ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອົງການ ໄອຍະການ ສູງສຸດລາວ ຍອມຮັບວ່າ ປະຊາຊົນ​ ບໍ່ພໍ​​ໃຈ ຕໍ່ການ​ປະຕິບັດງານ ຂອງ​ພະນັກງານ ໄອຍະການ ຫລາຍ​ຂຶ້ນ


ເຈົ້າໜ້າທີ່ອົງການໄອຍະການປະຊາຊົນສູງສຸດ ຖ່າຍຮູບຮ່ວມກັນ ຢູ່ກອງປະຊຸມໃຫຍ່ຂອງອົງການໄອຍະການປະຊາຊົນສູງສຸດ ທົ່ວປະເທດ ທີ່ຈັດຂັ້ນໃນປີ 2015
ເຈົ້າໜ້າທີ່ອົງການໄອຍະການປະຊາຊົນສູງສຸດ ຖ່າຍຮູບຮ່ວມກັນ ຢູ່ກອງປະຊຸມໃຫຍ່ຂອງອົງການໄອຍະການປະຊາຊົນສູງສຸດ ທົ່ວປະເທດ ທີ່ຈັດຂັ້ນໃນປີ 2015

ປະທານອົງການໄອຍະການປະຊາຊົນສູງສຸດ ຍອມຮັບ​ວ່າ ປະຊາຊົນ​ລາວບໍ່ພໍໃຈຕໍ່
ການ​ປະຕິບັດໜ້າທີ່ຂອງ​ບັນດາພະນັກງານໄອຍະການຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ
​ແມ່ນ​ການ​ຮັບ​ສິນ​ບົນ ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຕ້ອງ​ຫາ​ພົ້ນຄວາມ​ຜິດ​ນັ້ນ.


ທ່ານ ຄໍາ​ສານ ສຸ​ວົງ ປະທານອົງການໄອຍະການປະຊາຊົນສູງສຸດຍອມຮັບ​ວ່າ ປະຊາ
ຊົນ​ລາວ​ໄດ້​ມີ​ການສະ​ແດງ​ອອກ​ເຖິງຄວາມ​ບໍ່ພໍໃຈ ​ແລະ​ຄວາມ​ບໍ່​ເຊື່ອໝັ້ນ ຕໍ່ການ​ປະຕິ
ບັດໜ້າທີ່ຂອງ​ບັນດາພະນັກງານ​ໃນ​ທົ່ວ​ປະ​ເທດ​ລາວ ຫລາຍ​ຂຶ້ນນັບ​ມື້ ​ໂດຍມີ​ສາ​ເຫດ​
ມາ​ຈາກ ການ​ປະຕິບັດໜ້າທີ່​ບໍ່ສຸດຈະລິດ ​ໂດຍ​ສະ​ເພາະ​ແມ່ນ​ການຮັບ​ເອົາ​ສິນ​ບົນ​ຈາກ
​ຜູ້​ຕ້ອງ​ຫາ ທີ່​ເກີດ​ຂຶ້ນຫລາຍ​ທີ່​ສຸດ ​ໃນ​ປັດຈຸບັນ ​ແລະ​ເພື່ອແກ້​ໄຂ​ບັນຫາດັ່ງກ່າວອົງການ
ໄອຍະການປະຊາຊົນ ຈຶ່ງ​ໄດ້​ເລີ້ມ​ເປີດ​ຮັບ​ຈົດໝາຍຮ້ອງ​ຮຽນ​ໂດຍ​ກົງ​ຈາກ​ປະຊາຊົນ
​ໂດຍ​ມີ​ເງື່ອນ​ໄຂວ່າ ປະຊາຊົນ​ທີ່​ສົ່ງ​ຈົດໝາຍຮ້ອງ​ຮຽນນັ້ນຈະ​ຕ້ອງເປີດ​ເຜີຍ​ຊື່ ​ແລະ​ລົງ
​ລາຍ​ເຊັນ​ຂອງ​ຕົນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຄໍາ​ສານ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ ຄໍາສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສູດ
ທ່ານ ຄໍາສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສູດ

ການ​ອໍານວຍເງື່ອນ​ໄຂ​ໃຫ້​ແກ່ປະຊາຊົນກວດກາ​ການ​ປະຕິບັດ​ງານຂອງ ພະນັກ
ງານ
ໄອຍະການ ​ໄດ້​ທຸກ​ລະດັບ ທຸກ​ກໍລະນີ ພວກ​ຂ້າພະ​ເຈົ້າມີ​ຕູ້​ຕິດ​ຢູ່​ອົງການໄອຍະ
ການ
ໃນ​ແຕ່ລະ​ຂັ້ນ ​ໄປ​ປ່ອນ​ໂລດ ​ແຕ່​ວ່າ​ຄໍາ​ຟ້ອງ​ຮ້ອງ ​ແລະ​ເອກະສານ​ຕ່າງໆ ຕ້ອງ​
ຖືກ
ຕ້ອງ ຕ້ອງ​ເຊັນຊື່ ຄັນ​ບໍ່ມີ​ລາຍ​ເຊັນຂອງ​ຜູ້​ຟ້ອງ​ຮ້ອງ ຫລື​ຂອງ​ຜູ້​ເຈົ້າຂອງ​ບັດ​ສົນ​
ເທ່
ຫັ້ນລະ​ແມ່ນ​ພວກ​ເຮົາ​ບໍ່ຮັບ​ພິຈາລະນາ ກະບໍ່ຮູ້​ວ່າ​ແມ່ນ​ໃຜ​ສະ​ເໜີມາ​ເດ້ ຖ້າ​ບໍ່ກ້າ​
ຍື່ນ​
ຢູ່​ຂັ້ນດຽວກັນ ​ກໍໃຫ້​ຍື່ນ​ມາ​ໂລດທາງອົງການໄອຍະການສູງສຸດຂອງ​ຂ້າພະ​ເຈົ້າ

​ແຕ່ຢ່າງໃດກໍຕາມ ​ອີງ​ຕາມ​ການ​ລາຍ​ງານ​ຂອງອົງການໄອຍະການປະຊາຊົນສູງສຸດຂອງ
ລາວ ກໍປາກົດ​ວ່າ ​ໃນ​ປີ 2017 ຜ່ານ​ມາ ອົງການໄອຍະການປະຊາຊົນສູງສຸດ​ໄດ້​ຮັບ​ຈົດ
ໝາຍຟ້ອງ​ຮ້ອງ​ຈາກ​ປະຊາຊົນ​ພຽງ​ແຕ່ 3 ສະບັບ​ເທົ່າ​ນັ້ນ ຊຶ່ງອົງການໄອຍະການປະຊາ
ຊົນສູງສູດ​ໄດ້​ດໍາ​ເນີນການ​ສອບ​ສວນ​ໄປ​ແລ້ວ 1 ສະບັບ ​ແລະ​ພົບ​ວ່າ ມັນ​ເປັນ​ຈິງ​ຕາມ
ການ​ຟ້ອງ​ຮ້ອງ​ຂອງ​ປະຊາຊົນ​ລາວ​ດັ່ງກ່າວ ຂຶ່ງ​ໄດ້​ດໍາ​ເນີນ​ຄະດີ​ອາຍ​າກັບ ພະນັກງານ​
ໄອຍພການ​ສອງ​ຄົນ ​ແລະ​ໄລ່​ອອກ​ການ 3 ຄົນ. ສ່ວນ​ອີກ 2 ສະບັບ​ກໍ​ຈະ​ດໍາເນີນສອບ​
ສວນ​ຕໍ່​ໄປ.

ທາງ​ດ້ານທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດລາວ​ເຂດ 1 ນະຄອນ
ຫລວງ​ວຽງຈັນ ຢືນຢັນ​ວ່າ ການ​ບັງຄັບ​ໃຊ້​ກົດໝາຍຢູ່ພາຍ​ໃນໜ່ວຍງານ​ຕ່າງໆ ຂອງ​ລັດ
ຖະບານ​ລາວ ທັງ​ໃນ​ຂັ້ນສູນ​ກາງ ​ແລະ​ໃນ​ທ້ອງ​ຖິ່ນ ຍັງ​ເກີດ​ບັນຫາ​ຊັກ​ຊ້າ ​ແລະ​ບໍ່​ມີ​ປະ
ສິດທິພາບ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ປາກົດ​ວ່າ ​ໄດ້​ມີ​ການ​ບັງຄັບ​ໃຊ້​ກົດໝາຍ​ເກົ່າ​ທີ່ມີກົດ
ໝາຍ​ໃໝ່​ແລ້ວ​ອອກ​ມາ​ແທນ​ໃຫ້​ແລ້ວນັ້ນອີກ​ດ້ວຍ ຊຶ່ງ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ຍັງ​
ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດແຜນການ​ພັດທະນາ​ຂອງ​ລັດຖະບານ​ບໍ່ສາມາດ​ບັນລຸເປົ້າ
ໝາຍ​ໄດ້​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມທາງດ້ານທ່ານ ທ່ານເສີມສຸກ ສິມພະວົງ ລັດຖະມົນຕີຊ່ວຍວ່າການກະ
ຊວງຍຸຕິທຳ ຢືນຢັນວ່າ ການຈັດຕັ້ງປະຕິບັດ ແລະການບັງຄັບໃຊ້ກົດໝາຍຂອງລັດຖະ
ບານລາວ ໃນໄລຍະ 1 ປີທີ່ຜ່ານມາ ໄດ້ຮັບຄວາມເຊື່ອໝັ້ນ ແລະການສະໜັບສະໜູນ ຈາກປະຊາຊົນບັນດາເຜົ່າເປັນຢ່າງດີ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດນິຕິກຳ ທີ່
ແນໃສ່ການແກ້ໄຂບັນດາບັນຫາທີ່ຊ້ຳເຮື້ອແກ່ຍາວແລະບັນຫາຫຍໍ້ທໍ້ຕ່າງໆ ເຊັ່ນບັນຫາ
ເລື່ອງຫ້າມສົ່ງໄມ້ທ່ອນອອກຕ່າງປະເທດ ເລື່ອງລົດຍານພາຫະນະບັນຫາຍົກເວັ້ນພາສີ
ການລົບລ້າງການຍົກເວັ້ນພາສີນ້ຳມັນນຳເຂົ້າຂອງ​ບໍລິສັດ ທີ່​ລົງທຶນ​ຢູ່​ລາວ​ເປັນຕົ້ນ.

ທາງ​ດ້ານ​ສໍານັກງານຕ້ານອາຊະຍາກຳ​ໃນ​ອາຊຽນລະບຸ​ວ່າ ການສະກັດກັ້ນ ແລະປາບ
ປາມການຄ້າຢາເສບຕິດ ແລະການຄ້າມະນຸດຊ້າ​ມຊາ​ດ ​ເປັນ​ບັນຫາ​ເລັ່ງດ່ວນ​ທີ່​ສຸດ ທີ່​
ລັດຖະບານ​ລາວ ຕ້ອງ​ໄດ້​ປັບປຸງ ການຈັດຕັ້ງປະຕິບັດ ​ໃຫ້​ມີ​ປະສິດທິພາບ​ສູງຂຶ້ນ ​ໂດຍ​
ສະ​ເພາະ​ແມ່ນ​ການຮ່ວມ​ມືລະຫວ່າງອາຊ່ຽນກັບຈີນ ນັ້ນ ລັດຖະບານ​ລາວ​ຈະ​ຕ້ອງ​ໄດ້
ເນັ້ນໜັກການຮ່ວມມືໃນ 7 ດ້ານດ້ວຍກັນ ຄືການເພີ່ມທະວີຄວາມຮັບຜິດຊອບ ໃນການ
ນຳເອົາອາຊະຍາກອນ ຫຼື ຜູ້ກະທຳຜິດຂ້າມຊາດມາລົງໂທດ ຕາມກົດໝາຍ ເອົາໃຈໃສ່
ປະຕິບັດໜ້າທີ່ ຂອງໄອຍະການຢ່າງມີປະສິດທິຜົນ ການປັບປຸງກົດໝາຍ ທີ່ພົວພັນເຖິງ
ການຕ້ານອາຊະຍາກຳຂ້າມຊາດ, ການເພີ່ມທະວີ ການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວ
ກັບ ອາຊະຍາກຳຂ້າມຊາດ ການຮ່ວມມືໃນການສ້າງພະນັກງານໄອຍະການ ການສ້າງ
Website ຂອງກອງປະຊຸມຫົວໜ້າອົງການໄອຍະການສູງສຸດ ລະຫວ່າງອາຊ່ຽນກັບຈີນ.
​ໃຫ້​ເທົ່າ​ທັນ​ກັນ​ກັບ​ສະພາບ​ການ​ຕ່າງໆ ທີ່​ປ່ຽນ​ແປງ​ໄປ​ຢ່າງ​ໄວວາ​ນັ້ນ​ເອງ.

XS
SM
MD
LG