ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນລາວສ່ວນໃຫຍ່ ເຫັນວ່າ ອັນຕະລາຍຂອງໂຄວິດ ອາດຈະບໍ່ເທົ່າ ກັບ ຄວາມທຸກຍາກ ທີ່ເກີດຈາກມາດຕະການປິດເມືອງ ແລະສົງຄາມໃນຢູເຄຣນ


ໂຮງໝໍ 103 ນຶ່ງໃນໂຮງໝໍ ຂອງທາງການ ທີ່ຮັບຮັກສາປິ່ນປົວຄົນປ່ວຍຍ້ອນໂຄວິດ-19.
ໂຮງໝໍ 103 ນຶ່ງໃນໂຮງໝໍ ຂອງທາງການ ທີ່ຮັບຮັກສາປິ່ນປົວຄົນປ່ວຍຍ້ອນໂຄວິດ-19.

ເມື່ອຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ແລະສົງຄາມໃນຢູເຄຣນທີ່ເຮັດໃຫ້ໄພເງິນເຟີ້ແລະຄ່າຄອງຊີບນັບມື້ນັບສູງຂຶ້ນນັ້ນ ເຮັດໃຫ້ປະຊາຊົນລາວປາກົດວ່າບໍ່ຢ້ານກົວຕໍ່ອັນຕະລາຍຈາກການຕິດພະຍາດໂຄວິດຫລາຍເໝືອນເມື່ອກ່ອນອີກແລ້ວ. ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະທີ່ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄື້ນ​ທີ​ສາມໃນ​ລາວ ກໍາລັງເພີ້ມ ຄວາມຮ້າຍແຮງຂຶ້ນນັບມື້ ມາ​ໄດ້ອາ​ທິດນຶ່ງ​ແລ້ວນີ້ ຊາວ​ລາວຫລາຍ​ຄົນ ກໍບໍ່ໄດ້ ມີຄວາມກັງວົນຫລາຍ ເໝືອນກັບໃນໄລຍະຄື້ນການລະບາດ ໃນຄັ້ງທີ 1 ໃນປີ 2020 ແລະຄັ້ງທີສອງໃນກາງປີກາຍນີ້. ຄົນສ່ວນໃຫຍ່ປາກົດວ່າ ມີຄວາມຊິນເຄີຍກັບສະພາບການນີ້ຫລາຍຂຶ້ນ ດັ່ງທີ່ປະຊາຊົນທ່ານນຶ່ງໃນເຂດນະຄອນຫຼວງ ວຽງຈັນ ບ່ອນທີ່ມີການລະບາດຂອງພະຍາດນີ້ ສູງທີ່ສຸດໃນປະເທດມາໄດ້ປີກວ່າແລ້ວນັ້ນ ບອກວ່າ:

“ເລື້ອງໂຄວ໊ອກໂຄວິດ ກະຫຸ້ມຂ້າງຫຸ້ມແອວ ຢູ່ໄດ່ຫລະ ບໍ່ຢ້ານມັນດອກ ກິນກາເຟປົກກະຕິກັນທຸກມື້ ໃຜຕິດໂຄວິດກະປິດປາກມາກິນກາເຟນໍາກັນສັກສາມເຂັມແລ້ວ ຊິຢ້ານມັນຫຍັງ ”.

ມາຮອດວັນທີ 25 ມີນາຜ່ານມາ ຈໍານວນຜູ້ຕິດເຊື້ອໃນລາວທັງໝົດ ມີ 164,000 ກວ່າຄົນ, ເພີ້ມຂຶ້ນປະມານ 21,300 ຄົນ ຫລືເກືອບຮອດ 15 ເປີເຊັນ ແລະ ເສຍຊີວິດທັງໝົດ 654 ຄົນ, ເພີ້ມຂຶ້ນ 42 ຄົນ ເມື່ອທຽບໃສ່ 4 ອາທິດກ່ອນໜ້ານີ້. ໃນນັ້ນ ມີຜູ້ຕິດເຊື້ອໃໝ່ 2,212 ຄົນ ໃນວັນດຽວກັນນັ້ນ.

