ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ປະເຊີນກັບບັນຫາເງິນເຟີ້ ແລະສະພາວະຄ່າຄອງຊີບສູງທີ່ສຸດໃນບັນດາປະເທດກຸ່ມອາຊຽນນໍາກັນ


ອົງການສະຫະປະຊາຊາດກ່າວວ່າ ຄວາມກັງວົນກ່ຽວກັບບັນຫາເງິນເຟີ້ ຢູ່ໃນຂົງເຂດເອເຊຍ ຍັງຄົງດໍາເນີນຢູ່ຕໍ່ໄປ.
ອົງການສະຫະປະຊາຊາດກ່າວວ່າ ຄວາມກັງວົນກ່ຽວກັບບັນຫາເງິນເຟີ້ ຢູ່ໃນຂົງເຂດເອເຊຍ ຍັງຄົງດໍາເນີນຢູ່ຕໍ່ໄປ.

ປະຊາຊົນລາວ ປະເຊີນກັບບັນຫາເງິນເຟີ້ ແລະສະພາວະຄ່າຄອງຊີບສູງທີ່ສຸດໃນບັນດາປະເທດໃນກຸ່ມອາຊຽນນໍາກັນ ເພາະຂາດດຸນການຄ້າ ແລະຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ອັດຕາເງິນເຟີ້ ແລະສະພາວະຄ່າຄອງຊີບໃນລາວ ຍັງຈະສືບຕໍ່ປັບໂຕສູງຂຶ້ນໃນໄຕມາດທີ 3 ຂອງປີ 2022 ນີ້ ໂດຍຄາດວ່າອັດຕາເງິນເຟີ້ຈະປັບໂຕສູງຂຶ້ນເກີນກວ່າ 27 ເປີເຊັນ ແລະດັດຊະນີລາຄາຜູ້ບໍລິໂພກ ຈະເພີ້ມສູງຂຶ້ນເກີນກວ່າ 150 ເປີເຊັນໃນເດືອນກັນຍາປີ 2022 ຫຼືເພີ້ມຂຶ້ນເກີນກວ່າ 300 ເປີເຊັນ ແລະ 27 ເປີເຊັນຕາມລໍາດັບກັບເດືອນມີນາ 2022 ທັງຍັງເປັນລະດັບເງິນເຟີ້ ແລະດັດຊະນີລາຄາຜູ້ບໍລິໂພກທີ່ເພີ້ມຂຶ້ນສູງທີ່ສຸດໃນບັນດາປະເທດໃນກຸ່ມອາຊຽນອີກດ້ວຍ ໂດຍມີສາເຫດສໍາຄັນມາຈາກການທີ່ລາວປະເຊີນກັບການຂາດແຄນເງິນທຶນສໍາຮອງເງິນຕາຕ່າງປະເທດຢ່າງໜັກໜ່ວງດ້ວຍ, ແລະຜົນທີ່ຕາມມາກໍຄື ການຕົກຕໍ່າລົງຢ່າງຮຸນແຮງຂອງຄ່າເງິນກີບໃນປັດຈຸບັນ.

ກ່ອນໜ້ານີ້ ທະນາຄານພັດທະນາເອເຊຍ ຫຼື ADB ໄດ້ຄາດໝາຍອັດຕາເງິນເຟີ້ໃນລາວໄວ້ທີ່ລະດັບ 5.8 ເປີເຊັນ ແຕ່ໃນສະພາບການໂຕຈິງຊໍ້າພັດປາກົດວ່າ ອັດຕາເງິນເຟີ້ຂອງລາວໄດ້ສູງເຖິງ 25.6 ເປີເຊັນເມື່ອເດືອນກໍລະກົດໂດຍ ມີສາເຫດທີ່ສໍາຄັນມາຈາກການປັບໂຕຂຶ້ນຂອງລາຄານໍ້າມັນ ແລະສິນຄ້າອຸປະ ໂພກ-ບໍລິໂພກທຸກຊະນິດເຊັ່ນ ອາຫານ ແລະເຄື່ອງດື່ມ ປັບຂຶ້ນ 21.6 ເປີເຊັນ ຢາປົວພະຍາດ 37 ເປີເຊັນ, ເຄື່ອງໃຊ້ໃນຊີວິດປະຈໍາວັນ 26.4 ເປີເຊັນ, ອາ ຫານສົດ 24.6 ເປີເຊັນ, ແລະການຂົນສົ່ງ 53.2 ເປີເຊັນເມື່ອສົມທຽບດ້ວຍການລະບາດຂອງພະຍາດໂຄວິດ-19 ລວມເຖິງການຂັດແຍ້ງ ລະຫວ່າງ ຣັດເຊຍ ແລະຢູເຄຣນ, ຈຶ່ງສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມຂອງລາວຢ່າງຫຼີກລ້ຽງບໍ່ໄດ້ ແລະຈະຕ້ອງດໍາເນີນມາດຕະການແກ້ໄຂຢ່າງຮີບດ່ວນ ດັ່ງທີ່ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ຮີບຮ້ອນຕັດສິນໃຈແກ້ໄຂບັນຫາລາຄາສິນຄ້າສູງ ນໍ້າມັນແພງ ເງິນເຟີ້, ແລະຊຸກຍູ້ການຜະລິດຢ່າງຈິງຈັງ ເພື່ອຮັບປະກັນບໍ່ໃຫ້ມີການຂາດແຄນອາຫານໃນປີຕໍ່ໄປ, ປຸກລະດົມນໍ້າໃຈຮັກຊາດ ແລະສ້າງຄ່ານິຍົມໃຫ້ຄົນລາວຫັນມາໃຊ້ຜະ ລິດຕະພັນຂອງລາວຫຼາຍຂຶ້ນ, ເຂັ້ມງວດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນ ພ້ອມທັງຄົ້ນຄວ້າການນໍາເຂົ້ານໍ້າມັນຈາກຫຼາຍແຫ່ງ, ແລະຊໍາລະດ້ວຍເງິນສະກຸນອື່ນ ນອກຈາກສະກຸນເງິນໂດລາສະຫະລັດ.”

