ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານແຫ່ງ ສປປ ລາວ ຄວບຄຸມ ການແລກປ່ຽນ ເງິນຕາ ຕ່າງປະເທດ


ສະຖານທີ່ແລກປ່ຽນເງິນຕາໃນ ລາວ.
ສະຖານທີ່ແລກປ່ຽນເງິນຕາໃນ ລາວ.

ທະນາຄານແຫ່ງ ສປປ ລາວ ຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ແລະ ກວດ
ກາປະລິມານການໂອນເງິນຕາຕ່າງປະເທດເຂົ້າ-ອອກ ລາວ ໂດຍຜ່ານລະບົບທະນາ
ຄານຂອງລັດ ແລະ ເອກະຊົນຢ່າງເຂັ້ມງວດ.

ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍອມຮັບວ່າ ທະນາຄານ
ແຫ່ງ ສປປ ລາວ ຕ້ອງດຳເນີນມາດຕະການເຂັ້ມງວດໃນການຄວບຄຸມອັດຕາແລກ
ປ່ຽນ ແລະ ກວດກາການໂອນເງິນຕາຕ່າງປະເທດຜ່ານລະບົບທະນາຄານທັງຂອງລັດ
ຖະບານ ແລະ ເອກະຊົນໃນທົ່ວປະເທດ ລາວ ໃນເວລານີ້ ເນື່ອງຈາກວ່າອັດຕາແລກ
ປ່ຽນເງິນຕາໃນ ລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງໜັກ ໂດຍມີສາເຫດມາ
ຈາກສະພາບເຄັ່ງຕຶງໃນດ້ານງົບປະມານຂອງລັດຖະບານ ລາວ ສົມທົບດ້ວຍການຫຼຸດ
ລົງຂອງທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ຈຶ່ງເຮັດໃຫ້ພາກທຸລະ
ກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ ແລະ ກໍໄດ້ພາກັນຫັນໄປຖືຄອງເງິນ
ຕາຕ່າງປະເທດຫຼາຍຂຶ້ນນັບມື້ ໂດຍທີ່ທະນາຄານຂອງລັດຖະບານ ລາວ ນັ້ນບໍ່ສາມາດ
ທີ່ຈະຄວບຄຸມໄດ້ເລີຍ.

ຍິ່ງໄປກວ່ານັ້ນ ການທີ່ພາກເອກະຊົນໄດ້ພາກັນຖືຄອງເງິນຕາຕ່າງປະເທດດັ່ງກ່າວນີ້
ກໍຍັງເຮັດໃຫ້ເກີດສ່ວນຕ່າງລະຫວ່າງອັດຕາແລກປ່ຽນໃນຕະຫຼາດກັບທະນາຄານ
ຫຍັບຫ່າງອອກຈາກກັນເພີ່ມຂຶ້ນນັບມື້ອີກດ້ວຍ ຊຶ່ງຈະເຫັນໄດ້ຈາກອັດຕາແລກປ່ຽນ
ເງິນໂດລາ ສະຫະລັດ ແລະ ເງິນບາດໃນຕະຫຼາດ ມີສ່ວນຕ່າງຈາກການແລກປ່ຽນໃນທະນາຄານ ຄິດເປັນອັດຕາສະເລ່ຍເຖິງ 3.75 ເປີເຊັນ ແລະ 3.08 ເປີເຊັນ ຕາມລຳດັບ
ທັງຍັງມີທ່າອຽງທີ່ຈະມີສ່ວນຕ່າງເພີ່ມຂຶ້ນເລື້ອຍໆອີກດ້ວຍ ສະນັ້ນຈຶ່ງເຮັດໃຫ້ທະນາ
ຄານແຫ່ງ ສປປ ລາວ ຕ້ອງດຳເນີນມາດຕະການຄວບຄຸມ ແລະ ກວດກາຢ່າງເຂັ້ມງວດ
ໃນເວລານີ້ ດັ່ງທີ່ທ່ານ ສົມພາວ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ
4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ໃນຕົ້ນເດືອນພະຈິກນີ້ວ່າ.

