ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ສົມດີດວງດີວ່າ ການໃຊ້ຈ່າຍ ງົບປະມານລັດ ຈະມີປະສິດ ທິພາບສູງຂຶ້ນ ຖ້າກົດໝາຍຈັດຊື້ ແລະຈັດຈ້າງ ຖືກບັງຄັບໃຊ້


ກອງປະຊຸມ ເປີດກວ້າງ ວຽກງານກວດສອບງົບປະມານ ປະຈຳປີ 2013-2014
ກອງປະຊຸມ ເປີດກວ້າງ ວຽກງານກວດສອບງົບປະມານ ປະຈຳປີ 2013-2014

ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າ
ໄດ້ມີການບັງຄັບໃຊ້ກົດໝາຍວ່າດ້ວຍ ການຈັດຊື້ ແລະຈັດຈ້າງ ທີ່ກຳນົດມາດຕະການ
ຄວບຄຸມ ແລະກວດກາໄວ້ຢ່າງຮັດກຸມ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງຢືນຢັນວ່າ ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ທັງໃນລະດັບສູນ
ກາງ ແລະທ້ອງຖິ່ນ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າ ໄດ້ມີການບັງຄັບໃຊ້ກົດໝາຍ
ວ່າດ້ວຍການຈັດຊື້ ແລະຈັດຈ້າງ ຢ່າງເປັນທາງການ ເນື່ອງຈາກວ່າ ກົດໝາຍດັ່ງກ່າວ
ໄດ້ກຳນົດລະບຽບການ ວິທີການ ມາດຕະການຄວບຄຸມ ແລະການກວດສອບໄວ້ ຢ່າງ
ຮັດກຸມ ດັ່ງທີ່ ທ່ານສົມດີ ໄດ້ຖະແຫລງຕໍ່ກອງປະຊຸມ ສະໄໝສາມັນ ຄັ້ງທີ 4 ຂອງສະພາ
ແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 16 ຕຸລາ ຫາ 17 ພະຈິກ
2017 ນີ້ ວ່າ:

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະລັດຖະມົນຕີວ່າການ ກະຊວງການເງິນ

“ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິກຳ
ທີ່ເປັນບ່ອນອິງ ທີ່ໜັກແໜ້ນໃຫ້ແກ່ການຄຸ້ມຄອງ ແລະຕິດຕາມກວດກາ ການຈັດຕັ້ງ
ປະຕິບັດວຽກງານ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ມີປະສິດທິຜົນ ແລະມີ
ປະສິດທິພາບສູງຂຶ້ນ ມີຄວາມໂປ່ງໃສ ແລະຍຸຕິທຳ. ການຄຸ້ມຄອງ ແລະການນຳໃຊ້
ງົບປະມານຂອງລັດ ຮວມທັງທຶນຈາກການກູ້ຢືມ ແລະຊ່ວຍເຫຼືອລ້າ ເຂົ້າໃນການ
ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດກໍຈະມີປະສິດທິຜົນກວ່າເກົ່າ.”

