ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ​ລາວ​ຫລາຍ​ຄົນ ​ຄິດ​ວ່າ ​ກອງ​ປະ​ຊຸມ​ສຸດຍອດ ​ຂອງ​ ປ. ທ​ຣຳ ແລະ ທ. ກິມ ຈົງ​ອຶນ ຢູ່​ຮາ​ໂນ່ຍ ຈະສົ່ງ​ຜົນ​ດີ​ຕໍ່​ຂົງ​ເຂດ ແລະ​ລາວ


​ຖະ​ໜົນ​ສາຍ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ທີ່​ຖືກ​ປະ​ດັບ​ປະ​ດາ​ໄວ້ ເພື່ອ​ຕ້ອນ​ຮັບປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະທ່ານ ກິມ ຈົງ ອຶນ ທີ່​ຈະ​ເດີນ​ທາງ​ໄປ​ຜ່ານ​ໃນ​ຕອນ​ທີ່​ພວກ​ເພິ່ນ​ໄປ​ປະ​ຊຸມ​ທີ່​ຮາ​ໂນ່ຍ ໃນ​ວັນ​ທີ 27-28, ກຸມ​ພາ, 2019
​ຖະ​ໜົນ​ສາຍ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ທີ່​ຖືກ​ປະ​ດັບ​ປະ​ດາ​ໄວ້ ເພື່ອ​ຕ້ອນ​ຮັບປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະທ່ານ ກິມ ຈົງ ອຶນ ທີ່​ຈະ​ເດີນ​ທາງ​ໄປ​ຜ່ານ​ໃນ​ຕອນ​ທີ່​ພວກ​ເພິ່ນ​ໄປ​ປະ​ຊຸມ​ທີ່​ຮາ​ໂນ່ຍ ໃນ​ວັນ​ທີ 27-28, ກຸມ​ພາ, 2019

ໃນ​ຂະນະ​ທີ່​ຫລາຍໆ​ຄົນ​ຍັງ​ຕັ້ງຂໍ້​ສົງ​ໄສຢູ່ວ່າ​ ​ຜົນ​ຂອງ​ການສືບ​ຕໍ່ເຈ​ລະ​ຈາກັນ ຢູ່​ກອງ​ປະ​ຊຸມ​ສຸດຍອດເປັນຄັ້ງ​ທີ​ສອງໃນ​ທ້າຍ​ອາ​ທິດນີ້ ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ​ທ​ຣ ຂອງ​ສະ​ຫະ​ລັດ ກັບ​ທ່ານ ກິມ ຈົງ ອຶນ, ຜູ້​ນຳເກົາ​ຫລີ​ເໜືອ ຈະ​ມີ​ຄວາມ​ກ້າວໜ້າ​ໄດ້​ໄກ​ປານ​ໃດ ໃນ​ເລື້ອງ​ລົບ​ລ້າງອາ​ວຸດ​ນີວ​ເຄ​ລຍຂອງ​ເກົາ​ຫລີ​ເໜືອ ​ຄົນ​ລາວ​ບາງ​ຄົນ​ ໂດຍ​ສະ​ເພາະ​ແມ່ນ​ຢູ່ໃນ​ພາກ​ທຸ​ລະກິດແລ້ວ​ ແມ່ນເຫັນ​ວ່າ ພຽງ​ແຕ່​ໄດ້ມີ​ການພົບ​ປະ​ກັນ ລະ​ຫວ່າງ​ຜູ້​ນຳສອງປະ​ເທດທີ່​ມີ​ລະ​ບອບ​ການ​ປົກ​ຄອງແຕກ​ຕ່າງ​ກັນຂອງ​ໂລກ ​ຈັດຂຶ້ນໄດ້ເທົ່າ​ນັ້ນ ກໍ​ນັບ​ວ່າ​ເປັນ​ນິ​ມິດ​ໝາຍ​ທີ່​ດີ​ຕໍ່​ພາກ​ພື້ນ ແລະ​ຕໍ່​ບັນ​ຍາດ​ການ​ເມືອງ​ໂດຍ​ລວມ​ຂອງໂລກ​ແລ້ວ. ​ຄວາມ​ຄິດ​ເຫັນ​ຂອງ​ຊາວ​ລາວ​ເຫລົ່າ​ນີ້ ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດ​ຍອດອັນ​ເປັນ​ປະ​ຫວັດການ​ຄັ້ງ​ທີ​ສອງ​ທີ່​ຈະ​ຈັດ​ຂຶ້ນຢູ່​ນະ​ຄອນຮາ​ໂນ່ຍ​ຈະ​ເປັນ​ແນວ​ໃດ​ນັ້ນ, ພວກ​ເຮົາ​ມາພາ​ກັນ​ໄປ​ຟັງ​ລາຍ​ງານ​ຈາກ​ບົວ​ສະ​ຫວັນ, ນັກ​ຂ່າວ​ຂອງ​ພວກ​ເຮົາຜູ້ທີ່​ໄດ້​ໂອ້​ລົມ​ກັບຄົນ​ລາວ 3 ທ່ານ ໃນ​ຂະ​ນະ​ພວກ​ເພິ່ນກຳລັງ​ປະ​ຕິ​ບັດ​ງານຢູ່ໃນ 3 ພາກ​ພື້ນຫລື 3 ທະ​ວີບ​ຂອງໂລກຊຶ່ງ​ກໍ​ຄື ທະ​ວີບ​ອາ​ຟ​ຣິ​ກາ, ອາ​ເມ​ຣິ​ກາ, ແລະເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ນຳ​ກັນເບິ່ງ​ເນາະ. ເອົ້າຂໍ​ເຊີນ​ໄປ​ຟັງ​ພ້ອມ​ກັນ​ເລີຍ.

ຢູ່​ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີນຶ່ງຢູ່ສິງ​ກະ​ໂປໃນ​ປີ​ກາຍນີ້ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນລ ທ​ຣຳ ຂອງ​ສະ​ຫະ​ລັດ ແລະ​ທ່ານກິມ ​ຈົງ​ ອຶນ, ຜູ້​ນຳ​ເກົາ​ຫລີ​ເໜືອໄດ້ຕົ​ກ​ລົງວ່າ ຈະ​ປະ​ຕິ​ບັດ​ວຽກ​ງານ​ຮ່ວມ​ກັນເພື່ອ​ກ້າວ​ໄປ​ສູ່ “ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ​ໃຫ້​ໝົດ​ໄປ ຈາກ​ແຫລມ​ເກົາ​ຫລີຢ່າງ​ສິ້ນ​ເຊີງ”. ​ໃນຂະ​ນະ​ທີ່​ຜູ້​ນຳ​ຂອງ​ສອງປະ​ເທດ​ ທີ່​ມີ​ລະ​ບອບ​ການ​ເມືອງແລະ​ການ​ປົກ​ຄອງ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ ກຳ​ລັງ​ເດີນ​ທາງ​ໄປ​ຍັງ​ນະ​ຄອນ​ຫລວງ​ຮາ​ໂນ່ຍ​ ເພື່ອ​ສືບ​ຕໍ່ພົບ​ປະ​ ເຈ​ລະ​ຈາກັນເປັນ​ຄັ້ງ​ທີ​ສອງນັ້ນ ກໍມີ​ລາຍ​ງານ​ຫລາຍ​ແຫລ່ງເວົ້າ​ວ່າພວກ​ເພິ່ນກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ທ້າ​ທາຍ​ຫລາຍ​ອັນແມ່ນ​ແຕ່​ຄຳ​ວ່າລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍໝາຍ​ຄວາມ​ວ່າ​ແນວ​ໃດ ສຳ​ລັບ​ແຕ່​ລະ​ຝ່າຍນັ້ນກໍຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງນຳ​ກັນ​ເທື່ອ.

