ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸ ຄາດໝາຍໄດ້


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝ
ສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ເຖິງສາເຫດທີ່ບໍ່ສາມາດບັນລຸເປົ້າໝາຍແຜນການພັດທະນາທີ່ວາງເອົາໄວ້.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝ ສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ເຖິງສາເຫດທີ່ບໍ່ສາມາດບັນລຸເປົ້າໝາຍແຜນການພັດທະນາທີ່ວາງເອົາໄວ້.

ນາຍົກລັດຖະມົນຕີລາວ ຍອມຮັບວ່າການຈັດຕັ້ງປະຕິບັດແຜນການພັດທະນາ ທີ່ບໍ່
ສາມາດບັນລຸຄາດໝາຍໄດ້ເລີຍນັ້ນ ເປັນຍ້ອນລັດຖະບານ ຍັງມີບຸກຄະລາກອນ
ຈຳນວນຫຼາຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝ
ສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16
ຕຸລາ ຫາ 17 ພະຈິກ 2017 ນີ້ ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາໃນດ້ານ
ຕ່າງໆ ຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງເອົາໄວ້ໄດ້ເລີຍນັ້ນ
ມີສາເຫດສຳຄັນມາຈາກກົນໄກການຈັດຕັ້ງປະຕິບັດວຽງງານຂອງລັດຖະບານທັງໃນ
ລະດັບສູນກາງ ແລະທ້ອງຖິ່ນ ຍັງມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບ
ຜິດຊອບຕໍ່ສ່ວນລວມ ທັງຍັງເປັນບຸກຄະລາກອນ ທີ່ບໍ່ມີຄວາມຮູ້ ແລະຄວາມສາມາດ
ໃນວຽກງານ ທີ່ຮັບຜິດຊອບອີກດ້ວຍ ດັ່ງທີ່ທ່ານທອງລຸນ ຢືນຢັນວ່າ:

“ການບໍລິຫານ ຈັດການ ການປະສານ ແລະ ການປະຕິບັດພາລະບົດບາດ
ຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະທ້ອງຖິ່ນ ມີຫຼາຍກໍລະນີ
ບໍ່ເຂັ້ມງວດ ຍັງເອື່ອຍອິງ ຍັງໜິ້ງໃສ່ກັນ ບໍ່ກ້າປັບປ່ຽນວິທີເຮັດວຽກ ບໍ່ກ້າ
ປັບປ່ຽນພະນັກງານ ທີ່ຂາດຄຸນສົມບັດ ຂາດຈັນຍາບັນ ຮວມທັງຜູ້ທີ່ຂາດ
ຄວາມສາມາດໄດ້ເທື່ອ ຈຶ່ງພາໃຫ້ກົງຈັກຂາດປະສິດທິພາບ ຂາດຄວາມ
ຄ່ອງຕົວ ແຕ່ຍັງສືບຕໍ່ດຳເນີນການຕາມເດີມຢູ່ ຖ້າມີການປັບປ່ຽນ ກໍຍັງມີ
ລັກສະນະບໍ່ທັນເຂົ້າເຖິງ ແກ່ນແທ້ຂອງບັນຫາເທື່ອ.”

ບັນດາພະນະງານລັດ ຂັ້ນທ້ອງຖິ່ນ ຈຳນວນນຶ່ງທີ່ໄດ້ຖືກສານຕັດສິນລົງໂທດ ໃນຂໍ້ຫາ ສໍ້ລາດ ບັງຫລວງ.
ບັນດາພະນະງານລັດ ຂັ້ນທ້ອງຖິ່ນ ຈຳນວນນຶ່ງທີ່ໄດ້ຖືກສານຕັດສິນລົງໂທດ ໃນຂໍ້ຫາ ສໍ້ລາດ ບັງຫລວງ.

