ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານປະເທດ ລາວ ສັ່ງການໃຫ້ກອງທັບປະຊາຊົນ ລາວ ດຳເນີນມາດຕະການຢ່າງເດັດຂາດເຂົ້າໃນການປາບປາມການຄ້າຢາເສບຕິດ ແລະ ອາວຸດສົງຄາມ


ເຈົ້າໜ້າທີ່ກອງທັບ ລາວ ເຂົ້າຮ່ວມກອງເຈົ້າໜ້າປ້ອງກັນປະເທດລະດັບພາກພື້ນ ອາຊຽນ ໃນນະຄອນຫຼວງວຽງຈັນ, 28 ກໍລະກົດ 2005. AFP PHOTO/HOANG DINH Nam (Photo by HOANG DINH NAM / AFP)
ເຈົ້າໜ້າທີ່ກອງທັບ ລາວ ເຂົ້າຮ່ວມກອງເຈົ້າໜ້າປ້ອງກັນປະເທດລະດັບພາກພື້ນ ອາຊຽນ ໃນນະຄອນຫຼວງວຽງຈັນ, 28 ກໍລະກົດ 2005. AFP PHOTO/HOANG DINH Nam (Photo by HOANG DINH NAM / AFP)

ປະທານປະເທດ ລາວ ສັ່ງການໃຫ້ກອງທັບປະຊາຊົນ ລາວ ດຳເນີນມາດຕະການຢ່າງເດັດຂາດເຂົ້າໃນການປາບປາມການຄ້າຢາເສບຕິດ ແລະ ອາວຸດສົງຄາມທັງໃນ ລາວ ແລະ ຊາຍແດນທີ່ຕິດຕໍ່ກັບເພື່ອນບ້ານ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຖະແຫຼງຢືນຢັນຕໍ່ກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານທົ່ວກອງທັບປະຊາຊົນ ລາວ ຄັ້ງທີ 6 ເມື່ອບໍ່ນານມານີ້ວ່າ ການລັກລອບຄ້າຢາເສບຕິດ ແລະ ອາວຸດສົງຄາມທັງໃນ ລາວ ແລະ ເຂດຊາຍແດນ ລາວ ທີ່ຕິດຕໍ່ກັບປະເທດເພື່ອນບ້ານຍັງຖືເປັນໄພຄຸກຄາມຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດ ລາວ ຢູ່ເລື້ອຍມາ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງທີ່ກອງທັບປະຊາຊົນ ລາວ ຕ້ອງປະກອບສ່ວນເຂົ້າໃນການດຳເນີນມາດຕະການສະກັດກັ້ນ ແລະ ປາບປາມຢ່າງເດັດຂາດໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຢ່າງຈິງຈັງດ້ວຍການນຳໃຊ້ກຳລັງທະຫານໃນທ້ອງຖິ່ນທົ່ວປະເທດນັ້ນເປັນກຳລັງສຳຄັນດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ

“ຢາເສບຕິດ, ອາວຸດເຖື່ອນ, ໄພສັງຄົມຖືວ່າກຳລັງມີຄວາມຫຼໍ່ແຫຼມຢູ່ໃນລະດັບທ້ອງຖິ່ນກໍຫຼາຍໃດ ດັ່ງນັ້ນທະຫານທ້ອງຖິ່ນຫຼືວ່າກຳລັງປະກອບອາວຸດຢູ່ທ້ອງຖິ່ນຕ້ອງເປັນເຈົ້າການແກ້, ບໍ່ລັງເລອີກແລ້ວ ເພາະຢູ່ທ້ອງຖິ່ນມີໝົດທຸກຢ່າງ ມີຄວາມສາມາດພຽງພໍ ເພື່ອແກ້ໄຂບັນດາບັນຫາເຫຼົ່ານີ້ ແນ່ນອນມີການຊີ້ນຳຂອງຂັ້ນສູນກາງ ແຕ່ວ່າຄັນຂັ້ນສູນກາງມອບໝາຍໃຫ້ກໍເຮັດໃຫ້ມັນໄດ້ ບໍ່ລະປ່ອຍ ຖ້າບັນຫານີ້ບານປາຍຂຶ້ນມາ ມັນກໍຈະກະທົບແຕ່ລະດັບຮາກ ຖານ ມັນຈະກະທົບເຖິງຄວາມສະຫງົບທົ່ວປະເທດ.”

ສ່ວນພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ, ກອງທັບປະຊາຊົນ ລາວ ຖະແຫຼງວ່າການຈັດຕັ້ງປະຕິບັດຍຸດທະສາດ 2 ໜ້າທີ່ຄືການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດນັບຕັ້ງແຕ່ປີ 2000 ເປັນຕົ້ນມານັ້ນ ກອງທັບປະຊາຊົນ ລາວ ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄົບຖ້ວນ ທັງຍັງສາມາດຄວບຄຸມ ແລະ ຈຳກັດການເຄື່ອນ ໄຫວຂອງກຳລັງປະກອບອາວຸດທີ່ຕ້ອງການຈະກໍ່ເຫດຄວາມຮຸນແຮງຫຼືຕໍ່ຕ້ານອຳນາດຂອງລັດຖະບານ ລາວ ໄດ້ຢ່າງສິ້ນເຊີງແລ້ວໃນທົ່ວປະເທດ ໂດຍສະເພາະແມ່ນໃນ 5 ແຂວງເປົ້າໝາຍຄື ວຽງຈັນ, ໄຊສົມບູນ, ຊຽງຂວາງ,​ ບໍລິຄຳໄຊ ແລະ ຫຼວງພະບາງນັ້ນ.