ພາບ​ແຄມ​ໜອງ ແລະ​ຖະ​ໜົນ​ສາຍ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ທີ່​ຖືກ​ປະ​ດັບ​ປະ​ດາ​ດ້ວຍ​ທຸງ​ຊາດ​ຂອງ​ຫວຽດ​ນາມ, ສະ​ຫະ​ລັດ ແລະ​ເກົາ​ຫລີ​ເໜືອ
ພາບ​ແຄມ​ໜອງ ແລະ​ຖະ​ໜົນ​ສາຍ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ຮາ​ໂນ່ຍ ທີ່​ຖືກ​ປະ​ດັບ​ປະ​ດາ​ດ້ວຍ​ທຸງ​ຊາດ​ຂອງ​ຫວຽດ​ນາມ, ສະ​ຫະ​ລັດ ແລະ​ເກົາ​ຫລີ​ເໜືອ

ອີງ​ຕາມການ​ລາຍ​ງານ​ຂອງ​ນັກຂ່າວ​ວີ​ໂອ​ເອ ວີ​ລ​ລຽມ ແກ​ລ​ໂລ ທີ່​ອີງ​ໃສ່​ມຸມ ມອງ​ຂອງ​ນັກ​ວິ​ໄຈ​ເຫດ​ການ​ບາງ​ທ່ານເວົ້າວ່າ ສຳ​ລັບ​ວໍ​ຊິງ​ຕັນ​, ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ​ໝາຍຄວາມ​ວ່າ ເກົາ​ຫລີ​ເໜືອ​ຕ້ອງ​ໄດ້​ຍົກ​ເລີກອາ​ວຸດ​ນີວ​ເຄ​ລຍ​ຂອງ​ຕົນ​ທັງ​ໝົດ. ແຕ່​ສຳລັບ​ພຽງ​ຢາງ​ແລ້ວຄຳ​ວ່າ “ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍອອກ​ໄປ​ຈາກ​ແຫລມ​ເກົາຫ​ລີ,” ​ໝາຍ​ເຖິງ ແນວ​ຄິດ​ອັນ​ດັ້ງ​ເດີມ​ຂອງ​ພຽງ​ຢາງ ທີ່​ກ່ຽວ​ຂ້ອງ​ກັບ​ການ​ກຳຈັດ ຫລື​ຫລຸດ​ຜ່ອນ​ຄວາ​ມ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ​ຕໍ່​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ດ້ານ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງແກ່ ພັນ​ທະ​ມິດ​ຂອງ​ຕົນ ຊຶ່ງ​ກໍ​ຄື​ເກົາ​ຫລີ​ໃຕ້ນັ້ນເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ສຳ​ລັບປະ​ຊາ​ຊົນ​ລາວບາງ​ຄົນ​ ໂດຍ​ສະ​ເພາະ​ຢູ່​ໃນ​ພາກ​ເອ​ກະ​ຊົນ​ແລ້ວແມ່ນ​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ຫລາຍ ເພາະ​ເຂົາ​ເຈົ້າເຫັນ​ວ່າ ການ​ສືບ​ຕໍ່​ພົບ​ປະ​ກັນ​ຂອງ​ຜູ້​ນຳສອງ​ປະ​ເທດນີ້ ໂດຍ​ລວມ​ແລ້ວ ຈະ​ສົ່ງ​ຜົນ​ດີ​ຫລາຍ​ຢ່າງ ບໍ່​ວ່າຈະ​ເປັນ​ດ້ານ​ການ​ເມືອງ​ ກໍ​ຄືດ້ານ​ເສດ​ເສດ​ຖະ​ກິດ​ໃນ​ຂົງ​ເຂດ​ ລວມ​ທັງ​ຢູ່​ໃນ​ລາວ. ມັນ​ທັງຈະ​ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍລະ​ຫວ່າງ​ສະ​ຫະ​ລັດກັບ ສ​ປ​ປ ​ລາວ ທີ່​ດີ​ຢູ່​ແລ້ວນັ້ນຍິ່ງ​ຈະ​ຖືກ​ຮັດ​ແໜ້ນຂຶ້ນໄປ​ອີກ. ພວກເຂົາ​ເຈົ້າ​ມອງ​ເຫັນ​ວ່າ ໂດຍ​ທີ່​ມີ​ກອງ​ປະ​ຊຸມ​ສຸດຍອດ​ຈັດ​ຢູ່​ນະ​ຄອນ​ຮາ​ໂນ່ຍ ມັນ​ຈະ​ສົ່ງຜົນເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ຫັນ​ຄວາມ​ສົນ​ໃຈ​ມາ​ໃສ່ຫວຽດ​ນາມ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ລາວນັ້ນ. ສະ​ນັ້ນ ຜົນຂອງກອງ​ປະ​ຊຸມນີ້ ບໍ່​ວ່າຈະ​ມີ​ຄວາມ​ຄືບ​ໜ້າ​ ໃນ​ການ​ກ້າວ​ໄປ​ສູ່​ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ​ໄດ້​ໜ້ອຍ ຫລືຫລາຍ​ປານ​ໃດກໍ​ຕາມ ພຽງ​ແຕ່​ມັນ​ຖືກ​ຈັດ​ຂຶ້ນ​ໄດ້ເທົ່າ​ນັ້ນ ຕາມຄໍາຄິດເຫັນຂອງ ​ທ່ານ​ສູນ​ທອນ ຈັນ​ທະ​ວົງ, ຜູ້​ອຳ​ນວຍ ການ​ທະ​ນາ​ຄານ​ໃຫຍ່ແຫ່ງ​ນຶ່ງ​ໃນ​ລາວແລະ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ນັກລົງ​ທຶນ​ລາວ​ກຸ່ມ​ນຶ່ງ ທີ່​ກຳ​ລັງ​ໄປສະ​ແຫວ​ງຫາ​ໂອ​ກາດ​ລົງທຶນໃນ​ປະ​ເທດ​ເຄນ​ຢາ ມອງ ເຫັນວ່າ ມັນກໍອາດ​ຈະເຮັດ​ໃຫ້​ການ​ລົງ​ທຶ​ນຂອງ​ຕ່າງ​ປະ​ເທດໃນ​ລາວເພີ້ມ​ຂຶ້ນ​ອີກ​. ທ່ານ ໄດ້ລົມກັບ ວີໂອເອພາກພາສາລາວ ຈາກນະ​ຄອນ​ຫລວງ ໄນ​ໂຣບີວ່າ:

“ເຮົາ​ຄິດ​ວ່າ ມັນ​ເປັນ​ໂອ​ກາດ​ນຶ່ງທີ່​ທົ່ວ​ໂລກກຳ​ລັງ​ສິ້ງ​ຊອມ​ຢາກ​ໄດ້​ຄຳ​ຕອບ​ເບິ່ງວ່າມັນ​ຈະ​ເປັນ​ແນວ​ໃດ. ຊຶ່ງວ່າ​ເປັນ​ຄວາມ​ສົນ​ໃຈ​ທີ່​ສຸດ​ສຳ​ລັບ​ຄົນ​ທັງ​ໂລກ​ເນາະເລື້ອງນີ້​ນະ. ໃນ​ນັ້ນຄິດ​ວ່າ ຄົນ​ລາວຫລາຍ​ຄົນ​ກໍ​ຈະ​ເບິ່ງວ່າ ມັນ​ຈະ​ມີ​ຜົນ​ຈັ່ງ​ໃດ. ຜ່ານ​ມາ​ກໍ​ເຫັນ​ວ່າ ຄວາມ​ເຄັ່ງ​ຕຶງ ​ລະ​ຫວ່າງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກັບ​ເກົາ​ຫລີ​ເໜືອນີ້ ຮູ້​ສຶກວ່າ​ຫລາຍ​ຄົນ​ກໍ worry ຫລາຍ​ຄົນ​ກໍ concern ຫັ້ນ​ນະ ແຕ່​ວ່າ ຜ່ານ​ຈາກ​ການ​ພົບ​ກັນ​ເທື່ອ​ແລ້ວ​ກໍ​ເຫັນ​ວ່າ ມັນ​ດີ​ຂຶ້ນ​ຫລາຍ. ເຮົາ​ຄິດ​ວ່າ ຫລັງ​ຈາກ​ເພິ່ນ​ພົບ​ກັນ​ເທື່ອນີ້ ທັງ​ໂອ​ກາດ​ຫລາຍ​ຢ່າງ​ກໍ​ອາດຈະ​ດີ​ຂຶ້ນ. ເຮົາ​ກໍ​ຫວັງ​ວ່າ​ຢ່າງນັ້ນ​ເນາະ. ບໍ່​ແມ່ນ​ວ່າ​ແຕ່​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ ກັບ​ເກົາ​ຫລີ​ເໜືອມາ ຢ່າງ​ໜ້ອຍ​ກໍ​ສະ​ພາບ​ຄວາມ​ເຄັ່ງຕຶງຢູ່​ໃນ​ຂົງ​ເຂດນີ້​ມັນ​ຈະ​ຫລຸດ​ລົງ ໂດຍ​ສະ​ເພາະ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານແຂ່ງ​ຂັນ​ກັນ​ທາງ​ທະ​ຫານ. ອັນ​ທີ​ສອງນີ້ ເວົ້າເລື້ອງ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດນີ້ມັນ​ກໍ​ຈະ​ດີ​ຂຶ້ນ ຖ້າ​ພວກ​ເພິ່ນ​ພົບ​ກັນ​ເລື້ອຍໆ ແບບ​ຊີ້​ຫັ້​ໜ​ນະ. ເພາະ​ວ່າ​ຢ່າງ​ໜ້ອຍ​ກໍ​ໄດ້​ເປີດ​ໃຈ​ໜ້າ​ຕໍ່​ໜ້າເວົ້າ​ກັນຫັ້ນ​ນະ ຊຶ່ງຈະມີ​ຄວາມ​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນ ຊຶ່ງ​ເຮົາ​ກໍ​ຫວັງ​ວ່າ​ຈະ​ຈັ່ງຊັ້ນ ມັນ​ກໍ​ເປັນ​ຜົນ​ກະ​ທົບເຖິງ​ໃນຊົງ​ເຂດ​ລະ​ເນະ ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ມັນ​ຈະ​ມີ​ຜົນ​ກະ​ທົບ​ຫລາຍ​ທີ່​ສຸດ.

ເຮົາ​ຄິດ​ວ່າ​ສາ​ຍ​ພົວ​ພັນ​ລະ​ຫວ່າງລາວ ກັບ​ອາ​ເມລິ​ກາ​ຈະ​ດີ​ຂຶ້ນ​ແນ່ນອນ​ເລີຍ. ເພາະ​ຢ່າງ​ໜ້ອຍ ອັນ​ທີ​ນຶ່ງນີ້ ເຮົາ​ຮູ້​ສຶກວ່າ ສາ​ຍ​ພົວ​ພັນ​ລະ​ຫວ່າອາ​ເມລິ​ກາກັບ ຫວຽດ​ນາມນີ້ກະ​ຮູ້​ສຶກວ່າ​ໂອ້ໄປກັນ​ໄກ​ຫລາຍ​ແລ້ວ ເພິ່ນ​ມີ​ສາຍ​ພົວ​ພັນ​ກັນ​ດີ ບໍ່​ວ່າ​ແຕ່​ທາງ, ທຸກ​ຮອບ​ດ້າ​ນນະ ​ທາງ​ດ້ານການ​ທະ​ຫານ, ທາງ​ດ້ານ​ການ​ຄ້າ, ທາງດ້ານ​ເສດ​ຖະ​ກິດ,​ ທາງ​ດ້ານ​ການ​ລົ​ງ​ທຶນ, ນະ​ໂຍບາຍ​ຕ່າງໆ ຫັ້ນ​ນະ. ຢ່າງ​ໜ້ອຍ ປີ​ກາຍ​ປີ​ກ່ອນ​ພວກ​ເຮົາ​ກໍ​ໄດ້​ເຫັນ​ເຮືອກຳ​ປັ່ນ​ຮູ້​ຮົ​ບ​ຂອງ​ອາ​ເມ​ຣິ​ກາ​ກໍມາ​ແຫວ່ ດ່າ​ນັງ ແບບຊິ​ນະ. ເຖິງວ່າ ຈະ​ບໍ່​ໄດ້​ພົວ​ພັນ​ກັນ​ຢ່າງ​ຂາດ​ໂຕ​ ຈັງ​ໃດ​ຈັ່ງນຶ່ງ ແຕ່​ວ່າ​ມັນກໍດີ​ຂຶ້ນ​ຫລາຍ. ອັນ​ທີ​ສອງ ກໍ​ຍິ່ງເປັນ​ການ​ຕອກ​ຢ້ຳວ່າ ຫລາຍ​ຄົນ​ກໍ​ຍັງ​ປາດ​ຖະ​ໜາ​ຫາ​ສັນ​ຕິ​ພາບ​ຮ່ວມ​ກັນ​ໃນ​ການ​ສ້າງ​ເສດ​ຖະ​ກິດນີ້​ຫລາຍກວ່າ ເຮົາ​ຄິດ​ວ່າ​ມັນ​ດີ​ເນາະ. ເພາະ​ວ່າ​ທາງອາ​ເມ​ຣິ​ກາ​ນີ້ເພິ່ນ​ກໍ​ດີ​ຢູ່​ແລ້ວ​ໃນ​ສາຍ​ພົວ​ພັນ​ກັ​ບ​ລາວໃນ​ໄລ​ຍະ​ຜ່ານ​ມາ​ ເຮົາ​ຄິດ​ວ່າ​ໄດ໋. ແນ່ນອນ​ບາງ​ຢ່າງ ​ກໍ​ອາດ​ຈະ​ແມ່ນຄວາມ​ຄິດ​ກໍ​ຍັງ​ບໍ່​ທັນ​ໄດ້​ໂອ້​ລົມ​ກັນ​ຢ່າງ​ເລິກ​ເຊິ່ງ​ເດ່​ເນາະ ​ກາ​ປີ ສອງ​ປີ ຜ່ານ​ມາ ​ຄື​ທ່ານ ບາ​ຣັກ ໂອ​ບາ​ມາ ມາ​ຢາມ​ລາວ ເຮົາ​ກາເຫັນ​ວ່າ ຄວາມ​ກະ​ຕື​ລື​ລົ້ນ ກໍຫລາຍ ຄິດ​ວ່າ ກາ​ຢາກ​ໃຫ້​ເພິ່ນ​ມາ​ຢາມ​ລາວ​ຄືກ​ັນ. ເຫັນ​ວ່ານ້ອຍໆ ​ກາມາ​ຢາມເຮົາ​ກໍ​ດີ​ແນວ​ນື່ງ ເນາະ ກາ​ມາ​ເຫັນ​ເຮົາ​ວ່າ​ເປັນ​ແນວ​ໃດ​ຫັ້​ນະ ເພາະ​ວ່າ ເຮົາ​ກໍ​ເປັນ​ເພື່ອນ​ຍຸດ​ທະ​ສາດ​ໃກ້​ຊິດ​ທີ່​ສຸດ​ກັບ​ຫວຽດ​ນາມ. ເຮົາ​ຄິດ​ວ່າບັນ​ຫາການ​ລົງ​ທຶນນັ້ນ ຫລາຍ​ຄົນ​ກໍ​ຫາຍ​ຫ່ວງເນາະ"

