ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕ້ອງຈ່າຍໜີ້ ຄ່ານຳເຂົ້າ ກະແສໄຟຟ້າ ຈາກ ໄທ ຫຼາຍກວ່າ 6,000 ລ້ານບາດ


ຕາໜ່າງສາຍສົ່ງໄຟຟ້າຂອງບໍລິສັດ EDL ທີ່ເມືຶອງລາວ
ຕາໜ່າງສາຍສົ່ງໄຟຟ້າຂອງບໍລິສັດ EDL ທີ່ເມືຶອງລາວ

ລັດວິສາຫະກິດໄຟຟ້າ ລາວ ມີພັນທະທີ່ຈະຕ້ອງຊຳລະໜີ້ຄ່າກະແສໄຟຟ້າທີ່ນຳເຂົ້າຈາກ ໄທ ຫຼາຍກວ່າ 6,000 ລ້ານບາດໂດຍຄາດວ່າຈະຊຳລະດ້ວຍການສົ່ງກະແສໄຟຟ້າໄປໃຫ້ ໄທ ຫຼາຍກວ່າລະດັບປົກກະຕິ.

ເຈົ້າໜ້າທີ່ຂັ້ນສູງໃນສຳນັກນະໂຍບາຍ ແລະ ແຜນການພັງລັງງານແຫ່ງຊາດ ໄທ ເປີດ ເຜີຍວ່າລັດວິສາຫະກິດໄຟຟ້າ ລາວ (EDL) ຕິດໜີຄ່າກະແສໄຟຟ້າທີ່ຊື້ ແລະ ນຳເຂົ້າ ຈາກ ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ຄິດເປັນມູນຄ່າລວມຫຼາຍກວ່າ 6,000 ລ້ານບາດຊຶ່ງຈະຕ້ອງຊຳລະໃຫ້ກັບ EGAT ຢ່າງຄົບຖ້ວນພາຍໃນເດືອນທັນວາ 2016 ນີ້ເປັນຢ່າງຊ້າ.

ໂດຍສາເຫດທີ່ເຮັດໃຫ້ EDL ຕ້ອງກາຍເປັນຝ່າຍຕິດໜີ້ຄ່າກະແສໄຟຟ້າດັ່ງກ່າວກໍເພາະ ວ່າມີການຊົມໃຊ້ພະລັງງານໄຟຟ້າເພີ່ມຂຶ້ນ ໃນເຂດທີ່ໂຄງຂ່າຍສົ່ງກະແສໄຟຟ້າຂອງ EDL ເຊື່ອມຕໍ່ໄປບໍ່ເຖິງຈິ່ງຈຳເປັນຕ້ອງນຳໃຊ້ໂຄງຂ່າຍຂອງ EGAT ເພື່ອສົ່ງກະແສໄຟ ຟ້າກັບຄືນມາ ລາວ ຊຶ່ງເປັນທຳມະດາທີ່ລາຄາກະແສໄຟຟ້າຂອງ EGAT ຈະມີລາຄາ ແພງກວ່າກະແສໄຟຟ້າທີ່ EGAT ຊື້ຈາກ EDL ເນື່ອງຈາກການຄິດໄລ່ຄ່າຊົມໃຊ້ໂຄງ ຂ່າຍ ສາຍສົ່ງກະແສໄຟຟ້າຂອງ EGAT ເຂົ້າໄປດ້ວຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງ ໄທ ຢືນຢັນວ່າ EDL ສາມາດຊຳລະໜີດັ່ງກ່າວ ໄດ້ດ້ວຍການສົ່ງກະແສໄຟຟ້າໃຫ້ກັບ EGAT ຫຼາຍຂຶ້ນກວ່າລະດັບປົກກະຕິ ແລະ ຄິດວ່າ ບໍ່ໜ້າຈະມີບັນຫາແຕ່ຢ່າງໃດ ເພາະວ່າໃນຄວາມເປັນຈິງ EGAT ໄດ້ຮັບຊື້ກະແສໄຟຟ້າ ຈາກ ລາວ ຄິດເປັນມູນຄ່າລວມເກີນກວ່າ 13,000 ລ້ານບາດໃນແຕ່ລະປີຢູ່ແລ້ວທັງຍັງມີ ທ່າອຽງເພີ່ມຂຶ້ນທຸກປີອີກດ້ວຍ.

ໂດຍຫຼ້າສຸດທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ ແຮ່ຂອງ ລາວ ກັບພົນເອກ ອານັນຕະພອນ ການຈະນະຣັດ ລັດຖະມົນຕີວ່າການກະຊວງ ພະລັງງານຂອງ ໄທ ກໍໄດ້ຮ່ວມລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການ ຊື້-ຂາຍກະແສໄຟຟ້າ ລະຫວ່າງ ໄທ-ລາວ ໃນປະລິມານລວມ 9,000 ເມກະວັດ ເມື່ອບໍ່ ນານມານີ້ ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ກັບພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ໄດ້ຮ່ວມເປັນສັກຂີພິຍານໃນພິທີ ການລົງນາມໃນຄັ້ງນີ້ດ້ວຍ.