ແຕ່ຢ່າງໃດກໍຕາມ ທ່ານຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງ
ຜົ້ງສາລີ ກໍໄດ້ໃຫ້ທັດສະນະວ່າ ການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາຕ່າງໆ
ຂອງລັດຖະບານ ຢູ່ໃນລະດັບທ້ອງຖິ່ນ ຍັງຄົງດຳເນີນໄປຢ່າງບໍ່ຖືກຕ້ອງຕາມກົດໝາຍ
ມີລັກສະນະທີ່ເປັນກົນໄກຂອງການຈັບຈອງຮັບເໝົາ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ
ໂຄງການບໍ່ມີຄຸນນະພາບ ແລະບໍ່ເປັນໄຟຕາມເປົ້າໝາຍ ທັງຍັງບໍ່ມີກົນໄກ ໃນການ
ກວດສອບ ທີ່ມີປະສິດທິພາບອີກດ້ວຍ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງບັນດາ
ກະຊວງ ແລະໜ່ວຍງານຕ່າງໆ ຂອງລັດຖະບານໃນທົ່ວປະເທດ ໂດຍເນັ້ນໜັກວ່າ
ບໍ່ອະນຸຍາດໃຫ້ຂະແໜງການ ແລະທ້ອງຖິ່ນໃດນຶ່ງ ປະຕິບັດໂຄງການນອກແຜນ ແລະ
ໂຄງການທີ່ພາກເອກກະຊົນລົງທຶນໃຫ້ກ່ອນ ຢ່າງເດັດຂາດ ເພາະເປັນໂຄງການ ທີ່
ເຮັດໃຫ້ລັດຖະບານ ຕ້ອງສິນເສຍງົບປະມານໄປຢ່າງຫລວງຫລາຍ ທັງຍັງເປັນໂຄງການ
ທີ່ບໍ່ມີປະສິດທິຜົນ ຕໍ່ການພັດທະນາປະເທດຊາດອີກດ້ວຍ ສະນັ້ນ ຖ້າຫາກຍັງປາກົດ
ວ່າ ມີການລະເມີດຄຳສັ່ງດັ່ງກ່າວນີ້ ໂດຍຂະແໜງການ ແລະທ້ອງຖິ່ນໃດ ກໍຈະຖືກ
ລົງໂທດຕາມກົດໝາຍ ໂດຍບໍ່ມີການຍົກເວັ້ນໃນທຸກກໍລະນີ.

ທັງນີ້ ລັດຖະບານລາວ ຄາດວ່າ ການຈັດຕັ້ງປະຕິບັດແຜນການລົງທຶນພາກລັດໃນປີ
2016-2017 ຈະນຳໃຊ້ທຶນໃນມູນຄ່າລວມເຖິງ 36,366 ຕື້ກີບ ໃນນີ້ ເປັນທຶນພາຍໃນ
5,463 ຕື້ກີບ ທຶນຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດ 8,629 ຕື້ກີບ ການລົງທຶນ
ຂອງເອກກະຊົນພາຍໃນ ແລະຕ່າງຊາດ 14,474 ຕື້ກີບ ແລະສິນເຊື່ອທະນາຄານອີກ
ຫລາຍກວ່າ 7,800 ຕື້ກີບ ຕາມລຳດັບ.

ໂດຍເພື່ອຮັບປະກັນວ່າ ການຈັດຕັ້ງປະຕິບັດ ຈະເປັນໄປຕາມແຜນການ ແລະລະບຽບ
ກົດໝາຍ ຢ່າງແທ້ຈິງນັ້ນ ຄຳສັ່ງດັ່ງກ່າວນີ້ ກໍໄດ້ກຳນົດໃຫ້ຂະແໜງແຜນການ ແລະ
ການລົງທຶນ ຂະແໜງການເງິນ ແລະຂະແໜງກວດກາ ໃຫ້ເຂົ້າໄປມີສ່ວນຮ່ວມໃນທຸກ
ໂຄງການ ນັບແຕ່ຂັ້ນຕອນການເຈລະຈາ ການຮ່າງສັນຍາຮັບເໝົາ ການຈັດຊື້-ຈັດຈ້າງ
ແລະການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໃສ ທັງໃນການຊຳລະ
ການລົງທຶນ ແລະການປະເມີນຜົນການປະຕິບັດໂຄງການ ຕາມໜ້າວຽກຕົວຈິງໄດ້
ຢ່າງມີປະສິດທິພາບ ແລະສອດຄ້ອງກັບແຜນການ-ເປົ້າໝາຍທີ່ວາງໄວ້ນັ້ນເອງ.

ໂຄງການລົງທຶນພາກລັດນັບເປັນບັນຫາທີ່ປະຊາຊົນລາວ ຢາກໃຫ້ມີການແກ້ໄຂ
ຢ່າງຮີບດ້ວນທີ່ສຸດ ເພາະເຊື່ອວ່າ ມີການຄໍຣັບຊັ້ນ ເກີດຂຶ້ນຢ່າງກວ່າງຂວາງ ຊຶ່ງ
ເຮັດໃຫ້ລັດຖະບານ ສູນເສຍງົບປະມານໄປ ຫຼາຍກວ່າ 5,800 ຕື້ກີບ ໃນຊ່ວງປີ
2011-2015 ທີ່ຜ່ານມາ.

XS
SM
MD
LG