ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ນາຍົກລາວ ສັ່ງໃຫ້ກວດກາ ງົບປະມານ ການໃຊ້ຈ່າຍ ຢູ່ທົ່ວປະເທດ ຢ່າງໃກ້ຊິດ


ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງລຸນ ສີສຸລິດ.

ນາຍົກລັດຖະມົນຕີລາວ ສັ່ງການໃຫ້ອົງການກວດສອບແຫ່ງລັດ ແລະຂະແໜງການທີ່ ກ່ຽວຂ້ອງ ດຳເນີນການຕິດຕາມ ກວດກາການຳໃຊ້ງົບປະມານຂອງທຸກພາກສ່ວນຢູ່ໃນ ທົ່ວປະເທດຢ່າງໃກ້ຊິດ ແລະເຂັ້ມງວດ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໄດ້​ສັ່ງ​ການ​ໃນ​ກອງ​ປະຊຸມ​ເປີດ​ກວ້າງວຽກ​ງານ ກວດ​ສອບ​ງົບປະມານ​ປະຈຳ​ປີ 2016 ຫາ 2017 ທີ່​ໄດ້​ມີ​ຂຶ້ນ​ເມືອ​ບໍ່​ນານ​ມາ​ນີ້ ຢູ່​ນະຄອນ ຫລວງ​ວຽງ​ຈັນວ່າ ໃຫ້​ອົງການ​ກວດ​ສອບ​ແຫ່ງ​ລັດ​ ກະຊວງ​ການ​ເງິນ ກະຊວງ​ແຜນການ ​ແລະ​ການ​ລົງ​ທຶນ ​ແລະ​ທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ນັ້ນ​ຈະ​ຕ້ອງ​ຕິດ​ຕາມກວດກາ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ ຂອງ​ທຸກ​ພາກສ່ວນ​ໃນ​ທົ່ວ​ປະ​ເທດ​ລາວ​ຢ່າງ​ໃກ້​ຊິດ ​ແລະ​ເຂັ້ມ​ງວດ​ເພື່ອເຮັດໃຫ້ການ ​ຄຸ້ມຄອງລັດ ຄຸ້​ມຄອງ​ເສດຖະກິດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະໂປ່ງ​ໃສ​.


ທັ້ງນີ້​ທ່ານ ທອງ​ລຸນ​ໄດ້​ເນັ້ນ​ໜັກ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ ດຳ​ເນີນ​ການ​ສິບ​ດ້ານ​ດ້ວຍ ກັນ ກໍ​ຄື​ການ​ນຳ​ໃຊ້​ເຊື່ອມຕໍ່ບັນຊີ​ງົບປະມານ ຄັງ​ເງິນ​ກຸ່ມ​ລາຍ​ຮັບ​ແຕ່​ຂັ້ນສູນ​ກາງ​ຮອດ​ຂັ້ນ​ເມືອງ​ປັບປຸງແກ້​ໄຂ​ການ​ຕິດຕາມ ບັນທຶກ​ງົບປະມານ​ແຫ່ງ​ລັດ ​ແລະ​ໜີ້​ສິນ ​ໃຫ້​ສ້າງ​ແຜນ ​ແລະ​ຕິດຕາມ​ສະ​ຖິຕິ​ສິນຄ້ານຳ​ເຂົ້າ ສົ່ງ​ອອກ​ໃຫ້​ຊັດ​ເຈນ ​ໃຫ້​ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງປະຕິບັດ ​ແລະ​ຄຸ້ມ​ຄອງ​ລາຍ​ຮັບຂອງລັດ​ໃຫ້​ກວດຄືນ ການ ​ຄຸ້ມຄອງ​ໜີ້​ສິນ​ຂອງ​ລັດ​ກວດຄືນ ການ​ຈັດ​ຊັ້ນ​ຂອງ​ໜີ້​ໃນ​ລະບົບ​ຄັງ​ເງິນ​ແຫ່ງ​ຊາດ​ກວດ​ຄືນ ການ​ສຳ​ລະ​ໜີ້​ໂຄງການ​ລົງທຶນ​ຂອງ​ລັດຖະບານ​ ທັງ​ທີ່ຢູ່ໃນ ​ແລະ​ນອກ​ແຜ​ນການ​ໃຫ້​ສ້າງ​ພະນັກງານ​ກວດກາ​ທີ່​ມີ​ຄວາມ​ສາມາດ ​ແລະ​ມີ​ຈັນ​ຍະ​ທຳ ​ແລະ​ທຸກ​ພາກສ່ວນຈະ​ຕ້ອງ​ຮ່ວມມື​ກັບ​ອົງການ​ກວດ​ສອບ​ແຫ່ງ​ລັດຢ່າ​ງຈິງ​ຈັງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ລຸນ ຍອມຮັບ​ວ່າ​ເປັນ​ການ​ຍາກ​ທີ່​ລັດ​ຖະບານ ຈະ​ສາມາດ​ເກັບລາຍ​ຮັບ​ໄດ້​ຕາມ​ແຜນການ​ທີ່ວາງໄວ້ ​ເຖິງ​ແມ່ນ​ວ່າການ​ຈັດ​ຕັ້ງ​ປະຕິບັດ​ຈະ​ມີ​ປະສິດ ທິພາບ​ສູງ​ຂຶ້ນ​ກໍ​ຕາມ ຫາ​ກ​ແຕ່​ດ້ວຍ​ການ​ທຸດຈະລິດ ທີ່​ດຳ​ເນີນ​ມາ​ຢ່າງ​ຍາວ​ນານກໍ​ຍັງ​ເຮັດ​ໃຫ້​ເກີດ​ການ​ຮົ່ວ​ໄ​ຫລ ​ໃນ​ການຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານຂອງ​ລັດ​ຖະບານ​ຢູ່​ເລື້ອຍ​ມາ​ດັ່ງ​ທີ່​ທ່ານ​ທອງ​ລຸນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ

“ພວກ​ເຮົາ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ຄວາ​ມຕ້​ອງການ​ເກີນ​ກວ່າ​ການ​ສະໜອງ ​ແລະ​ລາຍ​ຈ່າຍ​ຂອງ​ພວກ​ເຮົາ​ເກີນ​ລາຍ​ຮັບ ​ເມື່ອ​ເປັນ​ດັ່ງ​ນັ້ນ​ໜີ້​ສິນ​ເພີ່ມ​ຂຶ້ນ​ແກ້​ໄຂ​ບັນຫາ​ໜີ້​ສິນ​ກໍບໍ່​ຂາດ​ຕົວ​ໄດ້​ເທື່ອ ຫລື​ວ່າ​ພວກ​ເຮົາກຳລັງ​ມີ​ການ​ຮົ່ວ​ໄຫລ​ຫລາຍ​ກ່ຽວກັບ​ການ​ເກັບ​ລາຍ​ຮັບລາຍ​ຈ່າຍ​ເມື່ອ​ລະຍະ​ທີ່​ຜ່ານ​ມາ. ພວກ​ເຮົາ​ກໍ​ຮັບ​ຮູ້​ນຳ​ກັນ​ວ່າຈຸດ​ຕ່າງໆ​ທີ່​ພວກ​ເຮົາ​ເວົ້າ​ກັນ​ມາ​ໜີ້​ມັນ​ເກີດ​ຂຶ້ນ​ສະ​ສົມ​ມາ​ຫລາຍ​ປີພໍ​ສົມຄວນ ​ແຕ່​ວ່າ​ບໍ່​ທັນ​ສາມາດ​ແກ້​ໄຂ​ໄດ້.”

ທັງ​ດ້ານ​ທ່ານ​ສົມດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ກະຊວງ​ການ​ເງິນຖະ​ແຫລ​ງວ່າ ລັດຖະບານ​ຈະ​ເກັບ​ລາຍ​ຮັບ​ໄດ້​ທັງ​ໝົດ ສອງ​ໝື່ນ​ສອງ​ພັນ​ຫ້າ​ຮ້ອຍຫ້າ​ສິບ​ຫ້າ​ຈຸດ​ຫ້າເກົ້າ​ຕື້​ກີບ ຄິດ​ເປັນ​ເກົ້າ​ສິບ​ຫ້າ​ຈຸດ​ນຶ່ງ​ເຈັດ​ເປີເຊັນ ຂອງ​ແຜນການ​ປີ 2015 ຫາ 2016 ​ໂດຍ​ເປັນ​ລາຍ​ຮັບ​ພາຍ​ໃນ ສອງໝື່ີນສີ່​ສິບ​ເອັດ​ຈຸດ​ນຶ່ງ​ເກົ້າ​ຕື້​ກີບ ທີ່​ໄດ້​ຈາກຊ່ວຍ​ສາ​ອາກອນ​ເກົ້າ​ພັນ​ເຈັດ​ຮ້ອຍ​ສິບ​ເອັດ​ຕື້​ກີບ ພາສີ​ຫົກພັນ​ສາມ​ຮ້ອຍ​ຫົກ​ສິບ​ຫົກ​ຕື້​ກີບ ພັນທະ​ຈາກ​ລັດ​ວິ​ສະຫະ​ກິດ ນຶ່ງ​ພັນ​ເກົ້າ​ຮ້ອບ​ຫົກ​ຮ້ອຍສິບແປ​ດຕື້​ກີບ ຊັບ​ສິນ​ຂອງ​ລັດ​ນຶ່ງ​ພັນ​ເກົ້າ​ຮ້ອຍ​ເຈັດ​ສິບ​ຫ້າ​ຕື້​ກີບ ​ແລະ​ອື່ນໆ​ອີກ​ສອງ​ພັນ​ນຶ່ງ​ຮ້ອຍ​ສິບ​ເກົ້າ​ຕື້​ກີບ.

