ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວຍອມຮັບວ່າ ຍັງບໍ່ສາມາດແກ້ໄຂບັນຫາລົດທີ່ລັກລອບນຳເຂົ້າໂດຍບໍ່ເສຍພາສີອາກອນໄດ້ຢ່າງຄົບຖ້ວນ 30,000 ກວ່າຄັນ


ລົດ​ເຂົ້າ​ມາ ສ​ປ​ປ ລາວ ທີ່​ບໍ່​ຜ່ານ​ການ​ເສຍ​ພາ​ສີ​ອາ​ກອນ
ລົດ​ເຂົ້າ​ມາ ສ​ປ​ປ ລາວ ທີ່​ບໍ່​ຜ່ານ​ການ​ເສຍ​ພາ​ສີ​ອາ​ກອນ

ນາຍົກລັດຖະມົນຕີລາວຍອມຮັບວ່າຍັງບໍ່ສາມາດແກ້ໄຂບັນຫາລົດທີ່ລັກລອບນຳເຂົ້າໂດຍບໍ່ເສຍພາສີອາກອນໄດ້ຢ່າງຄົບຖ້ວນທັງ 30,000 ກວ່າຄັນ ໂດຍແກ້ໄຂໄດ້ພຽງ 22,230 ຄັນໃນປີ 2022 ຜ່ານມາ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຖະແຫຼງວ່າໄດ້ກວດພົບລົດຍົນທີ່ລັກລອບນຳເຂົ້າມາໃນລາວໂດຍຜິດກົດໝາຍ ແລະ ບໍ່ໄດ້ຊໍາລະພາສີອາກອນຢ່າງຖືກຕ້ອງຈຳນວນ 30,471 ຄັນໃນປີ 2022 ຈຶ່ງໄດ້ດຳເນີນການປັບໄໝ ແລະ ບັງຄັບໃຫ້ບັນດາຜູ້ນຳເຂົ້າຍານພາຫະນະດັ່ງກ່າວໃຫ້ຊຳລະພາສີອາກອນຕ່າງໆຢ່າງຄົບຖ້ວນຕາມກົດໝາຍໄດ້ແລ້ວຈຳນວນ 22,230 ຄັນໃນປີ 2022 ທີ່ຜ່ານມາ ແລະ ຍັງຈະຕ້ອງສືບຕໍ່ດຳເນີນການໃຫ້ຄົບຖ້ວນໃນຈຳນວນທີ່ເຫຼືອ 8,241 ຄັນໃນປັດຈຸບັນ ທັງຍັງຈະເຂັ້ມງວດກວດກາການນຳເຂົ້າສິນຄ້າດ້ວຍລະບົບທັນສະໄໝເພື່ອເພີ່ມລາຍຮັບພາສີອາກອນຂອງລັດຖະບານໃຫ້ໄດ້ສູງຂຶ້ນໃນແຜນການປີ 2023 ນີ້ອີກດ້ວຍ ດັ່ງທີ່ທ່ານ ສອນໄຊ ໄດ້ໃຫ້ການຢືນຢັນວ່າ

“ການເພີ່ມທະວີການຄຸ້ມຄອງລາຍຮັບດ້ານການຮົ່ວໄຫຼຂອງງົບປະມານແຫ່ງລັດດ້ວຍການແກ້ໄຂການຮົ່ວໄຫຼ ແລະ ການຈັດເກັບລາຍຮັບຈາກການນຳເຂົ້າສິນຄ້າເຄື່ອງຂອງຕ່າງໆເປັນຕົ້ນເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງອຸປະ ໂພກ-ບໍລິໂພກ ແລະ ການນຳເຂົ້ານໍ້າມັນເຊື້ອໄຊ ດ້ວຍລະບົບ ອີເລັກໂທຣນິກ ເອົາໃຈໃສ່ການຂະຫຍາຍລາຍຮັບຈາກອາກອນມູນຄ່າເພີ່ມ, ອາກອນກຳໄລ ແລະ ອື່ນໆ ດ້ວຍເຄື່ອງມືທີ່ທັນສະໄໝ ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ກວດກາຄືນ ແລະ ຄຸ້ມຄອງການນຳເຂົ້າພາຫະນະທີ່ຖືກຕ້ອງ 30,000​ ກວ່າຄັນ.”

