ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວ ເນັ້ນຢໍ້າວ່າ ພາກສ່ວນໃຫ້ບໍລິການ ແບບປະຕູດຽວ ມີຄວາມສະລັບຊັບຊ້ອນ ໄດ້ຜົນໜ້ອຍ


ການກໍ່ສ້າງໃນ ສປປ ລາວ.
ການກໍ່ສ້າງໃນ ສປປ ລາວ.

ນາຍົກລັດຖະມົນຕີລາວເນັ້ນຢໍ້າວ່າ ພາກສ່ວນໃຫ້ບໍລິການແບບປະຕູດຽວສາມາດດຶງເອົາ
ການລົງທຶນຈາກຕ່າງຊາດໄດ້ໜ້ອຍ ເພາະການປະຕິບັັດໜ້າທີ່ ຂອງພະນັກງານ ມີປະສິດ
ທິພາບຕໍ່າ ແລະຊໍ້າຊ້ອນກັນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາວກອກ.

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ການອຳນວຍຄວາມສະດວກໃຫ້ແກ່
ການລົງທືນໃນລາວ ຍັງດຳເນີນໄປຢ່າງຊັກຊ້າ ເພາະພາກສ່ວນທີ່ ຮັບຜິດຊອບໃນການສົ່ງ
ເສີມການລົງທຶນ ໂດຍຜ່ານລະບົບໃຫ້ບໍລິການແບບປະ ຕູດຽວນັ້ນ (One Stop Service)
ນັ້ນຍັງມີຂໍ້ຈຳກັດທາງດ້ານບຸກຄະລາກອນ ທີ່ີມີຄວາມຮູ້ຄວາມສາມາດ ໃນການປະຕິບັດ
ງານ ຊຶ່ງນອກຈາກຈະເຮັດໃຫ້ສາ ມາດດຶງເອົາການລົງທຶິນຈາກຕ່າງປະເທດເຂົ້າມາໃນ
ລາວໄດ້ຕໍ່າກວ່າເປົ້າໝາຍ ທີ່ວາງໄວ້ແລ້ວ ກໍຍັງເຮັດໃຫ້ອັນດັບໂລກຂອງລາວ ໃນການ
ເປັນປະເທດທີ່ໜ້າລົງທຶນໃນສາຍຕາຂອງນັກທຸລະກິດ ຊາວຕ່າງຊາດໄດ້ຕົກຕໍ່າລົງອີກ
ດ້ວຍ ໂດຍການແກ້ບັນຫາດັ່ງກ່າວນີ້ ກໍມີພຽງການພັດທະນາເພື່ອຍົກລະດັບປະສິດທິພາບ
ໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນ ແລະບໍ່ຊໍ້າຊ້ອນກັນ ດັ່ງ ທີ່ທ່ານ
ພັນຄຳ ໄດ້ໃຫ້ການເນັ້ນຢໍ້າວ່າ

“ພ້ອມກັນນັ້ນກະວ່າເຮັດປະຕູດຽວ ປະຕູດຽວຢູ່ ແຕ່ມີຫຼາຍກະແຈ ເອົ້າປີຕະກີ້ນີ້ ແມ່ນເອົາ
ຢູ່ 134 ຖອຍມາສາມເທື່ອ ດຽວນີ້ຢູ່ທີ 150 ປາຍ ອັນນີ້ແຫລະມິຕິກຳ ບໍ່ສອດຄ້ອງກັບພືດຕິ
ກຳເວົ້າໄດ້ຢູ່ ແຕ່ບໍ່ເຮັດ ອັນນີ້ແມ່ນສະພາບພວກເຮົາປັດຈຸບັນ ຂ້າພະເຈົ້າເວົ້າແນວນີ້ ອາດ
ຮູ້ສຶກວ່າມີແຕ່ດ້ານຫຍໍ້ທໍ້ ແຕ່ວ່າອັນນີ້ມັນຄື ຄວາມຈິງທີ່ຜູ້ກຳນະໂຍບາຍດ້ານການບໍລິຫານ
ປະເທດຕ້ອງຍອມຮັບໃຫ້ໄດ້ ເສຍກ່ອນ ເພື່ອຈະໄດ້ຊອກຫາວິທີທາງແກ້ໄຂໄປຢ່າງຖືກຈຸດ.”

ທັງນີ້ການລະບາດພະຍາດໄວຣັສ COVID-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງ ຊາດເຂົ້າ
ມາລົງທຶນໃນລາວພຽງແຕ່ 23 ໂຄງການມີມູນຄ່າລົງທືນລວມ 2,064 ລ້ານໂດລາສະຫະ
ລັດໃນປີ 2020 ທີ່ຜ່ານມາໂດຍຫລົດລົງຫຼາຍກວ່າ 80 ເປີ ເຊັນ ທຽບກັບປີ 2019 ທີ່ຕ່າງ
ຊາດລົງທຶນໃນລາວໃນມູນຄ່າລວມເກີນກວ່າ 9,800 ລ້ານໂດລາສະຫະລັດ ຍິ່ງໄປກວ່າ
ນັ້ນການລະບາດຂອງໄວຣັສ COVID-19 ກໍຍັງ ເຮັດໃຫ້ບໍລິສັດຕ່າງຊາດໄດ້ນຳເງິນທຶນ
ເຂົ້າມາໃນລາວຈຶ່ງພຽງ 350 ລ້ານໂດລາສະຫະລັດ ຫຼືຄິດເປັນ 17 ເປີເຊັນ ເທົ່ານັ້ນຂອງ
ມູນຄ່າການລົງທືນທັງໝົດ ເນື່ອງຈາກວ່າການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້
ບໍ່ສາມາດດຳເນີນທຸລະກິດ ໄດ້ຢ່າງເປັນປົກກະຕິນັ້ນເອງ.

