ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີດີພີ ແຂວງຫົວພັນ ສະເລ່ຍເປັນ ລາຍຮັບ ຂອງ ປຊຊ ລາວ ໄດ້ຕ່ຳກວ່າ 1 ພັນໂດລາ ຕໍ່ຄົນ


ເມືອງຊຳເໜືອ ຂອງແຂວງຫົວພັນ ຢູ່ທາງພາກຕາເວັນອອກ ສຽງເໜືອຂອງລາວ
ເມືອງຊຳເໜືອ ຂອງແຂວງຫົວພັນ ຢູ່ທາງພາກຕາເວັນອອກ ສຽງເໜືອຂອງລາວ

ຍອດຜະລິດຕະພັນລວມພາຍໃນ ຫຼື GDP ຂອງແຂວງຫົວພັນ ສະເລ່ຍເປັນລາຍຮັບ
ຂອງປະຊາຊົນ ໄດ້ຕ່ຳກວ່າ 1,000 ໂດລາຕໍ່ຄົນ ຊຶ່ງເຮັດໃຫ້ຍັງມີຄົນທຸກຍາກ ເກີນກວ່າ
39 ເປີເຊັນ ຂອງປະຊາກອນທັງໝົດໃນແຂວງ.

ທ່ານຄຳວອນ ບຸນທະວົງ ປະທານສະພາປະຊາຊົນແຂວງຫົວພັນ ຖະແຫລງລາຍງານວ່າ
ຍອດຜະລິດຕະພັນລວມພາຍໃນ ຂອງແຂວງຫົວພັນໃນຕະຫຼອດປີ 2017 ທີ່ຜ່ານມາ ມີ
ມູນຄ່າລວມທັງໝົດ 2,300 ຕື້ກີບ ຊຶ່ງຖົວສະເລ່ຍເປັນລາຍຮັບຂອງປະຊາຊົນໃນແຂວງ
ຫົວພັນ ໄດ້ທີ່ລະດັບ 8 ລ້ານ 2 ແສນກີບ ຫຼື ປະມານ 972 ໂດລາຕໍ່ຄົນ ໂດຍເສດຖະກິດ
ມີການຂະຫຍາຍຕົວໃນອັດຕາສະເລ່ຍເຖິງ 8 ເປີເຊັນ ທຽບໃສ່ປີ 2016 ຫາກແຕ່ຜົນຜະ
ລິດສ່ວນໃຫຍ່ ຍັງຢູ່ໃນພາກກະສິກຳ ແລະພາກບໍລິການ ທີ່ກວມເອົາຫຼາຍກວ່າ 94
ເປີເຊັນ ຂອງມູນຄ່າ GDP ທັງໝົດ ສ່ວນພາກອຸດສາຫະກຳ ແລະການຄ້າ ກວມເອົາພຽງ
5.37 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ການຈັດເກັບລາຍຮັບ ກໍສາມາດປະຕິບັດໄດ້ລື່ນແຜນ
ດັ່ງທີ່ທ່ານຄຳວອນ ຢືນຢັນວ່າ:

“ຂະແໜງກະສິກຳ ແລະປ່າໄມ້ ເພີ້ມຂຶ້ນ 6.24 ເປີເຊັນ ກວມເອົາ 47.14 ເປີເຊັນ ຂອງ
GDP ຂະແໜງບໍລິການເພີ້ມຂຶ້ນ 9.4 ເປີເຊັນ ກວມເອົາ 47.49 ເປີເຊັນ ຂອງ GDP
ສຳລັບວຽກງານດ້ານລາຍຮັບ ພວກເຮົາສາມາດເກັບລາຍຮັບໄດ້ທັງໝົດ 125 ຕື້ 230
ລ້ານກວ່າກີບ ທຽບໃສ່ແຜນການປີ ຈັດຕັ້ງປະຕິບັດໄດ້ ລື່ນຄາດໝາຍ 15.75 ເປີເຊັນ.”

ບ້ານເມືອງອໍ້ ເປັນບ້ານວັດທະນະທຳ ໃນເຂດຊົນນະບົດ ຂອງແຂວງຫົວພັນ ທາງພາກຕາເວັນອອກສຽງເໜືອ ຂອງລາວ
ບ້ານເມືອງອໍ້ ເປັນບ້ານວັດທະນະທຳ ໃນເຂດຊົນນະບົດ ຂອງແຂວງຫົວພັນ ທາງພາກຕາເວັນອອກສຽງເໜືອ ຂອງລາວ