ທ່ານທອງລຸນ ຍອມຮັບດ້ວຍວ່າ ການຈັດຕັ້ງແຜນການພັດທະນາ ທາງເສດຖະກິດ
ຂອງລາວ ໃນປີ 2017 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້
ກໍຄືໃນຂະນະທີ່ໄດ້ວາງຄາດໝາຍການຂະຫຍາຍຕົວຂອງຍອດຜະລິດຕະພັນລວມ
ພາຍໃນ ຫຼື GDP ໄວ້ທີ່ອັດຕາສະເລ່ຍ 7 ເປີເຊັນ ຫາກແຕ່ການຈັດຕັ້ງປະຕິບັດຕົວຈິງ
ຈະສາມາດບັນລຸໄດ້ພຽງ 6.83 ເປີເຊັນເທົ່ານັ້ນ.

ສ່ວນທ່ານບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ ເທັກໂນໂລຈີ ແລະ
ສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການ
ພັດທະນາເສດຖະກິດ ແລະສັງຄົມຂອງລັດຖະບານລາວ ໃນລະຍະ 9 ເດືອນຂອງປີ
2017 ນີ້ ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກໆດ້ານ ເຊັ່ນການສະໜອງ
ແຮງງານໄດ້ພຽງ 47.4 ເປີເຊັນ ຂອງແຜນການ ການເຂົ້າເຖິງຫລັກປະກັນດ້ານ
ສຸຂະພາບ ປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍແຜນການໄດ້ວາງ
ເອົາໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວ ໃນທົ່ວປະເທດ.

ແຕ່ຢ່າງໃດກໍຕາມ ກະຊວງແຜນການແລະການລົງທຶນ ກໍລາຍງານວ່າ ໃນລະຍະ 6
ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ
ລາວ ໄດ້ເຖິງ 6,546 ຄອບຄົວໃນ 83 ບ້ານ ຊຶ່ງເທົ່າກັບ 46.6 ເປີເຊັນ ຂອງແຜນການ
ປີ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດຄືແຂວງສາລະວັນ ບໍ່ແກ້ວ ເຊກອງ
ຫົວພັນ ຊຽງຂວາງ ແລະອຸດົມໄຊ ຕາມລຳດັບ.

ໃນລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6,546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດຄືແຂວງສາລະວັນ ບໍ່ແກ້ວ ເຊກອງ ຫົວພັນ ຊຽງຂວາງ ແລະອຸດົມໄຊ.
ໃນລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6,546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດຄືແຂວງສາລະວັນ ບໍ່ແກ້ວ ເຊກອງ ຫົວພັນ ຊຽງຂວາງ ແລະອຸດົມໄຊ.

ກ່ອນໜ້ານີ້ ທ່ານທອງລຸນ ກໍຍັງໄດ້ຢືນຢັນວ່າ ເປົ້າໝາຍຂອງລັດຖະລາວ ທີ່ຈະລົບ
ລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວ ຫລຸດພົ້ນຈາກສະພາບ
ການດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າ
ຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ເປົ້າໝາຍລົບລ້າງ
ຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວ
ເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງ
ເປົ້າໝາຍ ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຄິດ
ເປັນ 0.48 ເປີເຊັນ ຂອງບ້ານທຸກຈົນທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດ
ຕັ້ງປະຕິບັດຕົວຈິງສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນ ເທົ່ານັ້ນ
ຂອງບ້ານທຸກຍາກທີ່ມີຢູ່ທັງໝົດ 1,736 ບ້ານ.

ສ່ວນຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານ
ວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍ
ຈະລົບລ້າງບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອເຮັດໃຫ້
ເຫຼືອ 70,924 ຄອບຄົວທີ່ຍາກຈົນ ຫຼື 6,09 ເປີເຊັນ ຂອງຈຳນວນຄອບຄົວທັງໝົດ
ໃນທົ່ວປະເທດລາວ.

ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ
ຍັງວາງຄາດໝາຍການລົບລ້າງບ້ານທຸກຈົນ ໃຫ້ໄດ້ 178 ບ້ານ ຊຶ່ງຖ້າຫາກສາມາດ
ຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດ
ເປັນ 18 ເປີເຊັນ ຂອງບ້ານທັງໝົດ.

XS
SM
MD
LG