ຍິ່ງໄປກວ່ານັ້ນກອງທັບປະຊາຊົນ ລາວ ກໍຍັງສືບຕໍ່ການຈັດຕັ້ງປະຕິບັດເຂົ້າໃນການເສີມຂະຫຍາຍ ແລະ ກໍ່ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ລົບຕິດລຽນໃນທົ່ວປະເທດ ໂດຍແນໃສ່ການສະກັດກັ້ນ ແລະ ກຳຈັດທຸກການເຄື່ອນໄຫວທີ່ເປັນປໍລະປັກຕໍ່ພັກ-ລັດໃຫ້ໄດ້ຢ່າງສິ້ນເຊີງ ຊຶ່ງໃນໄລຍະ 5 ປີທີ່ຜ່ານມາ ກອງທັບປະຊາຊົນ ລາວ ກໍໄດ້ດຳເນີນການກໍ່ສ້າງບ້ານປ້ອມໝັ່ນໄດ້ແລ້ວ 717 ບ້ານ ແລະ ສ້າງຕັ້ງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານ ທັງຍັງໄດ້ວາງກຳລັງທະຫານເພື່ອປະຈຳການຢູ່ 27 ຈຸດໃນ 190 ບ້ານ,​ 23 ເມືອງ, ໃນ 17ແຂວງ ແລະ ນະຄອນ ຫຼວງວຽງຈັນອີກດ້ວຍ.

ສ່ວນສະພາແຫ່ງຊາດ ລາວ ກໍໄດ້ຮັບຮອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ເມື່ອເດືອນພະຈິກ 2021 ໂດຍແນໃສ່ການເພີ່ມປະສິດທິພາບການປາບປາມອາຊະຍາກຳທຸກຮູບແບບຢູ່ຊາຍແດນ ລາວ ກັບປະເທດເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດການຄ້າ-ການລົງທຶນທີ່ປາສະຈາກອາຊະຍາກຳໃຫ້ໄດ້ຢ່າງແທ້ຈິງ ໂດຍກະ ຊວງປ້ອງກັນປະເທດຄືພາກສ່ວນຮັບຜິດຊອບໃນການຮັບປະກັນດ້ານຄວາມໝັ້ນຄົງ ແລະ ສະຖຽນລະພາບທາງ ການເມືອງໃຫ້ໄດ້ຢ່າງຄົບຖ້ວນ ທັງຍັງຕ້ອງສາມາດປົກປັກຮັກສາ ແລະ ເສີມສ້າງການເມືອງ, ການປົກຄອງໃນ ລາວ ໃຫ້ແຂງແຮງ ແລະ ເປັນທີ່ຍອມຮັບຂອງສາກົນເພີ່ມຂຶ້ນນັບມື້ ໂດຍກອງທັບປະຊາຊົນ ລາວ ຈະຕ້ອງປະສານການຮ່ວມມືກັບກອງທັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງຢ່າງໃກ້ຊິດອີກດ້ວຍ.

ທັງນີ້ໂດຍແກັ່ງອາຊະຍາກຳ ຈີນ ຖືເປັນກັ່ງອາຊະຍາກອນທີ່ຖືກຈັບກຸມໃນ ລາວ ຫຼາຍທີ່ສຸດນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ຊຶ່ງຜະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ໄດ້ສົ່ງຕົວຊາວ ຈີນ ໃຫ້ກັບຕຳ ຫຼວດ ຈີນ ທີ່ແຂວງຢຸ່ນໜານເກີນກວ່າ 1,000 ຄົນທີ່ພົວພັນກັບແກັ່ງຄ້າຢາເສບຕິດ, ແກັ່ງຄ້າມະນຸດ, ແກັ່ງການພະນັນອອນໄລນ໌ ແລະ ແກັ່ງຟອກເງິນຜິດກົດໝາຍທີ່ມີລັກສະນະເປັນອາຊະຍາກຳຂ້າມຊາດນັ້ນ.

ສ່ວນກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບກໍໄດ້ມີການຂຶ້ນບັນຊີລາຍຊື່ນັກຄ້າຢາເສບຕິດທີ່ເປັນເປົ້າ ໝາຍໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ລວມເຖິງ 1,996 ຄົນທີ່ເປັນເຄືອຂ່າຍຂອງຂະບວນການຄ້າຢາເສບຕິດກັບ 196 ຄົນທີ່ພົ້ນໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຢາເສບຕິດ ແລະ 7 ຄົນທີ່ຫຼົບໜີຈາກສະຖານທີ່ຄຸມຂັງ ທັງຍັງໄດ້ອອກໝາຍຈັບຜູ້ຕ້ອງຫາເພີ່ມຂຶ້ນເຖິງ 100 ຄົນອີກດ້ວຍ.

XS
SM
MD
LG