ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ລາວ ຂຶ້ນທະ​ບຽນ​ ແຮງ​ງານ​ຕ່າງ​ຊາດ ຢ່າງ​ຖືກຕ້ອງ ຕາມ​ກົດໝາຍ


ແຮງງານຈາກຕ່າງປະເທດ ກຳລັງເຮັດວຽກ ພັດທະນາຖະໜົນຫົນທາງ ໃນປະເທດລາວ.
ແຮງງານຈາກຕ່າງປະເທດ ກຳລັງເຮັດວຽກ ພັດທະນາຖະໜົນຫົນທາງ ໃນປະເທດລາວ.
ລັດຖະບານ​ລາວໄດ້​ຂຶ້ນທະ​ບຽນ​ແລະ​ອະນຸຍາດ​ໃຫ້​ບັນດາ​
ແຮງ​ງານ​ຕ່າງ​ຊາດ ທຳ​ງານ​ໄດ້​ຢ່າງ​ຖືກຕ້ອງຕາມ​ກົດໝາຍ​
ໃນ​ລາວ ຫຼາຍກວ່າ 2 ໝື່ນ​ຄົນ ​ແລະ​ຄາດ​ວ່າ ​ຍັງ​ຕ້ອງການ​
ເພີ້​ມຂຶ້ນອີກ​ກວ່າ 7 ຫມື່ນ​ຄົນ.
ລິງໂດຍກົງ

ທ່ານ​ພູ​ວັນ ຈັນທະ​ວົງ ຫົວໜ້າ​ກົມ​ພັດທະນາ​ຝີ​ມື​ແຮງ​ງານ​ແລະ​ຈັດ​
ຫາ​ງານໄດ້​ຖະ​ແຫຼງຢືນຢັນ​ວ່າ​ໃນ​ຊ່ວງ​ປີ 2011-2013 ທີ່​ຜ່ານ​ມາ
ທາງ​ການ​ກະຊວງ​ແຮງ​ງານ​ແລະສະຫວັດດີ​ການ​ສັງຄົມ​ ໄດ້​ຂຶ້ນທະບຽນ ແລະອະນຸຍາດ
ໃຫ້​ບັນດາ​ ແຮງ​ງານ​ຊາວ​ຕ່າງ​ຊາດ​ ສາມາດທຳ​ງານໄດ້ຢ່າງ​ຖືກຕ້ອງ​ ຕາມກົດໝາຍ​ຢູ່ໃນລາວ ຈຳນວນ​ທັງ​ມົດ 20,599 ຄົນ ໂດຍ​ສ່ວນ​ໃຫຍ່​ ເປັນ​ແຮງ​ງານ​ຈາກ​ຫວຽດນາມ ຈີນ ແລະ​ໄທ.
ແຮງງານຕ່າງດ້າວທີ່ຜິດກົດໝາຍຢູ່ປະເທດໄທ
ແຮງງານຕ່າງດ້າວທີ່ຜິດກົດໝາຍຢູ່ປະເທດໄທ

​ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ ຈຳ​ເປັນ​ຕ້ອງ​ອະນຸຍາດ​
ດັ່ງກ່າວ ກໍຍ້ອນ​ວ່າເມື່ອ​ໄດ້​ພິຈາລະນາ​ຢ່າງ​ລອບ​ຄອບ​ທັງ​ໃນ​
ດ້ານ​ຄຸນສົມບັດ​ຂອງ​ບຸກຄະລາ​ກອນ​ແລະ​ໃນ​ດ້ານ​ຫຼັກສະ​ນະ
ງານ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດຕ້ອງການ​ແລ້ວນັ້ນ ພົບ​ວ່າ​ບຸ​ກ
ຄະລາ​ກອນຫຼື​ແຮງ​ງານ​ທີ່​ລາວ​ມີ​ຢູ່​ໃນ​ປະຈຸ​ບັນ​ນີ້​ນອກຈາກ​ຈະ​ຂາດ​ເຂີນ​ແລະ​ບໍ່​ສາມາດ​ທີ່​ຈະ​ຕອບ​ສະໜອງ​ໄດ້​ຢ່າງ​ແທ້​ຈິງແລ້ວ ກໍ​ຍັງ​ມີ​ຄວາມ​ຮູ້ ຄວາມ​ສາມາດ​ບໍ່​ເຖິງ​ລະດັບ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍ​ລິ​ສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ​ຕ້ອງການ​ແຮງ​ງານ​ມີ​ຝີ​ມື​ຈຳນວນຫຼາຍກວ່າ 9 ຫມື່ນ​ຄົນ ຊຶ່ງ​ໃນ​ລະຍະ ​3 ປີ​ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ການ​ນຳ​ເຂົ້າ​ແຮງ​ງານ​ມີຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 2 ຫມື່ນ​ກວ່າ​ຄົນ ຈຶ່ງ​ຍັງ​ເຫຼືອອີກ 7 ຫມື່ນ​ກວ່າ​ຄົນ​ ທີ່​ຈະ​ຕ້ອງ​ນຳ​ເຂົ້າມາ​ເພີ້​ມຂຶ້ນອີກ​ນັບ​ຈາກ​ປະຈຸ​ບັນ​ໄປ​ເຖິງປີ 2015 ດັ່ງ​ທີ່​ທ່ານ​ນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ ​ໄດ້​ຖະ​ແຫຼງຢືນຢັນ​ວ່າ:

“​ແຕ່​ປີ 2011 ຫາ 2015 ນີ້​ແຮງ​ງານ​ລາວ​ເຮົາ​ຈະ​ຂາດ​ທາງ​ດ້ານ​ຈຳນວນ​ນີ້​ແມ່ນ​ເກົ້າຫມື່ນ​ເອີ້ນ​ວ່າ​ເກົ້າສິບ​ພັນ​ຄົນ ສະນັ້ນ ຜ່ານ​ມາ​ລັດຖະບານກໍ​ຄື​ຂະ​ແໜງແຮງ​ງານ​ນີ້​ໄດ້​ພ້ອມ​ກັນ​ປະ​ຕິ​ບັດ​ແລ້ວ​ເອີ້ນ​ວ່າສ​ອງປີຜ່ານມາ​ພວກ​ເຮົາ​ໄດ້​ດູດ​ເຂົ້ານຳ​ເຂົ້າ​ແຮງ​ງານຕ່າງປະ​ເທດ​ນີ້​ເອີ້​ນວ່າຊາວ​ປາຍ​ພັນ​ຄົນ ສຳລັບ​ສອງ​ປີ​ເຄິ່ງຕໍ່ໜ້າ​ນີ້​ຄາດ​ຄະ​ເນ​ວ່າ​ພວກ​ເຮົາ​ຈະຕ້ອງ​ດູດ​ແຮງ​ງານ​ຕ່າງປະ​ເທດ​ຫັ້ນນຳ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດນີ້ອີກ​ປະມານ​ເຈັດ​ຫມື່ນ​ຄົນ.”
ທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະສະຫວັດດີການສັງຄົມ
ທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະສະຫວັດດີການສັງຄົມ

ທັງ​ນີ້​ໂດຍ​ເຖິງແມ່ນ​ວ່າ​ໃນ​ສົກຮຽນ 2012-2013 ທີ່​ຜ່ານ​ມາ​ຈະ​ມີ
​ນັກ​ສຶກສາ​ທີ່​ຈົບຊັ້ນປະລິນຍາ​ຕີຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຈຳນວນ​ທັງ​ຫມົດ​ເຖິງ 8,550 ຄົນ ​ແລະ​ໃນ​ນີ້​ ກໍ​ມີ​ນັກ​ສຶກສາ​ທີ່​ຈົບ​ຈາກຄະ​ນະ​ວິສະວະກຳສາດ ວິທະຍາສາດ ກະສິກຳ​ ເສດຖະສາດ​ ແລະ​ພາ​ສາ​ຕ່າງປະ​ເທດ​ລວມກັນຫຼາຍກວ່າ 4,500 ຄົນ​ກໍ​ຕາມ ​ແຕ່​ສ່ວນ​ໃຫຍ່​ກໍ​ຍັງ​ບໍ່ໄດ້​ມາດ​ຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ.

