ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການນຳຂັ້ນສູງ ທີ່ກະສຽນຈາກຕຳແໜ່ງ ໃນພັກ ແລະ ລັດຖະບານ ຈະບໍ່ມີສິດ ນຳເອົາລົດປະຈຳຕຳແໜ່ງ ໄປໃຊ້ສ່ວນຕົວອີກຕໍ່ໄປ


ລົດລັດຖະບານ ລາວ.
ລົດລັດຖະບານ ລາວ.

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າການນຳຂັ້ນສູງທີ່ກະສຽນຈາກຕຳແໜ່ງໃນພັກ ແລະ ລັດຖະ ບານຈະບໍ່ມີສິດນຳເອົາລົດປະຈຳຕຳແໜ່ງໄປໃຊ້ສ່ວນຕົວອີກຕໍ່ໄປ ທັງຍັງຈະຕ້ອງສົ່ງຄືນທັງໝົດດ້ວຍ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຖະແຫຼງວ່າລັດຖະບານ ລາວ ຈະປະກາດບັງຄັບໃຊ້ດຳ ລັດຈຳນວນ 4 ສະບັບທີ່ກ່ຽວຂ້ອງກັບງົບປະມານລາຍຮັບ ແລະ ລາຍຈ່າຍຂອງລັດຖະບານໃນໄວໆນີ້ ກໍຄືດຳລັດວ່າດ້ວຍການປະຢັດ ແລະ ດ້ານການຟຸມເຟືອຍ, ດຳລັດວ່າດ້ວຍການອັດການຮົ່ວໄຫຼຂອງງົບປະມານລັດ ແລະ ດຳລັດວ່າດ້ວຍລົດບໍລິຫານລັດຕິດພັນກັບລົດປະຈຳຕຳແໜ່ງ ໂດຍມີເປົ້າໝາຍສຳຄັນເພື່ອການນຳໃຊ້ງົບປະມານຂອງລັດທີ່ມີຢູ່ຢ່າງຈຳກັດໃຫ້ມີປະສິດທິຜົນສູງ ລວມເຖິງການໃຊ້ຊັບສິດຕ່າງໆຂອງລັດໃຫ້ຄຸ້ມຄ່າ ໂດຍສະເພາະແມ່ນລົດປະຈຳຕຳແໜ່ງ ແລະ ສຳນັກງານຕ່າງໆຂອງລັດນັ້ນຈະຕ້ອງນຳໃຊ້ໃນວຽກງານຂອງລັດຢ່າງແທ້ຈິງ ທັງຍັງຈະອະນຸຍາດໃຫ້ພະ ນັກງານຂັ້ນສູງທີ່ກະສຽນຈາກຕຳແໜ່ງແລ້ວນັ້ນເອົາລົດປະຈຳຕຳແໜ່ງກວ່າ 7,000 ຄັນໄປໃຊ້ສ່ວນຕົວດ້ວຍ ດັ່ງທີ່ທ່ານ ພັນຄຳ ຢືນຢັນວ່າ

“ລົດປະຈຳຕຳແໜ່ງນີ້ ເຮົາປະກອບໃຫ້ຕາມຕຳແໜ່ງບໍລິຫານທີ່ມີນິຕິກຳອອກໃດ ບໍ່ແມ່ນຢາກເວົ້າວ່າຫົວໜ້າກົມກໍມີ ຜູ້ນັ້ນກໍມີ ຜູ້ນີ້ກໍມີ ກະບໍ່ແມ່ນ ອັນຜູ້ອື່ນຫັ້ນກໍຕ້ອງມີລົດໃຊ້ ແຕ່ວ່າຫາກບໍ່ແມ່ນລົດປະຈຳຕຳແໜ່ງ ມັນແມ່ນລົດບໍລິຫານລັດ ບາດນີ້ອັນທີສອງມາເລື່ອງລົດນີ້ແມ່ນສິເອົາໄປນຳ ບໍ່ໃຫ້ເອົາໄປເດ້ ພວກເຮົານັ່ງຢູ່ນີ້ນະ ບໍ່ໄດ້ເອົາໄປເດ້ ຕ້ອງເສຍສະຫຼະ ນັບແຕ່ກົມການເມືອງລົງມາແມ່ນແນວນັ້ນໝົດ ອອກໄປແລ້ວກໍອອກ ຄັນສິເອົາກໍຕ້ອງຊຳລະສະສາງເອົາຕາມລະບຽບກົດໝາຍ.”