ເນື່ອງຈາກວ່າ ຄວາມກົດດັນທາງເສດຖະກິດ ທີ່ມາຈາກຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດນີ້ ມາໄດ້ 3 ປີແລ້ວ ບວກກັບການກະທົບຂອງສົງຄາມໃນຢູເຄຣນ ທີ່ມີມາໄດ້ 1 ເດືອນແລ້ວນັ້ນ ໄດ້ເຮັດໃຫ້ໄພເງິນເຟີ້ ແລະຄ່າຄອງຊີບຂອງປະຊາຊົນລາວ ເພີ້ມຄວາມຮ້າຍແຮງຂຶ້ນນັບມື້ ສະນັ້ນຄົນລາວສ່ວນໃຫຍ່ ຢາກໃຫ້ປະເທດເປີດກວ້າງຫລາຍຂຶ້ນ ເພື່ອໃຫ້ມີນັກທ່ອງທ່ຽວເຂົ້າປະເທດ ດັ່ງທີ່ທ່ານລິດ​ທິ​ໄກ ພູມ​ມະ​ສັກ, ປະ​ທານ​ສະ​ມາ​ຄົມ​ລາວທຸ​ລະ​ກິດ​ຂະ​ໜາດ​ນ້ອຍແລະ​ກາງ ກ່າວເມື່ອມໍ່ໆ​ນີ້​ວ່າ ​ທີ່ວີໂອເອໄດ້ສະເໜີໄປ ໃນອາທິດຜ່ານມາ.

ພ້ອມກັນນັ້ນ ກໍບໍ່ເໝືອນກັບປະເທດເພື່ອນບ້ານເຊັ່ນໄທ ທີ່ກະຊວງສາທາລະນະສຸກ ໄດ້ຕັດສິນໃຈ ຫຼຸດສະຖານະພາບຂອງພະຍາດດັ່ງກ່າວລົງ ໃຫ້ເປັນການລະ ບາດຂອງພະຍາດທ້ອງຖິ່ນ ພາຍໃນສາມເດືອນຂ້າງໜ້ານີ້ ແຕ່ທາງການລາວ ກໍຍັງບໍ່ໄດ້ມີມາດຕະການໃດໆເທື່ອວ່າ ຈະເພີ້ມມາດຕະການດ້ານການປິດປະເທດ ຫລືເປີດປະເທດຫລາຍຂຶ້ນ ເພື່ອຕ້ອນຮັບນັກທ່ອງທ່ຽວ ຊຶ່ງກໍຄືຍັງຮັກ ສາການເປີດປະເທດເປັນ 3 ໄລຍະນັ້ນ ໂດຍມີຂໍ້ຈໍາກັດກ່ຽວກັບໄວຣັສໂຄໂຣນາສຳ​ລັບການທ່ອງທ່ຽວໄວ້ເຊັ່ນເດີມ ດັ່ງການເປີດເຜີຍຂອງເຈົ້າໜ້າທີ່ອາວຸໂສ ປະຈໍາຊາຍແດນ ທີ່ສະໜາມບິນສາກົນວັດໄຕ ວ່າ:

“ເປີດເປີດເປີດ ແຕ່ວ່າຕ້ອງຜ່ານບໍລິສັດທ່ອງທຽວ ທຸກທ່ານທີ່ເອົາຄົນມາທ່ອງທ່ຽວກະຕ້ອງໄດ້ຜ່ານບໍລິສັດທ່ອງທ່ຽວ ໂດຍຜ່ານວິຊາການ ກົມກົງສູນ ກະກັກຕົວປະມານສາມມື້ນີ້ລະ ສ່ວນຄ່າໃຊ້ຈ່າຍ ອັນນັ້ນກະບໍ່ຮູ້ ຕ້ອງໄດ້ຖາມພາກສ່ວນໂຮງແຮມເຂົາເຈົ້າ ຍ້ອນສະພາບລະບາດຕິດໂຄວິດຫລາຍ ພວກທ່ອງທ່ຽວຈຶ່ງບໍ່ເຂົ້າມາໃນຊ່ວງນີ້ ສອງພັນປາຍແລ້ວໃດ ມັນເພີ້ມວານນີ້ ແລະມື້ນີ້ຫລາຍ ກະມີແຈ້ງການຫັ້ນລະ ຜູ້ໃດເປັນກະໄປປົວເອງ ໄປກັກຕົວຢູ່ເຮືອນຮັກສາເອງ ຖ້າເປັນໜັກ ຈຶ່ງໄປຫາໂຮງໝໍ ແຕ່ເຂົາກະບໍ່ຢາກຮັບ ມີການບ່ຽງບ່າຍ ຕອນນີ້ກະມີແຕ່ຕ້ອງຮັກສາເອງເປັນພິເສດ ຖ້າໃຜມີພະຍາດຕິດໂຕກະໃຫ້ລະວັງພິເສດ ຖ້າຜູ້ໃດຕິດທໍາມະດາ ກະຮັກສາ 5-7 ມື້ ກິນຢາກະເຊົາແລ້ວ.”

ແຕ່ທ່ານ​ລິດ​ທິ​ໄກ ບອກວ່າ ​ການນໍາໃຊ້ມາດຕະການເປີດເມືອງແບບຈໍາກັດເຊັ່ນນີ້ ເຮັດໃຫ້ມີນັກ​ທ່ອງ​ທ່ຽວເຂົ້າ​ມາ​ລາວ ປະ​ມານ​ 27 ຄົນ​ເທົ່າ​ນັ້ນ ໃນ​ໄລ​ຍະເກືອບຮອດ 3 ເດືອນ ​ທີ່​ລາວ​ໄດ້​ເລີ້ມ​ເປີດ​ປະ​ເທດ​ຄືນ​ ຊຶ່ງບໍ່ພຽງພໍທີ່ຈະກະຕຸ້ນໃຫ້ການທ່ອງທ່ຽວໃນລາວ ຂະຫຍາຍຕົວຂຶ້ນ ເພື່ອຈະສ້າງວຽກເຮັດງານທໍາໃຫ້ ແຮງງານລາວ ທີ່ຫວ່າງງານເປັນຈໍານວນຫລວງຫລາຍນັ້ນໄດ້.

ສະຖານທີ່ຈ່າຍເງິນຄ່າກວດຫາພະຍາດ ຢູ່ໃນໂຮງໝໍແຫ່ງນຶ່ງ.
ສະຖານທີ່ຈ່າຍເງິນຄ່າກວດຫາພະຍາດ ຢູ່ໃນໂຮງໝໍແຫ່ງນຶ່ງ.

ສ່ວນການປະກາດມາດຕະການຈໍາກັດທາງດ້ານໂຄວິດ-19 ພາຍໃນປະເທດນັ້ນ ກໍຍັງບໍ່ໄດ້ມີຄໍາສັ່ງໃຫ້ມີການປ່ຽນແປງໃດໆເທື່ອ ດັ່ງການບອກເລົ່າຂອງທ່ານໝໍ ໃນໂຮງໝໍໃຫຍ່ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນວ່າ:

"ທີ່ຈິງເຂົາກະແຈງແລ້ວ ແຈ້ງທົ່ວປະເທດເຮົາແລ້ວ ແຕ່ມັນກະລະບາດຫຼາຍ ມື້ນີ້ກະສອງພັນປາຍແລ້ວ ແຕ່ເຂົາກະໃຊ້ຊີວິດປົກກະຕິຢູ່ ບໍ່ເປັນຫຍັງ ດຽວນີ້ກະລໍຖ້າຄຳສັ່ງຂັ້ນເທິງຫັ້ນນະ ໄລ່ໄປສັກຢານຳ ຜູ້ກວດກະກວດປົກກະຕິ ບໍ່ມີຫບັງຢ້ານກົວຄືແຕ່ກີ້ ດຽວນີ້ກະຍັງຖ້າຄຳສັ່ງຈາກທ່ານພັນຄຳ ວ່າຊິເຮັດແນວໃດ ຜູ້ມາກວດກະກວດປົກກະຕິ ຜູ້ຕິດເຊື້ອກະຕິດຢູ່ຫັ້ນແຫລະ ຜູ້ມາສັກຢາກຽມສັກຢູ່ຫັ້ນແຫລະ ມີແຕ່ລະວັງໃຜ ລະວັງມັນຫັ້ນລະ ສ່ວນພວກມາແຕ່ຕ່າງປະເທດເຂົາໃຫ້ກັກ 48 ຊົ່ວໂມງ ແລ້ວສາມາດກັບເຮືອນໄດ້ ຕາມຂໍ້ຕົກລົງພວກທີ່ໄປເຮັດວຽກກັບມາລາວ ແມ່ນຖືກກັກຕົວ 48 ຊົ່ວໂມງ ຖ້າບໍ່ມີເຊື້ອ ແລະຖ້າມີເຊື້ອກະຢູ່ຕໍ່".

ໃນດ້ານການສັກວັກຊີນັ້ນ ໃນຕົ້ນເດືອນນີ້ ເຈົ້າໜ້າທີ່ກະຊວງສາທາລະນະສຸກກ່າວວ່າ ຈະເລັ່ງການສັກວັກຊີນ ໃຫ້ແກ່ປະຊາຊົນຢ່າງຄົບຖ້ວນຫລາຍຂຶ້ນ ໂດຍທີ່ໃນນະຄອນວຽງຈັນ ທີ່ຕິດໄວຣັສໂຄໂຣນາສູງທີ່ສຸດນັ້ນ ຈະສັກຢາໃຫ້ໄດ້ເຖິງ 90 ເປີເຊັນ ຂອງພົນລະເມືອງທັງໝົດ ແລະແຂວງອື່ນໆນັ້ນ ກໍແມ່ນໃຫ້ໄດ້ເຖິງ 80 ເປີເຊັນ ພາຍໃນປີນີ້. ພ້ອມກັນນັ້ນ ເມື່ອວັນທີ 24 ມີນາຜ່ານມາທາງການລາວ ກໍໄດ້ປະກາດໃຫ້ມີການສັກຢາເຂັມກະຕຸ້ນ (ເຂັມທີ 3) ສໍາລັບຜູ້ມີອາຍຸ 12 ຫາ 17 ປີ ແລະເຂັມກະຕຸ້ນຮອງ (ເຂັມທີ 4) ໃຫ້ແກ່ກຸ່ມເປົ້າໝາຍກໍຄືຜູ້ມີພະຍາດປະຈໍາຕົວ ທີ່ມີອາຍຸ 18 ປີຂຶ້ນໄປ.

ສະຫລຸບແລ້ວ ເຖິງແມ່ນວ່າ ການລະບາດຂອງພະຍາດໂຄວິດ-19 ໃນລາວ ຈະມີຄື້ນຟອງຮ້າຍແຮງຂຶ້ນນັບມື້ກໍຕາມ ແຕ່ມາຮອດປີທີ 3 ແຫ່ງການລະບາດ ຂອງພະຍາດນີ້ແລ້ວ ປະຊາຊົນລາວ ສ່ວນໃຫຍ່ເຫັນວ່າ ຄວາມອັນຕະລາຍຂອງມັນ ອາດຈະບໍ່ເທົ່າກັນກັບຄວາມທຸກຍາກທີ່ເກີດມາຈາກການກົດດັນທາງເສດຖະກິດ ທີ່ເປັນຜົນຕາມມາໃນມາດຕະການປິດເມືອງ ແລະສົງຄາມໃນຢູເຄຣນ ທີ່ກໍາລັງດໍາເນີນໄປຢູ່ທຸກວັນນີ້ເລີຍ.

XS
SM
MD
LG