ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ​ລາວ ທີ່​ເຫັນ​ແກ່ ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ​ໄດ້​ຊ່ວຍ​ເຫຼືອ​ ຄົນ​ຕ່າງ​ຊາດ ລັກ​ລອບເຮັດ​ວຽກໃນ ລາວ


ກຳ​ມະ​ກອນ​ ຈີນ ສ້ອມ​ແປງ​ຫົນ​ທາງ​ໄປ​ສູ່​ເມືອງ​ເຂດ​ຊາຍ​ແດນ ບໍ່​ເຕັນ, ທີ່​ດິນ​ເຂດ​ເສ​ດ​ຖະ​ກິດ​ພິ​ເສດ ທີ່ຈີນເຊົ່າ​, ແຂວງ ຫຼວງ​ນ້ຳ​ທາ. AFP PHOTO / HOANG DINH Nam (Photo by HOANG DINH NAM / AFP)
ກຳ​ມະ​ກອນ​ ຈີນ ສ້ອມ​ແປງ​ຫົນ​ທາງ​ໄປ​ສູ່​ເມືອງ​ເຂດ​ຊາຍ​ແດນ ບໍ່​ເຕັນ, ທີ່​ດິນ​ເຂດ​ເສ​ດ​ຖະ​ກິດ​ພິ​ເສດ ທີ່ຈີນເຊົ່າ​, ແຂວງ ຫຼວງ​ນ້ຳ​ທາ. AFP PHOTO / HOANG DINH Nam (Photo by HOANG DINH NAM / AFP)

ປາ​ກົດ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ 29,825 ຄົນ​ ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຊຳ​ລະ​ຄ່າທຳນຽມການເຮັດວຽກໃນ ລາວ ຢ່າງຖືກຕ້ອງຕາມກົດໝາຍ.

ຄົນ​ລາວ ທີ່​ເຫັນ​ແກ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໄດ້​ຊ່ວຍ​ເຫຼືອ​ຄົນ​ຕ່າງ​ຊາດ​ໃຫ້​ສາ​ມາດ​ລັກ​
ລອບທຳງານ ແລະ ດຳເນີນກິດຈະການຕ່າງໆຢູ່ໃນ ລາວ ຢ່າງບໍ່ຖືກຕ້ອງຕາມລະບຽບ
ກົດໝາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ບຸນ​ຄົງ ຫຼ້າ​ສຸ​ກັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​
ຄົມໃຫ້ການຢືນຢັນວ່າ ການລັກລອບທຳງານ ແລະ ດຳເນີນກິດຈະການຕ່າງໆຢ່າງບໍ່
ຖືກຕ້ອງຕາມລະບຽບກົດໝາຍຂອງ ລາວ ໂດຍບັນດາຊາວຕ່າງຊາດໃນ ລາວ ມີທ່າ
ອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ທັງນີ້ໂດຍໄດ້ຮັບການຊ່ວຍເຫຼືອຈາກຄົນ ລາວ ທີ່ເຫັນແກ່
ຜົນປະໂຫຍດສ່ວນຕົວເປັນສຳຄັນ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອແກ່ຊາວຕ່າງຊາດທັງໃນ
ດ້ານທີ່ຢູ່ອາໄສ, ການໃຫ້ເຊົ່າທີ່ດິນ ແລະ ການນຳໃຊ້ໃບອະນຸຍາດໃນການດຳເນີນ
ກິດຈະການຕ່າງໆໃນນາມຄົນລາວ ດັ່ງທີ່ທ່ານ ບຸນຄົງ ໄດ້ໃຫ້ການຢືນຢັນວ່າ

"ຄົນ​ຕ່າງ​ປະ​ເທດ​ທີ່​ເຄື່ອນ​ໄຫວບໍ່​ຖືກ​ຕ້ອງ​ຢູ່ ສ​ປ​ປ ລາວ ນັ້ນ​ມັນ​ບໍ່​ແມ່ນ​ຍ້ອນ​ຄົນ​ຕ່າງ​
ປະເທດທີ່ມາເຄື່ອນໄຫວໄດ້ຕາມລຳພັງໃນຂອງເຂົາເຈົ້າ ແມ່ນຍ້ອນຄົນລາວເອງທີ່
ໄດ້ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ຄົນຕ່າງປະເທດເຄື່ອນໄຫວປະ
ກອບອາຊີບ, ປະກອບມີວຽກເຮັດງານທຳເພື່ອຜົນປະໂຫຍດອັນເລັກໆນ້ອຍໆ ບໍ່ຄຳ
ນຶງເຖິງຜົນປະໂຫຍດລວມອັນຍາວນານຂອງຊາດ ເຊັ່ນວ່າບັນຫາເລື່ອງການໃຫ້ທີ່
ພັກເຊົາ, ການເຊົ່າທີ່ດິນ, ເຊົ່າທະບຽນວິສາຫະກິດທີ່ອອກຊື່ຄົນລາວ ນັບທັງການ
ເຮັດສັນຍາທຸລະກິດທີ່ຂັດກັບກົດໝາຍ ແລະ ລະບຽບການ."

ທັງ​ນີ້​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ນາ
ຍົກລັດຖະມົນຕີເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂຶ້ນ
ທະບຽນ ແລະ ອອກໃບອະນຸຍາດການເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດໃນ
ລາວ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມກັບກະຊວງປ້ອງກັນຄວາມສະ
ຫງົບເປັນພາກສ່ວນຮັບຜິດຊອບຮ່ວມກັນນັບແຕ່ປີ 2016 ເປັນຕົ້ນມາ ແລະ ຍັງສືບຕໍ່
ການຈັດຕັ້ງປະຕິບັດໃນປັດຈຸບັນນີ້ ເພື່ອເຮັດໃຫ້ສາມາດຂຶ້ນທະບຽນແຮງງານຕ່າງ
ຊາດໃຫ້ໄດ້ຢ່າງຄົບຖ້ວນ.

ທັງ​ນີ້ປາ​ກົດ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ 29,825 ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຊຳ​ລະ​ຄ່າ
ທຳນຽມການເຮັດວຽກໃນ ລາວ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ສະຫະພັນກຳມະບານ
ລາວ ເຊື່ອວ່າຍັງມີແຮງງານຕ່າງຊາດຫຼາຍກວ່າ 21,000 ຄົນທີ່ຍັງບໍ່ຊຳລະຄ່າທຳນຽມ
ການອອກບັດອະນຸຍາດເຮັດວຽກໃນ ລາວ ຢ່າງຖືກຕ້ອງທີ່ມີອັດຕາຄ່າທຳນຽມ 3.6
ລ້ານກີບຕໍ່ຄົນຕໍ່ປີ ຊຶ່ງກະຊວງແຮງງານ ແລະ ກະຊວງປ້ອງກັນຄວາມສະຫງົບ ຈະ
ຕ້ອງຮ່ວມກັນຕິດຕາມເພື່ອນຳພາເອົາແຮງງານຕ່າງຊາດເຫຼົ່ານີ້ ເຂົ້າສູ່ລະບົບ ແລະ
ລະບຽບກົດໝາຍຂອງ ລາວ ໃຫ້ໄດ້ຢ່າງຄົບຖ້ວນຕໍ່ໄປ.

ສ່ວນ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ນ​ຕີ ຍອມ​ຮັບ​ວ່າ​ຄຸນ​ນະ​ພາບ​ຝີ​ມີ​ແຮງ
ງານ ລາວ ຍັງຫ່າງໄກຈາກລະດັບມາດຕະຖານສາກົນໃນທຸກໆດ້ານ ຊຶ່ງເຮັດໃຫ້ຈຳ
ເປັນຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຂອງແຮງ
ງານ ລາວ ໃຫ້ສາມາດແຂ່ງຂັນໃນຕະຫຼາດແຮງງານຕ່າງປະເທດຢ່າງແທ້ຈິງ ເພາະ
ວ່າໃນປັດຈຸບັນນີ້ແຮງງານ ລາວ ໄດ້ຕົກຢູ່ໃນສະພາບທີ່ບໍ່ສາມາດແຂ່ງຂັນກັບແຮງ
ງານຕ່າງຊາດໄດ້ໃນທຸກໆດ້ານ ຈຶ່ງເຮັດໃຫ້ໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳນັ້ນເອງ.

ລັດ​ຖະ​ບານ​ໄດ້​ວາງ​ເປົ້າ​ໝາຍ​ເຖິງ​ປີ 2020 ໄວ້​ວ່າ​ຈະ​ພັດ​ທະ​ນາ​ແຮງ​ງານ​ທີ່​ມີ​ຝີ​ມື​ໃຫ້​
ໄດ້ 658,000 ຄົນເພື່ອສະໜອງໃຫ້ແກ່ບໍລິສັດຕ່າງຊາດໃນ ລາວ ທັງຍັງຈະສ້າງມາດ
ຕະຖານຝີມືແຮງງານໃນ 25 ສາຂາອາຊີບ ແລະ ອອກໃບຢັ້ງຢືນມາດຕະຖານຝີມືໃຫ້
ແຮງງານ ລາວ 12,500 ກວ່າຄົນໃນແຕ່ລະປີອີກດ້ວຍ.

ທາງ​ດ້ານ​ອົງ​ການ​ແຮງ​ງານ​ສາ​ກົນ ລະ​ບຸ​ວ່າ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ສົ່ງ​ເສີມ​ພາກ​
ເອກະຊົນເພື່ອໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາລະດັບສູງໃຫ້ຫຼາຍຂຶ້ນ
ເພາະວ່າການທີ່ລັດຖະບານ ລາວ ບໍ່ມີງົບປະມານນັ້ນ ເຮັດໃຫ້ບໍ່ສາມາດຮອງຮັບກັບ
ຈຳນວນນັກສຶກສາທີ່ເພີ່ມຂຶ້ນຢ່າງໄວວາ ເຊັ່ນຢູ່ໃນຂັ້ນມະຫາວິທະຍາໄລແຫ່ງຊາດ
ລາວ ກໍສາມາດຮອງຮັບນັກສຶກສາໄດ້ 11,000 ຄົນໃນແຕ່ລະປີ ແຕ່ກໍປາກົດວ່າມີນັກ
ຮຽນທີ່ຈົບຊັ້ນມັດທະຍົມປາຍຫຼາຍກວ່າ 60,000 ຄົນທີ່ເຂົ້າສູ່ຕະຫຼາດແຮງງານລາວ
ໃນແຕ່ລະປີ.

XS
SM
MD
LG