ປະຊາຊົນລາວຢືນຢັນວ່າມີການເກັງກຳໄລຈາກການແລກປ່ຽນເງິນຕາ ໂດຍບັນດານັກທຸລະກິດທີ່ຢູ່ໃນວົງການຄ້າຂາອອກ ຂາເຂົ້າ ຊຶ່ງເປັນສາເຫດທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງໃນປັດຈຸບັນ ຊຶ່ງຊົງລິດ ໂພນເງິນ ມີລາຍງນຈາກບາງກອກ.
ພາຍໃຕ້ສະພາບການທີ່ປະຊາຊົນລາວຍັງຄົງຖືກກະທົບຢ່າງໜັກໜ່ວງ ຈາກອັດຕາເງິນເຟິ້ທີ່ສູງກວ່າ 25 ເປີເຊັນ ແລະດັດຊະນີ ລາຄາການຊົມໃຊ້ ທີ່ປັບໂຕສູງຂຶ້ນເກີນກວ່າ 195 ເປີເຊັນ ໃນເດືອນສິງຫາ 2023 ຜ່ານມາໂດຍເຖິງແມ່ນວ່າຈະໄດ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1 ລ້ານ 3 ແສນກີບ ເປັນ 1 ລ້ານ 6ແສນກີບ ຕໍ່ເດືອນກໍຕາມ ແຕ່ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນແຕ່ຢ່າງໃດ ເພາະຄ່າເງິນກີບຍັງສືບຕໍ່ຕົກຕໍ່າລົງ ໃນຂະນະທີ່ລາຄາສິນຄ້າອຸບ ປະໂພກ ບໍລິໂພກ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນສູງຂຶ້ນກວ່າ 1 ເທົ່າໂຕນັ້ນ ມີສາເຫດທີ່ສຳຄັນ ປະການນຶ່ງມາຈາກຄວາມລົ້ມແຫລວ ຂອງທາງການລາວ ໃນການຄຸ້ມຄອງ ແລະຄວບຄຸມການແລກປ່ຽນເງິນຕາ ໂດຍສະເພາະແມ່ນການປ່ອຍໃຫ້ບັນດານັກທຸລະ ກິດການຄ້າຂາອອກ ຂາເຂົ້າ ຍັງສາມາດຖືຄອງເງິນຕາຕ່າງປະເທດ ທີ່ເປັນຊ່ອງທາງທີ່ເຮັດໃຫ້ສາມາດສວຍໂອກາດ ເກງກຳໄລຈາກການແລກປ່ຽນເງິນຕາໄດ້ນັ້ນ ກໍຄືປັດໃຈທີ່ຊໍ້າເຕີມໃຫ້ຄ່າເງິນກີບຕົກຕໍ່າລົງອີກ ດັ່ງທີ່ແມ່ຄ້າລາຍຍ່ອຍໃນນະຄອນ ຫລວງວຽງຈັນ ໃຫ້ທັດສະນະວ່າ:
"ເນື່ອງມາຈາກບຸກຄົນຈຳນວນນຶ່ງຫັ້ນແຫລະ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍ ສວຍໂອກາດຂາຍເງິນຕາຕ່າງປະເທດ ໃນລາຄາທີ່ສູງເຮັດໃຫ້ເງິນລາວເຮົາມັນຕໍ່າລົງ ສະແດງອອກໃຫ້ເຮົາເຫັນກໍຄື ຫລັງຈາກທີ່ວ່າຄ້າຂາຍກັບຕ່າງປະເທດ ຫລືວ່າໄດ້ເງິນຕາຕ່າງປະເທດມາ ແຕ່ບໍ່ເອົາເຂົ້າທະນາຄານ ຄຸ້ມຄອງໄວ້ກັບໂຕເອງເພື່ອໃຫ້ຄົນອື່ນມາແລກເພືີ່ອກິນກຳໄລ ຖ້າວ່່າເຮົາເຂັ້ມງວດຄວບຄຸມການຊື້ການຂາຍເງິນຕາຕ່າງປະເທດນອກລະບົບນີ້ໄດ້ ກະຄືຈະເຮັດໃຫ້ເສດຖະກິດຟື້ນໂຕຂຶ້ນໄດ້ຫລາຍ.”