ກ່ອນໜ້ານີ້ກະຊວງການເງິນລາຍງານວ່າມີການທຸຈະລິດໃນການນຳເຂົ້ານໍ້າມັນຈາກຕ່າງປະເທດ ຄິດເປັນປະລິ ມານລວມເຖິງ 700 ລ້ານລິດ ໂດຍອີງຕາມຂໍ້ມູນທີ່ກະຊວງອຸດສາຫະກຳ ແລະ ການຄ້າໄດ້ລາຍງານຕໍ່ຄະນະລັດ ຖະບານລາວໄດ້ລະບຸວ່າລາວນຳເຂົ້ານໍ້າມັນຈາກໄທ ແລະ ຫວຽດນາມ ໃນປະລິມານລວມ 1,200 ລ້ານລິດໃນປີ 2022 ທີ່ຜ່ານມາ ແຕ່ຈາກການກວດສອບຂໍ້ມູນດ້ວຍການສອບຖາມໄປຍັງປະເທດຕົ້ນທາງຄື ໄທ ແລະ ຫວຽດນາມນັ້ນ ກໍໄດ້ຮັບຮູ້ຄວາມຈິງວ່າ ລາວໄດ້ນຳເຂົ້ານໍ້າມັນຈາກໄທ ແລະ ຫວຽດນາມ ໃນປະລິມານລວມເຖິງ 1,900 ລ້ານລິດ ໝາຍຄວາມວ່າມີການທຸຈະລິດການນຳເຂົ້ານໍ້າມັນໃນປະລິມານລວມເຖິງ 700 ລ້ານລິດທີ່ເປັນການຮ່ວມມືລະ ຫວ່າງພະນັກງານພາສີ ກັບຜູ້ປະກອບການຂອງບໍລິມັດທີ່ນຳເຂົ້ານໍ້າມັນຈາກຕ່າງປະເທດນັ້ນ ສ່ວນການແກ້ໄຂບັນຫາຮົ່ວໄຫຼດັ່ງກ່າວ ກໍຍັງຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ດັ່ງທີ່ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຢືນຢັນວ່າ

“ການແກ້ໄຂ, ສະກັດກັ້ນ, ຕ້ານການຮົ່ວໄຫຼຂອງການລັກລອບໜີພາສີທັງໝົດໃນປີ 2022 ສາມາດດຳເນີນການຈັບກຸມໄດ້ 1,907 ຄະດີ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 79 ຕື້, ການຈັດຕັ້ງປະຕິບັດຄຳສັ່ງເລກທີ 20 ວ່າດ້ວຍເລື່ອງການແກ້ໄຂການນຳເຂົ້າລົດບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍໄດ້ທັງໝົດ 22,230 ຄັນ, ເກັບເງິນເຂົ້າງົບປະມານໄດ້ 361 ຕື້ກີບ, ການຈັດຕັ້ງປະຕິບັດ, ການເກັບລາຍຮັບຈາກເງິນຄໍ້າກັນຫຼືວ່າລິຂະສິດໄດ້ທັງໝົດ 39 ລ້ານໂດລາ ກັບ 414 ຕື້ກີບ ໄດ້ຮັບມອບເງິນຈາກການສົ່ງອອກແຮ່ທາດແລ້ວຈຳນວນ 57.44 ລ້ານໂດລາ ແລະ 6.90 ຕື້ກີບ.”

ຍິ່ງໄປກວ່ານັ້ນ ລາວຍັງຕ້ອງປະເຊີນກັບການຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງຈາກ 1,263 ລ້ານໂດລາໃນປີ 2022 ເຫຼືອພຽງ 1,068 ລ້ານໂດລາ ຫຼືທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ໂດຍມີສາເຫດສຳຄັນມາຈາກການຂາດດຸນການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນຈາກຕ່າງປະເທດ ເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນເຮັດໃຫ້ລັດຖະບານລາວມີໜີ້ສາທາລະນະເພີ່ມຂຶ້ນເປັນເກີນກວ່າ 92 ເປີເຊັນຂອງມູນຄ່າ GDP ໃນປີ 2022.

ສ່ວນທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ແຫ່ງຊາດລາວ ກໍໃຫ້ການຢືນຢັນວ່າບັນຫາທີ່ຫຍຸ້ງຍາກຢ່າງຍິ່ງສຳລັບການນຳເຂົ້ານໍ້າມັນຈາກຕ່າງປະເທດໃນປັດຈຸບັນຄືການມີປະລິມານເງິນຕາຕ່າງປະເທດໃນລະບົບທະນາຄານຂອງລາວຢ່າງຈຳກັດ ຈຶ່ງເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການແລກປ່ຽນເງິນນກີບກັບເງິນຕ່າງປະເທດ ໂດຍສະເພາະແມ່ນເງິນໂດລາສະຫະລັດ ແລະ ເງິນບາດຂອງໄທນັ້ນ ກໍຄືສະກຸນເງິນທີ່ແລກປ່ຽນໄດ້ຢ່າງຈຳກັດຢູ່ໃນລາວໃນປັດຈຸບັນນີ້.

XS
SM
MD
LG