ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ລາວ ຟ້ອງຮ້ອງກັນ ຫຼາຍກວ່າ 38,740 ຄະດີໃນຮອບ 5 ປີຜ່ານມາ


ພິທີຈູດທຳລາຍຢາເສບຕິດທີ່ຖືກຍຶດມາໄດ້.
ພິທີຈູດທຳລາຍຢາເສບຕິດທີ່ຖືກຍຶດມາໄດ້.

ປະຊາຊົນ ລາວ ຟ້ອງຮ້ອງ ກ່ຽວກັບ ການຂັດແຍ້ງຕ່າງໆຕໍ່ສານປະຊາຊົນໃນທົ່ວປະເທດ ຈຳນວນຫຼາຍກວ່າ 38,740 ຄະດີໃນຮອບ 5 ປີຜ່ານມາໂດຍສ່ວນໃຫຍ່ເປັນຄະດີອາຍາ ແລະ ຂັດແຂ້ງໃນທີ່ດິນ.

ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດຖະແຫຼງສະຫຼຸບຜົນການຈັດຕັ້ງປະ ຕິບັດວຽກງານດ້ານສານໃນຮອບ 5 ປີຄືໃນຊ່ວງປີ 2011-2015 ທີ່ຜ່ານມາວ່າປະຊາຊົນ ລາວ ໄດ້ຍື່ນການຟ້ອງຮ້ອງທີ່ ກ່ຽວກັບ ການຂັດແຍ້ງຕ່າງໆຕໍ່ສານປະຊາຊົນ ລາວ ຈຳນວນ ຫຼາຍກວ່າ 38,740 ຄະດີໃນນີ້ໄດ້ມີການຕັດສິນ ແລະ ແກ້ໄຂຄະດີໄປແລ້ວ 36,070 ຄະດີ ຄິດເປັນ 95.32 ເປີເຊັນຂອງຈຳນວນຄະດີທັງໝົດຈຶ່ງຍັງເຫຼືອຄະດີຄວາມອີກພຽງແຕ່ 4.68 ເປີເຊັນເທົ່ານັ້ນທີ່ເປັນຄະດີຄົງຄ້າງໃນສານປະຊາຊົນທຸກຂັ້ນໃນ ລາວ.

ທ່ານ ຄຳພັນ ຢືນຢັນດ້ວຍວ່າສານປະຊາຊົນຂັ້ນຕົ້ນ ໄດ້ຮັບການຟ້ອງຮ້ອງຫຼາຍທີ່ສຸດກໍຄື 29,780 ຄະດີ ຊຶ່ງໃນນີ້ໄດ້ແກ້ໄຂໄປແກ້ວ 28,470 ຄະດີ ຄິດເປັນ 95.71 ເປີເຊັນຂອງ ຄະດີ ທັງໝົດ ສ່ວນສານອຸທອນໄດ້ຮັບການຟ້ອງຮ້ອງ 5,560 ຄະດີ ແກ້ໄຂໄດ້ແລ້ວ 5,220 ຄະດີ ຄິດເປັນ 93.98 ເປີເຊັນ ແລະ ສານປະຊາຊົນສູງສຸດໄດ້ຮັບການຟ້ອງຮ້ອງ 1,490 ຄະດີ ແກ້ໄຂໄດ້ແລ້ວ 1,420 ຄະດີ ຄິດເປັນ 94.85 ເປີເຊັນ ຕາມລຳດັບຊຶ່ງສ່ວນໃຫຍ່ເປັນຄະດີ ອາຍາ ແລະ ການຂັດແຍ້ງ ກ່ຽວກັບ ທີ່ດິນ.

ທາງດ້ານອົງການໄອຍະການປະຊາຊົນສູງສຸດ ລາຍງານວ່າການຕິດຕາມກວດກາການຈັດ ຕັ້ງປະຕິບັດກົດໝາຍຕາມການຕັດສິນຂອງສານປະຊາຊົນທົ່ວປະເທດໃນປີ 2015 ທີ່ຜ່ານ ມາສາມາດປະຕິບັດສຳເລັດ 2,140 ຄະດີ ຄິດເປັນພຽງ 15.62 ເປີເຊັນຂອງຄະດີອາຍາ ທັງໝົດ 13,690 ກວ່າຄະດີຈຶ່ງຍັງມີ 11,017 ຄະດີ ຫຼື 80.43 ເປີເຊັນຂອງຄະດີທັງໝົດທີ່ ກຳລັງຕິດຕາມກວດກາຈັດຕັ້ງປະຕິບັດ.