ທ່ານ ສຸ​ພົດ ມະ​ນີ​ໂຂງ, ນັກ​ທຸ​ລະ​ກິດ​ສົ່ງ​ອອກ​ຫັດ​ຖະ​ກຳ​ໄມ້​ລາວ ມາ​ຍັງ​ສະ​ຫະ​ລັດເປັນ​ເວ​ລາ​ນານ​ໄດ້ 20 ປີ​ແລ້ວ ກໍ​ມີ​ຄວາມ​ເຫັນ​ແບບ​ດຽວ​ກັນ. ໃນນາມ​ວ່າ​ເປັນ​ຜູ້​ນຶ່ງ ທີ່​ມັກ​ຕິດ​ຕາມ​ຂ່າວ​ຄາວເລື້ອງນີ້​ຈາກ​ຫລາຍ​ແຫລ່ງຢູ່ ແລະ​ໃນ​ຂ​ະ​ນະ​ທີ່ທ່ານເດີນ​ທາງ​ມາ​ດຳ​ເນີນທຸ​ລະ​ກິດ ແລະ​ຢ້ຽມ​ຢາມ​ຄອບ​ຄົວ​ຢູ່​ລັດ​ຟ​ລໍ​ຣິ​ດາ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ​ຢູ່ນັ້ນ ​ທ່ານກໍ​ໃຫ້​ຄຳ​ເຫັນ​ຜ່ານ​ທາງ​ໂທ​ລະ​ສັບ ຕໍ່​ວີ​ໂອ​ເອວ່າ:

“ສຳ​ລັບ​ເຫດ​ການ​ຄັ້ງ​ນີ້​ກໍ​ເຮັດ​ໃຫ້​ໂລກ​ຕື່ນ​ຫັ້ນ​ແລ້ວ ຄັນ​ເວົ້າ​ໄປ​ກາ​ດາຍ. ເຮົາ​ກໍ​ເຫັນ​ດີ ເຫັນ​ພ້ອມ​ນຳ​ໄດ໋ ເພາະ​ວ່າການ​ຂັດ​ແຍ້ງ​, ການ​ຊິງ​ດີ​ຊິງ​ເດັ່ນກັນນີ້​ກໍ​ມີ​ແຕ່​ເປີດ​ເຈ​ລະ​ຈາ​ກັນ ມັນ​ຈຶ່ງ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກັນໄດ້. "

ພ້ອມ​ກັນ​ນັ້ນ ທ່ານ ອຸ​ດອນ, ນັກ​ວິ​ຊາ​ການ​ໃນ​ໂຄງ​ການຕ່າງ​ປະ​ເທດທີ່​ປະ​ຈຳ​ຢູ່ ສ​ປ​ປ​ ລາວ ກໍໃຫ້​ຂໍ້​ຄິດ​ເຫັນ​ທີ່​ກົງ​ກັນ​ກັບ​ສອງ​ທ່ານວ່າ ກອງ​ປະ​ຊຸມນີ້ ນອກຈາກ​ຈະ​ເຮັດ​ໃຫ້​ບັນ​ຍາ​ກາດ​ຄວາມ​ເຄັ່ງ​ຕຶງ ​ທາງ​ການ​ເມືອງ​ ໃນ​ລະ​ດັບ​ພາກ​ພື້ນຜ່ອນ​ຄາຍ​ລົງ​ແລ້ວ ມັນ​ອາດ​ເຮັ​ດ​ໃຫ້ບໍ່​ແມ່ນ​ແຕ່​ຫວຽດ​ນາມ ນັບ​ທັງ​ລາວ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງປະ​ຊາ​ຄົມ​ສາ​ກົນ ​ບໍ່​ຫລາຍ​ກໍ​ໜ້ອຍ ເພາະວ່າ​ມັນ​ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ​ຂອງ​ຫວຽດ​ນາມຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ລາວ. ສະ​ນັ້ນ ມັນ​ອາດພາ​ໃຫ້ການ​ລົງ​ທຶ​ນຂອງ​ຕ່າງ​ປະ​ເທດເພີ້ມ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ຊຶ່ງ​ທ່ານ​ກ່າວ​ຈາກ​ນະ​ຄອນ​ຫລວງວຽງ​ຈັນ​ຕໍ່​ວີ​ໂອ​ເອ​ດັ່ງ​ນີ້:

ລິງໂດຍກົງ

XS
SM
MD
LG