ການຈັດຕັ້ງປະຕິບັດແຜນພັດທະນາສັງຄົມໃນລາວເຮັດໄດ້ຕ່ຳກວ່າເປົ້າໝາຍໃນທຸກດ້ານ ແລະ ການລະບາດພະຍາດໂຄວິດ-19 ຍັງເຮັດໃຫ້ມີຈຳນວນປະຊາຊົນລາວຍາກຈົນເພີ້ມຂຶ້ນອີກດ້ວຍ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 2020-2021 ວ່າລັດຖະບານລາວ ຍັງເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ໃນທຸກດ້ານ ໂດຍສະເພາະແມ່ນການພັດທະນາສັງຄົມ ເພື່ອຍົກສູງ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນນັ້ນ ຖືເປັນພາກສ່ວນທີ່ລັດຖະບານລາວ ຈັດຕັ້ງປະຕິບັດໄດ້ຕໍ່າສຸດ. ທັງຍັງປາກົດວ່າ ມີຫຼາຍດ້ານທີ່ຖົດຖອຍລົງກວ່າເກົ່າ ເຊັ່ນ: ອັດຕາການເຂົ້າຮຽນ ຂອງເຍົາວະຊົນລາວ, ການສັກຢາວັກຊີນກັນພະຍາດໃຫ້ແມ່ແລະເດັກ, ການສ້າງວຽກເຮັດງານທຳ ແລະ ແກ້ໄຂບັນຫາທຸກຍາກຢູ່ໃນຊົນນະບົດ, ດັ່ງທີ່ ທ່ານສົມມາດໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດເມື່ອບໍ່ນານມານີ້ວ່າ:
“ອັດຕາການເຂົ້າຮຽນໃໝ່ ປ.5 ແລະ ມ.4 ຍັງບໍ່ທັນມີຄວາມຄືບໜ້າ ແລະ ຍັງຖົດຖອຍ. ອັດຕາການເກີດລູກ ມີແພດຊ່ວຍ ແລະອັດຕາການໃຫ້ວັກຊີນກັນພະຍາດມີທ່າອ່ຽງທີ່ຈະບໍ່ສາມາດບັນລຸຄາດ ໝາຍໄດ້. ການຈັດຫາວຽກເຮັດງານທຳໃຫ້ແຮງງານລາວທີ່ກັບຄືນມາຈາກຕ່າງປະເທດກໍຄືໃຫ້ແຮງ ງານລາວຢູ່ພາຍໃນ ປະເທດທີ່ຫວ່າງງານເຂົ້າສູ່ຕະຫຼາດແຮງງານໄດ້ພຽງ 25.5 ເປີເຊັນຂອງແຜນ ການປີ, ການກໍ່ສ້າງ ບ້ານວັດທະນະທຳ ແລະສູນວັດທະນະທຳເດັກຍັງປະຕິບັດໄດ້ໜ້ອຍແລະບໍ່ຍືນຍົງ. ການປະສານງານກັບຂະແໜງການອື່ນໃນການປະຕິບັດນະໂຍບາຍຟື້ນຟູການທ່ອງທ່ຽວຍັງຊັກຊ້າ.”
ນອກຈາກນັ້ນ ການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ການຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ນັ້ນ ກໍຍັງສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ລັດຖະບານລາວຂາດແຄນງົບປະມານສຳລັບໃຊ້ເຂົ້າໃນໂຄງການ ພັດທະນາເພື່ອລົບລ້າງບັນຫາຄວາມທຸກຍາກໃນເຂດຊົນນະບົດ. ທັງຍັງປາກົດວ່າມີປະຊາຊົນລາວທີ່ຍາກຈົນເພີ່ມຂຶ້ນອີກດ້ວຍເພາະຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດເອກະຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຈໍານວນນັບລ້ານຄົນ ໃນນັ້ນລວມທັງແຮງງານລາວຫລາຍກວ່າ 600,000 ຄົນ ທີ່ຖືກເລີກຈ້າງງານ ແລະເດີນທາງກັບຄືນມາຈາກໄທ. ດ້ວຍພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ລັດຖະບານລາວຕ້ອງເລື່ອນກຳໜົດຄາດໝາຍຂອງການລົບລ້າງບັນຫາທຸກຍາກຂອງປະຊາຊົນລາວບັນດາເຜົ່າອອກໄປຈາກກຳໜົດເດີມທີ່ວາງໄວ້ໃນປີ 2020 ໄປເປັນໃນປີ 2024 ຫຼື 2025 ອີກດ້ວຍ.