ທັງນີ້ໂດຍລັດຖະບານ ໄທ ໄດ້ອະນຸມັດແຜນການຮັບຊື້ກະແສໄຟຟ້າຈາກ ລາວ ເພີ່ມຂຶ້ນ ຈາກ 7,000 ເມກະວັດເປັນ 9,000 ເມກະວັດ ກ່ອນການລົງນາມດັ່ງກ່າວ ໂດຍເປັນການ ພິຈາລະນາຕາມການຮ້ອງຂໍຂອງລັດຖະບານ ລາວ ທີ່ຕ້ອງການຈະເພີ່ມການຂາຍກະແສ ໄຟຟ້າໃຫ້ ໄທ ເປັນ 10,000 ເມກະວັດ ແຕ່ເນື່ອງຈາກວ່າແຜນການພັດທະນາກຳລັງ ການຜະລິດໄຟຟ້າຂອງ ໄທ ໃນຊ່ວງປີ 2015-2035 ໄດ້ກຳນົດໃຫ້ສາມາດຮັບຊື້ກະແສ ໄຟຟ້າຈາກຕ່າງປະເທດໄດ້ໃນສັດສ່ວນ 20 ເປີເຊັນຂອງກຳລັງການຜະລິດໄຟຟ້າພາຍ ໃນທັງໝົດ ແລະ ຕ້ອງເປັນການຮັບຊື້ຈາກຫຼາຍປະເທດ ເພື່ອຄວາມໝັ້ນຄົງດ້ານພະລັງ ງານດ້ວຍນັ້ນ ຈຶ່ງສາມາດຮັບຊື້ກະແສໄຟຟ້າຈາກ ລາວ ໄດ້ເພີ່ມຂຶ້ນອີກພຽງບໍ່ເກີນ 2,000 ເມກະວັດເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ໂດຍອີງຕາມບັນທຶກຄວາມເຂົ້າໃຈຮ່ວມ ສະບັບໃໝ່ດັ່ງກ່າວນີ້ກໍເຮັດ ໃຫ້ລັດ ຖະບານ ລາວ ມີພັນທະທີ່ຈະຕ້ອງສົ່ງກະແສໄຟຟ້າໃຫ້ ໄທ ຢ່າງຄົບຖ້ວນທັງ 9,000 ເມກະວັດນັບຈາກປີ 2022 ເປັນຕົ້ນໄປ ຊຶ່ງມີລາຄາຊື້-ຂາຍຢູ່ທີ່ອັດຕາສະເລ່ຍ 2 ບາດ 50 ສະຕາງຕໍ່ກິ ໂລວັດ/ໂມງ.

ໂດຍໃນປີ 2015 ໄທ ຊື້ກະແສໄຟຟ້າຈາກ ລາວ ຄິດເປັນມູນຄ່າຫຼາຍກວ່າ 13,548 ລ້ານ ບາດ ແລະ ໃນຊ່ວງ 7 ເດືອນຂອງປີ 2016 ນີ້ກໍປະກົດວ່າ ໄທ ຊື້ກະແສໄຟຟ້າຈາກ ລາວ ແລ້ວຄິດເປັນມູນຄ່າລວມເກີນກວ່າ 14,000 ລ້ານບາດສ່ວນທາງດ້ານທ່ານ ຄຳມະນີ ອິນ ທິລາດ ກໍໄດ້ໃຫ້ການຢືນຢັນວ່າວິໄສທັດການພັດທະນາພາກພະລັງງານທີ່ລັດຖະບານ ລາວ ໄດ້ວາງອອກເຖິງປີ 2025 ຄືການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟ ຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງ ອາຊຽນ ໃຫ້ໄດ້ດັ່ງທີ່ທ່ານໄດ້ກ່າວວ່າ

"ສະລັບປີ 2020 ນີ້ ພວກເຮົາຄາດວ່າຈະສາມາດຜະລິດພະລັງງານໄຟຟ້າເພີ່ມຕື່ມອີກ ໃຫ້ເປັນປະມານ 10,000 ເມກະວັດ ທີ່ສາມາດຜະລິດພະລັງງານໄດ້ຫຼາຍກວ່າ 60,000 ລ້ານກິໂລວັດ/ໂມງ ຕໍ່ປີແລ້ວກະໃນຍຸດທະສາດຂອງພວກເຮົາວາງໄວ້ຮອດປີ 2025 ກໍຈະຜະລິດພະລັງງານໄຟຟ້າໃຫ້ໄດ້ເຖິງ 14,000 ຫາ 15,000 ເມກະວັດ."

ພ້ອມກັນນີ້ ທາງການ ລາວ ກໍຍັງໄດ້ວາງເປົ້າໝາຍທີ່ຈະທຳການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າກັບ ໄທ, ມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ໃນປີ 2016 ນີ້ອີກດ້ວຍເພາະວ່າ ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ປະເທດສະມາຊິກ ອາຊຽນ ດ້ວຍກັນ (ASEAN Power Grid) ກໍຄືເປົ້າໝາຍທີ່ຈະຕອບສະໜອງພະລັງງານໄຟຟ້າໃຫ້ກັບປະ ເທດໃນອາຊຽນ ດ້ວຍກັນຢ່າງພຽງພໍ ໂດຍລັດວິສາຫະກິດໄຟຟ້າ ລາວ ໄດ້ຕົກລົງຂາຍພະ ລັງງານໄຟຟ້າ 100 ເມກິວັດໃຫ້ກັບ ສິງກະໂປ ເມື່ອບໍ່ນານມານີ້.

XS
SM
MD
LG