ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກຢືນຢັນວ່າ ເສດຖະກິດໃນ ລາວ ຈະບໍ່ຕົກຕໍ່າ ເຖິງຂະໜາດຕິດລົບ ການລະບາດຂອງໄວຣັສ COVID-19


ນາຍົກລັດຖະມົນຕີ ລາວ, ທ່ານ ທອງລຸນ ສີສຸລິດ.
ນາຍົກລັດຖະມົນຕີ ລາວ, ທ່ານ ທອງລຸນ ສີສຸລິດ.

ນາຍົກລັດຖະມົນຕີຢືນຢັນວ່າເສດຖະກິດໃນ ລາວ ຈະບໍ່ຕົກຕໍ່າເຖິງຂະໜາດທີ່ຕິດລົບຍ້ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ເພາະວ່າ ລາວ ຍັງມີເງື່ອນໄຂທີ່ດີໃນການຜະລິດສິນຄ້າ ແລະ ສະບຽງອາຫານ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ເມື່ອທ້າຍເດືອນກັນຍາ 2020 ທີ່ຜ່ານມາວ່າ ເສດຖະ ກິດຂອງ ລາວ ໃນປີ 2020 ຈະບໍ່ຕົກຕໍ່າເຖິງຂະໜາດຕິດລົບຢ່າງແນ່ນອນ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ຢ່າງໜັກໜ່ວງກໍຕາມ ຫາກແຕ່ດ້ວຍການທີ່ ລາວ ຍັງມີເງື່ອນໄຂພາຍໃນທີ່ດີໃນດ້ານການຜະລິດສິນຄ້າ ແລະ ສະບຽບອາຫານ ເພື່ອຕອບສະໜອງການບໍລິໂພກພາຍໃນປະເທດໄດ້ຢ່າງພຽງພໍນັ້ນ ຍ່ອມຖືເປັນຈຸດແຂງຂອງ ລາວ ສະນັ້ນຈຶ່ງບໍ່ຄວນຕື່ນຕົກໃຈກັບສະພາບການໃນປັດຈຸບັນນີ້ຈົນເກີນໄປ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງເນັ້ນຢໍ້າວ່າ

“ພວກເຮົາຈະບໍ່ເອົາເສດຖະກິດມະຫາພາກຂອງປະເທດຂອງພວກເຮົານີ້ດິ່ງລົງເຫວເດັດຂາດ ຢ່າຕົກອົກຕົກໃຈເກີນໄປ ພວກເຮົາຍັງມີທ່າແຮງຫຼາຍສິ່ງຫຼາຍຢ່າງ ພວກເຮົາຈະສາມາດຟື້ນຟູເສດຖະ ກິດຂອງປະເທດເຮົາ ຈຸດພິເສດຂອງປະເທດເຮົາມັນບໍ່ຄືກັບປະເທດອື່ນ ບໍ່ຄວນຢ້ານວ່າພວກເຮົາຂາດແຄນສະບຽບອາຫານຈົນວ່າປະໃຫ້ຄົນຕາຍຫິວ ບໍ່ສາມາດເປັນໄປໄດ້ ເປົ້າໝາຍຂອງພວກເຮົາແມ່ນກຸ້ມຕົນເອງ ພວກເຮົາຕ້ອງບໍ່ໃຫ້ຂາດແຄນສະບຽງອາຫານ.”

ທັງນີ້ກອງທຶນການເງິນສາກົນ IMF ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນບັນດາປະເທດສະມາຊິກອາຊຽນລົງທັງ 10 ປະເທດຍ້ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໂດຍໃນ ນີ້ກໍມີ 4 ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຄາດວ່າຍອດ ຜະລິດຕະພັນລວມ ຫຼື (GDP) ໃນປີ 2020 ຈະຫຼຸດລົງຈາກປີ 2019 ຊຶ່ງ ກໍຄື ໄທ, ສິງກະໂປ, ມາເລ ເຊຍ ແລະ ກຳປູເຈຍ ໂດຍຄາດວ່າ GDP ຈະຫຼຸດລົງ 6.7 ເປີເຊັນ 3.5 ເປີເຊັນ 1.7 ເປີເຊັນ ແລະ 1.6 ເປີເຊັນ ຕາມລໍາດັບ.

ສ່ວນຫວຽດນາມນັ້ນ IMF ຄາດວ່າ GDP ຈະເຕີບໂຕສູງທີ່ສຸດໃນ ອາຊຽນ ຄືທີ່ລະດັບ 2.7 ເປີເຊັນຕິດຕາມດ້ວຍ ມຽນມາ ບຣູໄນ, ລາວ, ຟິລິບປີນ ແລະ ອິນໂດເນເຊຍ ຫາກແຕ່ກໍເປັນລະດັບການເຕີບໂຕທາງເສດຖະກິດທີ່ຫຼຸດລົງໃນທຸກປະເທດ ໂດຍສຳລັບລາວ ຖືກປັບຫຼຸດລະດັບການຂະຫຍາຍໂຕທາງເສດຖະກິດລົງຈາກເດີມເຖິງ 5.5 ເປີເຊັນ ກໍຄືຈາກ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ເທົ່ານັ້ນໃນປີ 2020 ທັງຍັງຖືເປັນ ຄາດໝາຍທີ່ຕໍ່າກວ່າທະນາຄານພັດທະນາເອເຊຍ (ADB) ທີ່ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງລາວ ໃນປີ 2020 ຈາກລະດັບ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ໂດຍພາກບໍລິການ ແລະ ທ່ອງທ່ຽວຈະຖືກກະທົບໜັກທີ່ສຸດຈຶ່ງຄາດວ່າຈະຂະຫຍາຍໂຕພຽງ 1.3 ເປີເຊັນ ເທົ່ານັ້ນ ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳຈະຂະຫຍາຍໂຕເພີ້ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີ ເຊັນຕາມລຳດັບ ຊຶ່ງຫຼຸດລົງໃນທຸກດ້ານເມື່ອທຽບກັບປີ 2019 ທີ່ຜ່ານມາ.

ກ່ອນໜ້ານີ້ ລັດຖະບານ ລາວໄດ້ວາງຄາດໝາຍການເຕີບໂຕ GDP ຂອງປີ 2020 ໄວ້ທີ່ອັດຕາສະເລ່ຍ 6.5 ເປີເຊັນເພື່ອຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 117,780 ຕື້ກີບ ສາມາດຖົວສະ ເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 2,733 ໂດລາ ສະຫະລັດ ຕໍ່ຄົນຕໍ່ປີ ແຕ່ວດ້ວຍຜົນກະທົບຈາກລະບາດໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນ.

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບຢູໂຣບ (EU) ປະຈຳ ລາວ ຄາດ ໝາຍວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ອັນຈະເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ເງິນກູ້ ແລະ ດອກເບ້ຍໃຫ້ທະນາຄານ.

ສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະມີການເລີກຈ້າງພະນັກງານຫຼາຍກວ່າ 9 ໝື່ນຄົນໃນ 3 ເດືອນທ້າຍປີ 2020 ນີ້ ສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ທີ່ຄາດການວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເພາະບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນ ລາວ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ ສ່ວນກະຊວງແຜນການແລະການລົງທຶນໄດ້ປະເມີນວ່າ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີດການສູນເສຍທາງເສດຖະກິດ ລາວ ໃນຕະຫຼອດປີ 2020 ນີ້ ຄິດເປັນມູນຄ່າລວມເຖິງ 7,000 ຕື້ກີບ.

XS
SM
MD
LG