ລັດຖະມົນຕີລາວຢືນຢັນວ່າ ນະໂຍບາຍໃນການເສີມຂະຫຍາຍການພົວພັນທາງການທູດໃນຊ່ວງປີ 2021-2025 ແນ່ເປົ້າໝາຍທີ່ຈະຕ້ອງຍາດແຍ່ງເອົາການຊ່ວຍເຫຼືອລ້າຈາກນາໆຊາດໃຫ້ສູງເຖິງ 800 ລ້ານ ໂດລາ ຕໍ່ປີ. ຊົງລິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ
ທ່ານສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດຖະແຫລງວ່າ ການເສີມຂະຫຍາຍການພົວພັນທາງການທູດກັບຕ່າງປະເທດຢ່າງກວ້າງຂວາງຫລາຍຂຶ້ນ ຖືເປັນເປົ້າໝາຍທີ່ສຳຄັນທີ່ສຸດ ໃນນະໂຍ ບາຍການຕ່າງປະເທດຂອງລັດຖະບານລາວ ໃນໄລຍະໃໝ່ ກໍຄືແຕ່ປີ 2021-2025, ດ້ວຍຫວັງວ່າ ການເສີມຂະຫຍາຍການພົວພັນທາງການທູດດັ່ງກ່າວ ຈະເຮັດໃຫ້ສະຖານະການ ແລະບົດບາດຂອງ ສປປ ລາວ ໂດດເດັ່ນຂຶ້ນໃນເວທີສາກົນ ທັງຍັງມີໂອກາດທີ່ຈະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ເພີ້ມຂຶ້ນອີກດ້ວຍ ໂດຍສໍາລັບເປົ້າໝາຍທີ່ສໍາຄັນທີ່ວາງໄວ້ ກໍຄືການທີ່ຈະຕ້ອງຍາດແຍ່ງເອົາການຊ່ວຍເຫຼືອຕ່າງປະເທດໃຫ້ໄດ້ເຖິງ 800 ລ້ານ ໂດລາ ຕໍ່ປີ ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາຢ່າງເປັນຮູບປະທໍາ, ດັ່ງທີ່ທ່ານສະເຫລີມໄຊ ໄດ້ຢືນຢັນວ່າ:
“ເພີ່ມທະວີການເຄື່ອນໄຫວການທູດເສດຖະກິດ ລະດົມຂົນຂວາຍການຊ່ວຍເຫລືອເພື່ອ
ການພັດທະນາ ຫລື ODA ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະ
ນາເສດຖະກິດ 5 ປີ ຄັ້ງທີ 9, ຄາດຄະເນໃຫ້ໄດ້ປະມານ 700 - 800 ລ້ານ ໂດລາ ຕໍ່ປີ.
ສູ້ຊົນປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບ ມີແບບແຜນ ມີວິທີເຮັດ
ວຽກທີ່ທັນສະໄໝ ແລະປັບປຸງລະບົບນິຕິກໍາຂອງກະຊວງການຕ່າງປະເທດໃຫ້ຄົບຖ້ວນ
-ສົມບູນໂດຍພື້ນຖານພາຍໃນປີ 2025."
ປັດຈຸບັນ ສປປລາວ ມີສາຍພົວພັນທາງການທູດກັບ 143 ປະເທດ, ໂດຍມີສະຖານທູດປະຈຳຢູ່ 26 ປະເທດ, ມີສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ, ກົງສຸນກິຕິມະສັກໃນ 17 ປະເທດ, ພົວພັນຮ່ວມມືກັບພັກການເມືອງໃນຕ່າງປະເທດ 140 ພັກ, ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ ແລະຍົກເວັ້ນວີຊາການທູດກັບ 37 ປະເທດ ທັງຍັງໄດ້ຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງ 11 ປະເທດອີກດ້ວຍ.
ທ້າງດ້ານ ທ່ານນາງເປຣມຣືດີ ດາວເຮືອງ, ຜູ້ປະສານງານຂອງກຸ່ມຕິດຕາມການລົງທຶນກໍ່ສ້າງເຂື່ອນໄຟຟ້າໃນລາວຢືນຢັນວ່າ ການເຄື່ອນໄຫວຂອງພາກປະຊາສັງຄົມໃນອາຊຽນໃນໄລຍະຕໍ່ໄປນີ້ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮຽກຮ້ອງຕໍ່ບັນດາຜູ້ນໍາ ລັດຖະບານປະເທດສະມາຊິກອາຊຽນເພື່ອໃຫ້ຄວາມສຳຄັນຕໍ່ບັນຫາຜົນກະທົບທີ່ມີລັກຊະນະຂ້າມຊາຍແດນ ທີ່ເກີດຈາກໂຄງການພັດທະນາຕ່າງໆໃນອາຊຽນດ້ວຍກັນ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນ ການຂຸດຄົ້ນຊັບພະຍາກອນ ແລະໂຄງການຂະໜາດໃຫຍ່ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ, ດັ່ງທີ່ທ່ານນາງເປຣມຣືດີ ຢືນຢັນວ່າ:
“ຂໍ້ຮຽກຮ້ອງຄືຄວາມເປັນຫ່ວງກ່ຽວກັບເລື້ອງຄວາມຍັ້ງຍືນໃນເລື້ອງສະພາບແວດລ້ອມ
ຊັບພະຍາກອນ ທຳ ມະຊາດ ຊຶ່ງມີສາມເລື້ອງ ກໍຄືເລື້ອງການເກີດຂຶ້ນຂອງໂຄງການຂະ
ໜາດໃຫຍ່ມາກມາຍ ໃນພູມີພາກ ຕັ້ງແຕ່ ເລື້ອງເຂື່ອນການຂຸດເຈາະຊັບພະຍາກອນ
ທຳມະຊາດ, ເລື້ອງຂອງໂຄງການຂະໜາດໃຫຍ່ຕ່າງໆ ສາທາລະນຸປະໂພກພື້ນຖານ
ທັງຫລາຍ. ອັນທີສອງ ກໍຄືເລື້ອງການປ່ຽນແປງຂອງສະພາບອາກາດ ຊຶ່ງຍິ່ງທໍາໃຫ້ອາ
ຊຽນມີຄວາມອ່ອນແອຫລາຍຂຶ້ນ ໃນການທີ່ຈະສູ້ກັບເລື້ອງຕ່າງໆ ແລະອັນທີ 3 ເປັນ
ເລື້ອງຂອງການສູນເສຍຄວາມຫລາກຫລາຍທາງຊີວະພາບ ເຊິ່ງກ່ຽວຂ້ອງກັບເລື້ອງ
ຂອງການເກີດຂຶ້ນຂອງໂຄງການຂະໜາດໃຫຍ່.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນ້ຳຂອງ (MRC) ເປີດເຜີຍວ່າການກໍ່ສ້າງເຂື່ອນໄຟຟ້າໃນລາວໃນໄລຍະຜ່ານມາໄດ້ສົ່ງຜົນກະທົບເຮັດໃຫ້ຕ້ອງໄດ້ດໍາເນີນການໂຍກຍ້າຍປະຊາຊົນລາວຫລາຍກວ່າ 80,000 ຄົນ ໃນ 280 ກວ່າບ້ານ ໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນໃນໂຄງການຕ່າງໆ ໄດ້ນໍາໃຊ້ ເງິນເກີນກວ່າ 500 ລ້ານ ໂດລາ ເພື່ອໃຫ້ຊົດເຊີຍຄວາມເສຍຫາຍ ແລະ ພັດທະນາທີ່ຢູ່ອາໄສໃໝ່.
ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ກ່າວວ່ານາໆ ຊາດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຫຼຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໂດຍມີສາເຫດສໍາຄັນ ມາຈາກບັນຫາການໃຊ້ຈ່າຍເງິນຊ່ວຍເຫລືອຢ່າງບໍ່ມີປະສິດທິພາບຂອງລັດຖະບານລາວ ຈຶ່ງເຮັດໃຫ້ນາໆຊາດ ໄດ້ພາກັນຫຼຸດການຊ່ວຍເຫຼືອລົງ ໂດຍມີເງື່ອນໄຂວ່າຈະເພີ້ມການຊ່ວຍເຫຼືອແກ່ ສປປ ລາວ ກໍຕໍ່ເມື່ອວ່າ ລັດຖະບານລາວໄດ້ປັບປຸງການໃຊ້ຈ່າຍເງິນທີ່ໄດ້ຮັບການຊ່ວຍເຫຼືອນັ້ນຢ່າງມີປະສິດ ທິພາບຕາມທີ່ໄດ້ຕົກລົງກັບນາໆ ຊາດຢ່າງແທ້ຈິງເທົ່ານັ້ນ.