ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລັງງານໄຟຟ້າລາວ ເພີ້ມຂື້ນ 17 ເປີເຊັນ ຕໍ່ປີ ພ້ອມສົ່ງອອກ 72 ເປີເຊັນ ຂອງຜົນຜະລິດທົງໝົດ


ພະລັງໄຟຟ້າລາວ ທີ່ເໍຊື່ອມຕໍ່ກັບປະເທດເພື່ອນບ້ານ.
ພະລັງໄຟຟ້າລາວ ທີ່ເໍຊື່ອມຕໍ່ກັບປະເທດເພື່ອນບ້ານ.

ພາກພະລັງງານໄຟຟ້າໃນລາວ ມີການເຕີບໂຕເພີ້ມຂຶ້ນສະເລ່ຍເຖິງ 17 ເປີເຊັນ ຕໍ່ປີ ໂດຍເປັນຜົນຈາກການສົ່ງອອກພະລັງງານໄຟຟ້າໃນສັດສ່ວນ 72 ເປີເຊັນ ແລະຊົມໃຊ້ພາຍໃນປະເທດ 28 ເປີເຊັນ ຂອງການຜະລິດທັງໝົດ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ

ທ່ານດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ຖະແຫຼງວ່າພາກ
ພະລັງງານໄຟຟ້າໃນລາວ ໄດ້ຂະຫຍາຍການເຕີບໂຕເພີ້ມຂຶ້ນຢ່າງຕໍ່ ເນື່ອງໃນໄລຍະ
40 ກວ່າປີຜ່ານມາກໍຄືການຂະຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 17 ເປີເຊັນ
ຕໍ່ປີ ໂດຍເຖິງທ້າຍປີ 2020 ໃນລາວ ມີແຫຼ່ງຜະລິດໄຟຟ້າ 82 ແຫ່ງ ທີ່ມີກຳລັງຕິດຕັ້ງ
ລວມເກີນກວ່າ 10,000 ເມັກກະວັດ ໃນນີ້ 72 ເປີເຊັນ ເປັນພະລັງງານໄຟຟ້າທີ່ສົ່ງ
ອອກໄປຕ່າງປະເທດ ແລະ 28 ເປີເຊັນ ເປັນການຕອບສະໜອງການຊົມໃຊ້ພາຍໃນ
ປະເທດ ດັ່ງທີ່ີທ່ານດາວົງ ຢືນຢັນວ່າ:

“ການພັດທະນາຄາແຮງແຫຼ່ງພະລັງໄຟຟ້າຕ່າງໆເຊິ່ງເລີ້ມມາແຕ່ຊຸມປີ 1970 ຈົນ
ຮອດປັດຈຸບັນເຫັນວ່າ ມີຈັງຫວະການຂະຫຍາຍໂຕສູງຫຼາຍ ໂດຍມີອັດຕາ ປ່ຽນປະ
ມານ 17 ເປີເຊັນ ຕໍ່ປີ ຈົນມາຮອດທ້າຍປີ 2020 ມີແຫຼ່ງຜະລິດໄຟຟ້າ ທັງໝົດ 82
ແຫ່ງ ລວມມີກຳລັງຕິດຕັ້ງ 10,091 ເມັກກະວັດ ໃນນັ້ນແຫຼ່ງຜະ ລິດໄຟຟ້າມາຈາກ
ເຂື່ອນພະລັງນໍ້າກວມເອົາ 80 ເປີເຊັນ ແລະຖ່ານຫີນ 18.6 ເປີເຊັນ ການສົ່ງອອກ
ພະລັງງານໄຟຟ້າກວມເອົາ 72 ເປີເຊັນ ໃຊ້ພາຍໃນ ເກືອບ 30 ເປີເຊັນ.”

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຕ້ອງຜະເຊີນ ກັບບັນ
ຫາຂາດສະພາບບົກຜ່ອງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດ ສຳຄັນ
ມາຈາກການມີພາລະໜີ້ສິນສູງ ທີ່ສົມທົບດ້ວຍການຂາດທຶນຈາກການດຳ ເນີນທຸລະ
ດິດຢ່າງຕໍ່ເນື່ອງເພາະການບໍລິຫານງານ ມີປະສິດພາບຕໍ່າ ຈຶ່ງເຮັດ ໃຫ້ EDL ຕ້ອງ
ສູນເສຍຜົນປະໂຫຍດທາງທຸລະກິດຢູ່ເລື້ອຍມາ ດັ່ງທີີທ່ານດາວວົງ ຢືນຢັນວ່າ:

ລັດວິສະຫະກິດຂາດສະພາບຂອງດ້ານການເງິນຈາກໜີ້ສິນເກີນລາຍຮັບ ຊຶ່ງສາ
ເຫດ ແມ່ນເນື່ອງມາຈາກລັດວິສະຫະກິດໄຟຟ້າລາວ ມີສັນຍາຊື້ຂາຍໄຟຟ້າແບບ
ຜູກມັດກັບຜູ້ພັດທະນາເຂື່ນໄຟຟ້າຫຼາຍໂຄງການ ຊຶ່ງຍັງບໍ່ຮັດກຸມພຽງພໍ ເຮັດໃຫ້
ຕ້ອງຮັບພາລະຄ່າໃຊ້ຈ່າຍໃນກໍລະນີພລັງງານເຫຼືອ ໂດຍບໍ່ຈຳເປັນ ທີ 2 ລາຄາສົ່ງ
ອອກ ສ່ວນຫຼາມຍແມ່ນຕໍ່ກວ່າລາຄາຮັບຊື້ຈາກແຫຼ່ງຜະລິດ ການຮັບຊື້ໄຟຈາກແຫຼ່ງ
ຜະລິດບໍ່ສອດຄ້ອງກັບຄວາມຕ້ອງການຍ້ອນແຫຼ່ງຜະລິດສ່ວນໃຫຍ່ເປັນເຂື່ອນໄຟ
ຟ້າ ທີ່ບໍ່ມີອ່າງເກັບນໍ້າເຮັດໃຫ້ລະດູຝົນມີພະລັງງານເຫຼືຶອແຕ່ໃນລະດູແລ້ງບໍ່ພຽງພໍ
ກັບຄວາມຕ້ອງການ.”

ສ່ວນທ່ານຈັນທະບຸນ ສຸກອາລຸນ ຜູ້ອຳນວຍການໃຫຍ່ EDL ຖະແຫຼງວ່າໃນປັດຈຸ
ບັນ EDL ມີພາລະໜີ້ສິນເງິນກູ້ທັງພາຍໃນຕ່າງປະເທດ ຄິດເປັນມູນຄ່າລວມ ຫຼາຍ
ກວ່າ 2,000 ລ້່ານໂດລາສະຫະລັດ ຈຶ່ງເຮັດໃຫ້ມີເງື່ອນໄຂ ແລະຄວາມ ອາດສາ
ມາດຢ່າງຈຳກັດໃນການຈັດຕັ້ງປະຕິບັດມາດຕະການ ທີ່ເປັນການຫລຸດ ຜ່ອນບັນ
ຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ເກີດຈາກການລະບາດພະ
ຍາດໄວຣັສໂຄວິດ-19 ຊຶ່ງໃນນີ້ກໍລວມເຖິງການປັບລົດຄາໄຟຟ້າທີ່ EDL ສາມາດ
ປັບລົດໄດ້ພຽງ 3 ເປີເຊັນເທົ່ານັ້ນ. ໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວເປັນ
ການລົງທຶນຂອງບໍລິສັດຕ່າງຊາດ ທີ່ມູ້ງຜົນປະໂຫຍດຈາກ ການລົງທຶນເປັນດ້ານ
ຫລັກ ເມື່ອສົມທົບກັບລັດຖະບານລາວກໍບໍ່ມີເງິນລົງທຶນດ້ວຍແລ້ວຈຶ່ງບໍ່ສາມາດທີ່
ຈະໃຊ້ອຳນາດເຂົ້າແຊກແຊງທາງທຸລະກິດເພື່ອກຳນົດຄ່າໄຟຟ້າ ທີ່ຜະລິດໂດຍ
ບັນດາໂຄງການເຄື່ອນໄຟຟ້າທີ່ບໍລິສັດຕ່າງຊາດ
ເປັນຜູ້ລົງທຶນໄດ້ເລີຍ.

ແຕ່ຢ່າງໃດກໍຕາມ EDL ໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນຈຳກັດ)
ຫຼື (EDL-GEN) ຂຶ້ນເພື່ອລະດົມເງິນທຶນທາງພາຍໃນ ແລະຕ່າງປະເທດເມື່ອ
ທ້າຍປີ 2010 ອັນເປັນແນວທາງນຶ່ງຂອງການແກ້ບັນຫາດ້ານໜີ້ສິນດັ່ງກ່າວ ລວມ
ເຖິງການປັບປຸງການບໍລິຫານງານໃຫ້ຂ່ອງໂຕຫຼາຍຂຶ້ນ ຊຶ່ງຜ່ານມາ EDL-GEN
ໄດ້ລະດົມທຶນຈາກຕະຫຼາດຫລັກຊັບແຫ່ງປະເທດໄທເຖິງ 30,000 ລ້ານບາດ
ສ່ວນແຫຼ່ງຜະລິດພະລັງງານໄຟຟ້າ 82 ແຫ່ງໃນລາວກໍມີພຽງ 10 ແຫ່ງທີີ່ເປັນຂອງ
EDL-GEN ສ່ວນເຂື່ອນໄຟຟ້າທີ່ກຳລັງກໍ່ສ້າງ 19 ໂຄງການ ທີ່ກຳນົດຈະແລ້ວ
ເສັດໃນທ້າຍປີ 2021 ນີ້ ກໍຈະເຮັດໃຫ້ລາວມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ມີ
ກຳລັງຕິດຕັ້ງລວມເຖິງ 13,000 ເມັກກາວັດ ຜະລິດໄຟຟ້າໄດ້ 67,000 ລ້ານກິໂລ
ວັດ/ໂມງ ຕໍ່ປີໃນນີ້ 85 ເປີເຊັນ ຈະສົ່ງອອກ 2,000 ລ້ານໂດລາສະຫະລັດ ໃນປີ
2021 ແລະເພີ້ມຂຶ້ນເປັນ2,980 ລ້ານໂດລາສະຫະລັດ ໃນປີ 2022 ທີ່ລົງທຶນໂດຍ
ຕ່າງຊາດເຊັ່ນກັນ.

XS
SM
MD
LG