ທັງນີ້ລັດຖະບານ ລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບ ຫຼືຄິດເປັນ 15.13 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2021 ແລະ ໃນຂະນະດຽວ ກັນກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຫຼືຄິດເປັນ 17.3 ເປີເຊັນຂອງ GDP ອັນຈະເຮັດໃຫ້ລັດຖະບານ ລາວ ສາມາດຈຳກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບ ຫຼືຄິດເປັນ 2.17 ເປີເຊັນເທົ່ານັ້ນຂອງມູນຄ່າ GDP ທັງໝົດໃນຕະຫຼອດແຜນການປີ 2021 ນີ້.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະຜົນກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ຄິດເປັນມູນຄ່າເກີນກວ່າ 6,322 ຕື້ກີບໃນປີ 2020 ທີ່ຜ່ານມາ ພາຍໃຕ້ສະພາບການດັ່ງກ່າວກໍຍັງເຮັດໃຫ້ລັດຖະບານລາວ ມີງົບປະມານຢ່າງຈຳກັດ ສຳລັບໃຊ້ຈ່າຍໃນບັນດາໂຄງການພັດທະນາຕ່າງໆທີ່ລົງທຶນໂດຍລັດຖະບານ ທັງເຮັດໃຫ້ບໍ່ສາມາດບັນລຸຄາດໝາຍດ້ານງົບປະມານໃນຊ່ວງປີ 2016-2020 ຫຼືໃນໄລຍະ 5 ປີທີ່ຜ່ານມາອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດໃຫ້ການຍອມຮັບວ່າ

“ເກັບລາຍຮັບໄດ້ທັງໝົດ 120,422 ຕື້ກີບເທົ່າກັບ 98.4 ເປີເຊັນຂອງແຜນການສະເລ່ຍໄດ້ເທົ່າກັບ 15.9 ເປີເຊັນຂອງ GDP ລາຍຈ່າຍທັງໝົດປະຕິບັດໄດ້ 156,351 ຕື້ກີບເທົ່າກັບ 95.9 ເປີເຊັນຂອງແຜນການສະເລ່ຍໄດ້ເທົ່າກັບ 20.6 ເປີເຊັນຂອງ GDP ຂາດດຸນງົບປະມານໄລຍະ 5 ປີຢູ່ໃນລະດັບ 4.73​ ເປີເຊັນຂອງ GDP.”

ຍິ່ງໄປກວ່ານັ້ນລັດຖະບານ ລາວ ຍັງຕ້ອງໄດ້ທຳການປັບຫຼຸດການລົງທຶນພາກລັດລົງ 50 ເປີເຊັນໃນແຜນການພັດທະນາເສດຖະກິດ ແລະ ສັງຄົມປະຈຳປີ 2020 ອີກດ້ວຍ ເພາະວ່າການລະບາດຂອງໄວຣັສ ໂຄວິດ-19 ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ຈຶ່ງມີງົບປະມານບໍ່ພຽງພໍສຳລັບຄວາມຕ້ອງການຕົວຈິງທີ່ເຮັດໃຫ້ຕ້ອງໂຈະໂຄງການ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປໂດຍໃຫ້ຄົງໄວ້ສະເພາະໂຄງການທີ່ໄດ້ຮັບການຊ່ວຍເຫຼືອດ້ານເງິນທຶນຈາກຕ່າງປະເທດເທົ່ານັ້ນ.

ນອກຈາກນີ້ການລະບາດຂອງໄວຣັສ ໂຄວິດ-19 ຍັງເຮັດໃຫ້ເສດຖະກິດລາວ ເສຍຫາຍເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ໂດຍທະນາຄານພັດທະນາເອເຊຍ ລາຍງານວ່າເສດຖະກິດລາວຕິດລົບເຖິງ 2.5 ເປີເຊັນໃນປີ 2020 ເປັນການຕິດລົບຄັ້ງທຳອິດນັບແຕ່ປີ 1986 ເປັນຕົ້ນມາ ສ່ວນສະ ພາອຸດສາຫະກຳ ແລະ ການຄ້າສະຫະພາບ ຢູໂຣບ ປະເມີນວ່າເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດ ລາວ ທັງໝົດຕ້ອງສູນເສຍເກີນກວ່າ 70 ເປີເຊັນຂອງລາຍໄດ້ ແລະ ຕ້ອງເລີກຈ້າງງານເກີນກວ່າ 2 ແສນຄົນນັບແຕ່ປີ 2020 ເປັນຕົ້ນມາ.

XS
SM
MD
LG