ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ເນັ້ນໜັກວ່າ ຕ້ອງເລັ່ງຍົກລະດັບ ຄຸນນະພາບແຮງງານລາວ ໃຫ້ໄດ້ມາດຕະຖານ ສາກົນ


ບັນດານັກສຶກສາ ທີ່ຮຽນຈົບ ຈາກໂຮງຮຽນສັບພະວິຊາ ກຳລັງຮັບ ໃບປະກາດສະນີຍະບັດ.
ບັນດານັກສຶກສາ ທີ່ຮຽນຈົບ ຈາກໂຮງຮຽນສັບພະວິຊາ ກຳລັງຮັບ ໃບປະກາດສະນີຍະບັດ.

ນາຍົກລັດຖະມົນຕີລາວ ເນັ້ນໜັກ ວ່າ ຈະຕ້ອງເລັ່ງການພັດທະນາ ເພື່ອຍົກລະດັບ
ຄຸນນະພາບແຮງງານໃນລາວ ໃຫ້ໄດ້ມາດຕະຖານສາກົນ ແລະສາມາດແຂ່ງຂັນ ໃນ
ຕະຫຼາດແຮງງານຕ່າາງປະເທດ ໃຫ້ໄດ້ຢ່າງແທ້ຈິງ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ຄຸນນະພາບຝີມື
ແຮງງານລາວ ຍັງຫ່າງໄກຈາກລະດັບມາດຕະຖານສາກົນ ໃນທຸກໆດ້ານ ຊຶ່ງເຮັດໃຫ້
ຈຳເປັນຈະຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຝີມື
ແຮງງານຂອງລາວ ໃຫ້ສາມາດແຂ່ງຂັນ ໃນຕະຫຼາດແຮງງານຕ່າງປະເທດ ໃຫ້ໄດ້
ຢ່າງແທ້ຈິງ ເພາະແຮງງານລາວ ໃນປັດຈຸບັນນີ້ ໄດ້ຕົກຢູ່ໃນສະພາບການ ທີ່ບໍ່ສາມາດ
ແຂ່ງຂັນໄດ້ທັງ ໃນປະເທດ ແລະຕ່າງປະເທດ ຈຶ່ງໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳ.

ສູນຝຶກອົບຮົມຝີມື ແຮງງານລາວ ໃນສາຂາອາຊີບ ຊ່າງໄຟຟ້າ ແລະ ຊ່າງໄມ້ ແຫ່ງນຶ່ງ ຢູ່ໃນລາວ
ສູນຝຶກອົບຮົມຝີມື ແຮງງານລາວ ໃນສາຂາອາຊີບ ຊ່າງໄຟຟ້າ ແລະ ຊ່າງໄມ້ ແຫ່ງນຶ່ງ ຢູ່ໃນລາວ

ກ່ອນໜ້ານີ້ ທ່ານວັນນະລາດ ຫົງສາທິລາດ ປະທານກຳມະບານ ແຂວງສະຫວັນນະເຂດ ຢືນຢັນວ່າ ສະຫະພັນກຳມະບານລາວ ໄດ້ຮຽກຮ້ອງຕໍ່ລັດຖະບານລາວ ເພື່ອຂໍໃຫ້ພິຈາ
ລະນາ ປັບຂຶ້ນອັດຕາຄ່າຈ້າງຂັນຕ່ຳຈາກ 9 ແສນກີບຕໍ່ເດືອນ ໃຫ້ເປັນອັດຕາໃໝ່ ທີ່
ສອດຄ້ອງກັບສະພາວະຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນ ທັງຍັງ
ເປັນປັດໄຈສຳຄັນທີ່ເຮັດໃຫ້ແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປລັກລອບ
ທຳງານໂດຍຜິດກົດໝາຍ ໃນປະເທດໄທ ເພີ່ມຂຶ້ນນັບມື້ອີກດ້ວຍ.

