ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ຕັ້ງຄວາມຫວັງວ່າ ຈະບໍ່ມີການ ທຸຈະລິດ ແລະ ການເຫັນແກ່ຜົນປະໂຫຍດສ່ວນຕົວເກີດຂຶ້ນ ໃນບັນດາສະມາຊິກ ສະພາແຫ່ງຊາດຊຸດໃໝ່


ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ປ່ອນບັດເລືອກຕັ້ງ.
ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ປ່ອນບັດເລືອກຕັ້ງ.

ປະຊາຊົນ ລາວ ຕັ້ງຄວາມຫວັງວ່າຈະບໍ່ມີການທຸຈະລິດ ແລະ ການເຫັນແກ່ຜົນປະໂຫຍດສ່ວນຕົວເກີດຂຶ້ນໃນບັນດາສະມາຊິກສະພາແຫ່ງຊາດຊຸດໃໝ່ ໂດຍແນໃສ່ການລົບລ້າງບັນຫາທຸກຍາກໃຫ້ໄດ້ຢ່າງແທ້ຈິງ.

ສືບເນື່ອງຈາກການທີ່ທ່ານ ສົມພູ ດວງສະຫວັນ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຢືນຢັນວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດ ລາວ ຊຸດທີ 9 ແລະ ສະພາແຫ່ງຊາດຂັ້ນແຂວງຊຸດທີ 2​ ທີ່ໄດ້ມີຂຶ້ນໃນຊ່ວງເວລາ 7-17 ໂມງ ວັນທີ 21 ກຸມພາ 2021 ທີ່ຜ່ານມາ ທີ່ຄະ ນະກຳມະການເລືອກຕັ້ງລະດັບຊາດສາມາດບັນລຸເປົ້າໝາຍທີ່ວາງໄວ້ທັງ 3 ດ້ານດ້ວຍກັນຄືການປ້ອງກັນຄວາມສະຫງົບຮຽບຮ້ອຍໃນສັງຄົມ ລາວ ໃຫ້ໄດ້ທັງ 100 ເປີເຊັນ, ການຮັບປະກັນໃຫ້ໄດ້ວ່າບໍ່ມີບັດຕາຍໃນການເລືອກຕັ້ງ ແລະ ປະຊາຊົນ ລາວ ຜູ້ມີສິດເລືອກຕັ້ງໄດ້ພາກັນອອກມາໃຊ້ສິດຢ່າງຄົບຖ້ວນທັງ 100 ເປີເຊັນຂອງຜູ້ມີສິດທັງໝົດ 4,279,243 ຄົນໃນທົ່ວປະເທດ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ ລາວ 164 ຄົນກັບສະມາຊິກສະພາປະຊາຊົນຂັ້ນແຂວງ 492 ຄົນໃນ 18 ເຂດທົ່ວປະເທດນັ້ນ ກໍປາກົດມີປະຊາຊົນຈຳນວນບໍ່ນ້ອຍທີ່ໄດ້ຕັ້ງຄວາມຫວັງວ່າຈະບໍ່ມີການທຸຈະລິດ ແລະ ການເຫັນແກ່ຜົນປະໂຫຍດສ່ວນຕົວເກີດຂຶ້ນໃນບັນດາສະມາຊິກສະພາຊຸດໃໝ່ນີ້ ທັງຍັງໄດ້ຄາດຫວັງດ້ວຍວ່າ ສະມາຊິກສະພາຊຸດໃໝ່ຈະສຸມໃສ່ການພັດທະນາເພື່ອລົບລ້າງບັນຫາທຸກຍາກ ແລະ ເຮັດໃຫ້ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ປະຊາ ຊົນ ລາວ ຢືນຢັນວ່າ

“ອັນສຳຄັນທີ່ສຸດຢາກໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດປະ ກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຂົ້າໃນການພັດທະນາຊົນນະບົດ ເຮັດໃຫ້ສັງຄົມສືບຕໍ່ມີຄວາມສະຫງົບ. ກໍຢາກໃຫ້ຜູ້ແທນຫັ້ນນະລົງເຖິງປະຊາຊົນທຸກຊົນຊັ້ນ, ຊົນເຜົ່າ, ບໍລິສຸດສັດຊື່ ຮັບໃຊ້ປະຊາຊົນຢ່າງສຸດອົກສຸກໃຈ ບໍ່ໃຫ້ສໍ້້ໂກງ ບໍ່ໃຫ້ໂລບມາກ ແລ້ວກະບໍ່ໃຫ້ຫຼິ້ນພັກຫຼິ້ນພວກ ກໍຂໍໃຫ້ພວກທ່ານເອົາໃຈໃສ່ ຕັ້ງອົກຕັ້ງໃຈ ແລະ ນຳພາປະເທດ ຊາດ ກໍຄືນຳພາປະຊາຊົນ ລາວ ຂອງພວກເຮົາໃຫ້ກ້າວໜ້າ ແລະ ປະເທດຊາດຂອງພວກເຮົາຈະ ເລີນຮຸ່ງເຮືອງໄປຕະຫຼອດ.”

ສ່ວນເຈົ້າໜ້າທີ່ສຳນັກເລຂາທິການລັດຖະສະພາອາຊຽນ ເປີດເຜີຍວ່າບັນຫາສຳຄັນປະການນຶ່ງທີ່ກອງປະຊຸມໃຫຍ່ລັດຖະສະພາອາຊຽນ ໄດ້ຢິບຍົກຂຶ້ນມາປຶກສາຫາລືກັນໃນໂອກາດກອງປະຊຸມໃຫຍ່ທຸກໆຄັ້ງກໍຄືບັນຫາການພັດທະນາທາງດ້ານກົດໝາຍທີ່ບໍ່ເທົ່າທັນກັນ ລະຫວ່າງປະເທດສະ ມາຊິກໃນອາຊຽນດ້ວຍກັນ ໃນນີ້ ສປປ ລາວ ກໍເປັນປະເທດນຶ່ງທີ່ການພັດທະນາກົດໝາຍໄດ້ດຳ ເນີນໄປຢ່າງຊັກຊ້າທີ່ສຸດ ທັງຍັງມີບັນຫາ ກ່ຽວກັບ ການເຂົ້າເຖິງ ແລະ ການຮັບຮູ້ກົດໝາຍຂອງປະຊາຊົນ ລາວ ອັນເຮັດໃຫ້ຕ້ອງມີການພັດທະນາໂຄງຂ່າຍໃນການເຜີຍແຜ່ກົດໝາຍໃຫ້ປະຊາ ຊົນ ລາວ ເຂົ້າເຖິງໄດ້ຢ່າງສະດວກວ່ອງໄວ ດ້ວຍການນຳໃຊ້ ແອັບພລີເຄຊັ້ນ ໃນລະບົບໂທລະສັບມືຖືທີ່ທັນສະໄໝນັ້ນເອງ.

ທັງນີ້ການພັດທະນາ ແອັບພລີເຄຊັ້ນ ດັ່ງກ່າວລັດຖະບານ ສະຫະລັດ ອາເມຣິກາ ໄດ້ໃຫ້ການຊ່ວຍ ເຫຼືອລັດຖະບານ ລາວ ຜ່ານອົງການ USAID ເປັນເວລາ 5 ປີ ໂດຍມີເປົ້າໝາຍເພື່ອເຮັດໃຫ້ ລາວ ສາມາດເຊື່ອມໂຍງເຂົ້າກັບລະບຽບການຄ້າໂລກໃຫ້ໄດ້ຢ່າງມີປະສິດທິພາບກໍຄືການຊ່ວຍໃຫ້ບັນ ດານັກທຸລະກິດ, ປະຊາຊົນ ລາວ ແລະ ຊາວຕ່າງຊາດໃຫ້ສາມາດເຂົ້າເຖິງນິຕິກຳຕ່າງໆໃນ ລາວ ໄດ້ຢ່າງສະດວກວ່ອງໄວ ທັງຍັງສາມາດປະກອບຄວາມຄິດເຫັນຕໍ່ນິຕິກຳຕ່າງໆໄດ້ດ້ວຍ ທັງນີ້ USAID ຈະໃຫ້ການຊ່ວຍເຫຼືອດັ່ງກ່າວແກ່ລັດຖະບານ ລາວ ໄປຈົນເຖິງທ້າຍປີ 2022 ຈຶ່ງຈະພິຈາ ລະນາວ່າຈະໃຫ້ການຊ່ວຍເຫຼືອເພີ່ມເຕີມຫຼືບໍ່.

