ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວລາວທີ່ເຄີຍລັ່ງເລໃຈ ບໍ່ຢາກສັກວັກຊີນກັນໂຄວິດ-19 ແຕ່ໄດ້ປ່ຽນໃຈ ເມື່ອມີຢາໄຟເຊີ ໄປຮອດລາວແລ້ວ 


ປະຊາຊົນລາວ ໃນນະຄອນຫ໌ວງວຽງຈັນ ກຳລັງລໍຖ້າສັກຢາວັກຊີນປ້ອງກັນໂຄວິດ-19
ປະຊາຊົນລາວ ໃນນະຄອນຫ໌ວງວຽງຈັນ ກຳລັງລໍຖ້າສັກຢາວັກຊີນປ້ອງກັນໂຄວິດ-19

ຢາວັກຊີນໄຟເຊີ (Pfizer) ທີ່ໄປເຖິງ ສປປ ລາວໃນວັນທີ 3 ມິຖຸນາ ຜ່ານມາ ແລະໄດ້ເລີ້ມ
ເອົາອອກໄປສັກໃຫ້ປະຊາຊົນທົ່ວໄປນັບແຕ່ວັນທີ 15 ໄປ ເຖິງວັນທີ 25 ມິຖຸນານັ້ນ ໄດ້
ເຮັດໃຫ້ປະຊາຊົນລາວ ໂດຍສະເພາະພະນັກງານ ການແພດ ທີ່ລັ່ງເລໃຈ ບໍ່ຢາກສັກຢາ
ວັກຊີນກັນໂຄວິດ-19 ໃນເມື່ອກ່ອນນັ້ນ ມີ ຄວາມໝັ້ນໃຈຫລາຍຂຶ້ນແລະຕັດສິນໃຈໄປຮັບ
ການສັກຢາກັນພະຍາດດັ່ງກ່າວນີ້ ອີງຕາມການໂອ້ລົມຂອງພະນັກງານການແພດຈໍານວນ
ນຶ່ງ ກັບນັກຂ່າວວີໂອເອ ຂອງພວກເຮົາ ຊຶ່ງກິ່ງສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ

ໃນວັນທີ 3 ມິຖຸນາຜ່ານມາໂຄງການໂຄແວັກ (COVAX) ສປປ ລາວໄດ້ຮັບວັກຊີນໄຟເຊີ້
(Pfizer) ທີ່ຜະລິດໂດຍບໍລິສັດ Pfizer ຂອງສະຫະລັດ ແລະ BioNTech ຂອງເຢຍຣະ
ມັນຈຳນວນ 100,000 ກວ່າໂດສເພື່ອສັກປ້ອງກັນ ພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນ
ຢູ່ລາວ 50,000 ກວ່າຄົນ, ອີງຕາມການ ປະກາດ ຂອງສະຖານເອກອັກຄະລັດຖະທູດ
ສະຫະລັດປະຈໍາລາວ ຜ່ານທາງ ເຟັສບຸກ. ນີ້ເປັນການຊ່ວຍເຫຼືອຄັ້ງທໍາອິດທີລາວໄດ້ຮັບ
ວັກຊີນໄຟເຊີ (Pfizer) ແລະທາງການລາວ ໄດ້ເລີ້ມເປີດການສັກຢານີ້ ໃຫ້ແກ່ປະຊະຊາ
ຊົນ ທົ່ວໄປຢູ່ ຕາມສະຖານທີ່ຕ່າງໆ ນັບທັງໂຮງໝໍທຸກແຫ່ງ ໃນນະຄອນຫລວງວຽງຈັນ ແຕ່
ວັນທີ 15 ເຖິງວັນທີ 25 ມິຖຸນາ. ການທີ່ວັກຊີນໄຟເຊີ້ທີ່ວ່ານີ້ ມີໄວ້ໃຫ້ແຈກ ຢາຍຢູ່ລາວ ກໍ
ເຮັດໃຫ້ຄົນລາວຈໍານວນນຶ່ງທີ່ເຄີຍລັ່ງເລໃຈໃນການສັກຢາວັກ ຊີນກັນໂຄວິດ-19 ໂດຍສະ
ເພາະແມ່ນໃນໝູ່ບັນດາພະນັກງານການແພດນັ້ນ ມີການຕັດສິນໃຈໄປຮັບເອົາການສັກຢາ
ນີ້. ພະນັກງານການແພດຝ່າຍຊຸມຊົນ ທ່ານນຶ່ງທີ່ເປັນພະນັກງານແຖວໜ້າຈາກກະຊວງສາ
ທາລະນະສຸກໃຫ້ເຫດຜົນວ່າການສັກວັກຊີນນັ້ນຄຶດວ່າບໍ່ຈໍາເປັນ ສະນັ້ນ ໃນເມື່ອກ່ອນ
ທ່ານຈຶ່ງບໍ່ສັກ ວັກຊີນແຕ່ວ່າເມື່ອມີວັກຊີນໄຟເຊີແລ້ວ ທ່ານຮູ້ສຶກວ່າ ຄວາມໝັ້ນໃຈຫລາຍ
ຂຶ້ນໃນປະສິດທິພາບຂອງວັກຊີນກັນພະຍາດນີ້. ທ່ານຊີ້ແຈງເຖິງການຕັດສິນ ໃຈໄປຮັບ
ຢາວັກຊີນກັນໂຄວິດ-19 ໄຟເຊີນີ້ວ່າ:

"ກະຄືເອົາພະຍາດເຂົ້າໂຕກະຖືວ່າຈໍາເປັນ ແມ່ນທໍາອິດເນາະອັນກະເປັນໂຄວິດທີ່ວ່າຖືກ
ຕັດມັນລະໄປຕ້ານໂຄວິດ ຫລັງຈາກສັກແລ້ວ ເມື່ອມີໂຄວິດມາເຮົາມີກໍາແພງຕັ້ງ ເມື່ອມາ
ຮອດຮ່າງກາຍມັນຈະບໍ່ເຂົ້າ ເຖິງວ່າມັນເຂົ້າມັນກະບໍ່ແຜ່ໄປບ່ອນອື່ນໄດ້ ອັນນີ້ຄືຄວາມເປັນ
ຈິງ,ຖ້າເຮົາບໍ່ເຮັດແນວນີ້. ຄືຄວາມເປັນຈິງ ຖ້າເຮົາບໍ່ເຮັດແນວນີ້ເຮົາໄປພົບກັບຜູ້ອື່ນມີໂອ
ກາດຕິດກັບຜູ້ອື່ນເພາະວ່າເຮົາເປັນຜູ້ໃຫ້ບໍລິການ.”

ສ່ວນພະນັກງານການແພດອີກຜູ້ນຶ່ງປະຈໍາໂຄງການຕ້ານພະຍາດຂອງກະຊວງສາທາລະ
ນະສຸກ ທີ່ເມື່ອກ່ອນ ເຄີຍປະຕິເສດການສັກຢາວັກຊີນກັນໂຄວິດ-19 ຍີ່ຫໍ້ອື່ນມາກ່ອນ ເຖິງ
ແມ່ນຈະເປັນພະນັກງານແຖວໜ້າ ທີ່ຕ້ອງໄດ້ເດີນທາງໄປ ຕ່າງແຂວງ ຫລືຕ່າງປະເທດ
ເພື່ອປະຕິບັດວຽກງານກໍຕາມ. ແຕ່ວ່າເມື່ອມີວັກຊີນຍີ່ຫໍ້ໄຟເຊີແລ້ວ ກໍໄດ້ຕັດສິນໃຈ ໄປຮັບ
ການສັກຢາວັກຊີນ ກັນໂຄວິດ-19. ທ່ານອະທິບາຍເຖິງເຫດຜົນໃນການຕັດສິນໃຈຂອງ
ທ່ານວ່າ:

ຢູ່ຫ້ອງການເຂົາສັກໝົດ ຄັນບໍ່ສັກກະບໍ່ເປັນແຫລະເນາະ ກະຖ້າຂອງດີມາຈິ່ງສັກຢາໄຟ
ເຊີ,ໄດ້ສັກສອງເຂັມ ກະມີແຕ່ເອົາຟອມມາຂຽນໂລດແຫລະເນາະ, ຢູ່ບ້ານເຂົາກະສັກແຕ່
ລະບ້ານຕວ່າ ອີ່ຫຍັງກະໄດ້ໝົດ ອືຮື ສັກໂລດໄຟເຊີ ຄັນບໍ່ສັກ ໄປຫັ້ນ ໄປນີ້ມັນກໍຍາກເຂົາ
ຖາມຫາບັດມັນຍາກຫັ້ນນະ ເດີນທາງເຂົາກະ ຖາມຫາບັດໄດ໋. ບໍ່ເປັນຫຍັງດອກ ສັກບໍ່ເປັນ
ຫຍັງດອກ ສັກໂລດບໍ່ເປັນຫຍັງດອກ ຄັນບໍ່ສັກເຂົາບໍ່ໃຫ້ໄປໄດ໋.”

ເນື່ອງຈາກວັກຊີນໄຟເຊີທີ່ມີຊື່ສຽງດ້ານປະສິດທິພາບ ແລະມີຜົນຂ້າງຄຽງໜ້ອຍກວ່າວັກ
ຊີນຊະນິດອື່ນ ມີຈໍານວນຈໍາກັດ ທາງການລາວອະນຸຍາດໃຫ້ສັກແກ່ຜູ້ ທີ່ມີອາຍຸ 60 ປີຂຶ້ນ
ໄປ ແລະຜູ້ທີ່ມີພະຍາດປະະຈໍາຕົວເຊັ່ນໂຣກເບົາຫວານແລະ ອື່ນໆ ຖ້າມີອາຍຸຕໍ່າກວ່າ
ເທົ່ານັ້ນ, ອີງຕາມການບອກເລົ່າຂອງພະນັກງານການ ແພດອາວຸໂສຜູ້ນຶ່ງໃນຂະນະທີ່ໄປ
ຢືນລຽນແຖວລໍຖ້າສັກຢາວັກຊີນ ຢູ່ສູນສັກຢາ ຂອງໂຮງຮຽນແພດສາດແຫ່ງນຶ່ງ.

ແຕ່ຢ່າງໃດກໍຕາມ ກໍມີບາງຄົນທີ່ບໍ່ໄດ້ເຂົ້າໃຈ ກ່ຽວກັບ ຢາວັກຊີນໄຟເຊີນີ້ ຫລື ກໍບໍ່ໄດ້ເຊື່ອ
ໃນປະສິດທິຜົນຂອງຢານີ້ຫລາຍປານໃດ. ເຖິງຍັງຈະມີຄວາມຫວາດ ລະແວງຢູ່ແຕ່ກໍໄປ
ຮັບການສັກວັກຊີນນີ້ ຍ້ອນໄດ້ຍິນຊື່ສຽງຂອງມັນວ່າດີດັ່ງຊາຍ ໄວກາງຄົນທ່ານນຶ່ງ ໃນ
ເມືອງໄຊເສດຖາ ທີ່ກໍາລັງໄປຢືນລຽນແຖວລໍຖ້າສັກຢາວັກຊີນຢູ່ໂຮງໝໍ ເມືອງໄຊເສດຖາ
ບອກວ່າ:

“ຢາຊິໂນຟາມ ສັກລະບໍ່ຕາຍໃນລາວ, ຕາຍລະຢູ່ໄທພຸ້ນ ແມ່ນແອສຕຣາເຊ ເນນິກາ. ວາຍ
ໄຟເຊີ ອັນມີຊື່ສຽງມັນກະເຫີ່ກັນ ເວົ້າກັນຫັ້ນລະ ກະບໍ່ຮູ້ລະ ກະດີຊໍ່າວັກຊີນຫັ້ນລະ”


ໃນໄລຍະ 3 ເດືອນກວ່າຜ່ານມານີ້ ທາງການລາວໄດ້ເພີ້ມທະວີການສັກວັກຊີນກັນພະຍາດ
ໂຄວິດ-19 ໃຫ້ແກ່ປະຊາຊົນທົ່ວໄປແລະຊາວລາວສ່ວນໃຫຍ່ໂດຍ ສະເພາະແມ່ນໃນເຂດ
ນະຄອນຫລວງວຽງຈັນ ທີ່ມີຈໍານວນຄົນຕິດເຊື້ອເພີ້ມຂຶ້ນ ຢ່າງວ່ອງໄວທີ່ສຸດໃນປະເທດນັ້ນ
ກໍພາກັນຕື່ນຕົວຫລັ່ງໄຫລໄປສັກຢາກັນພະ ຍາດນີ້ ພາຍຫລັງມີກະແສຟອງລະບາດຂອງ
ພະຍາດໂຄວິດ-19 ນັບແຕ່ກາງ ເດືອນເມສາ ເປັນຕົ້ນມາ ຊຶ່ງເຮັດໃຫ້ກໍລະນີຜູ້ຕິດເຊື້ອໃໝ່
ເພີ້ມຂຶ້ນເກືອບຮອດ 2,000 ກວ່າ ກໍລະນີ ຄື ຈາກ 49 ຄົນໃນວັນທີ 11 ເມສາ ມາເປັນ
2,047 ຄົນໃນວັນທີ 19 ມິຖຸນາ.

