ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ກໍລະກົດ ໒໐໒໔

ປະຊາຊົນລາວ ຍັງປະເຊີນກັບບັນຫາຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕໍ່ໄປ ເພາະເງິນກີບ ຍັງສືບຕໍ່ອ່ອນຄ່າລົງ


ທະນະບັດໃບນຶ່ງແສນກີບ ແລະ ໃບຫ້າສິບພັນກີບ ຂອງ ລາວ.
ທະນະບັດໃບນຶ່ງແສນກີບ ແລະ ໃບຫ້າສິບພັນກີບ ຂອງ ລາວ.

ປະຊາຊົນລາວຍັງປະເຊີນກັບບັນຫາຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕໍ່ໄປ ເພາະເງິນກີບຍັງສືບຕໍ່ອ່ອນຄ່າລົງ ໂດຍລັດຖະບານລາວບໍ່ສາມາດຄວບຄຸມ ອັດຕາແລກປ່ຽນ ແລະລາຄາສິນຄ້າໃນຕະຫຼາດໄດ້ເລີຍ. ຊົງຣິດ ໂພນເງິນ, ມີລາຍງານ ຈາກບາງ ກອກ.

ເຈົ້າໜ້າທີ່ກະຊວງການເງິນຢືນຢັນວ່າ ອັດຕາເງິນເຟີ້ທີ່ປັບໂຕຫຼຸດລົງຈາກລະດັບສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ ປີ 2023 ລົງມາຢູ່ລະດັບ 25.24 ເປີ ເຊັນ ໃນເດືອນພະຈິກປີ 2023 ທີ່ຜ່ານມາ ບໍ່ໄດ້ສົ່ງຜົນເຮັດໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງແຕ່ແນວໃດ ເພາະດັດຊະນີລາຄາການຊົມໃຊ້ກໍຍັງເພີ້ມຂຶ້ນຈາກລະດັບ 172. 27 ເປີເຊັນ ໃນເດືອນກຸມພາ ປີ 2023 ເປັນ 208.13 ເປີເຊັນ ໃນເດືອນພະຈິກ ປີ 2023 ແລະຍັງຈະປັບໂຕສູງຂຶ້ນອີກຖ້າຫາກລັດຖະບານລາວຍັງບໍ່ສາມາດທີ່ຈະຄວບຄຸມອັດຕາແລກປ່ຽນເງິນຕາ ແລະລາຄາສິນຄ້າໃນຕະຫຼາດໄດ້ຢ່າງຈິງຈັງ ທັງທີ່ລັດຖະບານລາວໄດ້ດໍາເນີນມາດຕະການຕ່າງໆເພື່ອແກ້ໄຂບັນຫາດັ່ງກ່າວນີ້ ນັບເປັນເວລາເກືອບສອງປີມາແລ້ວກໍຕາມ ແຕ່ວ່າສະພາບການກໍຍັງບໍ່ດີຂຶ້ນແນວໃດ ເຊິ່ງກໍເປັນຍ້ອນການຂາດດຸນການຄ້າຕ່າງປະເທດທີ່ເຮັດໃຫ້ເງິນກີບອ່ອນຄ່າລົງນັບມື້, ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ:

“ການອ່ອນຄ່າຂອງເງິນກີບ ຈຶ່ງມີຜົນເຮັດໃຫ້ອັດຕາເງິນຂອງພວກເຮົານີ້ເພີ້ມຂຶ້ນ ເງິນກີບນີ້ໄດ້ສູງຢູ່ ແຕ່ວ່າຄິດໄລ່ໃສ່ເງິນໂດລາຖືວ່າຫຼຸດລົງ, ຍ້ອນແນວນັ້ນ ຈຶ່ງກະທົບຕໍ່ຄ່າຄອງຊີບຂອງສັງຄົມ, ແລະລາຄາສິນຄ້າ ນັບທັງຜະລິດຢູ່ພາຍໃນ ນັບທັງນໍາເຂົ້າ ມັນພົວພັນເຖິງລາຄານໍ້າມັນ ປັດໄຈການຜະລິດຕ່າງໆ ທີ່ນໍາເຂົ້າ ມັນກະທົບໄປໝົດ.”

