ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຕຳຫຼວດລາວ ໄດ້ແກ້ໄຂ ຄະດີ ຢາເສບຕິດ 2,258 ຄະດີ ແລະ ຈັບກຸມ 3,346 ຄົນໃນປີ ທີ່ຜ່ານມາ


ພໍ່ຄ້າຢາບ້າ ຖືກຈັບກຸມໄດ້ ດ້ວຍຢາບ້າຈຳນວນນັບລ້ານເມັດ.
ພໍ່ຄ້າຢາບ້າ ຖືກຈັບກຸມໄດ້ ດ້ວຍຢາບ້າຈຳນວນນັບລ້ານເມັດ.

ທາງການຕຳຫຼວດ ລາວ ສາມາດຈັບກຸມແກ໊ງຄ້າຢາເສບຕິດໄດ້ 2,258 ກໍລະນີ ແລະ ມີຜູ້ຕ້ອງຫາຈຳນວນເຖິງ 3,346 ຄົນທີ່ຖືກ ຄວບຄຸມຕົວ ທັງຍັງສາມາດຍຶດ ຢາເສບຕິດໄດ້ຢ່າງຫຼວງຫຼາຍ ອີກດ້ວຍ.

ທ່ານ ກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະ ກວດກາຢາເສບຕິດ ແຫ່ງຊາດ ຖະແຫຼງລາຍງານວ່າໃນປີ 2015 ທີ່ຜ່ານມາ ທາງການຕຳຫຼວດ ລາວ ສາມາດຈັບກຸມແກ໊ງ ຄ້າຢາເສບຕິດໄດ້ເຖິງ 2,258 ກໍລະນີ ໂດຍມີຜູ້ຕ້ອງຫາທີ່ຖືກ ຄວບຄຸມຕົວໄດ້ທັງໝົດ 3,346 ຄົນ ຊຶ່ຶງໃນນີ້ກໍມີຜູ້ຕ້ອງຫາຊາວຕ່າງຊາດລວມ ຢູ່ດ້ວຍ 90 ຄົນ ທັງຍັງເປັນການຈັບກຸມແກ໊ງ ຄ້າຢາເສບຕິດໄດ້ເພີ່ມຂຶ້ນຫຼານຫວ່າ 600 ກໍລະນີເມື່ອທຽບກັບປີ 2014 ອີກດ້ວຍ.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ກໍປະດ້ວຍ ຢາບ້າ ຫຼາຍກວ່າ 6,330,000 ເມັດ, ເຮໂຣອິນ 134 ກິໂລກຣາມ, ກັນຊາແຫ້ງ 3,257 ກິໂລກຣາມ, ຢາໄອຊ໌ 176 ກິໂລກຣາມ, ຝິ່ນເກືອບ 50 ກິໂລກຣາມ, ສານເຄມີ ແລະ ສ່ວນປະສົມຂອງຢາເສບຕິດ ອີກ 8,242 ກິໂລກຣາມ ໂດຍພື້ນທີ່ໆມີການ ຈັບກຸມ ແລະ ຍຶດຢາເສບຕິດໄດ້ຫຼາຍທີ່ສຸດກໍຄື ເຂດ ນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນ ລະຫວ່າງ ທາງການຕຳຫຼວດ ລາວ ກັບ ຕຳຫຼວດ ຫວຽດນາມ ໃນປີທີ່ຜ່ານມາກໍຍັງສາມາດຈັບກຸມສະມາຊິກ ແກ໊ງຄ້າຢາ ເສບຕິດໄດ້ 11 ຄົນ ໂດຍຍຶດກັນຊາໄດ້ເຖິງ 1,998 ຫໍ່, ສານເຄມີທີ່ເປັນສ່ວນ ປະສົມຂອງຍາບ້າ 2,220 ລິດ ແລະ ເຄື່ອງສຳລັບອົບແຫ້ງກັນຊາ, ສ່ວນຕຳຫຼວດ ຢູ່ແຂວງ ອຸດົມໄຊ ກໍສາມາດຈັບກຸມນັກຄ້າຢາ ເສບຕິດລາຍໃຫຍ່ 2 ຄົນ ແລະ ຍຶດເຮໂຣອິນໄດ້ 200 ແທ່ງ, ນ້ຳໜັກລວມເຖິງ 77.6 ກິໂລ ກຣາມ.

ຮູບພາບຈາກພິທີຈູດຢາເສບຕິດ ທີ່ຖືກຍຶດໄດ້ຈາກການຈັບກຸມໃນ ລາວ.
ຮູບພາບຈາກພິທີຈູດຢາເສບຕິດ ທີ່ຖືກຍຶດໄດ້ຈາກການຈັບກຸມໃນ ລາວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນ ລາວ ຍອມຮັບວ່າ ມີເຈົ້າໜ້າທີ່ຂັ້ນສູງຈຳນວນບໍ່ໜ້ອຍ ທັງໃນວົງການທະ ຫານ, ຕຳຫຼວດ ແລະ ລັດ ຖະບານ ທີ່ໄດ້ເຂົ້າໄປພົວພັນ ແລະ ກ່ຽວ ຂ້ອງກັບການຄ້າຢາເສບຕິດ ໂດຍສະ ເພາະການເຂົ້າໄປມີຜົນປະ ໂຫຍດ ໃນການຄ້າຢາບ້ານັ້ນ ກໍຍັງຖືເປັນສາເຫດ ສຳຄັນທີ່ເຮັດໃຫ້ ການລັກລອບຂົນສົ່ງ ແລະ ການຄ້າຢາບ້າໃນ ລາວ ໄດ້ມີການຈັດ ຕັ້ງ ເປັນຂະບວນການທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນ ລາວ ແລະ ປະເທດເພື່ອນບ້ານອີກດ້ວຍ ດັ່ງທີ່ທ່ານໄດ້ຢືນຢັນວ່າ

"ລັກສະນະຂອງຢາບ້ານີ້ມີລັກສະນະຂ້າມຊາດ ມີຄົນພາຍໃນ ແລະ ຕ່າງປະ ເທດສົມຮູ້ ຮ່ວມຄິດກັນເຮັດ ລັກສະນະຊອກຫາບ່ອນອີງທີ່ໜາແໜ້ນ ເປັນຕົ້ນ ແມ່ນຊອກແມ່ນແຊກ ຊຶມເຂົ້າພະນັກງານຜູ້ທີ່ມີສິດ ມີອຳນາດ ມີບົດບາດ ໃນ ເມື່ອຖືກເຈົ້າໜ້າທີ່ດຳເນີນຄະດີ ຈະໄດ້ແອບແຝງເພື່ອຂົ່ມຂູ່ ແລະ ອື່ນໆ ອັນນີ້ ກໍຄືແນວນັ້ນຫັ້ນແຫຼະ ຈະແຈ້ງ."

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງລັກລອບ ຂົນສົ່ງຢາ ເສບຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ ຄືຊາຍ ແດນ ລາວ ກັບ ຫວຽດ ນາມ ໂດຍເສັ້ນທາງທີ່ແກ໊ງຄ້າຢາເສບຕິດນຳໃຊ້ຫຼາຍທີ່ ສຸດໃນ ລາວ ກໍຄືຖະໜົນເລກ 13 ຈາກ ພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນ ແຂວງ ສະຫວັນນະເຂດ ຕໍ່ໄປຍັງ ຫວຽດນາມ ແລະ ປະ ເທດທີ 3 ​ຕາມລຳດັບ.

ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ຫັນມາໃຊ້ ລາວ ເປັນເສັ້ນ ທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ ກໍຍັງເປັນປັດໃຈ ສຳຄັນ ທີ່ຊຸກຍູ້ໃຫ້ເຍົາ ວະຊົນ ລາວ ພາກັນຫັນໄປຊົມໃຊ້ຢາເສບຕິດເພີ່ມຂຶ້ນນັບ ມື້ອີກດ້ວຍ ໂດຍການສຳຫຼວດຫຼ້າ ສຸດ ພົບວ່າມີເຍົາວະຊົນ ລາວ ຫຼາຍກວ່າ 4 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບ ຢາເສບຕິດໃນປະຈຸບັນ.

ທັງນີ້ໂດຍເຖິງແມ່ນວ່າທ່າງການ ລາວ ຈະໄດ້ດຳເນີນມາດຕະການປາບປາມ ຢ່າງໜັກກໍຕາມ ຫາກແຕ່ວ່າກໍບໍ່ສາມາດຈະທຳລາຍເຄືອຂ່າຍ ການຄ້າຢາເສບ ຕິດໃຫ້ໝົດໄປໄດ້ເລີຍ ເນື່ອງ ຈາກວ່າ ຜູ້ຕ້ອງຫາໃນຄະດີຢາເສບຕິດທີ່ຖືກຈັບກຸມ ນັ້ນຈະບໍ່ຍອມໃຫ້ຂໍ້ມູນທີ່ເຊື່ອມໂຍງໄປ ເຖິງສະມາຊິກຄົນອື່ນໆໃນເຄືອຂ່າຍຂອງ ພວກເຂົາເຈົ້າເລີຍນັ້ນເອງ.

XS
SM
MD
LG