ທ່ານ​ສົມ​ດີ​ຍັງ​ຮັບ​ວ່າ ການຈັດ​ເກັບລາຍ​ຮັບ​ໄດ້​ຕໍ່າ​ກວ່າ​ເປົ້າ​ໝາຍ​ດັ່ງກ່າວ​ນີ້​ມີ​ສາ​ເຫດ​ທີ່​ສຳຄັນ​ມາ​ຈາກ​ລະດັບ​ປະສິດ​ທິ​ພາບ​ຕໍ່າໃນ​ການຈັດ​ເກັບລາຍ​ຮັບ​ໃນ​ຫລາຍ​ພາກສ່ວນ. ​ໂດຍ​ສະ​ເພາະ​ພາກສ່ວນ​ທີ່​ມີ​ຄວາມ​ຮັບຜິດຊອບ​ການຈັດ​ເກັບ​ພາສີ​ອາກອນການ​ຄ້າ ຈາກ​ຊັບ​ສິນ​ຂອງ​ລັດ​ນັ້ນ​ຈຶ່ງ​ເຮັດ​ໃຫ້ການ​ລາຍ​ຮັບ​ພາຍ​ໃນ​ໄດ້​ຕໍ່າກວ່າ​ເປົ້າ​ໝາຍທີ່​ວາງ​ໄວ້ ຫລາຍ​ກວ່າ ນຶ່ງ​ພັນ​ນຶ່ງຮ້ອຍ​ຕື້​ກີບ. ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງໃນກະຊວງ​ການ​ເງິນ​ໃຫ້ການ​ຢືນ ຢັນ​ວ່າກົນ​ໄກ​ການ​ເກັບ​ລາຍ​ຮັບຍັງ​ມີ​ການຈັດ​ຕັ້ງ​ປະ​ຕິ​ບັດທີ່​ບໍ່ໂປ່​ງ​ໃສ ທັງ​ຍັງ​ມີ​ການ​ປະ​ເມີນ​ຄ່າຊັບ​ສິນ​ຂອງ​ລັດ​ຕໍ່າ​ກວ່າ​ຄວາມ​ເປັນ​ຈິງ ​ເຮັດ​ໃຫ້​ເກີ​ດການ​ຮົ່ວໄຫລຂອງ​ລາຍ​ຮັບ​ລັດຖະບານ​ຢ່າງ​ຫລວງຫລາຍ. ການຈັດ​ເກັບ​ລາຍ​ຮັບ​ໄດ້​ຕໍ່າ​ກວ່າ​ແຜນການ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ ຕ້ອງ​ປັບ​ລົ​ດ​ເປົ້າ​ໝາຍ​ຂອງ​ການຈັດ​ເກັບ​ລາຍ​ຮັບ ຕະຫລອດ​ແຜນການ​ປີ ລົງ​ຈາກ​ເຕີມ​ສອງ ໝື່ນ​ຫົກ​ພັນ​ນຶ່ງ​ຮ້ອຍ​ຫ້າ​ສິບ​ເກົ້າ​ຕື້​ກີບ ​ເປັນ​ສອງ ໝື່ນສາມ​ພັນ​ເຈັດ​ຮ້ອຍກວ່າ​ຕື້​ກີບ ທັງ​ຍັງ​ຕ້ອງ​ປັບລົດ​ລາຍ​ຈ່າຍ​ລົງ​ຈາກ ສາມ​ໝື່ນ​ນຶ່ງ​ພັນ​ເກົ້າ​ຮ້ອຍ​ສີ່​ສິບ​ຫົກ​ຕື້​ກີບ ​ເປັນ​ສາມ​ໝື່ນ​ນຶ່ງ​ພັນນຶ່ງ​ຮ້ອຍ​ສິບ​ແປດ​ຕື້​ກີບ ​ໂດຍ​ລົດ​ລົງ​ເຖິງແປດ​ຮ້ອຍຊາວແປດ​ຕື້​ກີບ.

​ເມື່ອ​ເຖິງ​ຊ່ວງຫົກ​ເດືອນທຳ​ອິດ​ຂອງ​ແຜນການ​ປີ ທັງ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງປະ​ເຊີນ​ບັນຫາ​ຂາດດຸນງົບປະມານ​ເພີ້​ມຂື້ນ ຈາກ​ຫ້າ​ພັນ​ເຈັດ​ຮ້ອຍ​ແປດ​ສິບ​ເຈັດຕື້ກີບ ​ເປັນ​ເຈັດ​ພັນ​ສິບ​ແປດ​ຕື້​ກີບ ຄຶດ​ເປັນ​ຫົກ​ຈຸດ​ສີ່​ສາມ​ເປີ​ເຊັນຂອງ GDP ​ເຮັດ​ໃຫ້ການ​ລົງ​ທຶນ ຂອງ​ລັດ​ລົດ​ລົງ​ເກີນ​ກວ່າ​ຫ້າ​ຮ້ອຍ​ຕື້​ກີບ ຈຶ່ງ​ກະທົບ​ຕໍ່​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ຢ່າງ​ຫລີກລ່ຽງບໍ່​ໄດ້.

XS
SM
MD
LG