ຍິ່ງໄປກວ່ານັ້ນບັນຫາເງິນເຟິ້ ແລະຄ່າເງິນກີບຕົກຕໍ່າລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍ ຂອງປະຊາກອນລາວອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97
ລ້ານກີບ ຫລືເທົ່າກັບ 2,022 ໂກລາຕໍ່ຄົນໃນປີ 2022 ນັ້ນກໍຈະຄິດເປັນພຽງແຕ່ 1,469 ໂດລາສະຫະລັດ ຕໍ່ຄົນເທົ່ານັ້ນໃນປັດຈຸບັນ ໂດຍລົດລົງເກີນກວ່າ 27 ເປີເຊັນ ທຽບໃສ່ປີ 2022 ພ້ອມກັນນີ້ ການທີ່ທາງການລາວຍັງບໍ່ສາມາດກຳນົດ ແລະບັງຄັບໃຫ້ນຳໃຊ້ເງິນກີບພຽງສະກຸນດຽວ ເພື່ອການຊຳລະລາຄາສິນຄ້າ ແລະບໍລິການໃນລາວໄດ້ຢ່າງແທ້ຈິງ ກໍຄືປັດໃຈນຶ່ງທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ເພາະນັກທຸລະກິດສ່ວນໃຫຍ່ໄດ້ຖືຄອງເງິນຕາເປັນດ້ານຫລັກ ດັ່ງທີ່ນັກທຸລະກິດລາວໃຫ້ການຢືນຢັນວ່າ:
"ເຮົາຕ້ອງໄດ້ເພີ້ມຄວາມເຂັ້ມງວດຫລາຍຂຶ້ນຕໍ່ກັບການແກ້ໄຂບັນຫາການແລກປ່ຽນ ຊຶ່ງໃນການແກ້ໄຂບັນຫາດັ່ງກ່າວ ຂ້າພະເຈົ້າກໍຢາກສະເໜີ ໃຫ້ມີການເຂັ້ມງວດ ທາງດ້ານບໍລິຫານຫລາຍຂຶ້ນ ໂດຍສະເພາະແມ່ນການຊຳລະສະສາງ ທີ່ເປັນສະກຸນເງິນກີບ ເພາະວ່າຄວາມຈິງກົດໝາຍກະກຳນົດວ່າ ເຮົາຕ້ອງໃຊ້ເງິນກີບ ແຕ່ວ່າເຮົາກະເຮັດບໍ່ໄດ້ ຊຶ່ງໃນທາງວິຊາການ ພວກເຮົາກະເຂົ້າໃຈນຳກັນວ່າ ເຮົາກຳລັງກ້າວໄປສູ່ເບື້ອງໄປນຳໃຊ້ເງິນກີບ ຫລາຍກວ່າທີ່ຈະໄປນຳໃຊ້ເງິນຕາຫລາຍສະກຸນ ໃນເບື້ອງຂອງການແລກປ່ຽນເຮົາກະເຫັນໂຕຢ່າງວ່າເຮົາມີຄວາມເຂັ້ມງວດ ຫລາຍຂຶ້ນຈົນກ້າວໄປຮອດການປິດຮ້ານແລກປ່ຽນ ສະນັ້ນຢູ່ເບື້ອງຂອງການຊຳລະສະສາງກໍຕ້ອງໄດ້ເຂັ້ມງວດເຊັ່ນເດີມກັນ”
ດຣ. ປິຕິ ສຣີແສງນາມ ຜູ້ອຳນວຍການ ສູນເສດຖະກິດ ລະຫວ່າງປະເທດ ຈຸລາລົງກອນມະຫາວິທະຍາໄລໃນປະເທດໄທ ໃຫ້ທັດສະນະວ່າ ປະຊາຊົນລາວຍັງຈະຕ້ອງປະເຊີນກັບວິກິດການທາງເສດຖະກິດຕໍ່ໄປ ຖ້າຫາກວ່່າ ທາງການລາວຍັງບໍ່ສາມາດທີ່ຈະແກ້ໄຂບັນຫາອັດຕາເງິນເຟິ້ສູງ ແລະການຂາດແຄນເງິນຕາຕ່າງປະ ເທດໄດ້ຢ່າງແທ້ຈິງ ເພາະທັງ 2 ບັນຫານີ້ຖືເປັນສາເຫດສຳຄັນ ທີ່ເຮັດໃຫ້ເກີດວິກິດການທາງເສດຖະກິດໃນລາວ.
ທາງດ້ານຜູ້ຊ່ຽວຊານ ຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ປະຈຳເຂດລຸ່ມນໍ້າຂອງ ໄດ້ປະເມີນສະພາບການດ້ານໜີ້ສາທະລະນະ ຂອງລັດຖະບານລາວ ວ່າ ຍັງຈະສືບຕໍ່ເພີ້ມຂຶ້ນຈາກອັດຕາສະເລ່ຍ 96 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ເປັນເກີນກວ່າ 100 ເປີເຊັນ ຂອງ GDP ໃນສິ້ນປີ 2023 ນີ້ຖ້າຫາກວ່າລັດຖະບານລາວເກັບລາຍຮັບໄດ້ຕໍ່າກວ່າ 19 ເປີເຊັນ ຂອງ GDP ຊຶ່ງຈະເຮັດໃຫ້ລັດຖະບານລາວມີລາຍຮັບທີ່ບໍ່ພຽງພໍກັບລາຍຈ່າຍທີ່ເພີ້ມຂຶ້ນຈາກການເພີ້ມເງິນອຸດໜູນ 150,000 ກີບຕໍ່ເດືອນ ໃຫ້ກັບພະນັກງານລັດໃນທົ່ວປະເທດ.