ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ລາວ ຍອມຮັບວ່າ ການອະນຸມັດ ໃຫ້ບໍລິສັດຕ່າງຊາດ ລົງທຶນໃນ ລາວ ຍັງຊັກຊ້າຢູ່


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວຄຳປາໄສ
ຢູ່ກອງປະຊຸມສະພາແຫ່ງຊາດ.
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວຄຳປາໄສ ຢູ່ກອງປະຊຸມສະພາແຫ່ງຊາດ.

ນາຍົກລັດຖະມົນຕີ ລາວ ຍອມຮອບວ່າການອະນຸມັດການລົງທຶນຂອງບັນດາບໍລິສັດ
ຕ່າງຊາດໃນ ລາວ ຍັງເກີດການຊັກຊ້າ ແລະ ຫຼາຍຂັ້ນຕອນ ເພາະບຸກຄະລາກອນ
ສ່ວນໃຫຍ່ຍັງປະຕິບັດໜ້າທີ່ຢ່າງບໍ່ມີປະສິດທິພາບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຍອມຮັບວ່າ ການອະນຸມັດການ
ລົງທຶນຂອງບັນດາບໍລິສັດຕ່າງຊາດໃນ ລາວ ຍັງພົບກັບບັນຫາຊັກຊ້າ ແລະ ຫຼາຍຂັ້ນ
ຕອນ ເຖິງແມ່ນວ່າຈະໄດ້ມີການດັດແກ້ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ
ເພື່ອເຮັດໃຫ້ສາມາດພິຈາລະນາ ແລະ ອະນຸມັດການລົງທຶນໄດ້ໂດຍຜ່ານລະບົບໃຫ້
ບໍລິການແບບປະຕູດຽວ (One Stop Service) ນັບແຕ່ປີ 2016 ເປັນຕົ້ນມາແລ້ວກໍ
ຕາມ ຫາກແຕ່ວ່າການຈັດຕັ້ງປະຕິບັດໃນພາກຕົວຈິງກັບຍັງຄົງບໍ່ສາມາດຕອບສະ
ໜອງໄດ້ ເພາະບຸກຄະລາກອນສ່ວນໃຫຍ່ຍັງປະຕິບັດໜ້າທີ່ຢ່າງບໍ່ມີປະສິດທິພາບ ແລະ
ຂາດຄວາມຮັບຜິດຊອບ ຊຶ່ງຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດ ດັ່ງທີ່ທ່ານ
ທອງລຸນ ໄດ້ໃຫ້ການເນັ້ນຢໍ້າວ່າ.

"ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ກໍຕ້ອງຜ່ານຫຼາຍຂອດຕໍ່ໄປນີ້ເຮັດໃຫ້ຂອດມັນ
ນ້ອຍລົງ ແລະ ສັ້ນເຂົ້າ ແລະ ແນະນຳໃຫ້ພາກສ່ວນກ່ຽວຂ້ອງໄປກວດຄືນເບິ່ງ ອັນໃດ
ມັນຍາວເຮັດໃຫ້ສັ້ນເຂົ້າ ອັນໃດມັນຫຼາຍເຮັດໃຫ້ນ້ອຍລົງ ບັນຫາໃຫຍ່ໃຫ້ແກ້ໄຂໃຫ້
ມັນເປັນບັນຫານ້ອຍ ບັນຫານ້ອຍກະແກ້ໄຂໃຫ້ມັນບໍ່ໃຫ້ມີບັນຫາ ຖ້າແນວທາງໂຕນີ້
ໄດ້ຈັດຕັ້ງປະຕິບັດ ກະຂໍການຮ່ວມມືຈາກພາກທຸລະກິດສະເໜີຂໍ້ຂັດຂ້ອງໜອງໃຈ
ຕ່າງໆນັ້ນຂຶ້ນມາໃຫ້ທາງການ."

ແຕ່ຢ່າງໃດກໍຕາມ ດ້ວຍການເປັນຄູ່ຮ່ວມຍຸດທະສາດການພັດທະນາຮອບດ້ານລະ
ຫວ່າງ ລາວ ກັບ ຈີນ ກໍໄດ້ເປັນຜົນເຮັດໃຫ້ບັນດາບໍລິສັດຈາກ ຈີນ ໄດ້ຮັບການຕອບ
ສະໜອງ ແລະ ອຳນວຍຄວາມສະດວກຈາກບຸກຄະລາກອນຂອງທາງການ ລາວ ເປັນ
ຢ່າງດີ ເຮັດໃຫ້ການລົງທຶນຂອງ ຈີນ ໃນ ລາວ ມີມູນຄ່າລວມເກີນກວ່າ 10,000 ລ້ານ
ໂດລາແລ້ວໃນປັດຈຸບັນນີ້ ຊຶ່ງຖືເປັນອັນດັບທີ 1 ທັງໃນຖານະຜູ້ລົງທຶນທີ່ມີມູນຄ່າລົງ
ທຶນລວມຫຼາຍທີ່ສຸດ ແລະ ມີມູນຄ່າການລົງທຶນໃນພາກພະລັງງານ ແລະ ຂຸດຄົ້ນແຮ່
ທາດຫຼາຍທີ່ສຸດໃນ ລາວ ອີກດ້ວຍ.