ສ່ວນທ່ານນາວຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ
ກໍຍອມຮັບວ່າ ການອະນຸຍາດການລົງທຶນຂອງຕ່າງຊາດ ດ້ວຍ ລະບົບບໍລິການແບບປະຕູ
ດຽວທີ່ມີປະສິດທິພາບຕໍ່າ ແລະຊັກຊ້າຄືບັນຫາສຳຄັນ ເພາະກົດໝາຍສົ່ງເສີມການລົງທຶນ
ໄດ້ກຳນົດໄວ້ຢ່າງຊັດເຈນແລ້ວວ່າ ການອະນຸຍາດການລົງທຶນໃນກິດຈະການທີ່ລັດຄວບ
ຄຸມນັ້ນໃຫ້ໃຊ້ເວລາບໍ່ເກີນ 8 ມື້ ທໍາການ ແລະ 60 ມື້ ທຳການສຳລັບກິດຈະການສຳປະ
ທານຈາກລັດ ແຕ່ກໍຍັງປະຕິບັດບໍ່ທັນໄດ້ດັ່ງທີ່ ທ່ານນາງຄຳຈັນ ຢືນຢັນວ່າ:

“ສາເຫດທີ່ຍັງເກີດສະພາບດັ່ງກ່າວຍ້ອນ (1) ຍັງບໍ່ທັນມີກົນໄກການສ້າງຕັ້ງ ໜ່ວຍງານ
ປະສານງານສັງກັດຢູ່ນຳຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ (2) ພະນັກງານຜູ້ທີ່
ເຮັດວຽກງານປະຕູດຽວ ຍັງບໍ່ທັນຍົກສູງຄວາມເປັນເຈົ້າການໃນການຕິດຕາມເອກກະ
ສານ ທີ່ສົ່ງຂໍ້ຄຳເຫັນນຳບັນດາຂະແໜງການທີ່ ກ່ຽວຂ້ອງ (3) ການຈັດຕັ້ງປະຕິບັດການ
ບໍລິການລົງທຶນປະຕູດຽວຢູ່ຂັ້ນທ້ອງຖິ່ນ ຍັງປະຕິບັດບໍ່ທັນໄດ້ດີຍ້ອນຂໍ້ຈຳກັດທາງດ້ານ
ຈຳນວນພະນັກງານ ແລະສະຖານທີ່ເຮັດວຽກຍັງພົບຄວາມຫຍຸ້ງຍາກ.”

“ສ່ວນສະມາຊິກສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ຢືນຢັນວ່າການ ພັດທະນາ
ປະສິດທິພາບໃນການໃຫ້ບໍລິກການແບບປະຕູດຽວຄືປັດໃຈສຳຄັນທີ່ຈະຕ້ອງຈັດຕັ້ງປະຕິ
ບັດ ໃຫ້ໄດ້ຢ່າງເປັນຮູບປະທຳເພື່ອເຮັດໃຫ້ສະພາບແວດລ້ອມ ໃນການດຳເນີນທຸລະກິດ
ໃນລາວໄດ້ຮັບການຈັດອັນດັບທີ່ດີຂຶ້ນ ເພື່ອຈະດຶງດູດເອົາການລົງທຶນຈາກຕ່າງປະເທດ
ໃຫ້ເຂົ້າມາໃນລາວໄດ້ເພີ້ມຂຶ້ນໃນປີຕໍ່ໆໄປ.

ທັງນີ້ທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ໃນ 190
ປະເທດທົ່ວໂລກໃນປີ 2020 ໂດຍພິຈາລະນາຈາກຄວາມຍາກງ່າຍ ຂອງການເລີ້ມຕົ້ນດຳ
ເນີນທຸລະກິດການຂໍອະນຸຍາດກໍ່ສ້າງສຳນັກງານການຕອບສະໜອງໄຟຟ້າ ການແຈ້ງທະ
ບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການຄຸ້ມຄອງຜູ້ລົງທຶນ ມາດຕະຖານການຊໍາລະພາສີ
ການຄ້າຂ້າມແດນທີ່ສະດວກ ການບັງຄັບສັນ ຍາການລົງທຶນ ການຕັດສິນໃນກໍລະນີລົ້ມ
ລະລາຍ ໂດຍລາວໄດ້ຄະແນນ ສະເລ່ຍ 50.8 ເປີເຊັນ ທີີ່ມີສອງດ້ານທີ່ໄດ້ປັບປຸງດີຂຶ້ນ ຄື
ການເລີ້ມຕົ້ນດຳ ເນີນທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະ
ນີລົ້ມລະລາຍ ແລະການຄຸ້ມຄອງນັກລົງທຶນຕ່າງຊາດໃນລາວນັ້ນຈະຕ້ອງໄດ້ ຮັບການ
ປັບປຸງ ຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG