ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານປະເທດ ຂໍໃຫ້ສະມາຊິກສະພາແຫ່ງຊາດ ແລະຂັ້ນແຂວງທົ່ວປະເທດ ປະຕິບັດໜ້າທີ່ ຕາມກົດໝາຍຢ່າງເຂັ້ມງວດ


ປ້າຍບົ່ງບອກເຖິງ ສານປະຊາຊົນສູງສຸດຂອງລາວ ໃນນະຄອນຫຼວງ ວຽງຈັນ.
ປ້າຍບົ່ງບອກເຖິງ ສານປະຊາຊົນສູງສຸດຂອງລາວ ໃນນະຄອນຫຼວງ ວຽງຈັນ.

ປະທານປະເທດຂໍໃຫ້ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງທົ່ວປະເທດ ປະຕິບັດໜ້າທີ່ໃນການກວດສອບການຈັດຕັ້ງປະຕິບັດຂອງທຸກພາກສ່ວນໃຫ້ເປັນໄປຕາມກົດໝາຍຢ່າງເຂັ້ມງວດ.

ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ຖະແຫລງໃນໂອກາດການສ້າງສະພາແຫ່ງຊາດລາວ ຄົບຮອບ 45 ປີ ເມື່ອທ້າຍເດືອນຕຸລາ 2020 ທີ່ຜ່ານມາ ໂດຍຮຽກຮ້ອງຂໍໃຫ້ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງໃນທົ່ວປະເທດ ຈົ່ງພ້ອມກັນປະຕິບັດໜ້າທີ່ທັງໃນດ້ານນິຕິບັດຍັດ ແລະການກວດສອບການຈັດຕັ້ງປະຕິບັດຂອງທຸກພາກສ່ວນໃນວົງການລັດຖະບານໃຫ້ເປັນໄປຕາມກົດໝາຍທີ່ກຳນົດໄວ້ຢ່າງເຂັ້ມງວດ ພາຍໃຕ້ເປົ້າໝາຍເພື່ອເຮັດໃຫ້ນານາຊາດໃຫ້ການຍອມຮັບ ສປປ ລາວ ວ່າ ເປັນປະເທດທີ່ປົກຄອງດ້ວຍກົດໝາຍຢ່າງແທ້ຈິງ ດັ່ງທີ່ ທ່ານບຸນຍັງ ໄດ້ຖະແຫລງຢືນຢັນວ່າ:

“ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ຍົກສູງຄວາມຮັບຜິດຊອບໃນການຕິດຕາມ ກວດກາການປະຕິບັດກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ ເອົາໃຈໃສ່ຕດຕາມກວດກາ ບັນດາຫົວໜ່ວຍທີ່ນຳໃຊ້ງົບປະມານແລະຊັບສິນຂອງລັດ ແນໃສ່ການຄຸ້ມຄອງລັດ ເສດຖະກິດ ສັງຄົມ ດ້ວວຍກົດໝາຍນັບມື້ນັບມີຜົນສັກສິດ ບໍ່ອະນຸຍາດໃຫ້ການຈັດຕັ້ງໃດ ບອກຄົນໃດ ຢູ່ເໜືອກົດໝາຍຢ່າງເດັດຂາດ.”

ປະທານປະເທດແຫ່ງສປປ ລາວ ທ່ານບຸນຍັງ ວໍລະຈິດ ຢູ່ທີ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ຄັ້ງທີ 10 ຊຸດທີ 8 ໃນນະຄອນຫຼວງ ວຽງຈັນ.
ປະທານປະເທດແຫ່ງສປປ ລາວ ທ່ານບຸນຍັງ ວໍລະຈິດ ຢູ່ທີ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ຄັ້ງທີ 10 ຊຸດທີ 8 ໃນນະຄອນຫຼວງ ວຽງຈັນ.

ແຕ່ຢ່າງໃດກໍຕາມ ຜູ້ປະສານງານ ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ຢືນຢັນວ່າ ບັນຫາໃນລະບົບຕຸລາການຂອງລາວ ໃນປັດຈຸບັນ ຄືການມີຄະດີຄວາມຄົງຄ້າງຢູ່ໃນສານເພີ້ມຂຶ້ນໂດຍມີສາເຫດສຳຄັນຈາກຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອພະນັກງານສານທີ່ບໍ່ໄດ້ອີງກັບສະພາບບັນຫາທີ່ເປັນຈິງ ສ່ວນຄູ່ຄວາມໃນຄະດີກໍບໍ່ຍອມຮັບຄຳຕັດສິນຂອງສານ ທັງໆທີ່ຮູ້ວ່າຕົນເປັນຝ່າຍຜິດ ແຕ່ກໍບໍ່ຍອມແລະຟ້ອງຮ້ອງໃຫ້ເປັນຄະດີຄວາມໃນສານຕໍ່ໄປອີກ ເພາະໝັ້ນໃຈວ່າ ການທີ່ຝ່າຍຕົນມີສາຍພົວພັນໃນວົງການພັກແລະລັດທີ່ເໜືອກວ່າຝ່າຍກົງກັນຂ້າມນັ້ນ ຍ່ອມຈະເຮັດໃຫ້ຝ່າຍຕົນເປັນຜູ້ທີ່ຊະນະຄະດີຄວາມໃນທີ່ສຸດນັ້ນເອງ.

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ບໍ່ໂປ່ງໃສໃນການກວດກາ ເພື່ອປ້ອງກັນແລະປາບປາມການທຸຈະລິດໃນພັກ-ລັດ ແລະການຂາດຈັນຍາບັນຂອງພະນັກງານລັດໃນລະບົບຕຸລາການໃນລາວ ກໍໍໄດ້ກາຍເປັນບັນຫາໃຫຍ່ຂຶ້ນນັບມື້ເຊັ່ນກັນ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ການພັດທະນາລາວຊັກຊ້າໃນທຸກດ້ານເທົ່ານັ້ນ ຫາກຍັງເຮັດໃຫ້ປະຊາຊົນບໍ່ສັດທາຕໍ່ລະບົບສານໃນລາວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນອົງການກວດສອບລັດຖະບານ ໄດ້ໃຫ້ການຢືນຢັນວ່າ:

“ການກວດກາຜົນການກວດສອບຍັງຊັກຊ້າ ແກ່ຍາວ ບໍ່ສັກສິດ ຜ່ານມາມີຫາງສຽງສັງຄົມຕໍ່ວຽກງານດັ່ງກ່າວ ກວດກາເອົາຮູບການ ກວດການແລ້ວ ແລ້ວໄປແກ້ໄຂບັນຫາບໍ່ໄດ້ ການປະຕິບັດໜ້າທີ່ຂອງພະນັກງານຂົງເຂດຍຸຕິທຳ ຍັງບໍ່ທັນຫລີກລ່ຽງໄດ້ຈາກຫາງສຽງສັງຄົມຈົ່ມວ່າ ຕໍ່ພະນັກງານລັດຍັງຂາດຈັນຍາບັນ ຈັນຍາທຳ ບໍ່ໂປ່ງໃສ ຮຽກຮ້ອງເອົາຜົນປະໂຫຍດຈາກຄູ່ກໍລະນີ ແລະອື່ນໆ.”

ທ່ານດ້ານອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍໃນໜ່ວຍງານຕ່າງໆຂອງລັດຖະບານລາວທັງໃນຂັ້ນສູນກາງ ແລະໃນທ້ອງຖິ່ນຍັງເກີດບັນຫາຊັກຊ້າແລະບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງປາກົດວ່າ ໄດ້ມີການບັງຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍກົດໝາຍໃໝ່ໄປແລ້ວ ໂດຍພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍຕໍ່ປະຊາຊົນທີ່ຂັດແຍ້ງກັບພະນັກງານລັດກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ຊຶ່ງຈະເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານເພື່ອເຮັດໃຫ້ປະຊາຊົນສັດທາລະບົບຍຸຕິທຳໃນລາວ ເພາະປາກົດວ່າ ມມີຄະດີທີ່ສານໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວແຕ່ຢ່າງໃດ.

ສ່ວນອົງການ USAID ຂອງສະຫະລັດອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວໃນການພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆດ້ວຍ Application ໃນລະບົບໂທລະສັບມືຖືທັນສະໄໝ ແນໃສ່ເຮັດໃຫ້ປະຊາຊົນລາວສາມາດເຂົ້າເຖິງ ແລະໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆ ຂອງລັດຖະບານໄດ້ຢ່າງເທົ່າທັນກັລສະພາບການຕົວຈິງ ທັງຍັງໄດ້ພັດທະນາລະບົບທີ່ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກໄດ້ຢ່າງມີປະສິດທິພາບ ເພື່ອເຮັດໃຫ້ນັກທຸລະກິດລາວ ແລະຊາວຕ່າງຊາດສາມາດເຂົ້າເຖິງນິຕິກຳຕ່າງໆຂອງລາວຢ່າງສະດວກວ່ອງໄວ ແລະສາມາດປະກອບຄວາມເຫັນຕໍ່ນິຕິກຳຕ່າງໆໄດ້ດ້ວຍ ທັງນີ້ ໂດຍ USAID ໄດ້ໃຫ້ການຊ່ວຍເຫຼືອດັ່ງກ່າວນີ້ ແກ່ລັດຖະບານລາວໄປຈົນເຖິງປີ 2022.

XS
SM
MD
LG