ທັງນີ້ໂດຍບັນດາບໍລິສັດ ຈີນ ໄດ້ລົງທຶນໃນ ລາວ ຫຼາຍກວ່າ 700 ໂຄງການ ຊຶ່ງລວມ
ເຖິງການລົງທຶນໃນພາກພະລັງງານ 9 ໂຄງການທີ່ຜະລິດໄຟຟ້າແລ້ວ ກໍຄືເຂື່ອນນໍ້າ
ລີກ 1, 2 ເຂື່ອນນໍ້າງື່ມ 5, ເຂື່ອນນໍ້າງຽບ 2, ເຂື່ອນນໍ້າອູ 2, 5 ແລະ 6 ເຂື່ອນນໍ້າມັງ 1,
ເຂື່ອນນໍ້າໄຜ່ ແລະ ເຂື່ອນນໍ້າແບ່ງ ທັງຍັງມີອີກ 10 ກວ່າໂຄງການທີ່ກຳລັງກໍ່ສ້າງ ແລະ
ຈະສ້າງແລ້ວສຳເລັດພາຍໃນປີ 2020 ນອກຈາກນັ້ນຍັງມີການລົງທຶນກໍ່ສ້າງລະບົບ
ສາຍສົ່ງກະແສໄຟຟ້າຂະໜາດ 230 kv ແລະ 500 kv ຈຳນວນ 8 ໂຄງການ ສ່ວນການ
ຂຸດຄົ້ນແຮ່ທາດນັ້ນກໍມີເຖິງ 52 ໂຄງການທີ່ໄດ້ຂຸດຄົ້ນແລ້ວ ແລະ ອີກກວ່າ 20 ໂຄງ
ການທີ່ກຳລັງດຳເນີນການສຳຫຼວດ ທັງຍັງມີທີ່ອຽງເພີ່ມຂຶ້ນນັບມື້ ຊຶ່ງກໍເປັນຍ້ອນການ
ເປັນຄູ່ຮ່ວມຍຸດທະສາດຮອບດ້ານນັບແຕ່ປີ 2009 ເປັນຕົ້ນມາ.

ຍິ່ງໄປກວ່ານັ້ນ ຈີນ ຍັງເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະໃນ ລາວ ອີກດ້ວຍ ໂດຍຫຼ້າສຸດກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າ
ເຫຼືອງ ອຸດສາຫະກຳຈຳກັດຈາກ ຈີນ ກໍໄດ້ຮັບອະນຸຍາດໃຫ້ສຶກສາຄວາມເປັນໄປໄດ້
ຂອງໂຄງການພັດທະນາເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ທີ່ເມືອງໂຂງ
ແຂວງຈຳປາສັກ ທີ່ມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາທີ່ຈະພັດທະນາໃຫ້
ເປັນເມືອງທີ່ທັນສະໄໝທີ່ມີສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດເຊັ່ນ ໂຮງແຮມ,
ສູນການຄ້າ, ຮ້ານອາຫານ, ສະຖານບັນເທີງ ແລະ ກິດຈະກຳຕ່າງໆ ກ່ຽວກັບ ການທ່ອງ
ທ່ຽວທາງດ້ານສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດໃນແມ່ນໍ້າຂອງ
ດ້ວຍເງິນລົງທຶນລວມກວ່າ 10,000 ລ້ານໂດລາ ໂດຍເຂດເມືອງໃໝ່ຈະຮອງຮັບພົນລະ
ເມືອງໄດ້ເຖິງ 8 ແສນຄົນ ແລະ ຮອງຮັບນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນກວ່າຄົນຕໍ່ປີ.

ທັງນີ້ ລັດຖະບານ ລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ
ເພາະແລ້ວ 12 ແຫ່ງໂດຍມີ 351 ບໍລິສັດທີ່ມີມູນຄ່າການລົງທຶນຫຼາຍກວ່າ 8,000 ລ້ານ
ໂດລາ ໃນນີ້ລວມເຖິງ 234 ບໍລິສັດຈາກ ຈີນ ດ້ວຍ ແລະ ໄດ້ມີການຈ້າງງານແລ້ວກວ່າ
22,000 ຕຳແໜ່ງ ແຕ່ຈາກການເກັບກຳຂໍ້ມູນພົບວ່າ ໂຄງການພັດທະນາເຂດເສດຖະ
ກິດພິເສດສາມຫຼ່ຽມຄຳຢູ່ໃນແຂວງບໍ່ແກ້ວ ທີ່ລົງທຶນໂດຍກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ
ນັ້ນບໍ່ສາມາດສ້າງວຽກເຮັດງານທຳໃຫ້ກັບປະຊາຊົນ ລາວ ໄດ້ຢ່າງທີ່ຄວນ ເພາະລູກຈ້າງ
ສ່ວນໃຫຍ່ເປັນຄົນ ຈີນ ທັງຍັງປາກົດວ່າ ມີການຈ່າຍຄ່າຊົດເຊີນຢ່າງບໍ່ເປັນທຳໃຫ້ກັບ
ປະຊາຊົນ ລາວ ທີ່ຖືກເວນຄືນທີ່ດິນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳດັ່ງກ່າວນີ
ອີກດ້ວຍ.

ທາງດ້ານອົງການແມ່ນໍ້າສາກົນ (International Rivers) ລາຍງານວ່າ ປະຊາຊົນ
ລາວ ທີ່ຢູ່ໃນເຂດ 89 ບ້ານຂອງແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ທີ່ຖືກກະ
ທົບຈາກໂຄງການກໍ່ສ້າງເຂື່ອນນໍ້າອູ 7 ໂຄງການຂອງບໍລິວັດ Power China ຍັງບໍ່ໄດ້
ຮັບການຊົດເຊີຍຢ່າງຍຸຕິທຳແຕ່ຢ່າງໃດ.

XS
SM
MD
LG