ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ປະ​ເທດ ເນັ້ນ​ຢ​້ຳ​ ໃຫ້​ເສີມ​ສ້າງ ​ຄວາມ​ແຂງ​ແກ່ນ​ ໃນ​ກອງ​ທັບ ປະ​ຊາ​ຊົນ ລາວ


ທະ​ຫານ ລາວ ຟັງ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ, ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ. 2 ທັນ​ວາ 2005.
ທະ​ຫານ ລາວ ຟັງ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ, ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ. 2 ທັນ​ວາ 2005.

ປະ​ທານ​ປະ​ເທດເນັ້ນ​ຢ​້ຳ​ໃຫ້​ເສີມ​ສ້າງ​ຄວາມ​ແຂງ​ແກ່ນ​ໃນ​ກອງ​ທັບ​ປະ​ຊາ​ຊົນ ລາວ ໃຫ້
ພ້ອມ ເພື່ອຮັບມືກັບທຸກສະພາບການທັງພາຍໃນ ແລະ ພາຍນອກ ດ້ວຍການຮ່ວມມື
ກັບ ຈີນ ຢ່າງໃກ້ຊິດ.

ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານປະ​ເທດ ລາວ ໄດ້​ຖະ​ແຫຼງ​ຢືນ​ຢັນ​ເມື່ອບໍ່​ດົນ​ມາ​ນີ້​ວ່າ
ບົດບາດຂອງກອງທັບປະຊາຊົນ ລາວ ໃນໄລຍະຕໍ່ໄປນີ້ ນອກຈາກຈະຕ້ອງປົກປັກ-
ຮັກສາເອກະລາດ ແລະ ອະທິປະໄຕແຫ່ງຊາດ ລວມເຖິງການຮັກສາຄວາມໝັ້ນຄົງ
ຂອງຊາດ ແລະ ສະເຖຍລະພາບທາງການເມືອງໃຫ້ໄດ້ຢ່າງຄົບຖ້ວນແລ້ວ ຍັງຈະ
ຕ້ອງເສີມສ້າງ ແລະ ພັດທະນາຄວາມແຂງແກ່ນໃນກອງທັບໃຫ້ພ້ອມສຳລັບການຮັບ
ມືກັບທຸກສະພາບການທັງພາຍໃນ ແລະ ພາຍນອກປະເທດອີກດ້ວຍ ດັ່ງທີ່ທ່ານ ບຸນ
ຍັງ ຢືນຢັນວ່າ

"ຄະ​ນະ​ພັກ ຄະ​ນະ​ບັນ​ຊາ​ທຸກ​ທ່ານ ຕະຫຼອດ​ເຖິງ​ພະ​ນັກ​ງານ​ ນັກ​ຮົບ​ໃນ​ກອງ​ທັບ​ປະ​
ຊາຊົນ ລາວ ຈົ່ງເດັດດ່ຽວປົກປັກຮັກສາເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນ
ຄົບຖ້ວນຂອງຊາດ ຮັບປະກັນສະເຖຍລະພາບທາງການເມືອງ ອອກແຮງປັບປຸງ ກໍ່
ສ້າງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງຕາມທິດກໍ່ສ້າງກອງທັບປະຕິວັດ ມີລະບຽບແຜນ
ແລະ ທັນສະໄໝ ຍົກລະດັບຄວາມສາມາດໃນການນຳພາບັນຊາ ການຕຽມພ້ອມສູ້
ຮົບກ້າວສູ່ລະດັບສູງ."

ທັງ​ນີ້​ໂດຍກອງ​ທັບ​ປະ​ຊາ​ຊົນ ລາວ ໄດ້​ຕົກ​ລົງ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ ແລກ​
ປ່ຽນລະດັບສູງກັບກອງທັບປົດປ່ອຍປະຊາຊົນ ຈີນ ໂດຍມີພົນເອກ ຈັນສະໝອນ ຈັນ
ຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ພົນເອກ ຊາງ ວ່ານສວນ
ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈີນ ເປັນຜູ້ຕາງ
ໜ້າໃຫ້ກັບລັດຖະບານ ລາວ ແລະ ຈີນ ໃນການຕົກລົງຄັ້ງນີ້.

ໂດຍ​ພາຍ​ໃຕ້​ການ​ຕົກ​ລົງ​ດັ່ງ​ກ່າວ​ ທັງ​ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ
ທະຫານຢ່າງຮອບດ້ານລະຫວ່າງກັນ ໃຫ້ມີຄວາມເຂັ້ມແຂງ ແລະ ເພີ່ມຂຶ້ນຢ່າງບໍ່ຢຸດ
ຢັ້ງເຊັ່ນ ການແລກປ່ຽນຄະນະຜູ້ແທນໃນດ້ານການທະຫານຂັ້ນສູງ ການກໍ່ສ້າງບຸກຄະ
ລາກອນ ການພັດທະນາປັບປຸງກົນໄກການປ້ອງກັນຊາຍແດນ ໂດຍກອງທັບປົດປ່ອຍປະຊາຊົນ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນ ລາວ ທັງໃນດ້ານອຸປະກອນ
ແລະ ເທັກນິກທາງດ້ານການທະຫານຢ່າງຄົບຊຸດ ຊຶ່ງຮວມເຖິງການຈັດຕັ້ງປະຕິບັດ
ວຽກງານທີ່ກ່ຽວຂ້ອງກັບການພັດທະນາໃນເຂດຕິດຕໍ່ຊາຍແດນ ລາວ ກັບ ປະເທດ
ເພື່ອນບ້ານດ້ວຍ.