"ສຳລັບນະໂຍບາຍອັດຕາແລກປ່ຽນທະນາຄານແຫ່ງ ສປປ ລາວ ໄດ້ກຳນົດອັດຕາ
ແລກປ່ຽນອ້າງອີງແຕ່ລະວັນ ພ້ອມທັງໄດ້ເຂົ້າດັດສົມເງິນຕາຕ່າງປະເທດໃຫ້ລູກຄ້າ
ລາຍຍ່ອຍ ທີ່ສະເໜີຊື້ເງິນຕານຳລະບົບທະນາຄານ ແລະ ລູກຄ້າລາຍໃຫຍ່ເປັນງວດໆ
ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ໂດຍຜ່ານທະນາຄານທຸລະກິດ ທະນາຄານແຫ່ງ
ສປປ ລາວ ໄດ້ຊີ້ນຳໃຫ້ທະນາຄານທຸລະກິດປະຕິບັດອັດຕາແລກປ່ຽນຕາມລະບຽບທີ່
ກຳນົດໄວ້ ພ້ອມນີ້ໄດ້ຕິດຕາມກະແສເງິນໄຫຼເຂົ້າ-ອອກຜ່ານລະບົບທະນາຄານ."

ສ່ວນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ
ການເງິນ ກໍຍອມຮັບວ່າລັດຖະບານ ລາວ ກຳລັງປະເຊີນກັບບັນຫາໜີສິນເພີ່ມຂຶ້ນທັງ
ພາຍໃນ ແລະ ຕ່າງປະເທດ ໂດຍໜີ້ສິນພາຍໃນທີ່ເພີ່ມຂຶ້ນ ກໍມີສາເຫດມາຈາກການທີ່
ລັດຖະບານ ລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດເອກະຊົນເປັນຜູ້ລົງທຶນໃຫ້ກ່ອນໃນ
ໂຄງການພັດທະນາຕ່າງໆທີ່ລັດຖະບານບໍ່ມີຄວາມພ້ອມດ້ານງົບປະມານ ແລະ ເມື່ອບໍ
ລິສັດເອກະຊົນໄດ້ດຳເນີນງານສຳເລັດແລ້ວນັ້ນ ຈຶ່ງເຮັດໃຫ້ລັດຖະບານມີພັນທະທີ່ຈະ
ຕ້ອງຊຳລະຄືນເງິນທຶນດັ່ງກ່າວ ພ້ອມດ້ວຍດອກເບ້ຍທີ່ໄດ້ຕົກລົງກັນໃນສັນຍາຂອງ
ແຕ່ລະໂຄງການນັ້ນເອງ.

ສຳລັບໜີ້ຕ່າງປະເທດທີ່ເພີ່ມສູງຂຶ້ນນັບມື້ເຊັ່ນກັນນັ້ນ ກໍມີສາເຫດມາຈາກການກູ້ຢືມເງິນ
ທຶນຈາກຕ່າງປະເທດ ເພື່ອນຳມາໃຊ້ດຸ່ນດ່ຽງງົບປະມານລາຍຈ່າຍສຳລັບໂຄງການພັດ
ທະນາຕ່າງໆຂອງລັດຖະບານໃນແຕ່ລະປີ ເຊິ່ງເຮັດໃຫ້ລັດຖະບານ ລາວ ມີໜີ້ຕ່າງປະ
ເທດເກີນກວ່າ 6,900 ລ້ານໂດລາ ຄິດເປັນ 52 ເປີເຊັນຂອງຍອດຜະລິດຕະພັນລວມ
(GDP) ໃນຂະນະດຽວກັນ ກໍມີໜີ້ພາຍໃນ 836 ລ້ານກວ່າໂດລາ ຄິດເປັນ 6.3 ເປີເຊັນ
ຂອງ GDP ສ່ວນປີ 2017 ຄາດວ່າຈະເພີ່ມຂຶ້ນອີກທັງໜີ້ຕ່າງປະເທດ ແລະ ໜີ້ພາຍໃນ
ຍ້ອນເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍ ຈຶ່ງຕ້ອງມີການກູ້ຢືມເພີ່ມຂຶ້ນນັ້ນເອງ.

ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາ
ທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານ ລາວ ສະພາ
ແຫ່ງຊາດກໍໄດ້ຈຳກັດສິດທິ ໂດຍອະນຸຍາດໃຫ້ລັດຖະບານ ລາວ ສາມາດກູ້ຢືມຈາກ
ຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ.

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດ
ຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ກໍຄືເພີ່ມຂື້ນຈາກ
2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015
ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນ
ເປັນ 8,000 ກວ່າລ້ານໂດລາແນ່ນອນ.

XS
SM
MD
LG