ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລະບາດຄັ້ງທີ 2 ຂອງ COVID-19 ໄດ້ເຮັດໃຫ້ມີແຮງງານ ໃນ ລາວ ຖືກເລີກຈ້າງເພີ່ມຂຶ້ນອີກ ເກືອບເຖິງ 63,000 ຄົນ


ກຳມະກອນຕັດຫຍິບ ລາວ ຢູ່ໂຮງງານແຫ່ງນຶ່ງ.
ກຳມະກອນຕັດຫຍິບ ລາວ ຢູ່ໂຮງງານແຫ່ງນຶ່ງ.

ການລະບາດຄັ້ງທີ 2 ຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ມີແຮງງານໃນ ລາວ ຖືກເລີກຈ້າງເພີ່ມຂຶ້ນອີກເກືອບເຖິງ 63,000 ຄົນ ໂດຍທີ່ຖືກກະທົບຫຼາຍທີ່ສຸດກໍຄືແຮງງານໃນພາກບໍລິ ການ ແລະ ທ່ອງທ່ຽວ.

ທ່ານນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຖະແຫຼງຢືນ ຢັນວ່າ. ການລະບາດຂອງພະຍາດໄວຣັສ COVID-19 ໃນ ລາວ ໃນປັດຈຸບັນນີ້ອັນຖືເປັນການລະບາດໃນໄລຍະທີ 2 ແລ້ວນັ້ນ ໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດການຄ້າ ແລະ ການບໍລິການໃນ ລາວ ຢ່າງກວ້າງຂວາງ ທັງຍັງເຮັດໃຫ້ໜ່ວຍທຸລະກິດທີ່ຖືກກະທົບດັ່ງກ່າວໄດ້ພາກັນເລີກຈ້າງແຮງ ງານ ລາວ ເພີ່ມຂຶ້ນອີກເຖິງ 62,999 ຄົນ ຊຶ່ງໃນນີ້ເປັນແຮງງານເພດຍິງເກີດກວ່າ 32,000 ຄົນທີ່ສ່ວນຫຼາຍກໍແມ່ນແຮງງານໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວ ໂດຍຍັງບໍ່ລວມເຖິງແຮງງານທີ່ຖືກເລີກຈ້າງໃນພາກອຸດສາຫະກຳຕັດຫຍິບເສື້ອຜ້າສຳເລັດຮູບຈຳນວນຫຼາຍກວ່າ 17,000 ຄົນແຕ່ຢ່າງໃດ.

ສ່ວນທ່ານນາງ ແກ້ວ ຈັນວະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດຖະແຫຼງວ່າ ນັບຈາກເດືອນກໍລະກົດ 2020 ເຖິງທ້າຍເດືອນກຸມພາ 2021 ອົງການປະກັນສັງຄົມແຫ່ງຊາດ ລາວ ໄດ້ຮັບຄຳຮ້ອງຈາກ 379 ໜ່ວຍແຮງງານເພື່ອຂໍເງິນອຸດໜູນຊ່ວຍເຫຼືອໃຫ້ກັບແຮງງານ 26,269 ຄົນທີ່ຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດເອກະຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຊຶ່ງໃນນີ້ກໍປາກົດວ່າມີຄຳຮ້ອງຈາກ 362 ໜ່ວຍແຮງງານທີ່ຜ່ານການພິຈາລະນາ ແລະ ມີແຮງງານ 25,453 ຄົນທີ່ມີເງື່ອນໄຂໄດ້ຮັບເງິນອຸດໜູນການຫວ່າງງານດັ່ງທີ່ທ່ານນາງ ແກ້ວ ໄດ້ໃຫ້ການອະທິບາຍວ່າ

“ກະມີຫຼາຍຫົວໜ່ວຍແຮງງານຍື່ນເຂົ້າມາ ແຕ່ວ່າເຮົາມາກວດກາເບິ່ງແລ້ວການຢັ້ງຢືນຕ່າງໆກະບໍ່ຄົບເງື່ອນໄຂ ແລ້ວພວກເຮົາກະບໍ່ໄດ້ພິຈາລະນາໃຫ້ ຜູ້ໃດທີ່ຄົບເງື່ອນໄຂພວກເຮົາຈຶ່ງໄດ້ພິຈາລະ ນາໃຫ້ ອັນນີ້ເຮົາຈະສົມທົບກັນເນາະ ນຶ່ງລະແມ່ນການຢັ້ງຢືນຂອງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນວ່າສະພາອຸດສາຫະກຳການຄ້າ ລາວ ສູນກາງສະຫະພັນກຳມະບານ ແລ້ວກະແຜນການທີ່ຕິດພັນກັບທຸລະກິດເຫຼົ່ານັ້ນໄດ້ຢັ້ງຢືນຊ່ວຍວ່າ ຫົວໜ່ວຍແຮງງານເຫຼົ່ານີ້ນິໄດ້ຢຸດວຽກແທ້ບໍ່ ລະແຮງງານນີ້ຈຳນວນທີ່ພັກວຽກໄປຫັ້ນມີຈັກຄົນ ຈຳນວນໃດທີ່ສືບຕໍ່ອອກແຮງງານຢູ່.“

