ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ລາວ ຍັງ​ບໍ່​ໝັ້ນ​ໃຈ ​ໃນ​ມາດ​ຕະ​ຖານ ​ການ​ກໍ່​ສ້າງ​ ໂຄງ​ການ​ເຂື່ອນ​ໄຟ​ຟ້າ


ເຂື່ອນ​ນ້ຳ​ເທີນ​ 2 ປ່ອຍ​ນ້ຳ​ອອກ​ຈາກ​ອ່າງ​ເກັບ​ນ້ຳ.
ເຂື່ອນ​ນ້ຳ​ເທີນ​ 2 ປ່ອຍ​ນ້ຳ​ອອກ​ຈາກ​ອ່າງ​ເກັບ​ນ້ຳ.

ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ​ຢືນ​ຢັນ​ວ່າ ປະ​ຊາ​ຊົນ ລາວ ຍັງ​ບໍ່​ໝັ້ນ​ໃຈ​ໃນ​ມາດ​ຕະ
ຖານການກໍ່ສ້າງບັນດາໂຄງການເຂື່ອນໄຟຟ້າ ຈຶ່ງຮຽກຮ້ອງຂໍໃຫ້ພາກສ່ວນກ່ຽວຂ້ອງ
ທຳການກວດສອບຢ່າງຮອບຄອບ.

ທ່ານ​ນາງ ບົວ​ວັນ ທຳ​ມະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈາກ​ແຂວງວຽງ​ຈັນ ຖະ​ແຫຼງ​
ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດ ລາວ ທີ່ດຳເນີນກອງປະ
ຊຸມໃນຊ່ວງວັນທີ 20 ພະຈິກ ຫາວັນທີ 21 ທັນວາ 2018 ທີ່ຜ່ານມາວ່າ ປະຊາຊົນ
ຍັງບໍ່ໝັ້ນໃຈໃນມາດຕະຖານການກໍ່ສ້າງບັນດາໂຄງການເຂື່ອນໄຟຟ້າ ແລະ ຢ້ານວ່າ
ຈະເກີດບັນຫາຄືກັບກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຖ້າຫາກວ່າການອະນຸ
ມັດໂຄງການບໍ່ໄດ້ມີການກວດສອບຢ່າງຮອບຄອບ ແລະ ໂປ່ງໃສ.

ພ້ອມ​ກັນ​ນີ້​ປະ​ຊາ​ຊົນ ລາວ ຍັງ​ມີ​ຄວາມ​ກັງ​ວົນ​ໃຈ ກ່ຽວ​ກັບ ການ​ປ່ອຍ​ນ້ຳ​ໃນ​ປະ​ລິ​
ມານຢ່າງຫຼວງຫຼາຍອອກຈາກເຂື່ອນ ແລ້ວກໍ່ໃຫ້ເກີດບັນຫານ້ຳຖ້ວມຢ່າງຮຸນແຮງ
ແລະ ກວ້າງຂວາງຄືກັບໃນໄລຍະຜ່ານມາ ຈຶ່ງໄດ້ຮຽກຮ້ອງຂໍໃຫ້ພາກສ່ວນກ່ຽວຂ້ອງ
ທຳການກວດສອບທຸກໂຄງການຢ່າງຮອບຄອບ ແລະ ໂປ່ງໃສກ່ອນທີ່ຈະອະນຸມັດ
ໃຫ້ທຳການກໍ່ສ້າງ ດັ່ງທີ່ທ່ານນາງ ບົວວັນ ໄດ້ໃຫ້ຄວາມເຫັນວ່າ

"ການ​ພັດ​ທະ​ນາ​ບາງ​ໂຄງ​ການ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ ຍັງ​ຂາດ​ກົນ​ໄກ​ຄັດ​ເລືອກ​ຜູ້​ພັດ​
ທະນາແບບແຂ່ງຂັນ, ໂປ່ງໃສ ແລະ ເປີດເຜີຍ. ຂ້າພະເຈົ້າຢາກຂໍຖາມວ່າ ມີຂະແໜງ
ການໃດແດ່ທີ່ວ່າໃນໄລຍະຜ່ານມາບໍ່ທັນເຮັດຕາມຂັ້ນຕອນນີ້ ແລະ ໃນຕໍ່ໜ້າຈະມີວິ
ທີການແກ້ໄຂແນວໃດ ເປັນບັນຫາທີ່ປະຊາຊົນກະມີຄວາມສົນໃຈຢາກຖາມຫຼາຍວ່າ
ເຂື່ອນໄຟຟ້ານ້ຳງື່ມນີ້ ພວກເຮົາກະມີພາກຂະຫຍາຍຫຼາຍ ແຕ່ປະຊາຊົນສົນໃຈຫຼາຍ
ວ່າທີ່ກຳລັງຈະມີການຂະຫຍາຍໃໝ່ນັ້ນ ຈະບໍ່ມີຜົນກະທົບແນວໃດບໍຕໍ່ມາດຕະຖານ-
ເທັກນິກຂອງເຂື່ອນໄຟຟ້ານ້ຳງື່ມ."

ທາງ​ດ້ານ​ທ່ານ ສາຍທອງ ແກ້ວດວງ​ດີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ຈາ​ກ​ເຂດ​
ນະຄອນຫຼວງວຽງຈັນ ກໍໄດ້ປະກອບຄວາມເຫັນໃນໂອກາດດຽວກັນນີ້ວ່າ ຄວນໃຫ້
ຄວາມສຳຄັນຕໍ່ການເສຍຫາຍທີ່ເກີດຈາກໄພນ້ຳຖ້ວມ ທີ່ບັນດາເຂື່ອນໄຟຟ້າມີສ່ວນ
ເຮັດໃຫ້ເກີດຜົນເສຍຫາຍດ້ວຍ ໂດຍສະເພາະແມ່ນການປ່ອຍນ້ຳອອກຈາກເຂື່ອນ
ທີ່ເຮັດໃຫ້ເກີດໄພນ້ຳຖ້ວມ ແລະ ປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງກວ້າງຂວາງ
ນັ້ນ ຈະຕ້ອງຖືເປັນຄວາມຮັບຜິດຊອບໂດຍກົງຂອງກຸ່ມລົງທຶນໃນໂຄງການເຂື່ອນໄຟ
ຟ້າທີ່ປ່ອຍນ້ຳດັ່ງກ່າວດ້ວຍ ເພາະວ່າມີສ່ວນເຮັດໃຫ້ປະຊາຊົນໄດ້ຮັບຜົນເສຍຫາຍ
ແລະ ເພື່ອເປັນການສະແດງການຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນນັ້ນ ບັນດາ
ຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າຕ່າງໆ ຈະຕ້ອງຮ່ວມກັນກໍ່ຕັ້ງກອງທຶນເພື່ອຮັບຜິດ
ຊອບການເສຍຫາຍທີ່ເກີດຈາກການປ່ອຍນ້ຳລົງມາຖ້ວມຊັບສິນ ແລະ ໄຮ່ນາຂອງ
ປະຊາຊົນດ້ວຍນັ້ນເອງ.

ກ່ອນ​ໜ້ານີ້​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃນ​ຖາ​ນະ​ປະ​ທານ​
ຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດຢືນຢັນວ່າ ການປ່ອຍ
ນ້ຳອອກຈາກອ່າງນ້ຳຂອງໂຄງການເຂື່ອນໄຟຟ້າຕ່າງໆໃນຊ່ວງເດືອນກໍລະກົດ ຫາ
ກັນຍາ 2018 ຊຶ່ງເປັນໄລຍະທີ່ພາຍຸເຂດຮ້ອນໄດ້ພັດເຂົ້າມາໃນ ລາວ ຖືເປັນສ່ວນ
ນຶ່ງຂອງມາດຕະການຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ເພາະການປ່ອຍນ້ຳອອກ
ຈາກເຂື່ອນໄຟຟ້າ ເປັນໄປເພື່ອປ້ອງກັນບໍ່ໃຫ້ເຂື່ອນແຕກ ດັ່ງນັ້ນບັນດາຜູ້ລົງທຶນໃນ
ໂຄງການເຂື່ອນໄຟຟ້າຕ່າງໆ ທີ່ປ່ອຍນ້ຳອອກຈາກເຂື່ອນຈຶ່ງບໍ່ຕ້ອງຮັບຜິດຊອບຕໍ່
ການເສຍຫາຍແຕ່ຢ່າງໃດ.

ເຂື່ອນ​ໄຟ​ຟ້າ​ທີ່​ໄດ້​ປ່ອຍ​ນ້ຳ​ໃນ​ຊ່ວ​ງ​ເດືອນ​ກໍ​ລະ​ກົດ-ກັນ​ຍາ​ຜ່ານ​ມາ ຄື​ເຂື່ອນ​ນ້ຳ​ງື່ມ 1,
2 ແລະ 5, ເຂື່ອນນ້ຳໄຜ່, ເຂື່ອນນ້ຳຊອງ, ເຂື່ອນນ້ຳລີກ ແລະ ເຂື່ອນນ້ຳເທີນ 2 ໂດຍ
ໄພນ້ຳຖ້ວມໄດ້ກວມເອົາພື້ນທີ່ໃນເຂດ 2,409 ບ້ານ, 115 ເມືອງ, 17 ແຂວງ ແລະ
ນະຄອນຫຼວງວຽງຈັນ ກະທົບຕໍ່ປະຊາຊົນ 616,477 ຄົນໃນ 126,619 ຄອບຄົວໃນ
ເຂດ 2,382 ບ້ານ, 124 ເມືອງ. ມີຜູ້ເສຍຊີວິດ 55 ຄົນ, ສູນຫາຍ 65 ຄົນ ແລະ
16,709 ຄົນບໍ່ມີທີ່ຢູ່ອາໄສ ເພາະເຮືອນຖືກນ້ຳຊັດເສຍຫາຍຢ່າງສິ້ນເຊີງ ສ່ວນນາປີ
ກໍເສຍຫາຍໄປກວ່າ 90,600 ເຮັກຕາ, ເຂົ້າໄຮ່ ແລະ ພືດຕ່າງໆເສຍຫາຍກວ່າ
15,000 ເຮັກຕາ, ຄອງຊົນລະປະທານ 778 ແຫ່ງ, ໜອງປາ 5,387 ແຫ່ງ, ງົວ-
ຄວາຍ-ໝູ-ແບ້ 23,000 ກວ່າຕົວ ແລະ ສັດປີກ 70,000 ກວ່າຕົວ.

XS
SM
MD
LG