ໂດຍໃນປີ 2020-2021 ລັດຖະບານລາວສາມາດສະໜັບສະໜູນງົບປະມານໃຫ້ແກ່ກອງທຶນລົບ ລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງ 120 ຕີື້ກີບ ຊຶ່ງພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ. ສ່ວນເຂດຈຸດສູມທີ່ບໍ່ສາມາດຈັດຕັ້ງປະຕີິບັດໂຄງການໄດ້ໃນປີ 2020-2021 ນັ້ນກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໃນປີ 2021-2022 ທີີ່ຍັງມີຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶ່ງເຮັດໃຫ້ບັນຫາຍາກຈົນໃນລາວຍັງຕົກຢູ່ໃນສະພາບການດຽວກັນກັບໃນປີ 2019 ຊຶ່ງການສຳຫຼວດໂຕຈິງພົບວ່າມີປະຊາຊົນລາວຍາກຈົນເກີນກວ່າ 18.3 ເປີເຊັນຂອງຈຳ ນວນປະຊາກອນລາວທັງໝົດ
ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເປີດເຜີຍວ່າ ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນບັນຫາຍາກຈົນໃນລາວ ດຳເນີນໄປຕ່ຳກວ່າເປົ້າໝາຍທີ່ວາງໄວ້ ດັ່ງຈະເຫັນໄດ້ຈາກປະ ຊາຊົນລາວ 632,909 ຄົນ ທີີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຄືມີລາຍບໍ່ເຖິງ 1.9 ໂດລາຕໍ່ຄົນຕໍ່ວັນ ຄິດເປັນ 9 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດ ໂດຍໃນຈຳນວນດັ່ງກ່າວນີ້ ກໍແບ່ງເປັນກຸ່ມທີ່ອາໄສຢູ່ເຂດຕົວເມືອງ 153,184 ຄົນ ແລະກຸ່ມທີ່ອາໄສຢູ່ໃນເຂດຊົນນະບົດ 479,729 ຄົນ ຊຶ່ງຄິດເປັນ 5 ເປີເຊັນ ແລະ 11 ເປີເຊັນຂອງປະຊາຊົນທີ່ອາໄສຢູ່ໃນເຂດຕົວເມືອງ ແລະເຂດຊົນນະບົດຕາມລຳດັບ.
ທັງນີ້ ແຂວງສະວັນນະເຂດເປັນພື້ນທີ່ທີ່ມີຈຳນວນປະຊາກອນຍາກຈົນຫລາຍທີ່ສຸດ ຄືຫລາຍກວ່າ 230,000 ຄົນ ໃນຂະນະທີ່ແຂວງຜົ້ງສາລີເປັນເຂດທີ່ມີສັດສ່ວນຂອງປະຊາກອນທີ່ຍາກຈົນສູງທີ່ສຸດໃນລາວ ກໍຄືກວມເອົາເກີນ 70 ເປີເຊັນຂອງບ້ານທັງໝົດ. ສ່ວນຄອບຄົວທຸກຍາກນັ້ນກໍມີເກີນກວ່າ 27 ເປີເຊັນຂອງຄົວເຮືອນທັງໝົດທັງຍັງບໍ່ມີເມືອງໃດ ໃນແຂວງຜົ້ງສາລີທີ່ຫລຸດພົ້ນຈາກບັນຫາຍາກຈົນໃນປັດຈຸບັນນີ້.
ສ່ວນກະຊວງແຜນການ ແລະການລົງທຶນຄາດໝາຍວ່າ ລວມຍອດຜະລິດຕະພັນພາຍໃນຂອງລາວ (GDP) ໃນປີ 2022 ຈະຄິດສະເລ່ຍເປັນຂອງປະຊາຊົນລາວທີ່ລະດັບ 2,496 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ຊຶ່ງຫຼຸດລົງຈາກລະດັບ 2,597 ໂດລາ ຕໍ່ຫົວຄົນໃນປີ 2021 ແລະສະພາອຸດສາຫະກຳ-ການຄ້າສະຫະພາບຢູໂຣບ (EU) ໄດ້ປະເມີນວ່າ ການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ ເກີນກວ່າ 80 ເປີເຊັນຂອງ ຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍຫຼາຍກວ່າ 80 ເປີເຊັນ ຂອງລາຍໄດ້ທັງໝົດພາຍໃນປີ 2021 ໂດຍທີ່ພາກບໍລິການ ແລະການທ່ອງທ່ຽວເສຍຫາຍຫລາຍທີ່ສຸດ.