ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະສົ່ງເສີມການລົງທຶນ ໃນ 8 ພາກການຜະລິດສິນຄ້າ ເພື່ອສົ່ງອອກໄປຈີນ ໃຫ້ຫຼາຍຂຶ້ນ


ພິທີລົງນາມຂໍ້ຕົກລົງ ລະຫວ່າງບໍລິສັດ AIDC Lao ຈຳກັດ ກັບບໍລິສັດ Zhengzhou ອຸດສາຫະ ກຳສະບຽງອາຫານຈຳກັດ ຈາກຈີນ ໃນການຮ່ວມມືດຳເນີນການຈັດຊື້ສິນຄ້າປຸງແຕ່ງກະສິກຳໃນລາວ ເພື່ອສົ່ງອອກໄປຍັງຈີນ.
ພິທີລົງນາມຂໍ້ຕົກລົງ ລະຫວ່າງບໍລິສັດ AIDC Lao ຈຳກັດ ກັບບໍລິສັດ Zhengzhou ອຸດສາຫະ ກຳສະບຽງອາຫານຈຳກັດ ຈາກຈີນ ໃນການຮ່ວມມືດຳເນີນການຈັດຊື້ສິນຄ້າປຸງແຕ່ງກະສິກຳໃນລາວ ເພື່ອສົ່ງອອກໄປຍັງຈີນ.

ລັດຖະບານລາວ ຈະໃຫ້ການສົ່ງເສີມການລົງທຶນໃນ 8 ພາກການຜະລິດສິນຄ້າເພື່ອສົ່ງອອກໄປຈີນໃຫ້ຫຼາຍຂຶ້ນ ໂດຍສະເພາະສິນຄ້າກະສິກຳ 91 ຊະນິດທີ່ທາງການລາວ ຂໍໃຫ້ຈີນຮັບຊື້ຈາກລາວ ເພີ້ມຂຶ້ນນັ້ນ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຖະແຫລງວ່າ ການພັດທະນາໃນດ້ານການຜະລິດສິນຄ້າຂອງລາວໃນປີ 2022 ນີ້ ຈະໃຫ້ຄວາມສຳຄັນເປັນພິເສດໃນ 8 ພາກການຜະລິດສິນຄ້າໂດຍແນໃສ່ການເພີ້ມການຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ດ້ວຍການສົ່ງ ເສີມພາກເອກະຊົນທັງພາຍໃນແລະຈາກຕ່າງປະເທດເພື່ອໃຫ້ເຂົ້າມາລົງທຶນໃນ 8 ພາກການຜະລິດສິນຄ້າເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານຄຳແພງ ໄດ້ໃຫ້ການຢືນຢັນວ່າ:

“ກະຊວງອຸດສາຫະກຳ ແລະການຄ້າ ຈະໄດ້ສຸມໃສ່ຊຸກຍູ້ສົ່ງເສີມແລະພັດທະນາອຸດສາຫະກຳ 8 ກຸ່ມອຸດສາຫະກຳປຸງແຕ່ງອາຫານແລະເຄື່ອງດື່ມ ອຸດສາຫະກຳແຜ່ນແພ ເຄື່ອງນຸ່ງຫົ່ມ ແລະເກີບ ອຸດສາຫະກຳວັດຖຸກໍ່ສ້າງ ອຸດສາຫະກຳປຸງແຕ່ງຜະລິດຕະພັນຈາກກະສິກຳທີ່ບໍ່ແມ່ນສະບຽງອາຫານແລະປ່າໄມ້ ອຸດສາຫະ ກຳປຸງແຕ່ງແຮ່ທາດໂລຫະ ແລະເຄມີ ຮວມທັງໂຮງກັ່ນນ້ຳມັນ ອຸດສາຫະກຳເຄື່ອງໃຊ້ໄຟຟ້າ ແລະຊິ້ນສ່ວນ ອີເລັກໂທຣນິກ (Electronic) ອຸດສາຫະກຳພາຫະນະ ແລະກົນຈັກກະສິກຳ ອຸດສາຫະກຳສິ່ງພິມ ແລະເຄື່ອງຫຸ້ມຫໍ່.”