ນອກຈາກ​ນີ້ ສາ​ເຫດ​ທີ່​ສຳຄັນ​ອີກ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ລາ​ວບໍ່​ສອດ​ຄ້ອງ​ກັບ​ຄວາມ​ຕ້ອງການ​ຂອງ​ບັນ​ກາ​ບໍລິສັດ​ຕ່າງ​ຊາດ ກໍ​ຄື​ຄ່າ​ນິຍົມ​ທີ່​ຜິດໆ ຂອງ​ເຍົາວະ​ຊົນ​ລາວ​ທີ່​ປະຕິ​ເສດ​ການ​ຮຽນ​ຕໍ່​ສາຍ​ວິຊາ​ຊີບ ຫາກແຕ່​ພາກັນ​ນິຍົມ​ຮຽນ​ຕໍ່​ໃນ​ສາຍ​ສາມັນ​ເຊັ່ນ ນິ​ຕິ​ສາດ ລັດ​ຖະສາດ ​ແລະ​ເສ​ດ ຖະສາດ​ໂດຍ​ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ມີການງານ​ທີ່​ດີ​ແລະ​ມີ​ເງິນ​ເດືອນ​ສູງທັງໆ​ທີ່​ວ່າ​ໃນ​ຄວາມ​ເປັນ​ຈິງ​ແລ້ວມັນ​ເປັນໄປ​ບໍ່​ໄດ້​ຢູ່​ແລ້ວ​ເນື່ອງ​ຈາກ​ວ່າ​ບໍ່​ສອດ​ຄ້ອງ​ກັບ​ຄວາມ​ຕ້ອງການ​ຂອງບໍລິສັດ​ຕ່າງ​ຊາດ​ສ່ວນ​ໃຫຍ່​ທີ່​ເຂົ້າ​ມາ​ລົງທຶນ​ໃນ​ລາວ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ເພື່ອຍົກ​ລະດັບ​ຝີ​ມື​ແຮງ​ງານ​ຂອງ​ລາວ​ໃຫ້​ໄດ້​ເຖິງ 240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະໜອງ​ແຮງ​ງານ​ມີ​ຝີ​ມື​ໃຫ້​ກັບ​ບັນ​ດາ​ບໍລິສັດ​ຕ່າ​ງຊາດ​ທີ່​ລົງທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ ທັງ​ນີ້​ດ້ວຍ​ການ​ປັບ
ປຸງ​ກົດໝາຍ​ແຮງ​ງານ​ໃຫ້​ມີ​ຄວາມ​ສອດ​ຄ້ອງ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ​ເຮັດໃຫ້​ແຮງ​ງານ​ລາວ​ມີ​ຄຸນ​ນະພາ​ບທີ່​ສາມາດ​ເຊື່​ອມ​ໂຍງ​ເສ​ດຖະກິດ​ອາ​ຊ່ຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ຫາກ​ແຕ່​ວ່າ​ບັນຫາ​ສຳ​ຫຼັບການ​ພັດທະນາ​ເພື່ອ​ຍົກ​ລະດັບຄຸນ​ນະພາ​ບ​ແຮງ​ງານ​ໃນ​ລາວ​ກໍ​ຄືການ​ທີ່​ມີ​ສູນ​ພັດທະນາ​ຝີ​ມື​ແຮງ​ງານ​ຢູ່​ຢ່າງ​ຈຳກັດ​ ​ແລະ​ຄ່າ​ຈ້າງແຮງ​ງານ​ຕ່ຳ​ກວ່າ​ລະດັບ​ຄ່າ​ຄອງ​ຊີບ​ທີ່​ເປັນ​ຈິງ.
XS
SM
MD
LG