ໂດຍ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ກຳ​ລັງ​ທະ​ຫານ​ຂອງ​ ກຳ​ປູ​ເຈຍ ເຂົ້າ​ມາ​ໃນ​ເຂດ​ທີ່​ທາ​ງ
ການ ລາວ ກັບ ກຳປູເຈຍ ຍັງບໍ່ສາມາດຕົກລົງປັກຫຼັກເຂດແດນຮ່ວມກັນໄດ້ເມື່ອວັນ
ທີ 12 ສິງຫາ 2017 ທີ່ຜ່ານມາ ຊຶ່ງໄດ້ເປັນຜົນໃຫ້ມີການພົບປະເຈລະຈາກັນລະຫວ່າງ
ທ່ານ ທອງລຸນ ສີສຸລິດ ກັບ ທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີຂອງທັງສອງປະເທດໃນ
ມື້ດຽວກັນ ໂດຍທ່ານ ຮຸນ ເຊັນ ໄດ້ເດີນທາງມານະຄອນຫຼວງວຽງຈັນ ຕາມການເຊີນ
ຂອງທ່ານ ທອງລຸນ ເພື່ອແກ້ໄຂບັນຫາຮ່ວມກັນຢ່າງຮີບດ່ວນ ແລະ ເຖິງແມ່ນວ່າສະ
ພາບການໄດ້ກັບ​ຄືນສູ່ສະພາວະປົກກະຕິແລ້ວກໍຕາມ ຫາກແຕ່ກະຊວງປ້ອງກັນປະ
ເທດ ລາວ ກໍຍັງຈະຕ້ອງເປັນພາກສ່ວນຫຼັກທີ່ຮັບຜິດຊອບປະສານງານກັບຝ່າຍ ກຳປູ
ເຈຍ ຢູ່ເລື້ອຍມາ.

ໂດຍ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ຕົກ​ລົງ​ລະ​ຫວ່າງ ທ່ານ ທອງ​ລຸນ ກັບ​ທ່ານ ຮຸນ​ເຊັນ ເມື່ອ
ວັນທີ 12 ສິງຫາ 2017 ກໍຄືການຖອນກຳລັງທະຫານທັງໝົດຂອງທັງສອງຝ່າຍອອກ
ໄປຈາກພື້ນທີ່ຂັດແຍ້ງໃນເຂດແກ້ງຕໍມໍ​ຄອຍ ກັບຫ້ວຍຕະເງົາ ທີ່ເປັນເຂດຊາຍແດນ
ລະຫວ່າງເມືອງ ສະໜາມໄຊ ແຂວງອັດຕະປື ກັບເມືອງແສນປາງ ແຂວງສະຕຶງເຕຣັງ
ຂອງກຳປູເຈຍ ໂດຍໃຫ້ກັບຄືນໄປຢູ່ໃນເຂດທີ່ຕັ້ງເດີມຂອງທັງສອງຝ່າຍ ແລະ ໃຫ້ຍຸ
ຕິການກໍ່ສ້າງຖະໜົນໃນເຂດດັ່ງກ່າວດ້ວຍ ໃນປັດຈຸບັນທາງການ ລາວ-ກຳປູເຈຍ ກໍ
ສາມາດຕົກລົງປັກຫຼັກໝາຍຊາຍແດນຮ່ວມກັນໄດ້ແລ້ວ 121 ຫຼັກ ໄລຍະທາງຍາວ
465 ກິໂລແມັດ ຄິດເປັນ 87 ເປີເຊັນຂອງຊາຍແດນທັງໝົດ ຈຶ່ງຍັງເຫຼືອ 70 ກິໂລ
ແມັດທີ່ຈະຕ້ອງຕົກລົງກັນຕໍ່ໄປ ພ້ອມກັນນີ້ກອງທັບປະຊາຊົນ ລາວ ກໍຍັງໄດ້ດຳເນີນ
ໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນຈາກແຂວງ ອັດຕະປື ໄປຫາ
ແຂວງເຊກອງ ໂດຍຖືເປັນສ່ວນນຶ່ງໃນແຜນການພັດທະນາເຂດຊາຍແດນ ລາວ-
ຫວຽດນາມ ຢ່າງຮອບດ້ານທີ່ມີຄວາມສະຫງົບປອດໄພ 100 ເປີເຊັນໃຫ້ໄດ້ຢ່າງແທ້
ຈິງ.

XS
SM
MD
LG