ທາງດ້ານ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ
ສະຫວັດດີການ ສັງຄົມ ຢືນຢັນວ່າ ມີແຮງງານຕ່າງຊາດຫຼາຍໝື່ນຄົນ ທີ່ບໍ່ໄດ້ແຈ້ງ
ການຂຶ້ນທະບຽນ ເພື່ອຂໍອະນຸຍາດທຳງານໃນລາວ ຢ່າງຖືກຕ້ອງຕາມກົດໝາຍ ໂດຍ
ໃນລະຍະຜ່ານມາ ປາກົດວ່າ ມີແຮງງານຕ່າງຊາດທີ່ໄດ້ແຈ້ງຂຶ້ນທະບຽນພຽງ 24,100
ຄົນເທົ່ານັ້ນ ໂດຍແຮງງານຊາວຕ່າງຊາດ ຈະຕ້ອງເສຍຄ່າທຳນຽມ ບັດອະນຸຍາດຄົນ
ລະ 3,600,000 ກີບຕໍ່ປີ ຈຶ່ງເຊື່ອວ່າ ເປັນສາເຫດນຶ່ງ ທີ່ເຮັດໃຫ້ແຮງງານຕ່າງຊາດ
ພາກັນຫລົບລ້ຽງການຂຶ້ນທະບຽນດັ່ງກ່າວ ໂດຍສະຫະພັນກຳມະບານລາວ ລາຍງານ
ວ່າ ມີແຮງງານຕ່າງຊາດຫຼາຍກວ່າ 50,000 ຄົນໃນລາວ ຈຶ່ງເຊື່ອວ່າ ຍັງມີແຮງງານ
ອີກກວ່າ 27,000 ຄົນ ທີ່ບໍ່ໄດ້ຂຶ້ນທະບຽນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງເປົ້າໝາຍການພັດທະນາແຮງງານ ຈາກ
ປັດຈຸບັນເຖິງປີ 2020 ໄວ້ວ່າ ຈະພັດທະນາແຮງງານ ມີຝີມືໃຫ້ໄດ້ 658,000 ກວ່າຄົນ
ເພື່ອສະໜອງໃຫ້ບໍລິສັດຕ່າງຊາດໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະຈະສ້າງມາດຕະຖານ
ຝີມືແຮງການ ໃນ 25 ສາຂາອາຊີບ ຮວມເຖິງທົດສອບ ແລະອອກໃບຢັ້ງຢືນມາດຕະຖານ
ຝີມືແຮງງານ ໃນ 27 ສາຂາອາຊີບ ໃຫ້ແຮງງານລາວ 12,500 ກວ່າຄົນ ເພື່ອໃຫ້ສາມາດ
ໄປທຳງານໄດ້ ໃນທຸກປະເທດສະມາຊິກ ໃນອາຊຽນດ້ວຍກັນ ຫາກແຕ່ວ່າ ການທີ່ຈະ
ບັນລຸເປົ້າໝາຍໄດ້ຈິງ ກໍບໍ່ແມ່ນເລື່ອງງ່າຍໆ ດັ່ງທີ່ ທ່ານນາງແສງເດືອນ ຫລ້າຈັນທະບູນ
ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ໃຫ້ການຊີ້ແຈງວ່າ:
“ຈຳນວນນັກຮຽນສະມັກເຂົ້າຮຽນໃນສາຂາວິຊາກະສິກຳ ວິສະວະກຳ ກົນຈັກ
ຊ່າງຈອດ ກໍ່ສ້າງ ຊ່າງໄມ້ນີ້ ກໍຍັງບໍ່ເຕັມຕາມແຜນທີ່ກຳນົດໃຫ້ ສາເຫດກໍມາຈາກ
ຄ່ານິຍົມຂອງສັງຄົມ ແລະຄອບຄົວ ທີ່ຕ້ອງການຢາກໃຫ້ລູກຫລານ ເຂົ້າຮຽນໃນ
ລະດັບທີ່ສູງກວ່າ ແລະຢາກໃຫ້ບັນຈຸເຂົ້າເຮັດວຽກໃນອົງການຈັດຕັ້ງລັດຖະບານ
ໂຄງສ້າງເງິນເດືອນ ບໍ່ວ່າໃນພາກລັດ ກໍຄືເອກກະຊົນ ສ່ວນໃຫຍ່ ຜູ້ທີ່ຮຽນຈົບ
ລະດັບສູງກວ່າ ຈະໄດ້ຮັບເງິນເດືອນຫຼາຍກວ່າ ເຄື່ອງມື ແລະອຸປະກອນນຳໃຊ້
ໃນການສິດສອນຂອງຄູ ຍັງບໍ່ໄດ້ມາດຕະຖານ ແລະບໍ່ພຽງພໍ ດັ່ງນັ້ນ ການສິດ
ສອນຈຶ່ງມີລັກຊະນະລົງເລິກດ້ານທິດສະດີ ຫຼາຍກວ່າ.”

ທາງດ້ານ ທ່ານກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ
ກິລາ ຢືນຢັນວ່າ ລັດຖະບານລາວ ຈະສົ່ງເສີມເອກກະຊົນລາວ ແລະຕ່າງຊາດ ໃຫ້ລົງທຶນ
ເຂົ້າໃນການພັດທະນາການສຶກສາຂັ້ນສູງໃຫ້ຫຼາຍຂຶ້ນ ເພາະລັດຖະບານລາວ ຍັງປະ
ເຊີນກັບບັນຫາຂາດແຄນດ້ານງົບປະມານ ຈຶ່ງບໍ່ສາມາດທີ່ຈະສ້າງສະຖາບັນການສຶກສາ
ຊັ້ນສູງ ໄດ້ເທົ່າທັນກັບຈຳນວນນັກສຶກສາ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.

ປັດຈຸບັນ ມະຫາວິທະຍາໄລ ຂອງລັດຖະບານລາວ ທັງ 4 ແຫ່ງ ສາມາດຮັບນັກສຶກສາ
ໃໝ່ໄດ້ 11,000 ກວ່າຄົນຕໍ່ປີ ໃນຂະນະທີ່ມີນັກຮຽນ 60,000 ກວ່າຄົນ ທີ່ຈົບຊັ້ນ
ມັດທະຍົມປາຍ ຈຶ່ງຕ້ອງສົ່ງເສີມນັກຮຽນທີ່ເຫຼືອ 49,000 ກວ່າຄົນ ເພື່ອໃຫ້ເຂົ້າຮຽນໃນ
ສະຖາບັນການສຶກສາຊັ້ນສູງ ຂອງເອກກະຊົນໃຫ້ໄດ້ ນັ້ນເອງ.

XS
SM
MD
LG