ໂດຍໃນໄລຍະຜ່ານມາ ລັດຖະບານລາວໄດ້ແກ້ໄຂບັນຫາເງິນເຟີ້ ດ້ວຍການອອກພັນທະບັດເປັນສະກຸນເງິນກີບຮອດ 5 ຄັ້ງໃນ 9 ເດືອນຕົ້ນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວສາມາດຄວບຄຸມປະລິມານເງິນກີບ ໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ການທີ່ລາວ ຍັງຕ້ອງນໍາເຂົ້າສິນຄ້າອຸປະໂພກບໍລິໂພກ ຈາກຕ່າງປະ ເທດ ທີ່ຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດເຊັ່ນ ເງິນບາດ ແລະໂດລາສະຫະລັດ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫຼຸດລົງແນວໃດ ເພາະສະພາບການທີ່ເປັນຈິງກໍຄື ລັດຖະບານລາວບໍ່ສາ ມາດຄວບຄຸມລາຄາສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດໄດ້ເລີຍ ເຊິ່ງກໍເຊັ່ນດຽວກັນກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ອັນເຮັດໃຫ້ຄ່າເງິນກີບຫຼຸດຕໍ່າລົງເລື້ອຍມາ ທັງຍັງມີອັດຕາທີ່ໂຕນກັນຫຼາຍຂຶ້ນອີກດ້ວຍຄື ໃນຂະນະທີ່ອັດຕາແລກປ່ຽນໃນຕະຫຼາດສູງຮອດ 608 ກີບຕໍ່ 1 ບາດ ແລະ 22,750 ກີບຕໍ່ 1 ໂດລານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງປະສົບກັບຄວາມລົ້ມແຫຼວໂດຍສົມບູນໃນການປະຕິບັດມາດຕະການແກ້ໄຂບັນຫາທາງການເງິນ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດລາວແລ້ວນັ້ນ, ດັ່ງທີ່ເຈົ້າໜ້າທີ່ໃນທະນາຄານແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ສະພາແຫ່ງຊາດ ໄດ້ຮັບຮອງຄາດໝາຍຂອງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກເສດຖະກິດການເງິນປີ 2023 ດັ່ງນີ້ ໜີ້ສິນສາທາລະນະບໍ່ເກີນ 64.5 ເປີເຊັນ ຂອງ GDP, ຍອດໜີ້ສິນຕ່າງປະເທດບໍ່ເກີນ 55.4 ເປີເຊັນ ຂອງ GDP ລະດັບຄັງເງິນຕາຕ່າງປະເທດໃຫ້ສາມາດຄຸ້ມຄອງການນໍາເຂົ້າບໍ່ຫຼຸດ 3 ເດືອນ, ຫຼຸດຜ່ອນຄວາມແຕກຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະຕະຫຼາດ ບໍ່ເກີນ 2 ເປີເຊັນ, ແລະຄວບຄຸມອັດຕາສ່ວນໜີ້ NPL ໃຫ້ຢູ່ໃນລະດັບບໍ່ເກີນ 3 ເປີເຊັນ.”

ທັງນີ້ ໂດຍການຕົກຕໍ່າລົງຂອງຄ່າເງິນກີບເມື່ອທຽບໃສ່ເງິນຕາຕ່າງປະເທດ ຍັງໄດ້ສົ່ງຜົນໃຫ້ສັດສ່ວນໜີ້ສິນຕ່າງປະເທດ ຂອງລັດຖະບານລາວເພີ້ມຂຶ້ນ ຈາກ 89 ເປີເຊັນ ເປັນເກີນກວ່າ 120 ເປີເຊັນ ຂອງມູນຄ່າຜະລິດຕະພັນພາຍໃນ (GDP) ປີ 2021 ແ​ລະ ປີ 2023 ຕາມລໍາດັບ ເຊິ່ງໝາຍຄວາມວ່າ ລັດຖະບານລາວມີໜີ້ຕ່າງປະເທດຫຼາຍກວ່າມູນຄ່າ GDP ທັງໝົດແລ້ວໃນປັດຈຸບັນ ກໍຄືໃນຂະນະທີ່ລັດຖະບານລາວມີໜີ້ສິນຕ່າງປະເທດຫຼາຍກວ່າ 16,900 ລ້ານໂດລານັ້ນ ແຕ່ວ່າ GDP ຂອງລາວໃນປີ 2023 ຊໍ້າພັດມີມີມູນຄ່າລວມພຽງແຕ່ 14,091 ລ້ານໂດລາເທົ່ານັ້ນ ທັງຍັງຫຼຸດລົງຈາກ 18,552 ລ້ານໂດລາ ແລະ 15,304 ລ້ານໂດລາ ໃນປີ 2021 ແລະປີ 2022 ອີກດ້ວຍ ເຊິ່ງກໍເປັນຍ້ອນການຕົກຕໍ່າລົງຢ່າງຮຸນແຮງ ຂອງຄ່າເງິນກີບ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG