ແຕ່​ກໍ​ມີ​ພຽງ 34 ລັດ​ວິ​ສາ​ຫະ​ກິດ​ທີ່​ມີ​ຜົນ​ການ​ດຳ​ເນີນ​ທຸ​ລ​ກິດ​ໃນ​ລະ​ດັບ​ດີ ແລະ ປານ​ກາງ ​ສ່ວນ​ທີ່​ເຫຼືອ​ອີກ 144 ຫົວ​ໜ່ວຍ​ກໍ​ຄື​ລັດ​ວິ​ສາ​ຫະ​ກິດ​ທີ່​ຂາ​ດ​ທຶນ ແລະ ສ້າງພາ​ບະ​ໜີ້​ສິນ​ມະ​ຫາ​ສານ​ໃຫ້​ກັບ​ລັດ​ຖະ​ບານ​ລາວ ​ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ 9 ແຫ່ງ ​ຄື​ລັດ​ວິສາ​ຫະ​ກິດການ​ບິນ​ລາວ, ລັດ​ວິ​ສາ​ຫະ​ກິດ ໄຟ​ຟ້າ​ລາວ, ລັດ​ວິ​ສາ​ຫະ​ກິດ ​ລ້ານ​ຊ້າງ​ພັດ​ທະ​ນາ ແລະ ບໍ​ລິ​ການການ​ຄ້າຂ້າ​ເຂົ້າ-ຂາ​ອອກ, ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ສາ​ກົນ-ລາວ​ບໍ​ລິ​ການ. ກຸ່ມ​ບໍ​ລິ​ສັດ DAFI ທີ່​ຄຸ້ມ​ຄອງ​ໂດຍກອງ​ທັບ​ປະ​ຊາ​ຊົນ​ລາ​ວນັ້ນ, ລັດ​ວິ​ສາ​ຫະ​ກິດ​ວິ​ສະ​ວະ​ກຳ​ນ້ຳ​ກັບ​ສິ່ງ​ແວດ​ລ້ອມ, ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ​. ທັງ​ນີ້ ພາກ​ສ່ວນ ທີ່​ປະ​ເຊີນ​ກັບ​ພາ​ວະ​ຂາດ​ທຶນ ແລະ​ສ້າງ​ພາ​ລະໜີ້​ສິນ​ໃຫ້ລັດ​ຖະ​ບານ​ຫລາຍກວ່າ​ໝູ່ ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວນັ້ນ​ເອງ ຊຶ່ງມີ​ໜີ້​ເງິນ​ກູ້ຫຼາຍ​ເກີນກວ່າ 2,000 ລ້ານ​ໂດ​ລາ.

XS
SM
MD
LG