ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ ລາວ ມີ​ຄຳ​ສັ່ງ​ ໃຫ້ກວດ​ສອບ ​ມູນ​ຄ່າ​ການ​ກໍ່​ສ້າງ ​ຖະ​ໜົນ​ທຸກ​ໂຄງການ ທົ່ວປະເທດ


ການ​ສ້ອມ​ແປງ​ຫົນ​ທາງ​ໃນ​ປະ​ເທດ ລາວ.
ການ​ສ້ອມ​ແປງ​ຫົນ​ທາງ​ໃນ​ປະ​ເທດ ລາວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ມີ​ຄຳ​ສັ່ງ​ໃຫ້​ທຳ​ການກວດ​ສອບ​ມູນ​ຄ່າ​ການ​ກໍ່​ສ້າງ​ຖະ​ໜົນ​ທຸກ​
ໂຄງການໃນທົ່ວປະເທດ ເພາະການກວດສອບຫຼາຍໂຄງການທີ່ຜ່ານມາພົບວ່າມີການ
ກຳນົດມູນຄ່າສູງເກີນຈິງ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຖະ​
ແຫຼງຢືນຢັນວ່າ ການດຳເນີນມາດຕະການກວດສອບໂຄງການກໍ່ສ້າງຖະໜົນໃນຫຼາຍ
ແຂວງເມື່ອບໍ່ດົນມານີ້ພົບວ່າ ມີການກຳນົດມູນຄ່າການກໍ່ສ້າງເກີນຄວາມເປັນຈິງທຸກ
ໂຄງການທີ່ໄດ້ດຳເນີນການກວດສອບດັ່ງກ່າວ ແລະ ກໍໄດ້ເປັນຜົນເຮັດໃຫ້ທ່ານ ທອງ
ລຸນ ສີສຸລິດ ນາຍົກລັດຖະມົນຕີມີຄຳສັ່ງເຖິງກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອ
ໃຫ້ດຳເນີນການກວດສອບທຸກໂຄງການກໍ່ສ້າງຖະໜົນໃນທົ່ວປະເທດທັງທີ່ກຳລັງກໍ່
ສ້າງ ແລະ ທີ່ໄດ້ອະນຸມັດໂຄງການໄປແລ້ວນັ້ນຢ່າງລະອຽດ ດັ່ງທີ່ທ່ານ ບຸນຈັນ ຢືນຢັນ
ວ່າ

"ປະ​ມູນ​ອັນ​ນີ້​ຍັງ​ມີ​ບັນ​ຫາ ແລະ ພວກ​ເຮົາ​ກະ​ພະ​ຍາ​ຍາມກວດ​ເທົ່າ​ທີ່ກວດ​ໄດ້​ ເປັນ​ຕົ້ນ​
ຢູ່ຜົ້ງສາລີ ຢູ່ແຂວງຊຽງຂວາງ ຢູ່ແຂວງໄຊສົມບູນ ຫຼື ຢູ່ແຂວງອື່ນໆ ຫຼື ຢູ່ແຂວງວຽງຈັນ
ນີ້ ທາງໂພນໝີ-ທ່າລາດນີ້ ກະປູຢາງສອງຊັ້ນ ສະເໜີມາ 49 ຕື້ ທ່ານນາຍົກຊີ້ນຳວ່າ
ໃຫ້ລົງໄປກວດກາ ຂ້າພະເຈົ້າກໍໄປ ໄປສຳຫຼວດ-ອອກແບບມາ ປະມູນ 13 ຕື້ປາຍ ຫຼຸດ
ລົງເທົ່າໃດຈາກ 49 ກັບ 13 ຕື້ປາຍ."

ກ່ອນ​ໜ້ານີ້ ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖະ​ແຫຼງວ່າ ການ​ປະ​ເມີນ​
ມູນຄ່າທີ່ສູງເກີນຈິງ ໃນການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆຂອງລັດ
ຖະບານ ລາວ ໃນໄລຍະຜ່ານມາ ໄດ້ເປັນຜົນເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍ
ງົບປະມານໄປຢ່າງຫຼວງຫຼາຍ ໂດຍເຫັນໄດ້ຈາກບັນດາໂຄງການພັດທະນາດ້ານຄົມ
ມະນາຄົມ-ຂົນສົ່ງ ທີ່ຄະນະກວດກາຂອງສະພາແຫ່ງຊາດໄດ້ດຳເນີນການກວດສອບ
ຢ່າງລະອຽດໃນຕະຫຼອດປີ 2018 ຜ່ານມານັ້ນ ພົບວ່າມີການປະເມີນມູນຄ່າໂຄງ​ການ
ເກີນຈິງຫຼາຍກວ່າ 1,800 ຕື້ກີບ ຊຶ່ງສະແດງໃຫ້ເຫັນເຖິງການຂາດການວາງຢ່າງມີປະ
ສິດທິພາບ ຂອງພັກລັດຖະບານ ລາວ ໂດຍມີສາເຫດຕົ້ນຕໍມາຈາກ ສະພາບຂອງການ
ຂາດການວາງແຜນຍຸດທະສາດ​ທີ່ມີລັກສະນະຍາວນານທີ່ຕິດພັນກັບການວາງນະໂຍ
ບາຍ ແລະ ມີມາດຕະການກວດສອບໃນພາກຕົວຈິງຢ່າງຄົບຊຸດ.