ທັງນີ້ອົງການປະກັນສັງຄົມແຫ່ງຊາດໄດ້ຮັບການຊ່ວຍເຫຼືອຈາກອົງການແຮງງານສາກົນ (ILO) ແລະ ລັດຖະບານ ເຢຍຣະມັນ ໃນມູນຄ່າ 1.8 ລ້ານໂດລາສຳລັບນຳໃຊ້ເປັນເງິນອຸດໜູນເພື່ອຊ່ວຍ ເຫຼືອແຮງງານໃນໂຮງງານຕັດຫຍິບເສື້ອຜ້າ 17,000 ກວ່າຄົນທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ທີ່ຖືເປັນເງິນອຸດໜູນໄລຍະສັ້ນໃນອັດຕາ 9 ແສນກີບຕໍ່ຄົນ ແລະ ໄດ້ເລີ່ມການຈ່າຍເງິນດັ່ງກ່າວໃນເດືອນມີນາ 2021 ແຕ່ເນື່ອງຈາກວ່າມີແຮງງານໃນໂຮງງານຕັດຫຍິບໃນ ລາວ ຫຼາຍກວ່າ 26,000 ຄົນ ຈຶ່ງເຮັດໃຫ້ມີແຮງງານອີກກວ່າ 9,000 ຄົນທີ່ບໍ່ໄດ້ຮັບເງິນອຸດໜູນດັ່ງກ່າວ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງຄອບຄົວແຮງງານ ລາວ ເຫຼົ່ານີ້ຢ່າງຫຼີກລ່ຽງບໍ່ໄດ້ ໃນຂະນະທີ່ສະຫະພັນກຳມະບານ ລາວ ກໍສາມາດໃຫ້ການຊ່ວຍເຫຼືອແຮງງານທີ່ຖືກເລີກຈ້າງດັ່ງກ່າວໄດ້ພຽງໃຫ້ການແນະນຳຕາມລະບຽບກົດໝາຍເທົ່ານັ້ນ ດັ່ງທີ່ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນກຳມະບານ ລາວ ໄດ້ຢືນຢັນວ່າ

“ທຳອິດພວກເຮົາກໍໄດ້ເອົາບັນດາແຈ້ງການ ກ່ຽວກັບ ຜູ້ອອກແຮງງານຖືກວ່າໄດ້ເອົາລົງສື່ຂອງສູນ ກາງສະຫະພັນກຳມະບານ ລາວ ເພື່ອວ່າໃຫ້ຜູ້ອອກແຮງງານ ແລະ ສະມາຊິກເຮົານີ້ສາມາດຕິດ ຕາມໄດ້ ອັນທີສອງນີ້ກະໄດ້ຮ່ວມມືກັບສາມຝ່າຍຕິດຕາມຜົນກະທົບ ຕິດຕາມການປະຕິບັດຄຳສັ່ງ ແຈ້ງການຂອງລັດຖະບານວາງອອກ ສາມນີ້ພວກເຮົາກໍໄດ້ແຈ້ງໂທລະສັບສາຍດ່ວນເພື່ອໃຫ້ກຳ ມະກອນສາມາດໂທປຶກສາຫາລືຫັ້ນ.”

ສ່ວນທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບອກວ່າການລະບາດໄວຣັສ COVID-19 ໄດ້ກະທົບຢ່າງໜັກຕໍ່ທຸລະກິດການຄ້າ ການລົງທຶນໃນລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງສຸດໃນ ລາວ ຍ່ອມໄດ້ຮັບຜົນກະທົບຮຸນແຮງທີ່ສຸດດ້ວຍເຊັ່ນກັນ ໂດຍການສຳຫຼວດພົບວ່າ ທຸລະກິດພາກບໍລິການໄດ້ຮັບຜົນກະທົບເກີນກວ່າ 62 ເປີເຊັນ ສ່ວນພາກອຸດສາຫະກຳ ແລະ ກະສິກຳນັ້ນຖືກກະທົບໃນອັດຕາສະເລ່ຍ 32 ເປີເຊັນ ແລະ 6 ເປີເຊັນຕາມລຳດັບ.

ສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ປະເມີນວ່າທຸລະກິດບໍລິການ ແລະ ທ່ອງ ທ່ຽວໄດ້ເລີກຈ້າງແຮງງານ ລາວ ເກີນກວ່າ 1 ແສນຄົນ ຊຶ່ງສອດຄ່ອງກັບສະຖາບັນຄົ້ນຄວ້າເສດ ຖະກິດແຫ່ງຊາດ ລາວ ທີ່ປະເມີນວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ສູນເສຍລາຍໄດ້ກວ່າ 700 ລ້ານໂດລາ. ແລະ ກະທົບຕໍ່ໜ່ວຍທຸລະກິດ 128,690 ລາຍທີ່ເຮັດໃຫ້ເສດຖະກິດ ລາວ ເສຍ ຫາຍກວ່າ 7,000 ຕື້ກີບ ທັງຍັງມີແຮງງານ ລາວ ກວ່າ 3 ແສນຄົນທີ່ຖືກເລີກຈ້າງໃນ ໄທ ແລະ ພາ ກັນເດີນທາງກັບມາ ລາວ ໃນປີ 2020 ທີ່ຜ່ານມອີກດ້ວຍ.

XS
SM
MD
LG