ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ໜີ້ສິນຂອງລັດຖະບານລາວຈະເພີ້ມຂຶ້ນເປັນສູງກວ່າ 120 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫຼືຄິດເປັນມູນຄ່າ 16,900 ລ້ານໂດລາ ໃນທ້າຍປີ 2023


Lao Kip currency.
Lao Kip currency.

ໜີ້ສິນຂອງລັດຖະບານລາວຈະເພີ້ມຂຶ້ນເປັນສູງກວ່າ 120 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫຼືຄິດເປັນມູນຄ່າ 16,900 ລ້ານໂດລາ ເພາະການທຸຈະລິດເຮັດໃຫ້ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການ, ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ສະພາວະການຕົກຕໍ່າຂອງຄ່າເງິນກີບ ເມື່ອທຽບໃສ່ເງິນໂດລາສະຫະລັດ ນອກຈາກຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ຂອງລາວ ມີມູນຄ່າຫຼຸດລົງເມື່ອຄິດໄລ່ເປັນເງິນໂດລາສະຫະລັດແລ້ວ ບັນຫາດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ສັດສ່ວນໜີ້ສິນຕ່າງປະເທດຂອງລັດຖະບານລາວ ເພີ້ມຂຶ້ນຢ່າງກ້າວກະໂດດອີກດ້ວຍ ກໍຄືເພີ້ມຂຶ້ນຈາກ 89 ເປີເຊັນ ຂອງ GDP ໃນປີ 2021 ເປັນ 110 ເປີເຊັນຂອງ GDP ໃນປີ 2022 ແລະຄາດໝາຍວ່າ ຍັງຈະເພີ້ມຂຶ້ນເປັນເກີນກວ່າ 120 ເປີເຊັນຂອງ GDP ໃນທ້າຍປີ 2023 ຫຼືຄິດເປັນມູນຄ່າໜີ້ສິນຕ່າງປະເທດທັງໝົດເກີນກວ່າ 16,900 ລ້ານໂດລາ ໂດຍໃນນີ້ເກີນກວ່າ 50 ເປີເຊັນ ເປັນໜີ້ທີ່ກູ້ຢືມຈາກລັດຖະບານຈີນ.

ໃນນີ້ ໂດຍທະນາຄານໂລກຄາດໝາຍວ່າ GDP ຂອງລາວໃນປີ 2023 ນີ້ ຈະມີມູນຄ່າລວມ 14,091 ລ້ານໂດລາ ເຊິ່ງຫຼຸດລົງຈາກ 18,552 ລ້ານໂດລາໃນປີ 2021 ແລະ 15,304 ລ້ານໂດລາໃນປີ 2022 ຍ້ອນການຕົກຕໍ່າຂອງເງິນກີບ ອັນເປັນຜົນກະທົບໂດຍກົງຈາກການລະບາດພະຍາດໄວຣັສໂຄວິດ-19 ທີ່ສົມທົບດ້ວຍສົງຄາມ ຣັດເຊຍ-ຢູເຄຣນ ທີ່ເຮັດໃຫ້ລາຄານໍ້າມັນ ແລະສິນຄ້າອຸປະໂພກບໍລິໂພກສູງຂຶ້ນ ໃນຂະນະທີ່ເສດຖະກິດຂອງລາວຍັງບໍ່ແຂງແຮງ ທັງຍັງຕ້ອງເພິ່ງພາການລົງທຶນ ແລະການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ຈຶ່ງເຮັດໃຫ້ເກີດບັນຫາຂາດແຄນເງິນຕາຢ່າງຮຸນແຮງ, ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບວ່າ:

“ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ບວກກັບຜົນກະທົບຈາກການຜັນແປຂອງສະພາບສາກົນ ສົ່ງຜົນກະທົບຕໍ່ລາວເຮົາຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນເຮັດໃຫ້ລາຄານໍ້າມັນແພງຂຶ້ນ ທັງຍັງຕ້ອງຊອກຫາເງິນຕາຕ່າງປະເທດເພື່ອນໍາເຂົ້ານໍ້າມັນຫຼາຍຂຶ້ນກວ່າເກົ່າ ແລະເພື່ອຊໍາລະໜີ້ສິນສາທາລະນະເພີ້ມສູງຂຶ້ນ ແລະເງິນຕາທີ່ໄດ້ຈາກຕ່າງປະເທດກໍຫຼຸດລົງ ຈຶ່ງເຮັດໃຫ້ພວກເຮົາເກີດສະພາບຂາດແຄນເງິນຕາຕ່າງປະເທດ ຫຼືວ່າຂາດດຸນຊໍາລະເງິນຕາຕ່າງປະເທດ ແລະເປັນຜົນພວງໃຫ້ເງິນກີບອ່ອນຄ່າ ໄພເງິນເຟີ້ສູງຂຶ້ນ ເພາະປະເທດເຮົາ ພື້ນຖານເສດຖະກິດຍັງອ່ອນນ້ອຍ-ບອບບາງ.”

ຍິ່ງໄປກວ່ານັ້ນ, ການຈັດເກັບລາຍຮັບຂອງລັດຖະບານລາວກໍບໍ່ໄດ້ຕາມແຜນການວາງໄວ້ອີກດ້ວຍ ເພາະວ່າ ມີການທຸຈະລິດຂອງພະນັກງານ ພັກ-ລັດ ເກີດຂຶ້ນໃນທຸກວົງການ ແລະທຸກລະດັບຊັ້ນ ໂດຍສະເພາະແມ່ນການຂຸດຄົ້ນຊັບພະຍາກອນ ແລະການຄ້ານັ້ນ ກໍຄືພາກສ່ວນທີ່ມີການທຸຈະລິດ ແລະສ້າງຄວາມເສຍຫາຍໃຫ້ປະເທດ ທັງຍັງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍທີ່ສຸດອີກດ້ວຍ ໃນຂະນະທີ່ພາກສ່ວນທີ່ຮັບຜິດຊອບການກວດກາເພື່ອປ້ອງກັນ ແລະປາບປາມການສໍ້ລາດບັງຫຼວງນັ້ນ ຊໍ້າພັດບໍ່ມີຄວາມເຂັ້ມງວດ ແລະເດັດຂາດໃນການປະຕິບັດມາດຕະການລົງໂທດຕໍ່ຜູ້ທີ່ທຸຈະລິດ ທັງຍັງບໍ່ມີຄວາມເປັນເອກະພາບດ້ວຍແລ້ວ ກໍຍິ່ງເຮັດໃຫ້ມີການທຸຈະລິດຢ່າງກວ້າງຂວາງ ໂດຍບໍ່ຢ້ານກົວຕໍ່ຄວາມຜິດຕາມກົດໝາຍແຕ່ຢ່າງໃດ, ດັ່ງທີ່ ທ່ານນາງວາຣີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ:

“ຂ້າພະເຈົ້າຄິດວ່າ ການກວດກາກັບກວດສອບນິ ຕ້ອງປະສານສົມທົບກັນ ໄປທິດທາງດຽວກັນ ແລະໃຫ້ເຫັນຢູ່ໃນບົດຂອງອົງການກວດສອບ ແລະອົງການກວດກາແຫ່ງລັດທີ່ຊັດເຈນ ເພາະສອງອົງການນີ້ ເປັນອົງກອນທີ່ປະເມີນລັດຖະບານ ແຕ່ລະຍຸກສະໄໝ ກ່ຽວກັບຄວາມເອົາຈິງເອົາຈັງດ້ານການແກ້ໄຂບັນຫາຂອງອົງການສໍ້ລາດບັງຫຼວງ.”

ນອກຈາກນີ້ ບັນຫາດ້ານບຸກຄະລາກອນທີ່ບໍ່ມີຄວາມຮູ້ຄວາມສາມາດ ກໍເປັນອີກສາເຫດນຶ່ງ ເພາະການຄັດເລືອກບຸກຄະລາກອນທີ່ບໍ່ໄດ້ມາດຕະຖານ ຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນເຄືອຍາດ ແລະມຸ້ງສະແຫວງຫາຜົນປະໂຫຍດສ່ວນໂຕເປັນຫຼັກ ທັງຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ຜູ້ປະຕິບັດໜ້າທີ່ໂດຍທຸຈະລິດ ແລະເປັນການຍາກທີ່ຈະປົດອອກຈາກຕໍາແໜ່ງ ເພາະວ່າ ພວກເຂົາເຈົ້າມີເຄືອຍາດທີ່ພ້ອມຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາເຊັ່ນ ການບໍ່ຮ່ວມມືໃນການກວດກາໂຄງການທີ່ຖືກສົງໄສວ່າ ມີການທຸຈະລິດນັ້ນ.

ໃນນີ້, ໄລຍະ 2 ປີຜ່ານມາ ກໍໄດ້ກວດພົບການສໍ້ລາດບັງຫຼວງທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກ ກັບບຸກຄົນພາຍນອກເຖິງ 749 ຄົນ ທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ ແຕ່ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະຫຼາຍກວ່າ 10,000 ໂດລາ.

XS
SM
MD
LG