ທາງ​ດ້ານ ອົງ​ການກວດ​ສອບ​ແຫ່ງ​ລັດ​ລາຍ​ງານ​ວ່າ ບັນ​ດາ​ໂຄງ​ການ​ທີ່​ຢູ່ນອກ​ແຜນ​ການ​
ຂອງລັດຖະບານ ລາວ ກໍຄືໂຄງການທີ່ມີການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດ
ໝາຍດ້ານງົບປະມານ ຫຼື ທີ່ບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ລາວ ນັ້ນ ນັບ
ເປັນພາກສ່ວນທີ່ເຮັດໃຫ້ເກີດການເສຍຫາຍດ້ານງົບປະມານຫຼາຍທີ່ສຸດ ໂດຍໄດ້ກວດ
ພົບໂຄງການທີ່ມີລັກສະນະດັ່ງກ່າວເຖິງ 285 ໂຄງການຢູ່ທີ່ແຂວງຫຼວງນ້ຳທາ, ອຸດົມໄຊ,
ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ອັດຕະປື
ແລະ ວຽງຈັນ ທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,483 ຕື້ກີບ ຊຶ່ງຍັງບໍ່ລວມເຖິງ
ຜົນເສຍຫາຍທີ່ເກີດຂຶ້ນຈາກການລັກລອບຂົນສົ່ງໄມ້ໄປຕຕ່າງປະເທດກວ່າ 2,407 ຕື້
ກີບ.

ນອກ​ຈາກ​ນັ້ນ ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ທີ່​ພາກ​ເອ​ກະ​ຊົນ​ລົງ​ທຶນ​ໃຫ້​ກ່ອນ​ກໍ​ເປັນ​
ອີກພາກສ່ວນນຶ່ງທີ່ມີການປະເມີນມູນຄ່າເກີນຈິງດ້ວຍເຊັ່ນກັນ ຊຶ່ງເຮັດໃຫ້ລັດຖະບານ
ລາວ ຕ້ອງເປັນໜີ້ເພີ່ມສູງຂຶ້ນນັບມື້ໂດຍຊ່ຽວຊານທາງດ້ານການເງິນຂອງທະນາຄານ
ໂລກປະຈຳ ສປປ ລາວ ເປີດເຜີຍວ່າ ລັດຖະບານ ລາວ ເປັນໜີ້ຈາກການກູ້ຢືມເງິນທຶນ
ທັງພາຍໃນ ແລະ ຕ່າງປະເທດເພື່ອນຳມາໃຊ້ສຳລັບການດຸ່ມດ່ຽງງົບປະມານລາຍຈ່າຍ
ທີ່ສູງກວ່າລາຍຮັບ ຊຶ່ງໃນປີ 2016 ລັດຖະບານ ລາວ ມີໜີ້ສິນລວມເຖິງ 9,550 ລ້ານ
ໂດລາ ແລະ ເພີ່ມຂຶ້ນເປັນ 10,530 ລ້ານໂດລາ ແລະ 12,104 ລ້ານໃນປີ 2017 ແລະ
ປີ 2018 ທັງຍັງຄາດໝາຍວ່າຈະເພີ່ມຂຶ້ນເປັນ 13,491 ລ້ານໂດລາໃນປີ 2019 ຕາມ
ລຳດັບ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ປະ​ຈຳ ລາວ ຢືນ​ຢັນ​ວ່າ ສະ​ພາ​
ວະໜີ້ເງິນກູ້ຕ່າງປະເທດຂອງລັດຖະບານ ລາວ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຂະນະທີ່ການ
ເກັບລາຍຮັບບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ໄດ້ເຮັດໃຫ້ລັດຖະບານ ລາວ ຈະຕ້ອງຫາ
ແຫຼ່ງເງິນກູ້ ເພື່ອນຳມາຊຳລະຄືນໜີ້ໃຫ້ໄດ້ຢ່າງເທົ່າກັນກັບກຳນົດເວລາພາຍໃນປີ
2021 ໂດຍທາງເລືອກທີ່ລັດຖະບານ ລາວ ສາມາດທີ່ຈະຈັດຕັ້ງປະຕິບັດໄດ້ຢ່າງເປັນ
ຮູບປະທຳ ກໍຄືການອອກພັນທະບັດລັດຖະບານ ເພື່ອລະດົມເງິນກູ້ຢືມໃນຕ່າງປະເທດ
ເປັນດ້ານຫຼັກ ເພາະແຫຼ່ງເງິນທຶນໃນ ລາວ ບໍ່ພຽງພໍກັບຄວາມຕ້ອງການຕົວຈິງທີ່ຫຼາຍ
ກວ່າ 1,350 ລ້ານໂດລາຕໍ່ປີ.

XS
SM
MD
LG