ມາຮອດວັນທີ 30 ພຶດສະພາຜ່ານມາ ຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາຊົນ ທີ່ນອນໃນ
ກຸ່ມເປົ້າໝາຍ ໃນທົ່ວປະເທດແມ່ນ 885,694 ໂດສ (ເຂັມທໍາອິດ 658.377) ແລະ 277,
317ໂດສ (ເຂັມທີສອງ) ຊຶ່ງໃນໄລຍະນັ້ນລວມມີແຕ່ ວັກຊີນ 3 ຊະນິດ ຄືຊີໂນຟາມຂອງ
ຈີນ, ແອສຕຣາເຊເນກາຂອງອັງກິດ ແລະ ສປຸດນິກ V ຂອງຣັດເຊຍ ແລະທາງການລາວ
ກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50 ເປີເຊັນ ຂອງຈຳນວນພົນລະເມືອງທັງໝົດ
ພາຍໃນທ້າຍ ປີ 2021 ນີ້.

ຜ່ານມາລາວໄດ້ກໍໄດ້ຮັບວັກຊີນກັນໂຄວິດ-19 ຊີໂນຟາມ ຈາກລັດຖະບານຈີນ 4 ຄັ້ງລວມ
ເປັນ 1,402,000 ໂດສ. ສ່ວນອົງການອະນາໄມໂລກ ຫລື WHO ກໍໄດ້ໃຫ້ການຊ່ວຍເຫຼືອ
ວັກຊີນແກ່ລາວ 232,620 ໂດສ ຊຶ່ງມແອສຕຣຣາເຊເນ ກາ 132,000 ໂດສ ແລະ ໄຟເຊີ
100,620 ໂດສ. ສ່ວນຣັດເຊຍນັ້ນ ເອົາສະ ປຸດນິກ (Sputnik) V ຊ່ວຍລາວ 2,000 ໂດສ.

ພ້ອມກັນນີ້ ຍັງຄາດວ່າລາວຈະໄດ້ຮັບວັກຊີນໄຟເຊີເພີ້ມອີກ ໂດຍຜ່ານໂຄງການ
ໂຄແວັກສ໌ ເພາະເມື່ອມໍ່ໆມນີ້ ປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດປະ ກາດວ່າ
ສະຫະລັດຈະຊື້ແລະບໍລິຈາກວັກຊີນໄຟເຊີ ຈຳນວນ 500 ລ້ານໂດສ ໃຫ້ແກ່ 92 ປະເທດ,
ລວມທັງລາວນໍາອີກ ຊຶ່ງໃນນີ້ 200 ລ້ານໂດສ ທຳອິດຈະຂົນສົ່ງໄປແຈກຢາຍ ພາຍໃນປີນີ້.
ສ່ວນທີ່ເຫຼືອອີກ 300 ລ້ານໂດສ ຈະນຳສົ່ງໃຫ້ພາຍໃນ 6 ເດືອນຕົ້ນປີໜ້າ.

ສະຫລຸບແລ້ວ ເຖິງແມ່ນວ່າມີຄວາມຫລັ່ງເລໃຈໃນການສັກວັກຊີນກັນ ພະຍາດ ໂຄວິດ-19
ຂອງຄົນຈໍານວນນຶ່ງໃນລາວ ໂດຍສະເພາະພະນັກງານການແພດ ທີ່ເປັນພະນັກງານແຖວ
ໜ້າ ແລະມີຄວາມສ່ຽງສູງທີ່ສຸດ ທີ່ຈະຕິດເຊື້ອພະຍາດ ທີ່ເປັນອັນຕະລາຍຮ້າຍແຮງດັ່ງ
ກ່າວກໍຕາມແຕ່ເມື່ອມີວັກຊີນໄຟເຊີ ທີ່ເປັນຜະ ລິດຕະພັນຂອງບໍລິສັດ Pfizer ຂອງສະ
ຫະລັດແລະ BioNTech ຂອງເຢຍຣະມັນແລ້ວ ພວກເຂົາເຈົ້າກໍຕັດສິນໃຈໄປຮັບການ
ສັກຢາກັນໂຄວິດ-19 ຍ້ອນມີຄວາມໝັ້ນໃຈຫລາຍຂຶ້ນ ກ່ຽວກັບປະສິດທິຜົນ ຂອງວັກຊີນ
ດັ່ງກ່າວ.

XS
SM
MD
LG