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ໄດ້ຖະແຫລງຢືນຢັນວ່າ ໃນແຜນການພັດທະນາເສດຖະກິດ ແລະສັງຄົມ ແຫ່ງ
ຊາດ ປະຈຳສົກປີ 2018 ລັດຖະບານລາວ ໄດ້ວາງຄາດໝາຍການຂະຫຍາຍຕົວ ທາງ
ເສດຖະກິດໄວ້ ທີ່ລະດັບ 7 ເປີເຊັນ ທຽບໃສ່ປີ 2017 ໂດຍຍອດຜະລິດຕະພັນພາຍໃນ
GDP ຈະມີມູນຄ່າລວມເຖິງ 149,471 ຕື້ກີບ ຫຼືປະມານ 18,100 ລ້ານໂດລາ ຊຶ່ງຖົວ
ສະເລ່ຍເປັນລາຍຮັບ ຂອງປະຊາຊົນລາວ ໄດ້ທີ່ລະດັບ 2,536 ໂດລາຕໍ່ຄົນຕໍ່ປີ ຫາກແຕ່
ສຳລັບແຂວງຫົວພັນ ກໍຄາດວ່າ ການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍ
8 ເປີເຊັນ ຈະເຮັດໃຫ້ມູນຄ່າ GDP ໃນປີ 2018 ສະເລ່ຍເປັນລາຍຮັບຂອງປະຊາຊົນ
ໃນແຂວງຫົວພັນໄດ້ພຽງ 1,050 ໂດລາຕໍ່ຄົນເທົ່ານັ້ນ ໃນຂະນະທີ່ຄົນທຸກຍາກຍັງກວມ
ເອົາເຖິງ 39.2 ເປີເຊັນ ຂອງປະຊາກອນທັງໝົດໃນແຂວງຫົວພັນ.

ໃນຂະນະທີ່ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ກໍຢືນຢັນວ່າ ການກວດກາ ການຈັດ
ຕັ້ງປະຕິບັດ ແຜນການພັດທະນາ ເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນ
ລາວ ໃນຊົນນະບົດ ໃນໄລຍະຜ່ານມາ ຍັງມີປະສິດທິພາບຕ່ຳໃນທຸກດ້ານ ໂດຍສະເພາະ
ກໍແມ່ນບັນຫາດ້ອຍປະສິດທິພາບ ຂອງໜ່ວຍງານ ແລະພະນັກງານລັດ ເຮັດໃຫ້ການ
ຫລຸດຜ່ອນບັນຫາຄວາມຍາກຈົນໃນລາວ ດຳເນີນໄປຢ່າງຊັກຊ້າ ແລະບໍ່ສາມາດບັນລຸ
ຄາດໝາຍ ທີ່ວາງໄວ້ເກືອບທຸກໆດ້ານ ເຊັ່ນການເຂົ້າເຖິງຫລັກປະກັນ ດ້ານສຸຂະພາບ
ຂອງປະຊາຊົນລາວ ຈັດຕັ້ງປະຕິບັດໄດ້ພຽງ 34.7 ເປີເຊັນ ຂະນະທີ່ເປົ້າໝາຍວາງໄວ້
ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງໝົດ.

ຄອບຄົວຊົນເຜົ່າໄທແດງ ກຳລັງຕ່ຳຜ້າ ຢູ່ໃນແຂວງຫົວພັນ ທາງພາກຕາເວັນອອກສຽງເໜືອ ຂອງລາວ
ຄອບຄົວຊົນເຜົ່າໄທແດງ ກຳລັງຕ່ຳຜ້າ ຢູ່ໃນແຂວງຫົວພັນ ທາງພາກຕາເວັນອອກສຽງເໜືອ ຂອງລາວ

ພາຍໃຕ້ສະພາບການດັ່ງກ່າວ ຄະນະກຳມະການນະໂຍບາຍ ການພັດທະນາ ຂອງ
ສະພາ ເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ກໍໄດ້ໃຫ້ການຄາດໝາຍໄດ້ວ່າ
ສປປ ລາວ ຈະສາມາດຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ ໃນປີ 2024 ເພາະລັດ
ຖະບານລາວ ຍັງຈັດຕັ້ງປະຕິບັດໄດ້ບໍ່ທັນຄົບ 3 ເງື່ອນໄຂ ທີ່ເປັນເກນມາດຕະຖານ ຂອງ
ການຫລຸດພົ້ນຈາກ ການເປັນປະເທດສະພາບດ້ອຍພັດທະນາ.

ໂດຍລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ເງື່ອນໄຂ ຄືເກນມາດຕະຖານ
ຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານຂັ້ນຕ່ຳ ກຳນົດ
ໄວ້ທີ່ລະດັບ 1,242 ຕໍ່ຄົນ ລາວປະຕິບັດໄດ້ທີ່ລະດັບ 1,996 ໂດລາ ກັບດັດຊະນີຊັບສິນ
ມະນຸດ (HAI) ທີ່ເກນມາດຕະຖານກຳນົດໄວ້ທີ່ 66 ເປີເຊັນ ລາວປະຕິບັດໄດ້ທີ່ 72.8
ເປີເຊັນ ສ່ວນດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ມາດຕະຖານ ກຳນົດ
ໄວ້ຕ່ຳກວ່າ 32 ເປີເຊັນ ແຕ່ລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ທີ່ລະດັບ 33.7 ເປີເຊັນ.

XS
SM
MD
LG