ລັດຖະບານ ລາວ ໄດ້ເລື່ອນງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ແລະ ງານສະຫຼອງມໍລະດົກໂລກທົ່ງໄຫຫີນອອກໄປຢ່າງບໍ່ມີກຳນົດ ທັງນີ້ເພື່ອປ້ອງກັນບໍ່ໃຫ້ເຊື້ອໄວຣັສ Covid-19 ເກີດລະບາດຢູ່ໃນ ລາວ.
ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຢືນຢັນວ່າ ໄດ້ມີການເລື່ອນການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຈາກກຳນົດການເດີມໃນຊ່ວງວັນທີ 22 ມີນາ-1 ເມສາ 2020 ອອກໄປຢ່າງບໍ່ມີກຳນົດ ທັງນີ້ເພື່ອເປັນການປ້ອງກັນບໍ່ໃຫ້ເຊື້ອໄວຣັສ Covid-19 ເກີດລະບາດຢູ່ໃນ ລາວ ສ່ວນກຳນົດການໃໝ່ຈະມີຂຶ້ນໃນຊ່ວງໃດນັ້ນ ກໍຈະຕ້ອງລໍຖ້າເບິ່ງສະພາບການຕົວຈິງວ່ານານາຊາດ ສາມາດສະກັດກັ້ນ ແລະ ຄວບຄຸມເຊື້ອໄວຣັສ Covid-19 ໄດ້ຢ່າງຄັກແນ່ແລ້ວຫຼືບໍ່ ແຕ່ໃນໄລຍະສະເພາະໜ້ານີ້ ລັດຖະບານກໍຈະພໍຈາລະນາ ກ່ຽວກັບ ມາດຕະການຢຽວຢາ ແລະ ໃຫ້ການຊ່ວຍເຫຼືອ ແກ່ພາກສ່ວນຕ່າງໆທີ່ໄດ້ລົງທຶນ-ລົງແຮງໄປແລ້ວໃນການກະກຽມງານມະຫາກຳກິລາແຫ່ງຊາດຄັ້ງນີ້ ດັ່ງທີ່ທ່ານນາງ ແສງເດືອນ ໄດ້ຖະແຫຼງຢືນຢັນວ່າ
"ສະພາບປັດຈຸບັນນີ້ ຖືວ່າການແຜ່ລະບາດຂອງພະຍາດ Covid-19 ນີ້ເປັນໄລຍະທີ່ວ່າມີຄວາມສ່ຽງຫຼາຍ ແລະ ກະມີຄວາມຮຸນແຮງຫຼາຍ ສະນັ້ນຂໍບອກກ່ອນເລີຍວ່າແມ່ນຖືກໂຈະຫັ້ນຫຼະເນາະ ກໍບໍ່ທັນຮູ້ວ່າຍາມໃດ ເພາະວ່າສະພາບພະຍາດມັນຍັງແຮງຢູ່ ພວກເຮົາກະບໍ່ຮູ້ວ່າສິເຊົາຍາມໃດຫັ້ນນະ ແລະ ພວກເຮົາຈະມີແຈ້ງການຕື່ມວ່າຫຼັງຈາກໂຈະແລ້ວ ພວກເຮົາຈະມີວິທີການແນວໃດຕໍ່ນັກກິລາ ຫຼືວ່າຕໍ່ນັກທຸລະກິດທີ່ວ່າໄດ້ໃຊ້ຈ່າຍໄປແລ້ວ ອັນນີ້ພວກເຮົາກໍຈະພະຍາຍາມໃຫ້ມີຄວາມຍຸຕິທຳທີ່ສຸດ."
ກ່ອນໜ້ານີ້ລັດຖະບານ ລາວ ໄດ້ອະນຸມັດງົບປະມານ 47 ຕື້ກີບເພື່ອໃຊ້ໃນການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຢູ່ທີ່ແຂວງຊຽງຂວາງ ໂດຍສະເພາະແມ່ນໃນພິທີເປີດນັ້ນ ຍັງຈະມີການຈັດງານສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອງ 65 ປີໃນວັນທີ 22 ມີນາ 2020 ອີກດ້ວຍ ເພາະສະນັ້ນການເລື່ອນການຈັດງານມະຫາກຳກິລາແຫ່ງຊາດຄັ້ງນຶ່ງ ຈຶ່ງໄດ້ສົ່ງຜົນກະທົບເຖິງການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 65 ປີດ້ວຍເຊັ່ນກັນ.
ສຳລັບງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ນັ້ນຈະມີການແຂ່ງຂັນໃນ 28 ປະເພດກິລາທີ່ມີ 20 ພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນຄືນະຄອນຫຼວງວຽງຈັນ ກັບ 17 ແຂວງ ແລະ 2 ກະຊວງ ເພື່ອຊິງເອົາ 385 ຫຼຽນຄຳ, 385 ຫຼຽນເງິນ, 627 ຫຼຽນທອງແດງ ໂດຍສະໜາມກິລາກາງທີ່ສ້າງໃໝ່ເພື່ອໃຊ້ໃນການຈັດພິທີເປີດ ແລະ ປິດສາມາດຮອງຮັບຜູ້ຊົມໄດ້ 17,000 ຄົນ ທັງຍັງໄດ້ປັບປຸງ 11 ສະໜາມກິລາເພື່ອຮອງຮັບການແຂ່ງຂັນ ແລະ ປັບປຸງໂຮງຮຽນ 27 ແຫ່ງ ເປັນບ່ອນພັກສຳລັບນັກກິລາ 7,000 ກວ່າຄົນຈາກທົ່ວປະເທດ ຊຶ່ງຕ້ອງນຳໃຊ້ງົບປະມານເກີນກວ່າ 47 ຕື້ກີບໂດຍບໍ່ລວມເຖິງງົບປະມານ 200 ຕື້ກີບທີ່ນຳໃຊ້ໃນການກໍ່ສ້າງສະໜາມກິລາໃໝ່ແຕ່ຢ່າງໃດ.
ທາງດ້ານທ່ານ ວິໄລສຸກ ພິມະສອນ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຊຽງຂວາງ ກໍຍອມຮັບວ່າໃນແຊວງຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງເພື່ອຮອງຮັບການທ່ອງທ່ຽວທີ່ຄາດວ່າຈະຂະຫຍາຍຕົວເພີ່ມຂຶ້ນຈາກການທີ່ UNESCO ໄດ້ປະກາດຮັບຮອງໄຫຫີນເປັນມໍລະດົກໂລກດັ່ງກ່າວ ໂດຍສະເພາະແມ່ນສະໜາມບິນທີ່ບໍ່ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເລີຍ ສ່ວນຖະໜົນຫົນທາງໄປຫາແຫຼ່ງທ່ອງທ່ຽວຕ່າງໆກໍຍັງບໍ່ໄດ້ມາດຕະຖານ, ໂຮງແຮມ-ບ້ານພັກ-ຮ້ານອາຫານ-ສະຖານບໍລິການຕ່າງໆຍັງບໍ່ພຽງພໍ ຈຶ່ງເຮັດໃຫ້ຊາວຕ່າງຊາດເດີນທາງມາທ່ຽວໃນແຂວງຊຽງຂວາງພຽງແຕ່ 80,000 ກວ່າຄົນເທົ່ານັ້ນໃນແຕ່ລະປີ.
ສ່ວນເຈົ້າໜ້າທີ່ທະນາຄານພັດທະນາເອເຊຍ (ADB) ປະຈຳລາວ ຢືນຢັນວ່າລັດຖະບານ ລາວ ໄດ້ສູນເສຍດ້ານງົບປະມານລາຍຈ່າຍໄປໃນການຕຽມພ້ອມສຳລັບການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ມາແລ້ວຄັ້ງນຶ່ງໃນປີ 2018 ໂດຍສາເຫດທີ່ເຮັດໃຫ້ຕັ້ງເລື່ອງການຈັດງານໃນຄັ້ງນັ້ນເພາະອຸທົກກະໄພຄັ້ງໃຫຍ່ທີ່ເກີດຂຶ້ນໃນທົ່ວປະເທດ ຊຶ່ງລວມເຖິງກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກດ້ວຍນັ້ນ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງໃນທົ່ວປະເທດ ລາວ ທີ່ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 4,000 ຕື້ກີບ ແລະ ໃນປີ 2019 ກໍຍັງເກີດໄພນ້ຳຖ້ວມຄັ້ງໃຫຍ່ໃນພາກກາງ ແລະ ພາກໃຕ້ ທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,000 ຕື້ກີບເຊັ່ນກັນ ສ່ວນໃນປັດຈຸບັນນີ້ ລາວກໍຕ້ອງຖືກກະທົບຈາກການລະບາດຂອງ Covid-19 ຊຶ່ງຄາດວ່າຈະເຮັດໃຫ້ ລາວ ສູນເສຍລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວຫຼາຍກວ່າ 500 ລ້ານໂດລາ.