ທາງດ້ານ ທ່ານພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ຍອມຮັບວ່າ ປະຊາຊົນລາວຍັງຈະປະເຊີນກັບສະພາວະປັ່ນ​ປ່ວນທາງເສດຖະກິດໃນຕະຫຼອດປີ 2022 ອັນເປັນຜົນກະທົບໂດຍກົງຈາກລາຄານໍ້າມັນ ແລະສິນຄ້າທີ່ສູງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕໍ່າຢ່າງຮຸນແຮງ ເພາະລາວຍັງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງເຮັດໃຫ້ຕ້ອງປະເຊີນ ກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງ
ໜັກອີກດ້ວຍ, ພາຍໃຕ້ສະພາບການດັ່ງກ່າວນີ້ ເຮັດໃຫ້ນາຍົກລັດຖະມົນຕີລາວສັ່ງການໃຫ້ເຂັ້ມງວດກວດກາການແລກປ່ຽນເງິນຕາຕ່າງປະເທດ ໃຫ້ເປັນໄປຕາມລະບຽບກົດໝາຍຢ່າງເຄັ່ງຄັດ, ດັ່ງທີ່ທ່ານນາງທິບພະກອນ ຈັນທະວົງສາ ໂຄສົກ ລັດຖະບານລາວໄດ້ຢືນຢັນວ່າ:

“ໃຫ້ບັນດາກະຊວງ ອົງການທຽບເທົ່າ ແລະອົງການປົກຄອງທ້ອງຖິ່ນ ເຂັ້ມງວດ ແລະເດັດຂາດໃນການຈັດຕັ້ງປະຕິບັດກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງເງິນ ຕາຕ່າງປະເທດ ສະຖາບັນການເງິນຈຸນລະພາກ ຮ້ານແລກປ່ຽນເງິນຕາ ໂຮງ ຈໍານໍາ ແລະຮ້ານຄໍາ, ໃຫ້ທະນາຄານແຫ່ງ ສປປ ລາວ ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ກະຊວງການເງິນ ແລະພາກສ່ວນກ່ຽວຂ້ອງຕິດຕາມ ແລະກວດກາການເຄື່ອນໄຫວຂອງສະຖາບັນການເງິນຈຸນລະພາກ ຮ້ານແລກ ປ່ຽນເງິນຕາ ໂຮງຈໍານໍາ ຮ້ານຄໍາ ທີ່ເຄື່ອນຍ້າຍການເຂົ້າ-ອອກຂອງເງິນຕາຕ່າງປະເທດຢ່າງໃກ້ຊິດ ໃນກໍລະນີກວດເຫັນການລະເມີດ ຕ້ອງໄດ້ດໍາເນີນມາດຕະການຢ່າງເດັດຂາດ.”

ສ່ວນທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ກໍຖະແຫຼງວ່າ ລັດຖະບານລາວໄດ້ເພີ້ມຄາດໝາຍການຂະຫຍາຍໂຕທາງດ້ານເສດຖະກິດໃນປີ 2022 ຈາກລະດັບ 4.2 ເປີເຊັນມາເປັນ 4.5 ເປີເຊັນ ໂດຍຈະດໍາເນີນມາດຕະ ການທຸກຢ່າງ ເພື່ອເຮັດໃຫ້ບັນລຸຄາດໝາຍຢ່າງແທ້ຈິງ ກໍຄືເຮັດໃຫ້ຍອດຜະລິດ ຕະພັນລວມພາຍໃນຫຼື GDP ມີມູນຄ່າລວມ 205,285 ຕື້ກີບ, ເຊິ່ງຄິດສະເລ່ຍ ເປັນລາຍໄດ້ຂອງປະຊາຊົນທີ່ລະດັບ 2,674 ໂດລາຕໍ່ຄົນຕໍ່ປີ, ແລະລັດຖະບານລາວຈະເກັບລາຍຮັບໃຫ້ໄດ້ 16.44 ເປີເຊັນຂອງ GDP, ພ້ອມກັນນີ້ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນລະດັບບໍ່ເກີນ 18.05 ເປີເຊັນຂອງ GDP ເພື່ອຈະຄວບຄຸມການຂາດດຸນດ້ານງົບປະມານໃຫ້ບໍ່ເກີນ 1.61 ເປີເຊັນຂອງ GDP, ແຕ່ທະນາຄານ ADB ໄດ້ຄາດໝາຍວ່າ ເສດຖະກິດລາວໃນປີ 2022 ຈະຂະ ຫຍາຍໂຕພຽງ 3.8 ເປີເຊັນເທົ່ານັ້ນ.

XS
SM
MD
LG