ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາ​ຍົກ​​ລາວ ຍອມ​ຮັບ​ວ່າ ມີ​ການ​ທຸດ​ຈະ​ລິດ​ ໃນການ​ນຳ​ເຂົ້າ​ນ້ຳ​ມັນ ​ຄິດ​ເປັນ​ປະ​ລິ​ມານ​ຮວມ ​ເຖິງ 700 ລ້ານ​ລິດ ໃນ​ແຕ່​ລະ​ປີ


ລົດຂົນສົ່ງນ້ຳມັນຈາກຕ່າງປະເທດ ລໍຖ້າຢູ່ທີ່ດ່ານພາສີກວດກາເສຍພາສີອາກອນ
ລົດຂົນສົ່ງນ້ຳມັນຈາກຕ່າງປະເທດ ລໍຖ້າຢູ່ທີ່ດ່ານພາສີກວດກາເສຍພາສີອາກອນ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວຍອມ​ຮັບ​ວ່າ ມີ​ການ​ທຸດ​ຈະ​ລິດ​ຈາກ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຄິດ​ເປັນ​ປະ​ລິ​ມານ​ຮວມ​ເຖິງ 700 ລ້ານ​ລິດ ໃນ​ແຕ່​ລະ​ປີ ຊຶ່ງ​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ພາ​ສີ ກັບ​ບໍ​ລິ​ສັດ​ນຳ​ເຂົ້າ​ນ້ຳ​ມັນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ ຖະ​ແຫຼງຍອມ​ຮັບ​ວ່າ ມີ​ການ​ທຸດ​ຈະ​ລິດ​ຈາກ​ການ​ນຳ​ເຂົ້າ​ນ້ຳ​ມັນ ຄິດ​ເປັນ​ປະ​ລິ​ມານ​ຮວມ​ເຖິງ 700 ລ້ານ​ລິດ​ໃນ​ແຕ່​ລະ​ປີ ໂດຍ​ອີງ​ຕາມ​ຂໍ້​ມູນ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ​ໄດ້​ລາຍ​ງານ​ຕໍ່​ຄະ​ນະ​ລັດ​ຖະ​ບານ​ລາວນັ້ນ ລະ​ບຸ​ວ່າ ລາວ​ໄດ້​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ໄທ​ແລະ​ຫວຽດ​ນາມ ໃນ​ປະ​ລິ​ມານ​ຮວມ 1,200 ລ້ານ​ລິດ ໃນ​ຮອບ​ນຶ່ງ​ປີ​ທີ່​ຜ່ານ​ມາ ຫາກ​ແຕ່​ວ່າ​ຈາກ​ການກວດ​ສອບ​ຂໍ້​ມູນ​ດ້ວຍ​ການ​ສອບ​ຖາມ​ໄປ​ຍັງ​ປະ​ເທດ​ຕົ້ນ​ທາງ ກໍ​ຄື​ໄທ​ແລະ​ຫວຽດ​ນາມນັ້ນ ກໍ​ໄດ້​ຮັບ​ຮູ້​ຄວາມ​ຈິງວ່າ ລາວ​ໄດ້​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ໄທ ແລະ​ຫວຽດ​ນາມ 1,900 ລ້ານ​ລິດ ກໍ​ໝາຍ​ຄວາມ​ວ່າ​ມີ​ການ​ທຸດ​ຈະ​ລິດ​ຈາກ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຖິງ 700 ລ້ານ​ລິດ ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ພາ​ສີ ແລະ​ກັບ​ບັນ​ດາ​ຜູ້​ປະ​ກອບ​ການ​ບໍ​ລິ​ສັດ​ນຳ​ເຂົ້າ​ນ້ຳ​ມັນ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ພັນ​ຄຳ​ໃຫ້​ການ​ຢືນ​ຢັນ​ວ່າ:

“ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ ຖ້າ​ອີງ​ໃສ່​ລາຍ​ງານ​ພາຍ​ໃນ ມັນ​ມີ​ແຕ່ 1,200 ລ້ານ​ລິດ ແຕ່​ວ່າ​ເຮົາ​ເຊັກ​ກັບ​ຜູ້​ສົ່ງ​ມາ ຄື​ໄທ​ແລະ​ຫວຽດ​ນາມນີ້ ມັນ 1,900 ລ້ານ​ລິດ ​ຈັ່ງ​ຊັ້ນ​ໄປ​ໃສ​ອັນ​ຈຳ​ນວນ​ອັນ​ຂາດ​ຫັ້ນ​ນະ ກໍ​ແມ່ນ​ເຈົ້າ​ໜ້າ​ທີ່​ຂອງ​ເຮົາ ກໍ​ແມ່ນ​ບໍ​ລິ​ສັດ​ນີ້​ ຮ່ວມ​ກັນ​ສວຍ​ໂອ​ກາດ​ ມັນ​ເປັນ​ແນວ​ນັ້ນ ແຕ່​ວ່າ​ຄັນ​ເວົ້າ​ມາ​ມັນ​ຍ້ອນ​ໃຜ ເອີ້​ ກະ​ການ​ບໍ​ລິ​ຫານ​ງານ​ຂອງ​ລັດ​ຖະ​ບານນີ້ຍອມ​ຮັບ ຈັງ​ຊັ້ນ​ຕໍ່​ໄປ​ຊິ​ໄດ້​ປັບ​ປຸງ ແຕ່​ກໍ​ຄື​ໄດ້​ວ່າ​ຫັ້ນ​ແຫລະ ຖ້າ​ວ່າ​ອັນ​ໃດ​ແມ່ນ​ລັດ​ວິ​ສາ​ຫະ​ກິດ ຮ້ອຍ​ສ່ວນ​ຮ້ອຍ​ຫັ້ນ​ນະ ​ຢາກ​ຈະ​ມີ​ກຳ​ໄລ ເພາະ​ວ່າ ເຮົາ​ນີ້​ເກື້ອ​ກູນ​ກັນ​ຫຼາຍ.”

ໂດຍ​ບັນ​ຫາ​ການ​ຂາດ​ແຄນ​ນ້ຳ​ມັນ​ໃນ​ລາວ​ໄດ້​ເກີດ​ຂຶ້ນ​ນັບ​ແຕ່​ຕົ້ນ​ເດືອນ​ພຶດ​ສະ​ພາ ແລະ​ຍັງ​ສືບ​ຕໍ່​ມາ​ຈົນ​ເຖິງ​ປັດ​ຈະ​ບັນ​ນີ້ ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເຂດ​ຕ່າງ​ແຂວງນັ້ນ ຂາດ​ແຄນ​ເຖິງ​ລະ​ດັບ​ທີ່​ບໍ່​ມີ​ຈຳ​ໜ່າຍ​ໃຫ້​ກັບ​ປະ​ຊາ​ຊົນ ຈົນ​ມີ​ການ​ຮ້ອງ​ຮຽນ​ວ່າ ຜູ້​ຄ້າ​ນ້ຳ​ມັນ​ໄດ້​ກັກ​ຕຸນ​ເພື່ອ​ຈະ​ປັບ​ຂຶ້ນ​ລາ​ຄາ​ນ້ຳ​ມັນເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ແຕ່​ຈາກ​ການກວດ​ກາ​ສະ​ພາບ​ການ​ຕົວ​ຈິງນັ້ນ​ກໍ​ພົບ​ວ່າ ປ້ຳ​ບໍ​ລິ​ການ​ສ່ວນ​ໃຫຍ່​ບໍ່​ມີ​ນ້ຳ​ມັນ.

ທັງ​ນີ້​ສາ​ເຫດ​ທີ່​ເຮັດ​ໃຫ້​ລາວ​ຂາດ​ແຄນ​ນ້ຳ​ມັນ​ກໍ​ເພາະ​ວ່າ ລາວ​ຍັງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ຕາ​ຕ່າງ​ປະ​ເທດ​ເກີນກວ່າ 10 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ຮວມ​ພາຍ​ໃນ ຫຼື GDP ຈຶ່ງ​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດຂອງ​ລາວ​ຫລຸດ​ລົງ​ຈາກ 1,263 ລ້ານ​ໂດ​ລາ ໃນ​ທ້າຍ​ປີ 2021 ເຫຼືອ​ຢູ່​ພຽງ 1,068 ລ້ານ​ໂດ​ລາ ຫຼື​ເທົ່າ​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ພຽງ​ນຶ່ງ​ເດືອນ​ເຄິ່ງ​ເທົ່າ​ນັ້ນ ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດ​ເພື່ອ​ນຳ​ມາ​ດຸ່ນ​ດ່ຽງ​ລາຍ​ຈ່າຍ​ທີ່​ສູງກວ່າ​ລາຍຮັບ ອັນ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ມີ​ໜີ້​ສິນ​ເພີ້ມ​ຈາກ 15,500 ລ້ານ​ໂດ​ລາ ຫຼື 70 ເປີ​ເຊັນ​ຂອງ GDP ປີ 2021 ເປັນ​ສູງກວ່າ 75 GDP ຂອງ​ປີ 2022 ນີ້.

ສ່ວນ​ທ່ານ​ສີ​ສັງ​ຄົມ ໂຄດ​ໂຍ​ທາ ປະ​ທານ​ສະ​ມາ​ຄົມ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ແຫ່ງ​ຊາດ​ລາວ​ກໍ​ໃຫ້​ການ​ຢືນ​ຢັນ​ວ່າ ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ຢ່າງ​ຍິ່ງ​ສຳ​ລັບ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຕ່າງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ນີ້ ຄື​ການ​ມີ​ປະ​ລິ​ມານ​ເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ໃນ​ລະ​ບົບ​ທະ​ນາ​ຄານ​ຂອງ​ລາວ​ຢ່າງ​ຈຳ​ກັດ ເຮັດ​ໃຫ້​ເກີດ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ແລກ​ປ່​ຽນ​ເງິນ​ກີບ​ກັບ​ເງິນ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ເງິນ​ໂດ​ລາ​ສະ​ຫະ​ລັດ​ແລະ​ເງິນ​ບາດນັ້ນ ກໍ​ຄື​ສະ​ກຸນ​ເງິນ​ທີ່​ແລກ​ປ່ຽ​ນ​ໄດ້​ຢ່າງ​ຈຳ​ກັດ​ທີ່​ສຸດ ໃນ​ຂະ​ນະ​ທີ່​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ກໍ​ສາ​ມາດ​ໃຫ້​ການ​ຕອບ​ສະ​ໜອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ຈຳ​ກັດ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ບໍ​ລິ​ສັດ​ຜູ້​ນຳ​ເຂົ້າ​ນ້ຳ​ມັນ ບໍ່​ມີ​ເງິນ​ຕາ​ຕ່າງ​ປະ​ເທດ ເພື່ອ​ໃຊ້​ຊຳ​ລະ​ລາ​ຄາ​ນ້ຳ​ມັນ ທີ່​ນຳ​ເຂົ້າ​ຈາກ​ໄທ​ແລະ​ຫວຽດ​ນາມ ທີ່​ຄິດ​ເປັນ​ສັດ​ສ່ວນ 70 ເປີ​ເຊັນ​ແລະ 30 ​ເປີ​ເຊັນ​ຕາມ​ລຳ​ດັບ​ຂອງ​ປະ​ລິ​ມານ​ນ້ຳ​ມັນ​ທີ່​ລາວ​ນຳ​ເຂົ້າ​ທັງ​ໝົດ​ນັ້ນ.

ໂດຍ​ໃນ​ປີ 2021 ລາວ​ໄດ້​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ໄທ​ຄິດ​ເປັນ​ມູນ​ຄ່າ​ຮວມ​ເຖິງ 19,893 ລ້ານ​ບາດ ເພີ້ມ​ຂຶ້ນກວ່າ 38 ​ເປີ​ເຊັນ ທຽບ​ໃສ່​ປີ 2020 ແລະ​ຄາດ​ວ່າ​ໃນ​ປີ 2022 ລາວ​ຈະ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ໄທ ​ເພີ້ມ​ຂຶ້ນ ​ເປັນ​ເກີນກວ່າ 27,000 ລ້ານ​ບາດ ຫຼື​ເພີ້ມ​ຂຶ້ນ​ເຖິງ 40 ເປີ​ເຊັນທຽບ​ໃສ່​ປີ 2021 ​ເພາະ​ການ​ຊົມ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ເພີ້ມ​ຂຶ້ນ. ສ່ວນ​ຜູ້​ຊ່ຽວ​ຊານ​ດ້ານ​ພະ​ລັງ​ງານ ​ຂອ​ງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ ​ຫຼື ADB ຄາດ​ໝາຍ​ວ່າ​ລາວ​ຈະ​ຕ້ອງ​ການ ຊົມ​ໃຊ້​ນ້ຳ​ມັນ​ໃນ​ປະ​ລິ​ມານ​ເກີນກວ່າ 1,500 ລ້ານ​ລິດ​ໃນ​ຕະ​ຫຼ​ອດ​ປີ 2022 ນີ້.

XS
SM
MD
LG