ກົດໝາຍຕາມການຕັດສິນຂອງສານໃຫ້ໄດ້ຢ່າງເປັນຮູບປະທຳ ຊຶ່ງລວມເຖິງຄະດີທີ່ມີ ຄວາມຜິດ ກ່ຽວກັບ ຢາເສບຕິດດ້ວຍ ໂດຍໃນປີ 2015 ຕຳຫຼວດລາວມ້າງແກ໊ງຄ້າຢາເສບ ຕິດໄດ້ 2,258 ກໍລະນີ ຈັບຜູ້ຕ້ອງຫາໄດ້ 3,346 ຄົນມີຊາວຕ່າງຊາດ 90​ຄົນ ແລະ ເປັນການ ຈັບກຸມແກ໊ງຄ້າຢາເສບຕິດໄດ້ເພີ່ມຂຶ້ນເກີນກວ່າ 600 ກໍລະນີທຽບກັບປີ 2014.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ກໍປະກອບດ້ວຍ ຢາບ້າຫຼາຍ ກວ່າ 6,330,000 ເມັດ, ເຮໂຣອິນ 134 ກິໂລກຣາມ, ກັນຊາແຫ້ງ 3,257 ກິໂລກຣາມ, ຢາ ໄອສ໌ 176 ກິໂລກຣາມ, ຝິ່ນດິບເກືອບ 50 ກິໂລກຣາມ, ສານເຄມີ ແລະ ສ່ວນປະສົມຂອງ ຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ໆມີການຈັດກຸມ ແລະ ຍຶດຢາເສບຕິດໄດ້ ຫຼາຍທີ່ສຸດກໍຄືເຂດນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນລະຫວ່າງທາງການຕຳຫຼວດ ລາວ ກັບ ຫວຽດນາມ ໃນປີຜ່ານມາກໍຍັງສາມາດຈັບກຸມສະມາຊິກແກ໊ງຄ້າຢາເສບຕິດໄດ້​ 11 ຄົນໂດຍຍຶດກັນຊາ ແຫ້ງໄດ້ເຖິງ 1,998 ຫໍ່ ສານເຄມີທີ່ເປັນສ່ວນປະສົມຂອງຢາບ້າ 2,220 ລິດ ແລະ ເຄື່ອງສຳ ລັບອົບແຫ່ງກັນຊາ ສ່ວນຕຳຫຼວດຢູ່ແຂວງອຸດົມໄຊ ກໍສາມາດຈັບກຸມນັກຄ້າຢາເສບຕິດລາຍ ໃຫຍ່ 2 ຄົນ ແລະ ຍຶດເຮໂຣອິນ 200 ແທ່ງ ນ້ຳໜັກລວມເຖິງ 77.6 ກິໂລກຣາມ.

ທາງດ້ານເຈົ້າໜ້າທີຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນ ລາວ ຍອມຮັບວ່າມີເຈົ້າໜ້າ ທີ່ຂັ້ນສູງຈຳນວນບໍ່ນ້ອຍທັງໃນວົງການທະຫານ, ຕຳຫຼວດ ແລະ ລັດຖະບານ ທີ່ໄດ້ເຂົ້າໄປ ພົວພັນ ແລະ ກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະການເຂົ້າໄປມີຜົນປະໂຫຍດ ໃນການຄ້າຢາເສບຕິດ ໂດຍສະເພາະການເຂົ້າໄປມີຜົນປະໂຫຍດໃນການຄ້າຢາບ້ານັ້ນ ກໍ ຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ການລັກລອບຂົນສົ່ງ ແລະ ການຄ້າຢາບ້າໃນ ລາວ ໄດ້ມີ ການຈັດຕັ້ງເປັນຂະບວນທີ່ມີເຄືອຂ່າຍຢ່າງກວ້າງຂວາງທັງໃນ ລາວ ແລະ ປະເທດເພື່ອນ ບ້ານອີກດ້ວຍ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

“ລັກສະນະຂອງຢາບ້ານີ້ ມີລັກສະນະຂ້າມຊາດ ມີຄົນພາຍໃນ ແລະ ຕ່າງປະ ເທດສົມຮູ້ຮ່ວມຄິດກັນເຮັດ ລັກສະນະຊອກຫາບ່ອນອີງທີ່ໜາແໜ້ນ ເປັນຕົ້ນ ແມ່ນຊອກແມ່ນແຊກຊຶມເຂົ້າພະນັກງານຜູ້ທີ່ມີສິດທິ ມີອຳນາດ ມີບົດບາດ ໃນ ເມື່ອຖືກເຈົ້າໜ້າທີ່ເຮົາດຳເນີນຄະດີ ຈະໄດ້ແອບແຝງເພື່ອຂົ່ມຂູ່ ແລະ ອື່ນໆ ອັນ ນີ້ກໍຄືແນວນັ້ນຫັ່ນແຫຼະຈະແຈ້ງ.”

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນສົ່ງຢາ ເສບຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ຄືຊາຍແດນ ລາວ ກັບ ຫວຽດ ນາມ ໂດຍເສັ້ນທາງທີ່ແກ໊ງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນ ລາວ ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງ ຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ.

XS
SM
MD
LG