ນອກຈາກນັ້ນການບັງຄັບໃຊ້ກົດໝາຍທີ່ດ້ອຍປະສິດທິພາບກໍເປັນອີກບັນຫານຶ່ງທີ່ຈະຕ້ອງແກ້ໄຂຢ່າງຮີບດ່ວນ ເພາະວ່າປະຊາຊົນ ລາວ ບໍ່ເຊື່ອໝັ້ນການປະຕິບັດໜ້າທີ່ຂອງໄອຍະການທີ່ຮັບເອົາສິນບົນເພື່ອຊ່ວຍໃຫ້ຈຳເລີຍພົ້ນຜິດນັ້ນ ດັ່ງທີ່ຜູ້ປະສານງານອົງການບໍ່ຂຶ້ນກັບລັດຖະບານໃນ ລາວ ໃຫ້ການຢືນຢັນວ່າ

“ກໍລະນີມັນແກ້ບໍ່ຕົກເລື່ອງຄະດີຄວາມເບື້ອງນຶ່ງຕ້ອງຍອມຮັບວ່າ ການເກັບກໍາຂໍ້ມູນນີ້ນະ ບໍ່ໄດ້ເຖິງຮາກຖານຕົວຈິງແທ້ໆຫັ້ນ ອາໄສເອກະສານນີ້ນະ ກົດໝາຍວ່າແນວນີ້ລະແມ່ນຕັດສິນແນວນີ້ໄປ ມັນລະບໍ່ແທດເຖິງຕົວຈິງເດບາດນີ້ນະ ແລ້ວເບື້ອງນຶ່ງຄູ່ຄວາມໃນບາງກໍລະນີຫັ້ນແມ່ນສານຕັດສິນຖືກຕ້ອງຕາມຕົວຈິງ ແຕ່ວ່າຫາກຢາກເອົາປຽບຫັ້ນນະ ຕົວເອງຜິດກໍບໍ່ຍອມວ່າຜິດ ສູ້ໄປເສຍກ່ອນ ອັນນີ້ນິມີຫຼາຍ ອັນທີສາມມານີ້ກະແມ່ນຍ້ອນທາງຜູ້ມີຍາດຕິພີ່ນ້ອງຢູ່ບັນດາແຜນການຄືກັນນີ້ ມັນກະໃຫ້ທ້າຍໃນແນວບໍ່ດີຫັ້ນນະ ມັນກະບໍ່ແລ້ວຈັກເທື່ອ.”

ສ່ວນອົງການ Human Right Watch ລາຍງານວ່າຍັງມີການເລືອກປະຕິບັດກົດໝາຍກັບປະຊາ ຊົນທີ່ຂັດແຍ້ງກັບພະນັກງານລັດ ກ່ຽວກັບ ການເວນຄືນທີ່ດິນຢ່າງບໍ່ຍຸຕິທຳເກີດຂຶ້ນຢ່າງກວ້າງ ຂວາງ ຊຶ່ງເຫັນໄດ້ຈາກຈຳນວນຄະດີຄວາມທີ່ສານປະຊາຊົນ ລາວ ໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ທັນມີການບັງຄັບຄະດີຕາມການຕັດສິນ ເພາະວ່າພະນັກງານທີ່ກ່ຽວຂ້ອງບໍ່ປະ ຕິບັດຕາມໜ້າທີ່ຂອງພວກຕົນນັ້ນເອງ.

XS
SM
MD
LG