ສ່ວນທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ຄາດວ່າ ການສົ່ງສິນຄ້າກະສິກຳໃນປີ 2021 ມີມູນຄ່າລວມ 1,200 ລ້ານໂດລາ ໃນນີ້ 80 ເປີເຊັນ ເປັນການສົ່ງອອກໄປຈີນ ທີ່ໃຫ້ໂຄຕາພິເສດ ໃນການຮັບຊື້ສິນຄ້າກະສິກຳ 14 ຊະ ນິດຈາກລາວ ຄື ເຂົ້າ ສາລີ ມັນຕົ້ນ ກ້ວຍ ໝາກໂມ ມັນດ້າງ ຖົ່ວຝັກຍາວ ຖົ່ວ ເຫຼືອງ ຜັກສົດ ຖົ່ວເບີ ໝາກໜອດ ໝາກກ້ຽງເປືອກໜາ ໝາກນາວເຫຼືອງ ແລະງົວ-ຄວາຍ.

ສ່ວນໃນປີ 2022 ນີ້ ລັດຖະບານລາວ ຍັງໄດ້ຂໍໃຫ້ລັດຖະບານຈີນ ເພີ້ມໂຄຕາໃນການຮັບຊື້ສິນຄ້າກະສິກຳຈາກລາວອີກ 91 ຊະນິດ ຊຶ່ງຄາດວ່າ ທາງການຈີນ ຈະ ຕົກລົງໃຫ້ໂຄຕາເພີ້ມຂຶ້ນອີກ 20 ຊະນິດໃນໄວໆນີ້ ໂດຍເມື່ອສົມທົບກັບການເດີນລົດໄຟລາວ-ຈີນ ນັບແຕ່ວັນທີ 3 ທັນວາ 2021 ຍ່ອມຈະສົ່ງຜົນດີຕໍ່ລາວໃນຫຼາຍ ດ້ານ ໂດຍສະເພາະແມ່ນໃນດ້ານການຂົນສົ່ງແລະ Logistics ໃນເຂດລຸ່ມແມ່ນ້ຳ ຂອງ ທີ່ລາວເປັນສູນກາງການເຊື່ອມຕໍ່ນັ້ນ ຍັງເປັນປັດໄຈສຳຄັນ ທີ່ຈະຊຸກຍູ້ການຜະລິດສິນຄ້າກະສິກຳຂອງລາວ ເພື່ອສົ່ງອອກໄຟຍັງຈີນ ແລະປະເທດໃນລຸ່ມແມ່ ນ້ຳຂອງເພີ້ມຂຶ້ນອີກດ້ວຍ ທັງນີ້ ທາງການລາວ ຈະສົ່ງເສີມການລົງທຶນ`ໃນການຜະລິດສິນຄ້າກະສິກຳໃຫ້ຂະຫຍາຍຕົວເພີ້ມຂຶ້ນໃນລະດັບ 2.7 ເປີເຊັນຕໍ່ປີ ໂດຍສະເພາະແມ່ນພື້ນທີ່ຕາມແລວທາງລົດໄຟ ລາວ-ຈີນ ນັ້ນ ດັ່ງທີ່ ທ່ານເພັດ ໄດ້ໃຫ້ການຢືນຢັນວ່າ:

“ຕາມແຜນຂອງລັດຖະບານ ພະຍາຍາມສູ້ຊົນໃຫ້ໄດ້ 2.7 ເປີເຊັນ ອັດຕາເຕີບໂຕຂອງຂະແໜງການຢູ່ໃນນັ້ນ ເລັ່ງໃສ່ຈັດເຂດການຜະລິດ ຕາມແລວທາງລົດໄຟລາວ-ຈີນ ທາງດ່ວນ ແລະບັນດາແຂວງທີ່ມີທ່າແຮງຕ່າງໆ ອັນທີ່ສອງແມ່ນ ດຶງດູດນັກລົງທຶນພາຍໃນ ແລະຕ່າງປະເທດ ລົງທຶນຢ່າງເປັນລະບົບໃສ່ການຜະລິດ ຕິດພັນກັບການປຸງແຕ່ງ ການເກັບຮັກສາ ການຄັດເລືອກຄຸນນະພາບຫຸ້ມຫໍ່ ແລະລະບົບຂົນສົ່ງ ຮວມທັງລະບົບການບໍລິຫານເຊື່ອມຈອດ ກັບທ່າບົກ ແລະທາງລົດ ໄຟ.”

ທາງການລາວກັບຈີນ ໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກຳ ລະຫວ່າງ 2 ປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງໃນດ້ານນຶ່ງ ກໍເຮັດໃຫ້ລາວ ສາມາດສົ່ງສິນຄ້າກະສິກຳ ໄປຍັງຈີນໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ໃນອີກດ້ານນຶ່ງ ກໍເຮັດໃຫ້ບັນດາບໍລິສັດຈາກຈີນ ໄດ້ພາກັນຫລັ່ງໄຫຼເຂົ້າມາລົງທຶນ ໃນພາກກະສິກຳໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ເພາະວ່າ ການຜະລິດກະສິກຳສ່ວນຫຼາຍໃນລາວຍັງ ບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນປະເທດຈີນ.

ໂດຍຫລ້າສຸດ ບໍລິສັດ AIDC Lao ຈຳກັດ ກັບບໍລິສັດ Zhengzhou ອຸດສາຫະ ກຳສະບຽງອາຫານຈຳກັດ ຈາກຈີນ ກໍໄດ້ຕົກລົງຮ່ວມມືດຳເນີນການຈັດຊື້ສິນຄ້າປຸງແຕ່ງກະສິກຳໃນລາວ ເພື່ອສົ່ງອອກໄປຍັງຈີນ ເພີ້ມຂຶ້ນ ໂດຍສິນຄ້າປຸງແຕ່ງກະສິ ກຳທີ່ຈີນ ຕ້ອງການນຳເຂົ້າຈາກລາວ ຕາມການຕົກລົງຄັ້ງນີ້ ປະກອບມີ 9 ຊະນິດ ກໍຄືຖົ່ວດິນ ຖົ່ວເຫຼືອງ ແປ້ງມັນຕົ້ນ ກ້ວຍຫອມ ນໍ້າຕານ ໝາກມ່ວງ ໝາກມ່ວງຫິມະພານ ທຸລຽນ ແລະຊີ້ນງົວແຊ່ແຂງ ທີ່ຄິດເປັນມູນຄ່າລວມ 1,500 ລ້ານໂດລາ ໃນປີ 2021-2025 ໂດຍຄາດວ່າ ຈະສ້າງວຽກງານ ແລະລາຍໄດ້ໃຫ້ກະສິ ກອນລາວ ຫຼາຍກວ່າ 1 ແສນຄອບຄົວທີ່ຢູ່ຕາມແລວທາງລົດໄຟ ລາວ-ຈີນ ສ່ວນການຮ່ວມມືລະຫວ່າງ ກອງທັບປະຊາຊົນລາວກັບບໍລິສັດສາງຈຽງການລົງທຶນຈາກຈີນໃນການສ້າງຕັ້ງບໍລິສັດຮ່ວມທຶນກະສິກຳຄົບວົງຈອນ ໃນມູນຄ່າ 300 ລ້ານໂດລາ ເພື່ອດຳເນີນກິດຈະການ 30 ປີ ທີ່ຕໍ່ສັນຍາໄດ້ 2 ຄັ້ງໆລະ 30 ປີນັ້ນ ກໍແນ່ໃສ່ການຜະລິດ ແລະສົ່ງງົວໄປຈີນ ໃຫ້ໄດ້ເຖິງ 4 ແສນໂຕ ກໍຄື 80 ເປີເຊັນຂອງໂຄຕາທັງໝົດ ທີ່ລັດຖະບານຈີນ ໄດ້ຕົກລົງຮັບຊື້ງົວຈາກລາວ ຈຳນວນ 5 ແສນໂຕ ໃນແຕ່ລະປີນັ້ນເອງ.

XS
SM
MD
LG